
ສ້າງຕົວເມືອງ ແລະ ທີ່ພັກອາໃສຂອງປະຊາຊົນໃຫ້ທົ່ວເຖີງ, ປອດໄພ, ໝັ້ນຄົງທົນທານ ແລະ ຍືນຍົງ

11.1.1 ອັດຕາສ່ວນຂອງປະຊາກອນໃນເຂດຕົວເມືອງທີ່ມີທີ່ຢູ່ອາໄສບໍ່ເໝາະສົມທຽບກັບຈໍານວນປະຊາກອນທີ່ອາໃສໃນເຂດຕົວເມືອງທັງໝົດ.
11.1.2 ອັດຕາສ່ວນຂອງປະຊາກອນໃນເຂດຊົນນະບົດທີ່ມີທີ່ຢູ່ອາໄສບໍ່ເໝາະສົມທຽບກັບຈໍານວນປະຊາກອນທີ່ອາໃສໃນເຂດຊົນນະບົດທັງໝົດ.
11.2.1 ຈຳນວນພາຫະນະທີ່ຈົດທະບຽນເປັນພາຫະນະຂົນສົ່ງສາທາລະນະ, ແຍກຕາມ:
- ປະເພດລົດ (ລົດຕຸກຕຸກ, ສີ່ລໍ້, ແລະ ອື່ນໆ).
- ແຂວງ.
- ເສັ້ນທາງ.
11.3.3 ຈໍານວນແຂວງທີ່ມີແຜນ ການຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ (ISP) ແລະ ຄໍາແນະນໍາກ່ຽວກັບການຮັກສາສິ່ງແວດລ້ອມຂຽວສະອາດ ງາມຕາ ສໍາລັບໂຮງຮຽນ ແລະ ບ້ານ.
11.4.2 ຈຳນວນແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ປະຫວັດສາດລະດັບຊາດ.
11.4.3 ຈຳນວນສະຖານທີ່ທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ປະຫວັດສາດລະດັບຊາດ.
11.4.4 ຈຳນວນສະຖານທີ່ມໍລະດົກໂລກ ທີ່ ອົງການ UNESCO ຮັບຮອງ.
11.5.2 ຄວາມເສຍຫາຍຈາກໄພພິບັດປະຈໍາປີທີ່ຕິດພັນກັບຍອດຜະລິດຕະພັນພາຍໃນ ແຍກຕາມປະເພດທີ່ໄດ້ຮັບຜົນກະທົບ ເຊັ່ນ: ຄວາມເສຍຫາຍຕໍ່ໂຄງລ່າງພື້ນຖານ ແລະ ການໃຫ້ການບໍລິການພື້ນຖານຕ່າງໆ.
11.6.1.ກ ອັດຕາສ່ວນຂອງການເກັບມ້ຽນ ສິ່ງເສດເຫຼືອ ໃນຕົວເມືອງນະຄອນຫຼວງວຽງຈັນຢ່າງເປັນປະຈໍາ ແລະ ການຈັດການທີ່ພຽງພໍສົມທຽບກັບປະລິມານການຜະລິດ.
11.6.2 ລະດັບຄ່າສະເລ່ຍປະຈໍາປີຝຸ່ນລະອອງ ທີ່ມີຂະໜາດ 10 ໄມຄຣອນ (PM 10).
11.ຂ.1 ເປີເຊັນຂອງອໍານາດການປົກຄອງຂັ້ນເມືອງທີ່ມີຍຸດທະສາດຫຼຸດຜ່ອນຄວາມສ່ຽງໄພພິບັດຕາມກອບຂອງ ເຊັນໄດ.
11.ຂ.3 ຈໍານວນໂຄງການ ແລະ ມູນຄ່າໂຄງການທີ່ນໍາໃຊ້ເຂົ້າໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ.
11.ຂ.4 ຈໍານວນແຂວງທີ່ມີແຜນຍຸດທະສາດ ແລະ ແຜນດໍາເນີນງານຫຼຸດຜ່ອນຄວາມສ່ຽງໄພພິບັດ.
11.1 ພາຍໃນປີ 2030, ຮັບປະກັນໃຫ້ທຸກຄົນສາມາດເຂົ້າເຖິງທີ່ຢູ່ອາໄສ ແລະ ການບໍລິການຂັ້ນພື້ນຖານທີ່ພຽງພໍ, ປອດໄພ ແລະ ລາຄາບໍ່ແພງ ແລະ ປັບປຸງຊຸມຊົນແອອັດໃນຕົວເມືອງ.
11.2 ພາຍໃນປີ 2030, ເຮັດໃຫ້ທຸກຄົນສາມາດເຂົ້າເຖິງລະບົບການຂົນສົ່ງທີ່ປອດໄພ, ລາຄາບໍ່ແພງ, ເຂົ້າເຖິງໄດ້ງ່າຍ ແລະ ຍືນຍົງ, ປັບປຸງຄວາມປອດໄພທາງທ້ອງຖະຫນົນ, ໂດຍສະເພາະການຂະຫຍາຍການຂົນສົ່ງມວນຊົນ, ເອົາໃຈໃສ່ເປັນພິເສດຕໍ່ຄວາມຕ້ອງການຂອງຜູ້ທີ່ມີຄວາມສ່ຽງ, ແມ່ຍິງ, ເດັກນ້ອຍ, ຄົນພິການ ແລະ ຜູ້ສູງອາຍຸ.
11.3 ພາຍໃນປີ 2030, ເພີ່ມທະວີການຂະຫຍາຍຕົວເມືອງແບບກວມລວມ ແລະ ຍືນຍົງ ກໍ່ຄືຂີດຄວາມສາມາດໃນການສ້າງແຜນການ ແລະ ການຄຸ້ມຄອງການສ້າງທີ່ພັກອາໃສແບບມີສ່ວນຮ່ວມ, ປະສົມປະສານ ແລະ ຍືນຍົງ ຢູ່ທຸກປະເທດ.
11.4 ຮັດແໜ້ນຄວາມພະຍາຍາມ ໃນການປົກປ້ອງ ແລະ ປົກປັກຮັກສາມໍລະດົກທາງທໍາມະຊາດ ແລະ ວັດທະນະທໍາຂອງໂລກ.
11.5 ພາຍໃນປີ 2030, ຫຼຸດຜ່ອນໃຫ້ໄດ້ຢ່າງຫຼວງຫຼາຍ ຈໍານວນຜູ້ເສຍຊີວິດ ແລະ ປະຊາຊົນທີ່ຮັບຜົນກະທົບ ແລະ ຄວາມເສຍຫາຍໂດຍກົງທາງດ້ານເສດຖະກິດ ທີ່ຕິດພັນກັບຍອດຜະລິດຕະພັນພາຍໃນ ຍ້ອນໄພພິບັດ, ລວມທັງໄພພິບັດທີ່ກ່ຽວຂ້ອງກັບນໍ້າ, ໂດຍສຸມໃສ່ການປົກປ້ອງຜູ້ທຸກຍາກ ແລະ ຜູ້ທີ່ມີຄວາມສ່ຽງ.
11.6 ພາຍໃນປີ 2030, ຫຼຸດຜ່ອນຜົນກະທົບດ້ານສິ່ງແວດລ້ອມຈາກຕົວເມືອງ ຕໍ່ຫົວຄົນ ໂດຍການເອົາໃຈໃສ່ເປັນພິເສດຕໍ່ຄຸນນະພາບອາກາດ ແລະ ການຄຸ້ມຄອງສິ່ງເສດເຫຼືອໃນເຂດເທດສະບານ ແລະ ອື່ນໆ.
11.ຂ. ພາຍໃນປີ 2020, ເພີ່ມຈໍານວນຕົວເມືອງ ແລະ ທີ່ພັກອາໄສຂອງປະຊາຊົນ ໂດຍມີການນໍາໃຊ້ ແລະ ປະຕິບັດນະໂຍບາຍ ແລະ ແຜນງານແບບປະສົມປະສານ ຮັບປະກັນໃຫ້ທົ່ວເຖິງກັນ, ປະສິດທິພາບຂອງການນໍາໃຊ້ຊັບພະຍາກອນ, ການຫຼຸດຜ່ອນຜົນກະທົບ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ໝັ້ນຄົງທົນທານຕໍ່ໄພພິບັດ, ພັດທະນາ ແລະ ປະຕິບັດການຄຸ້ມຄອງຄວາມສ່ຽງຕໍ່ໄພພິບັດແບບຮອບດ້ານໃນທຸກລະດັບ ໂດຍໃຫ້ສອດຄ່ອງກັບຂອບວຽກ ເຊັນໄດ ກ່ຽວກັບການຫຼຸດຜ່ອນຄວາມສ່ຽງຕໍ່ໄພພິບັດ ສົກປີ 2015-2030.