Info Image 1

ລຶບລ້າງຄວາມທຸກຍາກທຸກຮູບແບບໃນທົ່ວໂລກ

1.1 ພາຍໃນປີ 2030 ລຶບລ້າງຄວາມທຸກຍາກໃຫ້ທຸກຄົນໃນທົ່ວໂລກ ທີ່ມີລາຍຮັບຕ່ຳກ່ວາ1.25 ໂດລາຕໍ່ມື້.

1.2 ພາຍໃນປີ 2030 ຫຼຸດຈຳນວນອັດຕາສ່ວນຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍ ໃນທຸກເກນອາຍຸ ທີ່ຍັງທຸກຍາກໃນທຸກດ້ານໃຫ້ໄດ້ເຄິ່ງໜຶ່ງ ໂດຍອີງໃສ່ນິຍາມຄວາມທຸກຍາກແຫ່ງຊາດ.

1.3 ຈັດຕັ້ງປະຕິບັດລະບົບ ແລະ ມາດຕະການກ່ຽວກັບການປົກປ້ອງທາງສັງຄົມ ສໍາລັບໝົດທຸກຄົນຕາມຄວາມເໝາະສົມຂອງປະເທດ, ລວມທັງການບໍລິການສັງຄົມຂັ້ນພື້ນຖານ ແລະ ສາມາດບັນລຸການປົກປ້ອງທາງສັງຄົມ ທີ່ກວມເອົາຄົນທຸກຍາກ ແລະ ຄົນທີ່ມີຄວາມສ່ຽງ ຈຳນວນຫຼາຍ ພາຍໃນປີ 2030.

1.4. ພາຍໃນປີ 2030 ຮັບປະກັນໃຫ້ທັງຜູ້ຊາຍ ແລະ ແມ່ຍິງ ໂດຍສະເພາະຄົນທຸກຍາກ ແລະ ຜູ້ທີ່ມີຄວາມສ່ຽງ ມີສິດເທົ່າທຽມກັນຕໍ່ກັບຊັບພະຍາກອນທາງເສດຖະກິດ ກໍ່ຄືການເຂົ້າເຖິງການບໍລິການຂັ້ນພື້ນຖານ, ມີກຳມະສິດ ແລະ ຄຸ້ມຄອງທີ່ດິນ ແລະ ຊັບສົມບັດປະເພດອື່ນໆ, ມູນມໍລະດົກ, ຊັບພະຍາກອນທຳມະຊາດ, ເຕັກໂນໂລຊິໃໝ່ທີ່ເໝາະສົມ ແລະ ການບໍລິການດ້ານການເງິນ ລວມທັງການເງິນຈຸລະພາກ.

1.5 ພາຍໃນປີ 2030, ສ້າງຄວາມເຂັ້ມແຂງໃຫ້ຄົນທຸກຍາກ ແລະ ຜູ້ທີ່ມີຄວາມສ່ຽງ ແລະ ຫຼຸດຜ່ອນການຖືກຜົນກະທົບ ແລະ ຄວາມສ່ຽງຕໍ່ເຫດການຮ້າຍແຮງຈາກການປ່ຽນແປ່ງດິນຟ້າອາກາດ ແລະ ເຫດການກະທັນຫັນ ແລະ ໄພພິບັດທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ.

1.ກ. ຮັບປະກັນໃຫ້ມີການລະດົມທຶນໃຫ້ໄດ້ຢ່າງຫຼວງຫຼາຍ ຈາກແຫຼ່ງທຶນຕ່າງໆລວມທັງຈາກການເພີ່ມທະວີການຮ່ວມມືເພື່ອການພັດທະນາ, ເພື່ອຕອບສະໜອງເຄື່ອງມືທີ່ພຽງພໍ ແລະ ສາມາດຄາດຄະເນໄດ້ ໃຫ້ແກ່ປະເທດກໍາລັງພັດທະນາ ໂດຍສະເພາະປະເທດດ້ອຍພັດທະນາ, ເພື່ອຈັດຕັ້ງປະຕິບັດແຜນງານ ແລະ ນະໂຍບາຍຕ່າງໆ ເພື່ອລຶບລ້າງຄວາມທຸກຍາກໃນທຸກຮູບແບບ.

1.1.1 ເປີເຊັນ ຂອງພົນລະເມືອງທີ່ດຳລົງຊີວິດຕ່ຳກ່ວາເສັ້ນຄວາມທຸກຍາກຂອງສາກົນ (1.90 ໂດລາ/ຕໍ່ມື້).

1.2.1 ເປີເຊັນ ຂອງ​ພົນ​ລະ​ເມືອງທີດໍາ​ລົງ​ຊີວິດຢູ່ຕ່ຳ​ກ່​ວາເສັ້ນ​ຄວາມ​ທຸກ​ຍາກ​ແຫ່ງ​ຊາດ.

1.2.2 ເປີເຊັນ ​ຂອງ​ຈຳ​ນວນ​ເດັກຜູ້​ທີ່​ຂາດ​ເຂີນ​ໃນ​ຫລາຍ​ມິ​ຕິ​ ຕາມ​ຄຳ​ນິ​ຍາມ​ແຫ່ງ​ຊາດ.

1.2.3 ເປີເຊັນ ຂອງຄອບຄົວ ທີ່ຍັງທຸກຍາກຕາ​ມການສຳຫຼວດ ແລ​ະ ​ກຳ​ນົ​ດ​ໂດຍຄະນະກຳມະການ ແຫ່ງຊາດ ເພື່ອພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.

1.3.1 ເປີເຊັນ ຂອງປະຊາກອນທີ່ໄດ້ຮັບການຄຸ້ມຄອງຈາກ ອົງການປະກັນສັງຄົມແຫ່ງລັດ:
- ລັດວິສາຫະກິດກ່ຽວກັບວຽກງານປະກັນສັງຄົມ.
- ອົງການຈັດຕັ້ງລັດກ່ຽວກັບວຽກງານປະກັນສັງຄົມ.
- ສະມາຄົມເພື່ອສຸຂະພາບ ແລະ ຄວາມທຸກຍາກ.
- ປະກັນໄພ.

1.4.1 ເປີເຊັນ ຂອງປະຊາກອນທີ່ອາໃສໃນຄົວເຮືອນ ທີ່ສາມາດເຂົ້າເຖິງການບໍລິການຂັ້ນພື້ນຖານ:
- ດ້ານການສຶກສາ (ມ.ຕົ້ນ).
- ດ້ານສາທາລະນະສຸກ (ຮ້ານຂາຍຢາ, ຖົງຢາປະຈໍາບ້ານ/ຢາໝູນວຽນ, ໂຮງໝໍນ້ອຍ, ນາງປະດຸງຄັນ/ໝໍຕໍາແຍ).
- ນໍ້າສະອາດ.
- ການບໍລິການດ້ານການເງິນຈຸລະພາກ.
- ໄຟຟ້າ.
- ເສັ້ນທາງທີ່ທຽວໄດ້ຕະຫຼອດປີ.

1.4.3 ຈຳ​ນວນ​ອອກໃບ​ຕາ​ດິນໃນຂອບເຂດທົ່ວປະເທດໃນແຕ່ລະປີ.

1.4.4 ອັ​ດ​ຕາສ່ວນ (ກ) ​ທີ່ມີບັນ​ຊີ​ເງິນ​ຝາກຢູ່​ທະ​ນາ​ຄານທຸ​ລະ​ກິດ​ ທຽບກັບປະຊາກອນທັງໝົດ ແລະ (ຂ) ທີ່ມີບັນຊີເງິນຝາກຢູ່ສະຖາບັນການເງິນ/ສະ​ຖາ​ບັນ​ການ​ເງິນຈຸລະພາກຕ່າງໆ ຂອງຜູ້​ໃຫຍ່ (18 ປີຂື້ນໄປ)​ ທຽບກັບປະຊາກອນທັງໝົດ.

1.4.5 ເປີເຊັນ​ (ກ) ຂອງຈຳນວນບ້ານ ແລະ (ຂ) ຂອງຈຳນວນເມືອງ ທີ່ມີ:
- ສາຂາທະນາຄານ ຫຼື ໜ່ວຍບໍລິການ.
- ສະຖາບັນການເງິນຈຸລະພາກ (ຮັບຝາກ ແລະ ບໍ່ຮັບຝາກ).

1.5.1 ອັດຕາສ່ວນຕໍ່ຜູ້​ໃຫ່​ຍ 100.000 ຄົນ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ໂດຍ​ກົງ (ເສຍ​ຊີ​ວິດ, ສູນ​ຫາຍ, ​ບໍ່​ມີ​ທີ່​ຢູ່ອ​າ​ໃສ, ເຄື່ອນ​ຍ້າຍ​ຖິ່ນ​ຖານ) ຈາກ​ໄພ​ພິ​ບັດ​ທາງ​ທຳ​ມະຊາດ.
1.5.2 ຄວາມເສຍຫາຍທີ່ເກີດຈາກໄພພິບັດໃນແຕ່ລະປີທຽບກັບຍອດຜະລິດຕະພັນພາຍໃນ.

1.5.6 ຈໍານວນສູນເຕືອນໄພລ່ວງໜ້າລະດັບຊາດ ແລະ ຈໍານວນສະຖານີວັດແທກປັດໄຈອຸຕຸນິຍົມ ແລະ ອຸທົກກະສາດທີ່ໄດ້ຮັບການປັບປຸງ ແລະ ນໍາໃຊ້ໄດ້.

1.ກ.2.ກ ບ້ວງງົບປະມານຂອງລັດຖະບານ (ກ) ໃນວຽກງານສາທາລະນະສຸກ, ແລະ (ຂ) ໃນວຽກງານການສຶກສາ :
- ເປັນເປີເຊັນທຽບກັບ ບ້ວງງົບປະມານທັງໝົດຂອງລັດຖະບານ.
- ເປັນເປີເຊັນທຽບກັບລວມຍອດຜະລິດຕະພັນພາຍໃນ (GDP).

1.ກ.2.ຂ ບ້ວງ​ງົບ​ປະ​ມານຂອງລັດຖະບານໃນວຽກງານການປະກັນສັງຄົມ:
- ເປັນເປີເຊັນທຽບກັບບ້ວງ​ງົບ​ປະ​ມານທັງໝົດຂອງລັດຖະບານ.
- ເປັນເປີເຊັນທຽບກັບລວມຍອດຜະລິດຕະພັນພາຍໃນ (GDP).