
ຮັບປະກັນໃຫ້ມີນ້ຳໃຊ້ ແລະ ການບໍລິຫານນໍ້າແບບຍືນຍົງ ແລະ ສຸຂະອະນາໄມສຳລັບໝົດທຸກຄົນ

6.1.1.ກ ສັດສ່ວນປະຊາກອນໄດ້ນຳໃຊ້ນ້ຳດື່ມທີ່ສະອາດ ທຽບກັບປະຊາກອນທັງໝົດ.
6.1.1.ຂ ສັດສ່ວນປະຊາກອນໄດ້ນຳໃຊ້ນ້ຳດື່ມທີ່ສະອາດທີ່ໄດ້ຮັບການກັ່ນຕອງ ແລະ ຂ້າເຊື້ອ (ນ້ຳປະປາ) ທຽບກັບປະຊາກອນທັງໝົດ.
6.2.1 ສັດສ່ວນປະຊາກອນໄດ້ນຳໃຊ້ວິດຖ່າຍທີ່ ໄດ້ຮັບການປັບປຸງ ທຽບກັບປະຊາກອນທັງໝົດ.
- ຈຳນວນທັງໝົດ.
- ເຂດຊົນນະບົດ.
- ເຂດຕົວເມືອງ.
6.2.2 ສັດສ່ວນປະຊາກອນທີ່ຍັງມີການຖ່າຍແບບຊະຊາຍ ທຽບກັບປະຊາກອນທັງໝົດ:
- ຈຳນວນທັງໝົດ.
- ເຂດຊົນນະບົດ.
- ເຂດຕົວເມືອງ.
6.3.1.ກ ເປີເຊັນ ຂອງປະຊາກອນທີ່ນໍາໃຊ້ນໍ້າສະອາດທີ່ບໍ່ມີສານອີໂຄລາຍເຈືອປົນ ທຽບກັບປະຊາກອນທັງໝົດ.
6.3.2.ສະພາບຄຸນນະພາບນໍ້າໃນອ່າງຮັບນໍ້າຂອງ ສປປ ລາວ.
6.4.3 ອັດຕາສ່ວນການນຳໃຊ້ນຳ້ໃນອ່າງຮັບນຳ້.
6.4.4 ສະໜອງຂໍ້ມູນໃນເຂດທີ່ມີໄພແຫ້ງແລງ.
6.5.1 ຈໍານວນອ່າງແມ່ນໍ້າທີ່ມີແຜນຄຸ້ມຄອງຊັບພະຍາກອນນໍ້າ.
6.5.2 ຈໍານວນອ່າງນໍ້າ ລະຫວ່າງປະເທດທີ່ມີແຜນພັດທະນາອ່າງ ແລະ ຈໍານວນໂຄງການຮ່ວມມືທາງດ້ານຊັບພະຍາກອນນໍ້າລະຫວ່າງປະເທດ.
6.6.2 ແຜນຄຸມຄອງເຂດບໍລິເວນນຳ້ ຣາມຊາຄື: ບຶງກຽດໂງ່ງ ແລະ ເຊຈໍາພອນ.
6.ກ.1.ກ ການຊ່ວຍເຫຼືອທາງການເພື່ອການພັດທະນາ ແລະ ເງິນຊ່ວຍເຫຼືອທີ່ເປັນທາງການ ຈາກແຫຼ່ງຕ່າງໆເຂົ້າໃນວຽກງານນ້ຳ ແລະ ສຸຂະອະນາໄມ (ລ້ານ US$).
- ຈຳນວນທັງໝົດ.
- ນໍ້າປະປາ.
- ລາຍຈ່າຍທັງໝົດເຂົ້າໃນວຽກງານນ້ຳປະປາ.
6.ກ.2 ຈໍານວນ ແລະ ມູນຄ່າການລົງທຶນທັງໝົດໃນຂົງເຂດຊັບພະຍາກອນນຳ້.
6.1 ພາຍໃນປີ 2030, ໃຫ້ທຸກຄົນສາມາດເຂົ້າເຖິງນໍ້າດື່ມທີ່ປອດໄພ ແລະ ລາຄາບໍ່ແພງຢ່າງທົ່ວເຖິງ ແລະ ເທົ່າທຽມກັນ.
6.2 ພາຍໃນປີ 2030, ໃຫ້ທຸກຄົນສາມາດເຂົ້າເຖິງວິດຖ່າຍ ແລະ ສຸຂະອະນາໄມຢ່າງພຽງພໍ ແລະ ເທົ່າທຽມກັນ ແລະ ຢຸດຕິການຖ່າຍແບບຊະຊາຍ, ເອົາໃຈໃສ່ເປັນພິເສດຕໍ່ຄວາມຕ້ອງການຂອງແມ່ຍິງ ແລະ ເດັກຍິງ ແລະ ຜູ້ທີ່ມີຄວາມສ່ຽງ.
6.3 ພາຍໃນປີ 2030, ປັບປຸງຄຸນນະພາບນໍ້າ ໂດຍການຫຼຸດຜ່ອນມົນລະພິດ, ກໍາຈັດການຖີ້ມຂີ້ເຫຍື້ອຊະຊາຍ ແລະ ຫຼຸດຜ່ອນການປ່ອຍສານເຄມີ ແລະ ວັດຖຸທີ່ເປັນອັນຕະລາຍ, ຫຼຸດຜ່ອນປະລິມານນໍ້າເສຍທີ່ບໍ່ໄດ້ຮັບການບຳບັດ ໃຫ້ໄດ້ເຄິ່ງໜຶ່ງ ແລະ ເພີ່ມທະວີການນຳນໍ້າທີ່ໃຊ້ແລ້ວກັບມາໃຊ້ຄືນໃໝ່ຢ່າງປອດໄພ ໃຫ້ຫຼາຍຂຶ້ນໃນທົ່ວໂລກ.
6.4 ພາຍໃນປີ 2030, ເພີ່ມທະວີປະສິດທິພາບຂອງການນໍາໃຊ້ນໍ້າໃນທຸກຂະແໜງການ ແລະ ຮັບປະກັນການນຳໃຊ້ ແລະ ການສະໜອງນໍ້າຈືດແບບຍືນຍົງ ເພື່ອແກ້ໄຂການຂາດແຄນນໍ້າ ແລະ ຫຼຸດຜ່ອນຈໍານວນປະຊາກອນທີ່ຂາດແຄນນໍ້າ ໃຫ້ໄດ້ຢ່າງຫຼວງຫຼາຍ.
6.5 ພາຍໃນປີ 2030, ຈັດຕັ້ງປະຕິບັດການຄຸ້ມຄອງຊັບພະຍາກອນນໍ້າແບບປະສົມປະສານໃນທຸກລະດັບ ໂດຍຜ່ານການຮ່ວມມືຂ້າມຊາຍແດນ ຕາມຄວາມເໝາະສົມ.
6.6 ພາຍໃນປີ 2020, ປົກປັກຮັກສາ ແລະ ຟື້ນຟູລະບົບນິເວດທາງນໍ້າ, ລວມທັງພູຜາປ່າໄມ້, ດິນທາມ, ແມ່ນໍ້າ, ຊັ້ນຫີນອູ້ມນໍ້າ ແລະ ອ່າງນໍ້າ.
6.ກ. ພາຍໃນປີ 2030, ເສີມຂະຫຍາຍການຮ່ວມມືສາກົນ ແລະ ການສະໜັບສະໜູນການສ້າງຂີດຄວາມສາມາດ ໃຫ້ແກ່ປະເທດກໍາລັງພັດທະນາ ກ່ຽວກັບກິດຈະກໍາ ແລະ ແຜນງານຕ່າງໆທີ່ກ່ຽວຂ້ອງກັບນໍ້າ ແລະ ສຸຂະອະນາໄມ ລວມທັງເຕັກໂນໂລຊິກ່ຽວກັບການເກັບກັກນໍ້າ, ການກັ່ນນໍ້າເຄັມ, ປະສິດທິພາບຂອງນໍ້າ, ການບໍາບັດນໍ້າເສຍ, ແລະ ການນໍານໍ້າທີ່ໃຊ້ແລ້ວກັບມາໃຊ້ຄືນໃໝ່.