Info Image 5

ບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງທຸກຄົນ

5.1.1 ມີຂອບນິຕິກໍາທີ່ ສົ່ງເສີມ, ປະຕິບັດ ແລະ ຕິດຕາມ ຄວາມສະເໝີພາບຍິງ-ຊາຍ ແລະ ການບໍ່ຈໍາແນກລະຫວ່າງ ແມ່ຍິງ ແລະ ເດັກຍິງ ຫຼື ບໍ່.

5.1.2 ມີກົນໄກຈັດຕັ້ງປະຕິບັດ, ບັງຄັບໃຊ້ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດຂອບແຜນງານທາງກົດໝາຍ ໃນແຕ່ລະຂະແໜງຂອງກົດໝາຍ ຫຼື ບໍ່.

5.2.1 ອັດຕາແມ່ຍິງ 15-49 ປີທີ່ຖືກຄວາມຮຸນແຮງທາງຮ່າງກາຍ ແລະ ຫຼື ທາງເພດຈາກຄູ່ຮັກ ພາຍໃນ12ເດືອນທີ່ຜ່ານມາ ໂດຍແບ່ງເປັນປະເພດຂອງຄວາມຮຸນແຮງທາງຮ່າງກາຍ ແລະ ອາຍຸ.

5.2.2 ອັດ​ຕາ​ສ່ວນ​ຂອງ​ແມ່​ຍິງ ແລະ ເດັກຍິງ ອາ​ຍຸ​ແຕ່ 15 ປີ ຂຶ້ນ​ໄປທີ່​ເຄີຍທີ່​ຖືກຄວາມຮຸນແຮງທາງຮ່​າງ​ກາຍ, ທາ​ງ​ເພດ, ທາງຈິດໃຈ ໂດຍບຸກ​ຄົນ​ອື່ນທີ່ບໍ່​ແມ່ນ​ຄົນຮັກ​ຂອງ​ຕົນ​ເອງ ທີ່ເຂົ້າເຖິງການ​ບໍ​ລິ​ການ​ (ສາທາລະນະສຸກ, ດ້ານສັງຄົມ ແລະ ຍຸຕິທໍາ).

5.2.3 ສັດ​ສ່ວນ​ຜູ້​ຍິງ​ອາ​ຍຸ 15 ​ທີ່ມີ​ຄູ່ຮັກ ທີ່​ຖືກຄວາມຮຸນແຮງທາງຮ່​າງ​ກາຍ, ທາ​ງ​ເພດ, ທາງຈິດໃຈ ໂດຍບຸກ​ຄົນ​ອື່ນທີ່ບໍ່​ແມ່ນ​ສາ​ມີ​ຂອງ​ຕົນ​ເອງ ທີ່ເຂົ້າເຖິງການ​ບໍ​ລິ​ການ​ ( ສາທາລະນະສຸກ, ດ້ານສັງຄົມ ແລະ ຍຸຕິທໍາ).

5.2.4 ອັດ​ຕາ​ສ່ວນ​ຂອງ​ແມ່​ຍິງ ແລະ ເດັກຍິງ ອາ​ຍຸ​ແຕ່ 15 ປີ ຂຶ້ນ​ໄປທີ່​​ຖືກຄວາມຮຸນແຮງທາງຮ່​າງ​ກາຍ, ທາ​ງ​ເພດ, ທາງຈິດໃຈ ທີ່ໄດ້ຮັບບໍລິການ ມີຄວາມພໍໃຈການ​ບໍ​ລິ​ການ​ (ສາທາລະນະສຸກ, ດ້ານສັງຄົມ ແລະ ຍຸຕິທໍາ).

5.3.1 ເປີເຊັນ ຂ​ອງ​ແມ່​ຍິງ​ອາຍຸ 20 -24 ປີ ແຕ່ງ​ດອງ​ ຫຼື ດໍາລົງຊີວິດຮ່ວມກັນ ກ່ອນ​ອາ​ຍຸ15 ປີ ແລະ ກ່ອນ​ອາ​ຍຸ18ປີ ທຽບກັບຈໍານວນແມ່ຍິງແຕ່ງດອງທັງໝົດ.

5.3.3 ເປີ​ເຊັນ ຂອງແມ່ຍິງໄວໜຸ່ມອາຍຸ 18ລົງມາ ທີ່ຖືພາ ທຽບກັບແມ່ຍິງ​ຖື​ພາ​ທັງ​ໝົດ.

5.3.4 ເປີເຊັນ ຂອງ​ແມ່​ຍິງ ອາ​ຍຸ 15-49 ປີ ທີ່ເກີດລູກກ່ອນ:
- ອາ​ຍຸ 15 ປີ.
- ອາ​ຍຸ 18 ປີ.
ເປີເຊັນ ຂອງ​ແມ່​ຍິງ ອາ​ຍຸລະ​ຫວ່າງ 20-24 ປີ ທີ່ເກີດລູກ​ກ່ອນ:
- ອາ​ຍຸ 15 ປີ.
- ອາ​ຍຸ 18 ປີ.
ທຽບກັບຈຳນວນແມ່ຍິງທັງໝົດຕາມຫວ່າງອາຍຸນັ້ນໆ.

5.4.1 ເປີເຊັນ ເວລາທີ່ໃຊ້ໃນການເຮັດວຽກທີ່ບໍ່ໄດ້ຮັບຄ່າຈ້າງທຽບກັບເວລາທັງໝົດ (ໃນມື້):
- ເພດຍິງ.
- ເພດຊາຍ.

5.5.1 ເປີເຊັນຂອງແມ່ຍິ່ງ ທີ່ດຳລົງຕຳແໜ່ງໃນສະພາແຫ່ງຊາດທຽບກັບສະມາຊິກທັງໝົດ.
- ລະດັບຊາດ.
- ລະດັບແຂວງ.

5.5.2 ເປີເຊັນ ຂອງ​ແມ່​ຍິງ ທີ່​​ຢູ່ໃນຕໍາແໜ່ງນໍາພາ/ຕັດສິນບັນຫາ (ທາງ​​ດ້ານການ​ເມືອງ/ທາງ​ດ້ານເສດ​ຖະ​ກິດ​ ແລະ ຊີ​ວິດ​ການ​ເປັນ​ຢູ່​ໃນສັງ​ຄົມ)ທຽບກັບຈຳນວນພະນັກງານລັດທັງໝົດ:
- ຮອງ​ຫົ​ວ​ໜ້າ​ພະ​ແນກ.
- ຫົ​ວ​ໜ້າ​ພະ​ແນກ.
- ຮ​ອງ​ຫົ​ວ​ໜ້າ​ກົມ.
- ຫົ​ວ​ໜ້າ​ກົມ.
- ຮ​ອງ​ລັດຖະມົນຕີ.
- ລັດຖະມົນຕີ.

5.5.3 ເປີ​ເຊັນ ຂອງແມ່ຍິງທີ່ເປັນ (1) ນາຍບ້ານ ແລະ (2) ຮອງນາຍບ້ານ.

5.6.2 ມີກົດ​ໝາຍ ແລະ ຂໍ້​ກໍາ​ນົດ ກ່ຽວກັບການຮັບ​ປະ​ກັນ​ແມ່​ຍິງ​ອາ​ຍຸ 15- 49 ປີ​ ທີ່ສາ​ມາດ​ເຂົ້​າ​ເຖິງ ຂໍ້​ມູ​ນ​ຂ່າວ​ສານ, ການສຶກສາ ແລະ ​ການ​ບໍ​ລິ​ການ​ສຸ​ຂະ​ພາບ​ທາງເພດ ແລະ ສຸ​ຂະ​ພາບຈະເລີນພັນ.

5.6.3 ເປີເຊັນ ຂອງແມ່ຍິງໃນໄວຈະເລີນພັນ (15-49 ປີ) ທີ່ມີຄວາມຕ້ອງການວາງແຜນຄອບຄົວມີກັບການວາງແຜນຄອບຄົວທີ່ເໝາະສົມ ທຽບກັບ ແມ່ຍິງໃນໄວຈະເລີນພັນ (15-49 ປີ) ທັງໝົດ.

5.ກ.1 ເປີເຊັນຂອງແມ່​ຍິງ​ມີ​ສິດ​ເທົ່າ​ທຽມ​ໃນ​ການ​ຖື​ກຳ​ມະ​ສິດ​ທີ່​ດິນ ແລະ ​ນຳ​ໃຊ້ ຕາມ​ກົດ​ໝາຍ (ລ​ວມ​ທັງ​ກົດ​ປະເພນີ) ທຽບກັບແມ່ຍິງທັງໝົດ.

5.ກ.2 ຂອບນິຕິກໍາ (ລ​ວມ​ທັງ​ກົດ​ປະເພນີ) ທີ່ຮັບ​ປະ​ກັນ​ສິດ​ໃນ​ການ​ເປັນ​ເຈົ້າ​ຂອງ​ກຳ​ມະ​ສິດ ແລະ/ຫຼື ສິດໃນການຄຸ້ມ​ຄອງ​ດິນ ຂອງແມ່ຍິງ.

5.ຂ.1 ເປີເຊັນ ຂອງແມ່ຍິງ ທີລົງທະບຽນນຳໃຊ້ໂທລະສັບມືຖືຕໍ່ປະຊາກອນ 100 ຄົນ.

5.ຄ.1 ລະ​ບົບທີ່ມີຢູ່ກ່ຽວກັບ​ການ​ຕິດ​ຕາມ ແລະ ຈັດສັນ (ບຸຄະລາກອນ ແລະ ງົບປະມານ) ເພື່ອຄວາມ​ສະ​ເໝີ​ພາບ​ໃນ​ສັງ​ຄົມ ແລະ ການ​ໃຫ້​ສິດ ແລະ ບົດ​ບາດ​ໃຫ້​ແກ່​ແມ່​ຍິງ.

5.1 ລຶບລ້າງທຸກຮູບແບບຂອງການຈໍາແນກຕໍ່ແມ່ຍິງ ແລະ ເດັກຍິງຢູ່ທົ່ວທຸກແຫ່ງ.

5.2 ກຳຈັດທຸກຮູບແບບຂອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນເຂດສາທາລະນະ ແລະ ເຂດສ່ວນບຸກຄົນ, ລວມທັງການຄ້າມະນຸດ ແລະ ການຂູດຮີດທາງເພດ ແລະ ຮູບແບບອື່ນໆ.

5.3 ກຳຈັດທຸກການກະທໍາທີ່ເປັນອັນຕະລາຍ, ເຊັ່ນ: ການແຕ່ງດອງຂອງເດັກນ້ອຍ, ການແຕ່ງດອງກ່ອນໄວ ແລະ ການບັງຄັບໃຫ້ແຕ່ງດອງ ແລະ ການຕັດອະໄວຍະວະສຳພັດຄວາມຮູ້ສຶກທາງເພດຂອງແມ່ຍິງ.

5.4 ຮັບຮູ້ ແລະ ໃຫ້ຄຸນຄ່າຕໍ່ການດູແລເອົາໃຈໃສ່ ແລະ ວຽກໃນຄອບຄົວ ທີ່ບໍ່ໄດ້ຮັບຄ່າຈ້າງ ໂດຍການຕອບສະໜອງການບໍລິການດ້ານສັງຄົມ, ພື້ນຖານໂຄງລ່າງແລະ ນະໂຍບາຍການປົກປ້ອງດ້ານສັງຄົມ ກໍ່ຄືການສົ່ງເສີມໃຫ້ມີຄວາມຮັບຜິດຊອບຮ່ວມກັນພາຍໃນຄົວເຮືອນ ແລະ ຄອບຄົວ ຕາມຄວາມ ເໝາະສົມຂອງປະເທດ.

5.5 ຮັບປະກັນໃຫ້ແມ່ຍິງໄດ້ມີສ່ວນຮ່ວມຢ່າງເຕັມສ່ວນ ແລະ ມີປະສິດທິຜົນ ແລະໄດ້ຮັບໂອກາດເທົ່າທຽມກັນ ສຳລັບການເປັນການນໍາໃນທຸກລະດັບ ຂອງການຕັດສິນໃຈທາງດ້ານການເມືອງ, ເສດຖະກິດ ແລະ ຊີວິດການເປັນຢູ່ໃນສັງຄົມ.

5.6 ຮັບປະກັນການເຂົ້າເຖິງການບໍລິການທີ່ທົ່ວເຖິງກ່ຽວກັບສຸຂະພາບທາງເພດ ແລະ ການຈະເລີນພັນ ແລະ ສິດທິກ່ຽວກັບການຈະເລີນພັນ ຕາມທີ່ໄດ້ຕົກລົງກັນໃນແຜນດໍາເນີນງານ ຂອງກອງປະຊຸມສາກົນ ກ່ຽວກັບປະຊາກອນ ແລະ ການພັດທະນາ ກໍ່ຄືແຜນດໍາເນີນງານປັກກິ່ງ ແລະ ເອກະສານຜົນຂອງກອງປະຊຸມທົບທວນຄືນ ທີ່ກ່ຽວຂ້ອງ.

5.ກ. ດຳເນີນການປະຕິຮູບເພື່ອໃຫ້ແມ່ຍິງມີສິດທິທີ່ເທົ່າທຽມກັນທາງດ້ານທຶນຮອນເສດຖະກິດ ກໍ່ຄືການໄດ້ຮັບ ກຳມະສິດ ແລະ ຄຸ້ມຄອງທີ່ດິນ ແລະ ຊັບສິນອື່ນໆ, ການເຂົ້າເຖິງການບໍລິການການເງິນ, ການສືບທອດມໍລະດົກ ແລະ ຊັບພະຍາກອນທໍາມະຊາດ ໂດຍສອດຄ່ອງກັບກົດໝາຍແຫ່ງຊາດ.

5.ຂ. ເພີ່ມທະວີການນໍາໃຊ້ເຕັກໂນໂລຊິທີ່ເອື້ອອຳນວຍ ໂດຍສະເພາະເຕັກໂນໂລຊິຂໍ້ມູນຂ່າວສານ ແລະ ການສື່ສານ ເພື່ອສົ່ງເສີມການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ.

5.ຄ. ຮັບຮອງເອົາ ແລະ ຮັດແໜ້ນນະໂຍບາຍທີ່ດີ ແລະ ນິຕິກໍາທີ່ສາມາດບັງຄັບໃຊ້ໄດ້ ສຳລັບການສົ່ງເສີມຄວາມສະເຫມີພາບລະຫວ່າງ ຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງໃນທຸກລະດັບ.