
ລຶບລ້າງຄວາມອຶດຫິວ, ບັນລຸການຄ້ຳປະກັນ ຂອງສະບຽງອາຫານ ແລະ ປັບປຸງດ້ານໂພຊະນາການ ແລະ ສົ່ງເສີມການກະສິກໍາແບບຍືນຍົງ

2.1.1 ເປີເຊັນ ຂອງປະຊາກອນ ທີ່ຂາດສານອາຫານ ທຽບກັບປະຊາກອນທັງໝົດ.
2.1.2 ເປີເຊັນ ຂອງປະຊາກອນທີ່ບໍ່ສາມາດຄໍ້າປະກັນຄວາມພຽງພໍຂອງອາຫານ ໃນລະດັບຮ້າຍແຮງ ຫຼື ປານກາງທຽບກັບປະຊາກອນທັງໝົດ, ໂດຍອີງຕາມການຄິດໄລ່ລະດັບການປະສົບຄວາມບໍ່ໝັ້ນຄົງທາງອາຫານ (FIES).
2.1.3 ເປີເຊັນ ຂອງປະຊາກອນ ບໍລິໂພກສານອາຫານຕໍ່າກວ່າ ຄວາມຕ້ອງການພະລັງງານຂັ້ນຕໍ່າຂອງຮ່າງກາຍ 2100 ກະລໍຣີ ຕໍ່ມື້ ຕໍ່ ຄົນ (ເສັ້ນຄວາມທຸກຍາກດ້ານສານອາຫານ ທີ່ໄດ້ກໍານົດໄວ້ໂດຍລັດຖະບານ).
2.1.4 ຜົນຜະລິດສະບຽງອາຫານ (ໂຕນ):
- ເຂົ້າ.
- ສາລີຫວານ.
- ຜັກ.
- ຊີ້ນ ແລະ ປາ.
2.2.1 ເປີເຊັນ ເດັກອາຍຸຕ່ຳກ່ວາ 5 ປີ ທິ່ ຂາດອາຫານຊໍາເຮື້ອທຽບກັບ ເດັກອາຍຸຕ່ຳກ່ວາ 5 ປີທັງໝົດ (ຄວາມສູງຕໍ່າກວ່າຄ່າກາງທີ່ກຳນົດໂດຍ ອົງການອະນາໄມ ໂລກ ກ່ຽວກັບມາດຕະຖານການຈະເລີນເຕີບໂຕຂອງເດັກນ້ອຍ ໂດຍມາດຕະຖານຄ່າຄວາມຕ່າງ (ຕາມແຕ່ລະເກນອາຍຸ) (ລວງສູງຕ່າກວ່າມາດຕະຖານ = ເຕ້ຍ).
2.2.1.ກ ເປີເຊັນ ເດັກອາຍຸຕ່ຳກ່ວາ 2 ປີ ທິ່ຂາດອາຫານຊໍາເຮື້ອທຽບກັບເດັກອາຍຸຕ່ຳກ່ວາ2 ປີ ທັງໝົດ.
2.2.3 ເປີເຊັນ ເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ທີ່ຈ່ອຍກວ່າມາດຕະຖານຕາມແຕ່ລະເກນອາຍຸ ທຽບກັບເດັກນ້ອຍ ອາຍຸຕ່ຳກວ່າ 5 ປີທັງໝົດ (ນໍ້າໜັກ (ຕາມແຕ່ລະລະດັບຄວາມສູງ) ຕໍ່າກ່ວາຄ່າກາງທີ່ກຳນົດໂດຍ ອົງການອະນາໄມ ໂລກ ກ່ຽວກັບມາດຕະຖານການຈະເລີນເຕີບໂຕຂອງເດັກນ້ອຍ ໂດຍມາດຕະຖານຄ່າຄວາມຕ່າງຕາມແຕ່ລະເກນອາຍຸ) ໂດຍແຍກຕາມເພດ, ແຂວງ, ແລະ ຊົນເຜົ່າ.
2.2.4 ອັດຕາສ່ວນ ຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີ ທີ່ມີນ້ຳໜັກເກີນມາດຕະຖານຕາມແຕ່ລະເກນອາຍຸ ທຽບກັບ ເດັກນ້ອຍ ອາຍຸຕ່ຳກວ່າ 5 ປີທັງໝົດ (ນໍ້າໜັກ (ຕາມແຕ່ລະລະດັບຄວາມສູງ) ຕໍ່າກ່ວາຄ່າກາງທີ່ກຳນົດໂດຍ ອົງການອະນາໄມ ໂລກ ກ່ຽວກັບມາດຕະຖານການຈະເລີນເຕີບໂຕຂອງເດັກນ້ອຍ ໂດຍມາດຕະຖານຄ່າຄວາມຕ່າງຕາມແຕ່ລະເກນອາຍຸ) ໂດຍແຍກຕາມເພດ, ແຂວງ, ແລະ ຊົນເຜົ່າ.
2.3.1 ມູນຄ່າເພີ່ມໃນຂະແໜງກະສິກໍາ ຕໍ່ ໜຶ່ງຫົວໜ່ວຍແຮງງານ (ຕົວຊີ້ວັດໃກ້ຄຽງ ເພື່ອວັດແທກປະສິດທິພາບການຜະລິດກະສິກຳ) US$.
2.ກ.1 ອັດຕາສ່ວນຂອງລາຍຈ່າຍ ຂອງລັດໃນຂະແໜງກະສິກຳ , ເຊິ່ງ ຂະແໜງກະສິກຳປະກອບມີ ການປູກພືດ, ການລ້ຽງສັດ, ການລ້ຽງປາ, ຜະລິດຕະພັນເຄື່ອງປ່າຂອງດົງ ແລະ ຂະແໜງການລ່າສັດ.
2.ກ.2 ມູນຄ່າທຶນຊ່ວຍເຫຼືອຈາກຕ່າງປະເທດທັງໝົດ (ທຶນຊ່ວຍເຫຼືອລ້າເພື່ອການພັດທະນາ ແລະ ທຶນຊ່ວຍເຫຼືອອື່ນໆ) ໃນຂະແໜງກະສິກຳ US$.
2.ຄ.1 ລາຍການລາຄາສະບຽງອາຫານທີ່ມີຢູ່.
2.1 ພາຍໃນປີ 2030, ລຶບລ້າງຄວາມອຶດຫິວ ແລະ ຮັບປະກັນໃຫ້ໝົດທຸກຄົນ ໂດຍສະເພາະຄົນທຸກຍາກ ແລະ ຜູ້ທີ່ມີຄວາມສ່ຽງ, ລວມທັງແອນ້ອຍ ສາມາດເຂົ້າເຖິງສະບຽງອາຫານທີ່ປອດໄພ, ມີໂພຊະນາການ ແລະ ພຽງພໍຕະຫຼອດປີ.
2.2 ພາຍໃນປີ 2030, ລຶບລ້າງການຂາດສານອາຫານທຸກຮູບແບບ, ລວມທັງບັນລຸໃຫ້ໄດ້ພາຍໃນປີ 2025 ຄາດໝາຍທີ່ສາກົນໄດ້ຮັບຮອງ ກ່ຽວກັບອັດຕາສ່ວນເດັກອາຍຸຕ່ຳກ່ວາ 5 ປີ ທີ່ເຕ້ຍ ແລະ ຈ່ອຍຜອມກວ່າມາດຕະຖານ ແລະ ແກ້ໄຂຄວາມຕ້ອງການດ້ານໂພຊະນາການໃນກຸ່ມເດັກຍິງ, ຜູ້ຍິງຖືພາ ແລະ ແມ່ທີ່ຍັງໃຫ້ນົມລູກ ແລະ ຜູ້ສູງອາຍຸ.
2.3 ພາຍໃນປີ 2030, ເພີ່ມສະມັດຕະພາບການຜະລິດກະສິກຳ ແລະ ລາຍຮັບຂອງຜູ້ຜະລິດສະບຽງອາຫານຂະໜາດນ້ອຍ ໂດຍສະເພາະແມ່ຍິງ, ຄົນຊົນເຜົ່າ, ຄອບຄົວຊາວໄຮ່ນາ, ຄົນລ້ຽງສັດ ແລະ ຊາວປະມົງ ໃຫ້ໄດ້ ສອງເທົ່າ, ລວມທັງມີສິດສະເໝີພາບໃນການເຂົ້າເຖິງທີ່ດິນ, ຊັບພະຍາກອນ ແລະ ວັດຖຸດິບໃນການຜະລິດ, ຄວາມຮູ້, ການບໍລິການດ້ານການເງິນ, ຕະຫຼາດ ແລະ ກາລະໂອກາດສຳລັບການເຮັດວຽກທີ່ມີການເພີ່ມມູນຄ່າ ແລະ ການເຮັດວຽກທີ່ບໍ່ແມ່ນກະສິກຳ.
2.ກ. ເພີ່ມການລົງທຶນ ລວມທັງຜ່ານການເພີ່ມທະວີການຮ່ວມມືກັບສາກົນ ໃນວຽກງານພັດທະນາພື້ນຖານໂຄງລ່າງໃນເຂດຊົນນະບົດ, ສູນຄົ້ນຄວ້າ ແລະ ການບໍລິການສົ່ງເສີມກະສິກຳ, ການພັດທະນາເຕັກໂນໂລຢີ ແລະ ສະຖານທີເກັບຮັກສາພັນທຸກຳພືດ ແລະ ສັດລ້ຽງ ເພື່ອເພີ່ມທະວີຂີດຄວາມສາມາດໃນການຜະລິດກະສິກໍາ ຢູ່ປະເທດກໍາລັງພັດທະນາ, ໂດຍສະເພາະປະເທດດ້ອຍພັດທະນາ.
2.ຄ. ນໍາໃຊ້ມາດຕະການຕ່າງໆ ເພື່ອຮັບປະກັນການເຮັດໜ້າທີ່ທີ່ເໝາະສົມ ຂອງຕະຫລາດສິນຄ້າສະບຽງອາຫານ ແລະ ການອໍານວຍຄວາມສະດວກໃຫ້ແກ່ການເຂົ້າເຖິງຂໍ້ມູນກ່ຽວກັບຕະຫຼາດຢ່າງທັນການ ລວມທັງຄັງສໍາຮອງສະບຽງອາຫານ, ເພື່ອຊ່ວຍໃນການຈໍາກັດບໍ່ໃຫ້ມີການເໜັງຕີງຂອງລາຄາສະບຽງອາຫານຫຼາຍເກີນໄປ.