
ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງເພື່ອການພັດທະນາແຫ່ງຊາດ

18.1.1 ຈຳນວນຜູ້ບາດເຈັບ ແລະ ເສຍຊີວິດຈາກ ລບຕ ແຍກຕາມກຸ່ມອາຍຸ ແລະ ເພດ.
18.1.2 ເປີເຊັນ ຂອງປະຊາກອນຢູ່ໃນບ້ານທີ່ໄດ້ຮັບຜົນກະທົບຈາກ ລບຕ ແຍກຕາມກຸ່ມອາຍຸ, ເພດ ແລະ ຄົນພິການທຽບກັບຈໍານວນປະຊາກອນທັງໝົດ.
18.2.1 ເປີເຊັນ ພື້ນທີ່ທີ່ມີລະເບີດຕົກຄ້າງສູງທີ່ຕ້ອງໄດ້ກວດກູ້ທຽບກັບພື້ນທີ່ ລບຕ ທັງໝົດ ແຍກຕາມບ້ານທຸກຍາກ.
18.2.2 ຈຳນວນບ້ານທຸກຍາກທີ່ຍັງເຫຼືອທີ່ກຳນົດເປັນບ້ານທີ່ມີ ລະເບີດຕົກຄ້າງສູງໄດ້ຮັບການກວດກູ້.
18.3.1 ສັດສ່ວນຂອງຈໍານວນຜູ້ລອດຊີວິດຈາກ ລບຕ ທີ່ຍັງຢູ່ໃນເກນອາຍຸທີ່ສາມາດທຳມາຫາກິນໄດ້ ແຕ່ບໍ່ສາມາດສ້າງລາຍຮັບຂັ້ນພື້ນຖານຢ່າງພຽງພໍ ສາມາດເຂົ້າເຖິງລາຍຮັບຂັ້ນພື້ນຖານໄດ້/ ເປີເຊັນຂອງຜູ້ລອດຊີວິດຈາກ ລບຕ ໃນລະບົບ ແລະ ບໍ່ສາມາດສ້າງລາຍຮັບທີ່ພຽງພໍໃນການເຂົ້າເຖິງລາຍຮັບຂັ້ນພື້ນຖານໄດ້.
18.3.2 ເປີເຊັນ ຂອງຈໍານວນຜູ້ລອດຊີວິດ ແລະ ຜູ້ຖືກເຄາະຮ້າຍຈາກ ລບຕ ທີ່ຖືກເຊື່ອມສານເຂົ້າໃນລະບົບການປີ່ນປົວ ສຸຂະພາບ, ການສຶກສາ ແລະ ການຈ້າງງານທຽບກັບຈໍານວນຜູ້ລອດຊີວິດທັງໝົດ.
18.1 ພາຍໃນປີ 2030, ຮັບປະກັນໃຫ້ຈໍານວນຜູ້ຖືກບາດເຈັບ ແລະ ເສຍຊີວິດຈາກລະເບີດບໍ່ທັນແຕກໃນແຕ່ລະປີຫຼຸດລົງເທື່ອລະກ້າວ ຈົນຮອດຈຸດຕໍ່າສຸດ.
18.2 ພານຍໃນປີ 2030, ຮັບປະກັນໃຫ້ສໍາເລັດການກວດກູ້ລະເບີດບໍ່ທັນແຕກຕົກຄ້າງຢູບັນດາພື້ນທີ່ບູລິມະສິດພັດທະນາ ແລະ ບັນດາບ້ານທີ່ທຸກຍາກ.
18.3 ພາຍໃນປີ 2030, ຮັບປະກັນໃຫ້ຜູ້ລອດຊີວິດຈາກລະເບີດບໍ່ທັນແຕກທັງໝົດ ໄດ້ຮັບການຊ່ວຍເຫຼືອທາງດ້ານການປີ່ນປົວ, ຟື້ນຟູສຸຂະພາບ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກຈາກລະເບີດບໍ່ທັນແຕກທີ່ທຸກຍາກ ໄດ້ຮັບການປະກອບອາຊີບ.