
ອະນຸລັກ ແລະ ຊົມໃຊ້ມະຫາສະມຸດ, ທະເລ ແລະ ຊັບພະຍາກອນທາງທະເລຢ່າງຍືນຍົງ ເພື່ອການພັດທະນາແບບຍືນຍົງ

14.4.1 ຈໍານວນວັງ ສະຫງວນປາ.
14.6.1 ການພັດທະນາ ແລະ ຈັດຕັ້ງປະຕິບັດ ແຜນດໍາເນີນງານແຫ່ງຊາດ (NPOA) ເພື່ອແກ້ໄຂບັນຫາ ການຫາປາທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ ຊຶ່ງສອດຄ່ອງກັບ ແຜນດໍາເນີນງານຂອງສາກົນ ເພື່ອປ້ອງກັນ, ກີດຂວາງ ແລະ ກໍາຈັດບັນຫາດັ່ງກ່າວ (IPOA-IUU).
14.ຂ.1.ກ ເຄື່ອງມື ຫຼື ກົນໄກທີ່ມີຢູ່ ທີ່ເລັ່ງໃສ່ແກ້ໄຂບັນຫາ ຂອງການປະມົງຂະໜາດນ້ອຍ (SSF).
14.ຂ.1.ຂ ການລິເລີ່ມສະເພາະ ເພື່ອຈັດຕັ້ງປະຕິບັດຄໍາແນະນໍາ SSF ຢ່າງຕໍ່ເນື່ອງ.
14.ຂ.1.ຄ ກົນໄກ ຫຼື ກົງຈັກການຄຸ້ມຄອງທີ່ມີຢູ່ແລ້ວ ທີ່ຊ່ວຍໃຫ້ຊາວປະມົງຂະໜາດນ້ອຍ ແລະ ຄົນງານຫາປາ ມີສ່ວນຮ່ວມໃນຂະບວນການຕັດສິນໃຈບັນຫາຕ່າງໆ.
14.4 ພາຍໃນປີ 2020, ປະຕິບັດລະບຽບການຄວບຄຸມການຂຸດຄົ້ນຢ່າງມີປະສິດທິຜົນ ແລະ ຢຸດຕິການດຳເນີນການປະມົງເກີນຂອບເຂດ, ການປະມົງທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີກົດລະບຽບ ແລະ ວິທີການປະມົງ ທີ່ສ້າງຄວາມເສຍຫາຍ; ປະຕິບັດແຜນການຄຸ້ມຄອງທີ່ອີງໃສ່ວິທະຍາສາດ ເພື່ອຟື້ນຟູຈໍານວນປາໂດຍໄວທີ່ສຸດ, ຢ່າງຫນ້ອຍຟື້ນຟູໃຫ້ຢູ່ໃນລະດັບທີ່ສາມາດໃຫ້ຜົນຜະລິດທີ່ຍືນຍົງສູງສຸດ ອີງຕາມລັກສະນະທາງດ້ານຊີວະສາດ.
14.6 ພາຍໃນປີ 2020, ຫ້າມບໍ່ໃຫ້ມີການເກື້ອກູນດ້ານການປະມົງບາງຮູບແບບ ທີ່ເຮັດໃຫ້ມີຂີດຄວາມສາມາດຫຼາຍເກີນໄປ ແລະ ມີການປະມົງເກີນຂອບເຂດ, ຢຸດຕິການເກື້ອກູນທີ່ນໍາໄປສູ່ການການປະມົງທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີກົດລະບຽບ ແລະ ຫຼີກເວັ້ນການໃຊ້ນະໂຍບາຍເກື້ອກູນຄືດັ່ງກ່າວ, ໂດຍຮັບຮູ້ວ່າການໃຫ້ສິດທິພິເສດ ແລະ ສະເພາະໃຫ້ແກ່ປະເທດກໍາລັງພັດທະນາ ແລະ ປະເທດດ້ອຍພັດທະນາ ຄວນຈະເປັນສ່ວນໜຶ່ງໃນການເຈລະຈາກ່ຽວກັບການເກື້ອກູນດ້ານການປະມົງຂອງອົງການການຄ້າໂລກ.
14.ຂ. ເຮັດໃຫ້ຊາວປະມົງຂະໜາດນ້ອຍ ສາມາດເຂົ້າເຖິງຊັບພະຍາກອນທາງທະເລ ແລະ ຕະຫຼາດ.