Info Image 13

ເອົາມາດຕາການອັນຮີບດ່ວນເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ຮັບມືຜົນກະທົບຈາກບັນຫາດັ່ງກ່າວ

13.1.1 ຈໍານວນຄົນທີ່ໄດ້ຮັບບາດເຈັບ ແລະ ເສຍຊີວິດຈາກໄພພິບັດໃນແຕ່ລະປີ.

13.1.3 ຈໍານວນເມືອງ ທີ່ມີຍຸດທະສາດ ແລະ ແຜນດໍາເນີນງານຫຼຸດຜ່ອນຄວາມສ່ຽງໄພພິບັດ.

13.2.2 ບົດລາຍງານຄວາມຄືບໜ້າເປັນປະຈໍາກ່ຽວກັບສີ່ຜົນໄດ້ຮັບການຈັດຕັ້ງປະຕິບັດໂຄງການໃນ ສປປ ລາວ ທີ່ໄດ້ມີການປັບປຸງ (NAP).

13.3.1 ຈໍານວນໂຮງຮຽນ ແລະ ບ້ານທີ່ໄດ້ຮັບການເຜີຍແຜ່ຄວາມຮູ້ກ່ຽວກັບໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ.

13.3.3 ຈໍານວນແຂວງ ທີ່ສາມາດລາຍງານສະພາບການປ່ຽນແປງດິນຟ້າອາກາດ.

13.ກ.1 ຈໍານວນທຶນ ແລະ ໂຄງການ ທີ່ນໍາໃຊ້ເຂົ້າໃນການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ.

13.ຂ.1 ຈໍານວນແຂວງ ແລະ ເມືອງ ທີ່ມີໂຄງການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ.

13.1 ສ້າງຄວາມທົນທານ ແລະ ຂີດຄວາມສາມາດໃນການປັບຕົວໃຫ້ເຂັ້ມແຂງເພື່ອຮັບມືກັບໄພອັນຕະລາຍທີ່ກ່ຽວ ຂ້ອງກັບສະພາບດິນຟ້າອາກາດ ກໍ່ຄືໄພພິບັດທາງທໍາມະຊາດໃນທຸກປະເທດ.

13.2 ເຊື່ອມສານມາດຕະການຮັບມືກັບການປ່ຽນແປງດິນຟ້າອາກາດເຂົ້າໃນນະໂຍບາຍ, ຍຸດທະສາດ ແລະ ການວາງແຜນແຫ່ງຊາດ.

13.3 ປັບປຸງການສຶກສາ, ການປູກຈິດສໍານຶກ ແລະ ຂີດຄວາມສາມາດຂອງພະນັກງານ ແລະ ສະຖາບັນການຈັດຕັ້ງ ກ່ຽວກັບການຫຼຸດຜ່ອນຜົນກະທົບ ແລະ ການປັບຕົວເຂົ້າກັບສະພາບການປ່ຽນແປງດິນຟ້າອາກາດ ແລະ ການເຕືອນໄພລ່ວງໜ້າ.

13.ກ. ປະຕິບັດຄໍາໝາຍໝັ້ນ ທີ່ປະເທດພັດທະນາແລ້ວທີ່ເປັນພາຄີຂອງສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ໄດ້ໃຫ້ໄວ້ໃນການລະດົມທຶນຮ່ວມກັນໃຫ້ໄດ້ 100 ຕື້ໂດລາສະຫະລັດຕໍ່ປີ ພາຍໃນປີ 2020 ຈາກແຫຼ່ງທຶນທັງໝົດ ເພື່ອແກ້ໄຂຄວາມຕ້ອງການຂອງປະເທດກໍາລັງພັດທະນາ ໃນການປະຕິບັດວຽກງານດ້ານການຫຼຸດຜ່ອນຜົນກະທົບ ແລະ ຄວາມໂປ່ງໃສໃນການຈັດຕັ້ງປະຕິບັດ ພ້ອມທັງເປີດດຳເນີນກອງທຶນສີຂຽວຢ່າງເຕັມສ່ວນ ໂດຍການລະດົມທຶນຢ່າງຮີບດ່ວນ.

13.ຂ. ສົ່ງເສີມກົນໄກສໍາລັບການເພີ່ມທະວີຂີດຄວາມສາມາດໃນການວາງແຜນ ແລະ ການຄຸ້ມຄອງວຽກງານທີ່ກ່ຽວຂ້ອງກັບການປ່ຽນແປງດິນຟ້າອາກາດຢ່າງມີປະສິດທິຜົນ ໃນປະເທດດ້ອຍພັດທະນາ ແລະ ປະເທດເກາະດອນນ້ອຍກຳລັງພັດທະນາ ລວມທັງສຸມໃສ່ແມ່ຍິງ, ຊາວໜຸ່ມ ແລະ ຊຸມຊົນທ້ອງຖິ່ນທີ່ດ້ອຍໂອກາດ.