ຂໍ້ມູນກ່ຽວກັບຄວາມຄືບໜ້າ
I. ສັງລວມຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ)
ເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍ ແມ່ນຄຳໝັ້ນ ສັນຍາຂອງອົງການ ສປຊ ເພື່ອສືບຕໍ່ຈັດຕັ້ງປະຕິບັດເປົ້າໝາຍ ສະຫັດສະຫວັດເພື່ອການພັດທະນາ (MDGs) ຊຶ່ງໄດ້ສິ້ນສຸດລົງ ໃນປີ 2015, ປພຍ ຖືກສ້າງຂຶ້ນມາເພື່ອຮັບປະກັນວ່າ ພວກເຮົາ ຈະພ້ອມກັນກ້າວໄປໃນການພັດທະນາທີ່ຍືນຍົງ, ໂດຍແນໃສ່ການ ແກ້ໄຂລຶບລ້າງຄວາມທຸກຍາກໄປພ້ອມໆກັບການເຕີບໂຕທາງດ້ານ ເສດຖະກິດແບບຍືນຍົງ ແລະ ການປົກປັກຮັກສາສິ່ງແວດລ້ອມ ຊຶ່ງ ຈະເປັນພື້ນຖານໃຫ້ແກ່ບັນດາປະເທດຕ່າງໆໃນໂລກ ໃນການສ້າງ ແນວທາງນະໂຍບາຍ ແລະ ການສະໜອງທຶນເຂົ້າໃນໂຄງການຕ່າງໆໃນ 15 ປີ ຕໍ່ໜ້າ. ສປປ ລາວ ໃນນາມປະເທດສະມາຊິກອົງການ ສປຊ ກໍໄດ້ຮັບຮອງເອົາວາລະ 2030 ເພື່ອການພັດທະນາແບບ ຍືນຍົງ ແລະ ມາຮອດປັດຈຸບັນ, ສປປ ລາວ ສາມາດຍາດໄດ້ຄວາມ ຄືບໜ້າຫຼາຍດ້ານໃນການຈັດຕັ້ງປະຕິບັດ ປພຍ, ໂດຍສະເພາະ ແມ່ນພາຍຫຼັງການສ້າງກົງຈັກການຈັດຕັ້ງປະຕິບັດວາລະປີ 2030 ເປັນຕົ້ນມາ, ເວົ້າສະເພາະ ກໍຄືການສ້າງ ແລະ ແຕ່ງຕັ້ງຄະນະຊີ້ນຳ ລະດັບຊາດ ໃນປີ 2017, ລວມທັງບັນດາຈຸດປະສານງານ ແລະ ກອງເລຂາ ປພຍ ແຫ່ງຊາດ ຊຶ່ງມີໜ້າທີ່ໃນການຊຸກຍູ້ວຽກງານ ການເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດ ປພຍ ພາຍໃນປະເທດ. ການສ້າງຕັ້ງກົນໄກດັ່ງກ່າວ ເຮັດໃຫ້ ສປປ ລາວ ມີຄວາມຄືບໜ້າຫຼາຍດ້ານໃນການຈັດຕັ້ງປະຕິບັດ ປພຍ ຊຶ່ງ ອັນພົ້ນເດັ່ນກໍຄື ສຳເລັດການນຳສະເໜີບົດລາຍງານແຫ່ງຊາດແບບ ສະໝັກໃຈ (Voluntary National Review) ສະບັດທຳອິດ ຂອງ ສປປ ລາວ ຊຶ່ງໄດ້ຖືກນຳສະເໜີຢູ່ ກອງປະຊຸມເວທີການເມືອງລະດັບສູງ ຂອງອົງການ ສປຊ (HLPF) ທີ່ ນິວຢອກ ໃນ ເດືອນກໍລະກົດ ປີ 2018.

II. ປະຫວັດຫຍໍ້: ສປປ ລາວ ແລະ ການຈັດຕັ້ງປະຕິບັດ ປພຍ
ສປປ ລາວ ເປັນໜຶ່ງໃນບັນດາປະເທດທໍາອິດ ທີ່ໄດ້ເຊື່ອມສານ ເອົາບັນດາ ປພຍ ເຂົ້າໃນວາລະແຫ່ງຊາດ, ເຊິ່ງ
ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2015-2022) ແມ່ນໄດ້ຮວບຮວມເອົາບັນດາ ປພຍ
ເຂົ້າໃນສາມວຽກງານຈຸດສຸມ, ຊຶ່ງແຕ່ລະວຽກງານຈຸດສຸມນັ້ນ ແມ່ນສອດຄ່ອງກັບສາມເສົາຄ້ຳຂອງ ວາລະ 2030 ຄື:
ວຽກງານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ.
- ພິເສດ, ສປປ ລາວ ໄດ້ຮັບຮອງເອົາ ປພຍ ແຫ່ງຊາດ ເປົ້າໝາຍ ທີ 18: ຊິວິດປອດໄພຈາກລະເບີດທີ່ບໍ່ທັນແຕກ ໃນ
ເດືອນກັນຍາ 2016.
- ສປປ ລາວ ໄດ້ສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ (National Voluntary Review) ເປັນຄັ້ງທຳອິດໃນເດືອນ
ກໍລະກົດ ປີ 2018 ທີ່ຜ່ານມານີ້ຢູ່ກອງປະຊຸມເວທີການເມືອງ ລະດັບສູງເພື່ອການພັດທະນາແບບ ຍືນຍົງ ທີ່
ນີວຢອກ.
- ພ້ອມກັນນັ້ນ, ປະມານ 60% ຂອງຕົວຊີ້ບອກໃນແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII
ແມ່ນເຊື່ອມສານກັບຕົວຊີ້ວັດ ປພຍ ເຊິ່ງສະແດງໃຫ້ເຫັນເຖິງຄຳໝາຍໝັ້ນຢ່າງແຂງແຮງຂອງ
ລັດຖະບານໃນການຈັດຕັ້ງປະຕິບັດວາລະ 2030.
- ປັດຈຸບັນບັນດາຕົວຊີ້ບອກຂອງສາກົນມີ 231 ຕົວຊີ້ບອກ, ສຳລັບ ສປປ ລາວ ເຮົາແມ່ນມີທັງໝົດ 238 ຕົວຊີ້ບອກ
(ຕາມການ ເກັບກຳນັບລ້າສຸດໃນ ເດືອນມິຖຸນາ 2019) ແມ່ນຢູ່ໃນຂັ້ນຕອນ ການສຶກສາ ແລະ
ຈະຮັບຮອງເອົາເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ທີ 9 ແລະ
10.

III. ກົນໄກການເຊື່ອມສານ ແລະ ຈັດຕັ້ງປະຕິບັດ ປພຍ: ການຊີ້ນຳ ແລະ ການຈັດຕັ້ງປະຕິບັດ ປພຍ ຈັດແບ່ງອອກ ເປັນ 3 ລະດັບດັ່ງນີ້:
- ຄະນະຊີ້ນໍາລະດັບຊາດເພື່ອການຈັດຕັ້ງປະຕິບັດ.
ປພຍ: ໂດຍມີ ປະທານປະເທດແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດແຕ່ງຕັ້ງໃຫ້ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ເປັນ ປະທານ ຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດ ປພຍ ລັດຖະດຳລັດສະບັບເລກທີ 206/ປປທ, ລົງວັນທີ 20
ກັນຍາ 2017.
ກ. ພາລະບົດບາດ: ໃນການຊີ້ນໍາລວມການປະສານງານ ແລະ ການຈັດຕັ້ງປະຕິບັດ ປພຍ ເພື່ອຮັບປະກັນ ໃຫ້ມີຄວາມກົມກຽວ
ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາ ຂອງກະຊວງຂະແໜງການ, ລວມທັງ ຕິດຕາມ
ແລະ ປະເມີນຜົນການຈັດຕັ້ງປະຕິບັດ, ມີບົດບາດຊີ້ນຳ ຢ່າງໃກ້ຊິດບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ທັງ
ສາຍຕັ້ງ ແລະ ສາຍຂວາງ ກ່ຽວກັບການ ກຳນົດບູລິມະສິດ ແລະ ເຊື່ອມສານ ປພຍ ເຂົ້າໃນແຜນແຫ່ງຊາດ ແລະ ແຜນພັດທະນາ
ຂອງກະຊວງ ແລະ ຂະແໜງການກ່ຽວຂ້ອງຕາມສະພາບເງື່ອນໄຂ ຕົວຈິງໃນແຕລະໄລຍະ, ມີພາລະບົດບາດໃນການລະດົມຂົນຂວາຍ
ການສະໜັບສະໜູນການຊ່ວຍເຫຼືອດ້ານເຕັກນິກວິຊາການ ແລະ ທຶນຮອນຈາກຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ,
ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ພາກສັງຄົມພົນລະເຮືອນ ແລະ ພາກເອກະຊົນທັງຢູ່ພາຍໃນ ແລະ
ຕ່າງປະເທດ.
ຂ. ກົນໄກ: ຄະນະຊີ້ນຳລະດັບຊາດຈະມີການຈັດກອງປະຊຸມ ຢ່າງໜ້ອຍ 1 ຄັ້ງຕໍ່ປີ, ໂດຍທ່ານລັດຖະມົນຕີ
ກະຊວງການຕ່າງປະເທດ, ຮອງປະທານ ແລະ ຜູ້ປະຈຳຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດ ປພຍ ເປັນປະທານຊີ້ນຳ
ແລະ ບັນຊາກອງ ປະຊູມ; ແລະ ຄະນະຊີ້ນໍາລະດັບຊາດ ແມ່ນຈັດກອງປະຊຸມທົບທວນ ຄືນທຸກໆ 3 ປີ ໂດຍ
ທ່ານນາຍົກລັດຖະມົນຕີ ເປັນປະທານ ຊີ້ນຳ ແລະ ບັນຊາກອງປະຊຸມ.
ກອງເລຂາຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດ ປພຍ: ກະຊວງການຕ່າງປະເທດ, ພະແນກ ເສດຖະກິດ-ສົງຄົມ
ຂອງອົງການ ສປຊ, ກົມອົງການຈັດຕັ້ງສາກົນ ແລະ ກະຊວງແຜນການ ແລະ ການລົງທຶນ, ກົມແຜນການ ແລະ
ສູນສະຖິຕິແຫ່ງຊາດ ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ກອງເລຂາຄະນະຊີ້ນໍາ ລະດັບຊາດ ເພື່ອ ຈັດຕັ້ງປະຕິບັດ ປພຍ -
ລັດຖະດຳລັດສະບັບເລກທີ 206/ປປທ.
ກ. ພາລະບົດບາດ: ກອງເລຂາຄະນະຊີ້ນຳລະດັບຊາດເພື່ອ ການຈັດຕັ້ງປະຕິບັດ ປພຍ ມີພາລະບົດບາດ ຫຼັກໃນການເປັນ
ເສນາທິການ ໃຫ້ແກ່ຄະນະຊີ້ນໍາລະດັບຊາດໃນການປະສານງານ ກັບບັນດາກະຊວງ ແລະ ອົງການທຽບເທົ່າກະຊວງ, ຕິດຕາມ
ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ, ສັງລວມ ແລະ ຮຽບຮຽງບົດລາຍງານກ່ຽວກັບ
ຄວາມຄືບໜ້າການຈັດຕັ້ງ ປະຕິບັດ ປພຍ ໃຫ້ຄະະຊີ້ນຳລະດັບຊາດ ແລະ ອົງການ ສປຊ, ເຜີຍແຜ່ໂຄສະນາ ແລະ
ສ້າງຄວາມເຂົ້າໃຈ ກ່ຽວກັບ ປພຍ ໃຫ້ ກະຊວງຂະແໜງການ ແລະ ສາທາລະນະຊົນຢູ່ສູນການ ແລະ ທ້ອງຖິ່ນ,
ລະດົມການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ, ກະກຽມ ຈັດກອງປະຊຸມຄະນະຊີ້ນຳ ລະດັບຊາດ ແລະ ຄະນະ ວິຊາການ
ແລະ ເຂົ້າຮ່ວມຕິດຕາມກອງປະຊູມພານໃນ, ພາກພື້ນ ແລະ ສາກົນ.
ຂ. ກົນໄກ: ມີສິດ ແລະ ໜ້າທີໃນການຈັດກອງປະຊຸມປະຈຳໄຕຼ ມາດ ແລະ ແຕ່ງຕັ້ງວິຊາການຈາກ ກະຊວງການຕ່າງປະເທດ
ແລະ ກະຊວງແຜນການ ແລະ ການລົງທຶນ ເພື່ອຊ່ວຍວຽກກອງເລຂາ ຕາມຄວາມ ເໝາະສົມ.
- ຈຸດປະສານງານ ປພຍ ຂອງແຕ່ລະກະຊວງ: ບັນດາຈຸດ ປະສານງານ ປພຍ ໃນແຕ່ລະກະຊວງ ແລະ ຂະແໜງການກໍ່ໄດ້
ຮັບການສ້າງຕັ້ງຂຶ້ນເຊັ່ນດຽວກັນເພື່ອ ເປັນເຈົ້າການໃນການນຳພາ ການຈັດຕັ້ງປະຕິບັດແຕ່ລະ ປພຍ,
ຮັບປະກັນການປະສານງານ ແລະ ຮ່ວມມື ພາຍໃນລັດຖະບານ (ຂໍ້ຕົກລົງຂອງກະຊວງການຕ່າງປະເທດ ເລກທີ 007518/ຕປທ,
ລົງວັນທີ 10 ຕຸລາ 2018 ວ່າ ດ້ວຍການແຕ່ງຕັ້ງຄະນະວິຊາການ ແລະ ກອງເລຂາເພື່ອຈັດຕັ້ງ ປະຕິບັດເປົ້າໝາຍ ປພຍ
ຢູ່ ສປປ ລາວ).

IV. ຜົນງານໃນໄລຍະທີ່ຜ່ານມາ:
2016 :- ສປປ ລາວ ຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງ ຢ່າງເປັນທາງການ.
2017 :
- ຄະນະຊີ້ນຳລະດັບຊາດເພື່ອການຈັດຕັ້ງປະຕິບັດ ປພຍ ໄດ້ຖືກ ສ້າງຕັ້ງຂື້ນ ໂດຍມີ ປະທານປະເທດແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດແຕ່ງຕັ້ງໃຫ້ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເປັນປະທານຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດ ປພຍ - ລັດຖະດຳລັດສະບັບເລກທີ 206/ປປທ, ລົງວັນທີ 20 ກັນຍາ 2017.
- ກອງເລຂາຄະນະຊີ້ນຳລະດັບຊາດເພື່ອຈັດຕັ້ງປະຕິບັດ ປພຍ ໄດ້ຖືກສ້າງຕັ້ງຂື້ນ ໂດຍ ກະຊວງການຕ່າງປະເທດ, ພະແນກ ເສດຖະກິດ-ສົງຄົມ ຂອງອົງການ ສປຊ, ກົມອົງການຈັດຕັ້ງສາກົນ ແລະ ກະຊວງແຜນການ ແລະ ການລົງທຶນ, ກົມແຜນການ ແລະ ສູນສະຖິຕິແຫ່ງຊາດ ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ກອງເລຂາຄະນະ ຊີ້ນຳ ລະດັບຊາດເພື່ອ ຈັດຕັ້ງປະຕິບັດ ປພຍ.
- ລັດຖະດຳລັດສະບັບເລກທີ 206/ປປທ, ລົງວັນທີ 20 ກັນຍາ 2017.
- ຈຸດປະສານງານ ປພຍ ຂອງແຕ່ລະກະຊວງ ໄດ້ຮັບການແຕ່ງຕັ້ງຂຶ້ນເຊັ່ນດຽວກັນເພື່ອ ເປັນເຈົ້າການ ໃນການນຳພາການຈັດຕັ້ງ ປະຕິບັດແຕ່ລະ ປພຍ, ຮັບປະກັນການປະສານງານ ແລະ ຮ່ວມມື ພາຍໃນລັດຖະບານ (ຂໍ້ຕົກລົງຂອງກະຊວງການຕ່າງປະເທດ ເລກທີ 007518/ຕປທ, ລົງວັນທີ 10 ຕຸລາ 2017 ວ່າດ້ວຍການ ແຕ່ງຕັ້ງຄະນະວິຊາການ ແລະ ກອງເລຂາເພື່ອຈັດຕັ້ງປະຕິບັດ ເປົ້າໝາຍ ປພຍ ຢູ່ ສປປ ລາວ).

- ໜັງສືແຈ້ງການຂອງລັດຖະມົນຕີກະຊວງການຕ່າງປະເທດ, ສະບັບເລກທີ 8703/ຕປທ, ລົງວັນທີ 30 ພະຈິກ 2017 ກ່ຽວກັບການແບ່ງປັນຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ປພຍ ໃຫ້ແຕ່ລະກະຊວງ ແລະ ຂແະໜງການທີ່ກ່ຽວຂ້ອງ.
2018 :
ສປປ ລາວ ໄດ້ສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ (National Voluntary Review) ເປັນຄັ້ງທໍາອິດໃນເດືອນ ກໍລະກົດ ປີ 2018 ຢູ່ ກອງປະຊຸມເວທີການເມືອງລະດັບສູງເພື່ອ ການພັດທະນາແບບຍືນຍົງ ທີ່ນີວຢອກ.
2019 :
ສະເພາະປີ 2019, ລັດຖະບານກໍໄດ້ຮັບຮອງການຮ່າງແຜນ ປະຕິບັດງານແຫ່ງຊາດເພື່ອການຈັດຕັ້ງປະຕິບັດວາລະປີ 2030 ເປົ້າໝາຍການພັດທະນາແບບຍືນຍົງ (National SDG Roadmap) ແລະ ແຜນດຳເນີນງານແຫ່ງຊາດເພື່ອການສື່ ສານ, ໂຄສະນາ ແລະ ເຜີຍແຜ່ ວາລະປີ 2030 ເປົ້າໝາຍການ ພັດທະນາແບບຍືນຍົງ (SDG Communication Work Plan).
- ນອກຈາກນັ້ນ, ຍັງໄດ້ມີການຣັບຮອງເອົາເອກະສານຕົວຊີ້ບອກ ປພຍ ຂອງແຕ່ລະກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ທັງໝົດ 238 ຕົວຊີ້ບອກ (ຕົວຊີ້ບອກຂອງສາກົນແມ່ນມີທັງໝົດ 231 ຕົວ). ສຳລັບຕົວຊີ້ບອກທີ່ຍັງເຫຼືອແມ່ນຢູ່ໃນຂັ້ນຕອນການ ສຶກສາ ແລະ ຈະສືບຕໍ່ຜັນຂະຫຍາຍເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ທີ IX ແລະ X, ເຊິ່ງນີ້ນັບວ່າເປັນບາດກ້າວທີ່ ສຳຄັນໃນການກຳນົດ, ຕິດຕາມ ແລະ ປະເມີນຜົນຄວາມຄືບໜ້າ ການຈັດຕັ້ງປະຕິບັດ ປພຍ ໃນອະນາຄົດ.
- ສໍາເລັດການສ້າງກາໝາຍ ປພຍ ແຫ່ງຊາດ ແລະ ຄຳຂວັນ Uwy (National SDG Logo and SDG Slogan Leaving No One Behind ແປເປັນພາສາລາວ ພວກເຮົາ ພ້ອມກັນກ້າວໄປ).
- ແຕ່ງຕັ້ງ ທ່ານ ອາຈານ ທອງດີ ພົມມະວົງສາ, ເປັນນັກໂຄສະນາ ແລະ ເຜີຍແຜ່ ປພຍ ແຫ່ງຊາດ ຢ່າງເປັນທາງການເພື່ອຊຸກຍູ້ ແລະ ສະໜັບສະໜູນ ວຽກງານການສື່ສານ, ໂຄສະນາ ແລະ ເຜີຍແຜ່ ປພຍ ຢູ່ ສປປ ລາວ.
ທ່ານ ອາຈານ ທອງດີ ພົມມະວົງສາ, ເປັນນັກໂຄສະນາ ແລະ ເຜີຍແຜ່ ປພຍ ແຫ່ງຊາດ.
ທີ່ມີຄວາມຫລົງໄຫລ ແລະ ມີປະສົບການຫລາຍປີໃນການເວົ້າ ຕໍ່ໜ້າມວນຊົນ, ການໂຄສະນາປ່ຽນແປງພຶດຕິກຳ ແລະ ການ ພັດທະນາສົງຄົມ. ມີປະສົບການຫຼາຍກວ່າ 20 ປີໃນການເຮັດວຽກ ຈາກຊຸມຊົນໄປເຖິງຜູ້ຕັດສິນໃຈດ້ານນະໂຍບາຍ ຮ່ວມກັບອົງການ ສາກົນ, ສະຫະປະຊາຊາດ, ພາກລັດ ແລະ ເອກະຊົນ. ເພິ່ນຮຽນ ຈົບປະລິນຍາໂທສາຂາ ການພັດທະນາສັງຄົມ, ປະລິນຍາຕຣີ ເສດຖະສາດ. ປະຈຸບັນເພິ່ນເປັນ ອຳນວຍການສູນຝຶກອົບຮົມທັກ ສະ ແລະ ເປັນຜູ້ກໍ່ຕັ້ງສະໂມສອນ ເຈົ້າເວົ້າໄດ້ ບ່ອນຝຶກນັກເວົ້າ ແລະ ນັກໂຄສະນາປະຊາສຳພັນ. ໄດ້ຮັບການແຕ່ງຕັ້ງຈາກຄະນະ ກອງເລຂາ ປພຍ ເປັນ ນັກໂຄສະນາເຜີຍແຜ່ ປພຍ ແຫ່ງຊາດຄົນ ທຳອິດ.

2020 :
- ຕ້ອນຮັບການມາຢ້ຽມຢາມຢ່າງເປັນທາງການຂອງ ທ່ານ ສາສະດາຈານ ເຈຟຟີ ແຊັກ (Jeffrey SACHS), ຫົວໜ້າ ເຄືອຂ່າຍການແກ້ໄຂບັນຫາ ເພື່ອການພັດທະນາແບບຍືນຍົງ, ນັກ ເຜີຍແຜ່ໂຄສະນາ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ), ສາສະດາຈານປະຈຳມະຫາວິທະຍາໄລ ແລະ ຫົວໜ້າສູນຄົ້ນຄ້ວາ ເພື່ອການພັດທະນາແບບຍືນຍົງ ທີ່ ມະຫາວິທະຍາໄລ ໂຄລຳເບຍ, ນິວຢອກ, ສະຫະລັດອາເມລິກາ, ໃນລະຫວ່າງວັນທີ 06-07 ມັງກອນ 2020, ທີ່ນະຄອນຫຼວງວຽງຈັນ.
- ຈັດກອງປະຊຸມປະຈຳປີ ຂອງຄະນະຈຸດປະສານງານ ແລະ ກອງເລຂາ ປພຍ ແຫ່ງຊາດ, ໃນວັນທີ 12 ມິຖຸນາ 2020, ທີ່ ນະຄອນຫຼວງຈັນ.
- ຈັດກອງປະຊຸມເຜີຍແຜ່ເປົ້າໝາຍການພັດທະນາແບບຍືນ ຍົງ ໃຫ້ແກ່ ບັນດາອົງການຈັດຕັ້ງທາງສັງຄົມ ແລະ ອົງການ ຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຢູ່ ສປປ ລາວ, ໃນວັນທີ 03 ກໍລະກົດ 2020, ທີ່ ນະຄອນຫຼວງວຽງຈັນ.
- ຈັດກອງປະຊຸມທົບທວນຄືນ 3 ປີ ຂອງຄະນະຊີ້ນໍາລະດັດ ຊາດເພື່ອຈັດຕັ້ງປະຕິບັດ ປພຍ, ໃນວັນທີ 15 ມິຖຸນາ 2020, ທີ່ ນະຄອນຫຼວງຈັນ, ໂດຍ ພາຍໃຕ້ກການເປັນປະທານຂອງ ທ່ານ ນາຍົກລັດຖະມົນຕີ.
- ເປີດໂຕນຳໃຊ້ SDG Mobile Application ຢ່າງເປັນ ທາງການ.
- ຈັດກອງປະຊຸມເຜີຍແຜ່ເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ແກ່ພາກເອກະຊົນ ແລະ ຫົວໜ່ວຍທຸລະກິດ ຢູ່ ສປປ ລາວ, ໃນ ວັນທີ 28 ສິງຫາ 2020, ທີ່ ນະຄອນຫຼວງວຽງຈັນ.
- ລົງເຜີຍແຜ່ ປພຍ ໃຫ້ບັນດາແຂວງພາກກາງ, ວັນທີ 06 ສິງຫາ 2020 ແລະ ບັນດາແຂວງພາກເໜືອ, ວັນທີ 20 ສິງຫາ 2020 ແລະ ບັນດາແຂວງພາກໃຕ້, ວັນທີ 15-17 ຕຸລາ 2020.
- ຈັດກອງປະຊຸມເຜີຍແຜ່ເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ແກ່ ບັນດາເຄືອຂ່າຍ ອົງການ ສປຊ ແລະ ຄູ່ຮ່ວມພັດທະນາ ຢູ່ ສປປ ລາວ, ວັນທີ 13 ຕຸລາ 2020.
- ຈັດເຜີຍແຜ່ ໃຫ້ບັນດາກະຊວງ ແລະ ອົງການລັດທຽບເທົ່າ ກະຊວງ: ກະຊວງປ້ອງກັນຄວາມສະຫງົບ, ສູນກາງສະຫະພັນ ກຳມະບານລາວ, ມະຫາວິທະຍາໄລແຫ່ງຊາດ ແລະ ໂຮງຮຽນ ມສ ວຽງຈັນ.
UP-COMING PLAN
- ລົງເກັບກຳຂໍ້ມູນ ເພື່ອກະກຽມຮ່າງບົດລາຍງານແຫ່ງຊາດແບບ ສະໝັກໃຈສະບັບທີ 2 ຂອງ ສປປ ລາວ ທີ່ ຈະນໍາສະເໜີໃນປີ 2021.
- ສືບຕໍ່ສົ່ງເສີມການມີສ່ວນຮ່ວມຂອງສັງຄົມ ໂດຍສະເພາະ engagement with the National Assembly at both central, provincial and district level.

