ຄວາມເປັນມາ

ກອງປະຊຸມສຸດຍອດວ່າດ້ວຍການພັດທະນາແບບຍືນຍົງ ໃນວັນທີ 25 ກັນຍາ 2015, ບັນດາສະມາຊິກ ອົງການສະຫະປະຊາຊາດ (ສປຊ) ໄດ້ຮັບຮອງເອົາວາລະ 2030 ເພື່ອການພັດທະນາແບບຍືນຍົງ ເຊິ່ງປະກອບມີ 17 ເປົ້າໝາຍ.

ເປົ້າໝາຍການພັດທະນາແບບຍືນຍົງ ຖືກສ້າງຂຶ້ນໂດຍອີງໃສ່ ເປົ້າໝາຍສະຫັດສະຫວັດດ້ານການພັດທະນາ ຈໍານວນ 8 ເປົ້າໝາຍ ໃນການແກ້ໄຂຄວາມທຸກຍາກ ເຊິ່ງບັນດາປະເທດໃນໂລກໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະຕ້ອງບັນລຸເປົ້າໝາຍດັ່ງກ່າວພາຍໃນ ປີ 2015. ການຈັດຕັ້ງປະຕິບັດ ເປົ້າໝາຍສະຫັດສະຫວັດດ້ານການພັດທະນາ ມີຄວາມຄືບໜ້າຢ່າງຫຼວງຫຼາຍ, ເຊິ່ງສະແດງເຖິງຄຸນຄ່າຂອງການມີວາລະທີ່ເປັນເອກະພາບກັນ ໂດຍມີເປົ້າໝາຍ ແລະ ຄວາມຄາດໝາຍທີ່ແນ່ນອນ. ເຖິງແມ່ນວ່າຈະມີຄວາມຄືບໜ້າຫຼາຍດ້ານກໍຕາມ, ແຕ່ຄວາມທຸກຍາກຍັງບໍ່ທັນສາມາດແກ້ໄຂໄດ້ສໍາລັບໝົດທຸກຄົນ. ເປົ້າໝາຍການພັດທະນາແບບຍືນຍົງ ແມ່ນຈະສືບຕໍ່ວຽກງານຂອງ ເປົ້າໝາຍສະຫັດສະຫວັດດ້ານການພັດທະນາ ແລະ ຮັບປະກັນວ່າຈະບໍ່ມີຜູ້ໃດຖືກປະປ່ອຍໄວ້ເບື້ອງຫຼັງຂອງການພັດທະນາ. ເປົ້າໝາຍດັ່ງກ່າວຈະເປັນແນວທາງສໍາລັບການກໍານົດນະໂຍບາຍ ແລະ ການສະໜອງທຶນສໍາລັບ 15 ປີ ຕ່ໍໜ້າ, ເຊິ່ງເປັນການເລີ່ມຕົ້ນດ້ວຍຄໍາໝັ້ນສັນຍາຄັ້ງປະຫວັດສາດໃນການລຶບລ້າງຄວາມທຸກຍາກໃນທົ່ວໂລກຢ່າງຖາວອນ.

ວາລະການພັດທະນາໃໝ່ນີ້ແມ່ນຈັດຕັ້ງປະຕິບັດໃນທຸກປະເທດ, ສົ່ງເສີມໃຫ້ສັງຄົມມີຄວາມສະຫງົບ ແລະ ກວມລວມ, ສ້າງວຽກເຮັດງານທໍາທີ່ດີກວ່າ ແລະ ແກ້ໄຂບັນດາສິ່ງທ້າທາຍດ້ານສິ່ງແວດລ້ອມໃນຍຸກຂອງພວກເຮົາ, ໂດຍສະເພາະແມ່ນການປ່ຽນແປງດິນຟ້າອາກາດ. ບັນດາຜູ້ນໍາໂລກ ໄດ້ຮັບຮອງເອົາສັນຍາ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ໃນກອງປະຊຸມກ່ຽວກັບການປ່ຽນແປງດິນຟ້າອາກາດ ຢູ່ນະຄອນຫຼວງປາຣີ.

ນອກຈາກ 17 ເປົ້າໝາຍຂອງສາກົນ, ລັດຖະບານແຫ່ງ ສປປ ລາວ ໄດ້ຕົກລົງຮັບຮອງເອົາ ເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ເພື່ອຫຼຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກ ໃນການພັດທະນາຂອງປະເທດ. ເປົ້າໝາຍການພັດທະນາແບບຍືນຍົງທີ 18 ນີ້ ໄດ້ຮັບການປະກາດຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ບັນ ກີ ມູນ, ອະດີດເລຂາທິການໃຫຍ່ ຂອງ ອົງການ ສປຊ ໃນ ເດືອນກັນຍາ ປີ 2016.