
ຫຼຸດຜ່ອນຄວາມບໍ່ສະເໝີພາບຢູ່ພາຍໃນປະເທດ ແລະ ລະຫວ່າງປະເທດ

10.1.1 ເປີເຊັນ ການເຕີບໂຕຂອງການຊົມໃຊ້ຕໍ່ຫົວຄົນຕໍ່ປີ:
- 1st ກຸ່ມ.
- 2nd ກຸ່ມ.
- 3rd ກຸ່ມ.
- 4th ກຸ່ມ.
- 5th ກຸ່ມ.
10.2.1 ເປີເຊັນ ຂອງປະຊາກອນທີ່ມີລາຍຮັບຕ່ຳກວ່າ 50% ຂອງຄ່າກາງຂອງລາຍຮັບ.
10.2.2 ເປີເຊັນ ຂອງຄົວເຮືອນທີ່ມີລາຍຮັບຕ່ຳກວ່າ 50% ຂອງຄ່າກາງຂອງລາຍຮັບ.
10.4.2 (ປະກັນໄພການຫວ່າງງານໃນລະບົບປະກັນສັງຄົມ)ຄ່າປະກັນສັງຄົມຂອງຄົນງານທຽບກັບ GDP (%).
10.5.1 ຈຳນວນກົດລະບຽບ ແລະ ກົດ ໝາຍທີ່ກ່ຽວຂ້ອງ ຂອງທະນາຄານແຫ່ງ ສປປ ລາວ ທີ່ໄດ້ມີການປັບປຸງຄືນ ເພື່ອໃຫ້ສອດຄ່ອງກັບມາດຖານຂອງສາກົນ:
- ກົດໝາຍວ່າດ້ວຍລະບົບຊ້ຳລະ.
- ກົດໝາຍວ່າດ້ວຍ ທະນາຄານແຫ່ງ ສປປ ລາວ.
- ຮ່າງກົດໝາຍວ່າດ້ວຍທະນາຄານທຸລະກິດ.
- ຮ່າງກົດໝາຍວ່າດ້ວຍຫຼັກຊັບ.
10.7.1 ອັດຕາລາຍຈ່າຍ ຕໍ່ພະນັກງານເນື່ອງຈາກການເຄື່ອນຍ້າຍແຮງງານ ຕໍ່ກັບລາຍຮັບທີ່ຫາໄດ້ໃນປະເທດປາຍທາງ ຄ່າບໍລິການຈັດຫາງານທີ່ຈ່າຍໂດຍຜູ້ອອກແຮງງານທຽບເປັນເປີເຊັນຕໍ່ລາຍຮັບຕໍ່ປີໃນປະເທດປາຍທາງ.
10.7.2.ກ ຈຳນວນ ການຄຸ້ມຄອງທີ່ເປັນລະບົບຕາມລະບົບສາກົນ/ນະໂຍບາຍ ການອົບພະຍົບ ແລະ ການຄຸ້ມຄອງການເຂົ້າ-ອອກຕາມຊາຍແດນ.
10.7.2.ຂ ຈໍານວນນະໂຍບາຍກ່ຽວກັບການເຄື່ອນຍ້າຍພາຍໃນປະເທດທີ່ ສປປ ລາວ ຈັດຕັ້ງປະຕິບັດ.
10.ກ.1 ສັດສ່ວນສິນຄ້ານຳເຂົ້າ ສປປ ລາວ ໂດຍບໍ່ມີອັດຕາພາສີນຳເຂົ້າທຽບກັບສິນຄ້ານໍາເຂົ້າທັງໝົດ.
10.1 ພາຍໃນປີ 2030, ບັນລຸ ແລະ ຮັກສາຢ່າງເປັນກ້າວໆ ອັດຕາການຂະຫຍາຍຕົວດ້ານລາຍຮັບ ຂອງປະຊາຊົນທີ່ມີລາຍຮັບຕໍ່າ ຈໍານວນ 40 ເປີເຊັນ ຂອງປະຊາກອນ ໃຫ້ຢູ່ໃນລະດັບສູງກວ່າອັດຕາສະເລ່ຍແຫ່ງຊາດ.
10.2 ພາຍໃນປີ 2030, ສ້າງຄວາມເຂັ້ມແຂງ ແລະ ສົ່ງເສີມໃຫ້ທຸກຄົນໄດ້ມີສ່ວນເຂົ້າຮ່ວມທາງດ້ານສັງຄົມ, ເສດຖະກິດ ແລະ ການເມືອງ, ໂດຍບໍ່ຄໍານຶງເຖິງອາຍຸ, ເພດ, ຄວາມພິການ, ເຊື້ອຊາດ, ຊົນເຜົ່າ, ຕົ້ນກໍາເນີດ, ສາສະໜາ ຫຼື ສະຖານະທາງເສດຖະກິດ ຫຼື ສະຖານະດ້ານອື່ນໆ.
10.4 ຮັບຮອງເອົານະໂຍບາຍໂດຍສະເພາະດ້ານງົບປະມານ, ຄ່າແຮງງານ ແລະ ການປ້ອງກັນທາງສັງຄົມ ແລະ ບັນລຸຄວາມສະເຫມີພາບໃຫ້ຫຼາຍກວ່າເກົ່າ ເປັນກ້າວໆ.
10.5 ປັບປຸງລະບຽບການ ແລະ ການຕິດຕາມກວດກາຕະຫຼາດ ແລະ ສະຖາບັນການເງິນໃນທົ່ວໂລກ ແລະ ຮັດ ແໜ້ນການຈັດຕັ້ງປະຕິບັດລະບຽບການດັ່ງກ່າວໃຫ້ເຂັ້ມແຂງຍິ່ງຂຶ້ນ.
10.7 ອໍານວຍຄວາມສະດວກ ໃນການອົບພະຍົບ ແລະ ການເຄື່ອນຍ້າຍຂອງປະຊາຊົນ ໃຫ້ເປັນລະບຽບຮຽບຮ້ອຍ, ປອດໄພ, ເປັນປົກກະຕິ ແລະ ມີຄວາມຮັບຜິດຊອບ, ໂດຍການຈັດຕັ້ງປະຕິບັດນະໂຍບາຍ ກ່ຽວກັບການອົບພະຍົບ ຢ່າງມີແຜນການ ແລະ ມີການຄຸ້ມຄອງເປັນຢ່າງດີ.
10.ກ. ຈັັດຕັ້ງປະຕິບັດຫຼັກການກ່ຽວກັບການໃຫ້ສິດທິພິເສດ ແລະ ສະເພາະສໍາລັບປະເທດກໍາລັງພັດທະນາ, ໂດຍສະເພາະປະເທດດ້ອຍພັດທະນາ ໂດຍສອດຄ່ອງກັບຂໍ້ຕົກລົງຂອງ ອົງການການຄ້າໂລກ.