Info Image 16

ສົ່ງເສີມໃຫ້ສັງຄົມມີຄວາມສະຫງົບສຸກ ແລະ ກວມລວມ ເພື່ອການພັດທະນາແບບຍືນຍົງ, ໃຫ້ທຸກຄົນສາມາດເຂົ້າເຖິງຄວາມຍຸຕິທຳ ແລະ ສ້າງສະຖາບັນມີປະສິດທິພາບ, ມີຄວາມຮັບຜິດຊອບ ແລະ ທົ່ວເຖິງໃນທຸກລະດັບ

16.1.1 ​ຈໍານວນ​ຜູ້​ເຄາະ​ຮ້າຍ​ຈາກ​ການ​ເຈດຕະນາໃນການຄາດຕະກຳ ຕໍ່ປະຊາກອນ 100.000 ຄົນ.

16.1.3 ອັດຕາສ່ວນຂອງຈໍານວນປະຊາກອນ (ອາຍຸ13-17ປີ) ທີ່ໄດ້ຮັບຜົນກະທົບຈາກການໃຊ້ຄວາມຮຸນແຮງ (ກ) ທາງຮ່າງກາຍ ແລະ (ຂ) ທາງເພດ.
- ເພດຍິງ.
- ເພດຊາຍ.

16.2.1 ເປີເຊັນ ຂອງຈໍານວນເດັກນ້ອຍ (1-17 ປີ) ທີ່ໄດ້ຮັບຜົນກະທົບຈາກການໃຊ້ຄວາມຮຸນແຮງທາງຮ່າງກາຍໃນຊຸມປີທີ່ຜ່ານມາ ທຽບກັບຈໍານວນປະຊາກອນທັງໝົດລະຫວ່າງອາຍຸ:
- ຈຳນວນທັງໝົດ.
- ເພດຍິງ.
- ເພດຊາຍ.

16.2.2 ຈຳນວນຜູ້ເຄາະຮ້າຍ (ພົບ/ບໍ່ພົບ) ຈາກການຄ້າມະນຸດ ຕໍ່ຈຳນວນປະຊາກອນ 100.000 ຄົນ:
- ຈຳນວນທັງໝົດ.
- ເພດຍິງ.
- ເພດຊາຍ.

16.2.3 ເປີເຊັນ ຂອງເດັກຍິງ ແລະ ຊາຍ ອາຍຸ 18-24 ປີ ທີ່ຖືກລ່ວງລະເມີດທາງເພດ ເລີ່ມແຕ່ອາຍຸ 18 ປີ ທຽບກັບຈໍານວນປະຊາກອນທັງໝົດລະຫວ່າງອາຍຸນັ້ນ:
- ຈຳນວນທັງໝົດ.
- ເພດຍິງ.
- ເພດຊາຍ.

16.2.4 ເປີເຊັນ ຂອງຈໍານວນເດັກ ທີ່ໄດ້ຮັບຜົນກະທົບຈາກການໃຊ້ຄວາມຮຸ່ນແຮງທາງຈິດໃຈ ໃນປີຜ່ານມາທຽບກັບຈໍານວນເດັກທັງໝົດ:
- ຈຳນວນທັງໝົດ.
- ເພດຍິງ.
- ເພດຊາຍ.

16.3.2 ອັດຕາຜູ້ຖືກຫາທີ່ຍັງບໍ່ທັນໄດ້ຕັດສິນ/ພິພາກສາ ທຽບກັບຈຳນວນນັກໂທດທັງໝົດ.

16.3.3 ອັດ​ຕາ​ສ່ວນ​ຂອງ​ຄະ​ດີ (ຈັດ​ແບ່ງ​ຕາມ​ເພດ) ມີ​ຜົນ​ບັງ​ຄັບ​ໃຊ້ ແລະ ຕິດ​ຕາມກວດ​ກາ ໂດຍ ກະ​ຊວງ​ຍຸດ​ຕິ​ທຳ ທຽບໃສ່ຈຳ​ນວນ​ຄະ​ດີ​ທັງ​ໝົດ ທີ່ ສານໄດ້ມີການ​ລາຍ​ງານ.

16.3.4 ຈໍານວນຄົນທີ່ເຂົ້າມາໃຊ້ບໍລິການກົດໝາຍ ໂດຍຜ່ານຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍໃນຂອບເຂດທົ່ວປະເທດ.

16.3.5 ຈໍານວນຂໍ້ຂັດແຍ່ງທີ່ເຂົ້າມາໃຊ້ບໍລິການຜ່ານຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໃນຂອບເຂດທົ່ວປະເທດ.

16.6.1 ງົບປະມານລັດທີ່ໃຊ້ຕົວຈິງທຽບກັບງົບປະມານລັດທີ່ຖືກອະນຸມັດ ແຍກເປັນຂະແໜງການ.

16.6.2 ຂ​ອບວຽກ​ການ​ຕິດ​ຕາມ-ກວດ​ກາທີ່ຈັດຕັ້ງ​ປະ​ຕິ​ບັດໃນເມືອງ​ເປົ້າ​ໝາຍ​ໂດຍ​ມີ​ການ​ເກັບ​ກຳ ແລະ ນຳໃຊ້ຄວາມຄິດເຫັນຂອງປະຊາຊົນ​ກ່ຽວກັບການບໍລິການ​ຂອງລັດ.

16.6.3 ຈໍານວນມື້ ຫຼັງງົບປະມານທ້າຍປີ ຊຶ່ງລາຍງານແຜນງົບປະມານປະຈໍາປີ ທີ່ສາມາດເປີດເຜີຍໃຫ້ສາທາລະນະຮັບຮູ້ໄດ້.

16.6.4 ຈໍານວນເດືອນ ຫຼັງການຂຶ້ນແຜນງົບປະມານທ້າຍປີ ຊຶ່ງບົດລາຍງານການກວດສອບແຜນງົບປະມານ ເປີດເຜີຍແຜ່ໃຫ້ທີ່ສາທາລະນະຊົນໄດ້ຮັບຊາບ.

16.6.5 ຈຳນວນເດືອນ ຫຼັງຈາການປີດບັນຊີທ້າຍນປີຮອດເດືອນທີ່ບົດລາຍງານການກວດສອບການເງິນເຜີຍແຜ່ໃຫ້ທີ່ສາທາລະນະຊົນໄດ້ຮັບຊາບ.

16.7.1 ເປີເຊັນ ຂອງຈໍານວນພະ​ນັກ​ງານ​ລັດ​ຖະ​ກອນ​ທີ່​ເປັນ​ເພດຍິງ ທຽບກັບຈໍານວນພະ​ນັກ​ງານລັດຖະກອນທັງໝົດ.

16.7.3 ຈໍານວນພະນັກງານລັດຖະກອນ ຈັດແບ່ງຕາມກຸ່ມຊົນເຜົ່າ.

16.8.1 ເປີເຊັນ ຂອງຈໍານວນສະມາຊິກ ແລະ ຜູ້ມີສິດອອກສຽງ ຢູ່ ສປປ ລາວ ໃນອົງການຈັດຕັ້ງສາກົນທຽບກັບຈໍານວນຜູ້ມີສິດອອກສຽງທັງໝົດ.

16.9.1 ເປີເຊັນ ຂອງຈໍານວນເດັກທີ່ມີອາຍຸຕ່ຳກວ່າ 5 ປີ ທີ່ໄດ້ຈົດທະບຽນເກີດ ກັບ ເຈົ້າໜ້າທີ່ ທຽບກັບຈໍານວນເດັກນ້ອຍທັງໝົດ:
- ຈໍານວນທັງໝົດ.
- ເພດຍິງ.
- ເພດຊາຍ.

16.10.1 ຈຳນວນກໍລະນີທີ່ບົ່ງບອກໄດ້ກ່ຽວກັບການຂ້າ,ການລັກພາຕົວ ແລະ ການສູນຫາຍ,ໃນໄລຍະ 12 ເດືອນ ທີ່ຜ່ານມາ.

16.ກ.1 ສະຖາບັນສິດທິມະນຸດແຫ່ງຊາດທີ່ມີຢູ່ ທີ່ສອດຄ່ອງກັບ ສັນຍາ/ຫຼັກການຂອງປາຣີ.

16.1 ຫຼຸດຜ່ອນທຸກຮູບແບບຂອງການໃຊ້ຄວາມຮຸນແຮງ ແລະ ອັດຕາການເສຍຊີວິດຍ້ອນສາເຫດທີ່ກ່ຽວຂ້ອງ ຢູ່ທົ່ວທຸກແຫ່ງ.

16.2 ຢຸດຕິການລ່ວງລະເມີດ, ການຂູດຮີດ, ການຄ້າມະນຸດ ແລະ ການໃຊ້ຄວາມຮຸນແຮງ ແລະ ການທໍລະມານເດັກນ້ອຍໃນທຸກຮູບແບບ.

16.3 ສົ່ງເສີມລະບຽບກົດໝາຍໃນລະດັບຊາດ ແລະ ສາກົນ ແລະ ຮັບປະກັນໃຫ້ທຸກຄົນສາມາດເຂົ້າເຖິງຄວາມຍຸຕິທໍາຢ່າງສະເໝີພາບກັນ.

16.6 ພັດທະນາສະຖາບັນການຈັດຕັ້ງຕ່າງໆ ໃຫ້ມີປະສິດທິຜົນ, ມີຄວາມຮັບຜິດຊອບ ແລະ ໂປ່ງໃສໃນທຸກລະດັບ.

16.7 ຮັບປະກັນໃຫ້ການຕັດສິນໃຈໃນທຸກລະດັບ ທັນການ, ກວມລວມ, ມີສ່ວນຮ່ວມຈາກທຸກຝ່າຍ ແລະ ເພື່ອສ່ວນລວມ.

16.8 ຂະຫຍາຍ ແລະ ຮັດແໜ້ນການເຂົ້າຮ່ວມຂອງປະເທດກໍາລັງພັດທະນາ ໃນສະຖາບັນການຈັດຕັ້ງຂອງສາກົນ.

16.9 ພາຍໃນປີ 2030, ໃຫ້ທຸກຄົນມີສະຖານະທາງດ້ານກົດໝາຍ, ລວມທັງການຂຶ້ນທະບຽນການເກີດລູກ.

16.10 ຮັບປະກັນໃຫ້ທຸກຄົນສາມາດເຂົ້າເຖິງຂໍ້ມູນຂ່າວສານ ແລະ ປົກປ້ອງສິດເສລີພາບຂັ້ນພື້ນຖານ ໂດຍສອດຄ່ອງກັບກົດໝາຍແຫ່ງຊາດ ແລະ ສົນທິສັນຍາສາກົນ.

16.ກ. ຮັດແໜ້ນໃຫ້ສະຖາບັນຕ່າງໆຂອງປະເທດ ມີຄວາມເຂັ້ມແຂງ ໂດຍຜ່ານການຮ່ວມມືສາກົນ ສຳລັບການສ້າງຂີດຄວາມສາມາດໃນທຸກລະດັບ, ໂດຍສະເພາະໃນປະເທດກໍາລັງພັດທະນາ ເພື່ອປ້ອງກັນຄວາມຮຸນແຮງ ແລະ ຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາ.