Info Image 7

ຮັບປະກັນການເຂົ້າເຖິງພະລັງງານທີ່ທັນສະໄໝ, ຍືນຍົງ, ເຊື່ອຖືໄດ້ ແລະ ລາຄາບໍ່ແພງສຳລັບໝົດທຸກຄົນ

7.1.1 ​ເປີ​ເຊັນ ຂອງຄົວເຮືອນທີ່ສາມາດເຂົ້າເຖິງໄຟຟ້າໃນທຸກຮູບແບບ​ທຽບກັບຈໍານວນຄົວເຮືອນທັງໝົດ:
- ເຂດຊົນ​ນະ​ບົດ.
- ​ເຂດຕົວ​ເມືອງ.

7.1.2 ເປີເຊັນ ຂອງຄົວເຮືອນທີ່ອີງໃສ່ເຊື້ອໄຟ ແລະ ເຕັກໂນໂລຊິສະອາດເປັນຫຼັກໃນການດໍາລົງຊີວິດ ທຽບກັບຈໍານວນຄົວເຮືອນທັງໝົດ.

7.1.3 ເປີ​ເຊັນ ຂອງ​ຄົວ​ເຮືອນ ທີ່​ໄດ້​ນຳ​ໃຊ້​​ພະ​ລັງ​ງານ​ໄຟ​ຟ້າ ຈາກ ຕາ​ຂ່າຍ​ໄຟ້​ຟ້າ ແຫ່ງ​ຊາດທຽບກັບຈໍານວນຄົວເຮືອນທັງໝົດ.
- ຈຳ​ນວນ​ທັງ​ໝົດ:
- ເຂດ​ຊົນ​ນະ​ບົດ ທີ່​ບໍ່​ມີ​ຖະ​ໜົນ​ຫົນ​ທາງ.
- ເຂດ​ຊົນ​ນະ​ບົດ​ ທີ່​ມີ​ຖະ​ໜົນ​ຫົນ​ທາງ.
- ເຂດ​ຕົວ​ເມືອງ.

7.2.1 ອັດຕາສ່ວນພະລັງງານທົດແທນທັງໝົດ ທຽບໃສ່ການຊົມໃຊ້ພະລັງງານທັງໝົດ.

7.3.1 ລະດັບຄວາມເຂັ້ມຂອງພະລັງງານຕົ້ນຕໍ (ອັດ​ຕາ​ສ່ວນ ​ລະ​ຫວ່າງ​ການສະໜອງພະ​ລັງ​ງານ ແລະ ລວມຍອດ​ຜະ​ລິດຕະພັນ​ພາຍ​ໃນ) (MJ/US$ 2005 PPP).

7.ຂ.1 ການ​ລົງ​ທຶ​ນ​ໃນ​ຂະ​ແໜງ​ພະ​ລັງ​ງານ​ທີ່​ມີ​ປະ​ສິດ​ທິ​ພາບທຽບກັບ GDP ແລະ ປະ​ລິ​ມານ​ການ​ລົງ​ທື​ນ​ຂ​ອງ​ຕ່າງ​ປະ​ເທ​ດ​ເຂົ້າ​ໃນ​ວຽກ​ງ​າ​ນ​ພື້​ນ​ຖານ​ໂຄງ​ລ່າງ ແລະ ເທັ​ກ​ໂນ​ໂລ​ຊີຜ່ານ​ການ​ໂອນ​ເງິນ​ເພື່ອ​ການ​ພັດ​ທ​ະ​ນາຍືນຍົງ.

7.1 ພາຍໃນປີ 2030, ຮັບປະກັນການເຂົ້າເຖິງການບໍລິການດ້ານພະລັງງານທີ່ລາຄາບໍ່ແພງ, , ເຊື່ອຖືໄດ້ ແລະ ທັນສະໄໝຢ່າງທົ່ວເຖິງ.

7.2 ພາຍໃນປີ 2030, ເພີ່ມທະວີອັດຕາສ່ວນຂອງການນໍາໃຊ້ພະລັງງານທົດແທນໃນພະລັງງານທັງໝົດໃນທົ່ວໂລກໃຫ້ຫຼາຍຂຶ້ນ.

7.3 ພາຍໃນປີ 2030, ເພີ່ມອັດຕາການປັບປຸງປະສິດທິພາບຂອງພະລັງງານໃນທົ່ວໂລກໃຫ້ໄດ້ສອງເທົ່າ.

7.ຂ. ພາຍໃນປີ 2030, ເສີມຂະຫຍາຍພື້ນຖານໂຄງລ່າງ ແລະ ຍົກລະດັບເຕັກໂນໂລຊິ ເພື່ອສະໜອງການບໍລິການພະລັງງານທີ່ທັນສະໄໝ ແລະ ຍືນຍົງ ໃຫ້ແກ່ປະເທດກໍາລັງພັດທະນາທັງໝົດ, ໂດຍສະເພາະປະເທດດ້ອຍພັດທະນາ, ປະເທດເກາະດອນນ້ອຍກໍາລັງພັດທະນາ ແລະ ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ, ໂດຍສອດຄ່ອງກັບແຜນງານສະໜັບສະໜູນຂອງແຕ່ລະປະເທດ.