
ຮັບປະກັນການມີສຸຂະພາບທີ່ດີ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ດີຂອງທຸກຄົນ ທຸກເກນອາຍຸ

3.1.1 ອັດຕາສ່ວນການຕາຍຂອງແມ່ (ຕໍ່ເດັກເກີດມີຊີວິດ 100.000 ຄົນ).
3.1.2 ສັດສ່ວນການເກີດລູກໂດຍແພດຜູ້ທີ່ຊໍານານການຊ່ວຍເກີດ.
3.2.1 ອັດຕາການຕາຍຂອງເດັກອາຍຸຕໍ່າ ກ່ວາ 5 ປີ (ຕໍ່ເດັກເກີດມີຊີວິດ100.000 ຄົນ).
3.2.2 ອັດຕາການຕາຍຂອງເດັກເກິດໃໝ່ (ອາຍຸ 28 ວັນຂື້ນໄປ; ຕໍ່ເດັກເກີດມີຊີວິດ 100.000 ຄົນ).
3.2.3 ອັດຕາການຕາຍຂອງເດັກເກີດໃໝ່ (ຕໍ່ເດັກເກີດມີຊີວິດ 1,000 ຄົນ.
3.3.1 ອັດຕາຄາດຄະເນ ຈຳນວນຜູ້ຕິດເຊື້ອ HIV ໃໝ່ ຕໍ່ປະຊາກອນ 1.000 ຄົນ, ໂດຍແຍກຕາມເພດ, ອາຍຸ ແລະ ກຸ່ມປະຊາກອນຫຼັກ.
3.3.1.ກ ເປີເຊັນ ປະຊາກອນທີ່ຖືກບົ່ງມະຕິວ່າຕິດເຊື້ອ HIV ໄດ້ຮັບການປີ່ນປົວດ້ວຍຢາ ART.
3.3.2 ອັດຕາການຕິດເຊື້ອວັນນະໂລກກໍລະນີໃໝ່ (ທຸກຮູບແບບ) ຕໍ່ປະຊາກອນ 100.000 ຄົນ ແລະ ຕໍ່ປີ.
3.3.3 ອັດຕາການຕິດເຊື້ອໄຂ້ມາລາເລຍ ຕໍ່ປະຊາກອນ 1.000 ຄົນໃນ ສປປ ລາວ ແລະ ຕໍ່ປະຊາກອນໃນເຂດທີ່ມີການແຜ່ລະບາດຂອງເຊື້ອໄຂ້ມາລາເລຍ.
3.3.4 ເປີເຊັນ ເດັກນ້ອຍທີ່ໄດ້ຮັບການສັກຢາວັກຊິນ ປ້ອງກັນຕັບອັກເສບ ບີ ຈຳນວນ 3 ຫຼອດ.
3.3.5 ຈໍານວນຄົນ ທີ່ຕ້ອງການຄວາມຊ່ວຍເຫຼືອ ຈາກການການລະບາດຂອງພະຍາດເຂດຮ້ອນ (NTDs) ໂດຍອີງຕາມການວາງເປົ້າໝາຍ ຂອງ ອົງການອະນາໄມໂລກ (the WHO NTD Roadmap) ແລະ ສະພາແນວທາງອະນາໄມໂລກ, ທີ່ໄດ້ລາຍງານໃຫ້ ອົງການອະນາໄມໂລກ.
3.4.1 ອັດຕາການເສຍຊີວິດຈາກໂລກຫົວໃຈ ແລະ ຫຼອດເລືອດອັກເສບ, ມະເລັງ, ໂລກຕຸ້ຍ ຫຼື ໂລກການເດີນຫາຍໃຈ ທີ່ຊໍ້າເຮື້ອ ລະຫວ່າງອາຍຸ 30 ປີ ຫາ 70 ປີ ທຽບກັບປະຊາກອນທັງໝົດ.
3.5.2 ຜົນເສຍຂອງການບໍລິໂພກເຄື່ອງດື່ມມຶນເມົາ ຕໍ່ຫົວຄົນ (ອາຍຸ 15 ປີ ຂຶ້ນໄປ) ໃນໜຶ່ງປີ ໃນຫົວໜ່ວຍລິດຂອງເຄື່ອງດື່ມມຶນເມົາບໍລິສຸດ.
3.6.1 ຈຳນວນຜູ້ເສຍຊີວິດຈາກອຸບັດຕິເຫດທາງທ້ອງຖະໜົນ 01 ປີ ຕໍ່ປະຊາກອນ 100.000 ຄົນ.
3.7.1 ເປີເຊັນຂອງແມ່ຍິງໄວຈະເລີນພັນ (ອາຍຸ 15-49 ປີ) ທີ່ຕ້ອງການວາງແຜນຄອບຄົວ ທີ່ພໍໃຈກັບການວາງແຜນຄອບຄົວດ້ວຍວິທີທີ່ທັນສະໄໝ.
3.7.2 ອັດຕາການເກີດລູກຂອງແມ່ຍິງໄວລຸ້ນ (ເກນອາຍຸລະຫວ່າງ 10-14 ປີ, ເກນອາຍຸລະຫວ່າງ 15-19 ປີ) ຕໍ່ແມ່ຍິງ 1.000ຄົນຂອງກຸ່ມອາຍຸດັ່ງກ່າວ:
- ອາຍຸ 10-14 ປີ.
- ອາຍຸ 15-19 ປີ.
3.8.1.ກ ຂອບເຂດຂອງການບໍລິການສຸຂະພາບທີ່ຈຳເປັນ:
ການປ້ອງກັນ:
- ເປີເຊັນ ຂອງຜູ້ທີ່ໄດ້ໄປຮັບການຝາກທ້ອງ (ຢ່າງໜ້ອຍໄປພົບໝໍ 4 ເທື່ອ) ຕໍ່ເດັກເກີດ ໃໝ່ທັງໝົດ.
3.8.1.ຂ ຂອບເຂດຂອງການບໍລິການສຸຂະພາບທີ່ຈຳເປັນ:
ການປ້ອງກັນ:
-ເປີເຊັນ ເດັກນ້ອຍອາຍຸ 9 - 12 ເດືອນທີ່ຕິດເຊື້ອໝາກແດງຕໍ່ເດັກນ້ອຍ ອາຍຸ 9 – 12 ເດືອນທັງໝົດ.
3.8.1.ຄ ຂອບເຂດຂອງການບໍລິການສຸຂະພາບທີ່ຈຳເປັນ:
ການປີ່ນປົວ:
- ເປີເຊັນ ຂອງກໍລະນີຕິດເຊື້ອວັນນະໂລກ ທີ່ກວດພົບໂດຍ DOTS.
- ເປີເຊັນ ຂອງກໍລະນີຕິດເຊື້ອວັນນະໂລກ ທີ່ປີ່ນປົວໂດຍ DOTS.
3.8.2.ກ ເປີເຊັນ ລາຍຈ່າຍຈາກຕົນເອງທາງດ້ານສຸຂະພາບຂອງປະຊາກອນ ທຽບໃສ່ລາຍຈ່າຍເພື່ອສຸຂະພາບທັງໝົດ.
3.8.2.ຂ ລາຍຈ່າຍຈາກການຈົກຖົງຕົນເອງຈ່າຍທາງດ້ານສຸຂະພາບຂອງປະຊາກອນຕໍ່ຫົວຄົນ (US$).
3.9.2 ຈໍານວນຜູ້ເສຍຊີວິດ ຕໍ່ ປີ ທີ່ມີສາຍເຫດຈາກການບໍລິໂພກນ້ຳທີ່ບໍ່ປອດໄພ, ສຸຂາພິບານທີ່ບໍ່ປອດໄພ ແລະ ການຂາດຫຼັກອານາໄມ (ອາການຖອກທ້ອງເທົ່ານັ້ນ).
3.9.3 ອັດຕາການເສຍຊີວິດຈາກສານຜິດໂດຍບໍ່ເຈດຕະນາທຽບກັບຜູ້ເສຍຊີວິດທັງໝົດ.
3.ກ.1 ເປີເຊັນ ຜູ້ສູບຢາໃນປະຈຸບັນທີ່ມີອາຍຸຕັ້ງແຕ່ 15 ປີຂື້ນໄປທຽບກັບຈຳນວນຜູ້ສູບຢາທັງໝົດ:
- ຈຳນວນທັງໝົດ.
- ເພດຍິງ.
- ເພດຊາຍ.
3.ກ.2 ເປີເຊັນ ຜູ້ສູບຢາໃນປະຈຸບັນທີ່ມີອາຍຸຕັ້ງແຕ່ 13 –15 ປີ ທຽບກັບຈຳນວນຜູ້ສູບຢາທັງໝົດ:
- ຈຳນວນທັງໝົດ.
- ເພດຍິງ.
- ເພດຊາຍ.
3.ຂ.1 ເປີເຊັນ ຂອງຈໍານວນສະຖານທີທີ່ອຳນວຍຄວາມສະດວກດ້ານສຸຂະພາບ ທີ່ມີຢາປົວພະຍາດທີ່ຈຳເປັນ ຕາມລາຍການຢາປົວພະຍາດທີ່ຈຳເປັນ ຂອງກະຊວງສາທາລະນະສຸກ.
3.ຂ.4 ອັດຕາສ່ວນຂອງຈຳນວນທຶນຊ່ວຍເຫຼືອລ້າເພື່ອການພັດທະນາ ສຳລັບວຽກງານສາທາລະນະສຸກ ຕໍ່ລາຍຈ່າຍທັງໝົດໃນວຽກງານສາທາລະນະສຸກ.
3.ຄ.1 ອັດຕາສ່ວນຈຳນວນພະນັກງານແພດຕໍ່ປະຊາກອນ 1.000 ຄົນ ໂດຍແຍກຕາມ:
- ຕົວເມືອງ.
- ຊົນນະບົດ.
- ທ່ານໝໍ.
- ພະຍາບານ.
- ຜະດຸງຄັນ.
3.ງ.1 ສປປ ລາວ ໄດ້ມີການຮັບຮອງເອົາຂໍ້ກຳນົດທາງດ້ານສຸຂະພາບໂລກ, ຂີດຄວາມສາມາດແລະ ການກຽມຄວາມພ້ອມສຳລັບສຸຂະພາບພາວະສຸກເສິນ: ຮັບຮອງ ຫຼື ບໍ່ຮັບຮອງ?.
3.1 ພາຍໃນປີ 2030, ຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່ໃຫ້ຕ່ຳ ກ່ວາ 70 ຕໍ່ການເກີດເດັກມີຊີວິດ 100,000 ຄົນ.
3.2 ພາຍໃນປີ 2030, ຢຸດຕິການເສຍຊີວິດທີ່ສາມາດປ້ອງກັນໄດ້ສໍາລັບເດັກເກີດໃໝ່ ແລະ ເດັກອາຍຸຕໍ່າກ່ວາ 5 ປີ, ໂດຍທຸກປະເທດ ແມ່ນແນ່ໃສ່ຫຼຸດຜ່ອນອັດຕາການເສຍຊີວິດຂອງເດັກເກີດ ໃໝ່ໃຫ້ໄດ້ຕໍ່າທີ່ສຸດຄື 12 ຄົນ ຕໍ່ເດັກເກີດໃໝ່ມີຊີວິດ 1.000 ຄົນ ແລະອັດຕາການຕາຍຂອງເດັກອາຍຸຕໍ່າກ່ວາ5 ປີ ໃຫ້ໄດ້ຢ່າງໜ້ອຍ 25 ຄົນ ຕໍ່ເດັກເກີດໃໝ່ມີຊີວິດ 1.000 ຄົນ.
3.3 ພາຍໃນປີ 2030, ຢຸດຕິການແຜ່ລະບາດຂອງໂລກເອດສ໌, ພະຍາດວັນນະໂລກ, ໄຂ້ມາເລເລຍ ແລະ ພະຍາດໃນເຂດຮ້ອນທີ່ຖືກລະເລີຍ ແລະ ຕ້ານພະຍາດຕັບອັກເສບ, ພະຍາດທີ່ເກີດຈາກນ້ຳບໍ່ສະອາດ ແລະ ພະຍາດຕິດແປດອື່ນໆ.
3.4 ພາຍໃນປີ 2030, ຫຼຸດຜ່ອນອັດຕາການເສຍຊີວິດກ່ອນໄວອັນຄວນ ຍ້ອນພະຍາດທີ່ບໍ່ຕິດແປດ ໃຫ້ໄດ້ໜຶ່ງສ່ວນສາມ ໂດຍການປ້ອງກັນ ແລະ ປີ່ນປົວ, ສົ່ງເສີມສຸຂະພາບຈິດ ແລະ ຊີວິດການເປັນຢູ່ທີ່ດີ.
3.5 ສ້າງຄວາມເຂັ້ມແຂງໃນການປ້ອງກັນ ແລະ ການຈັດການກ່ຽວກັບການນຳໃຊ້ສານຕ່າງໆລວມທັງການເສບຢາເສບຕິດ ແລະ ການດື່ມສຸລາທີ່ເປັນຜົນຮ້າຍ.
3.6 ພາຍໃນປີ 2020, ຫຼຸດຜ່ອນອັດຕາການເສຍຊີວິດ ແລະ ການບາດເຈັບໃນທົ່ວໂລກ ເນື່ອງຈາກອຸບັດເຫດຕາມທ້ອງຖະໜົນໃຫ້ໄດ້ ເຄິ່ງໜຶ່ງ.
3.7 ພາຍໃນປີ 2030, ຮັບປະກັນການເຂົ້າເຖິງການບໍລິການຮັກສາສຸຂະພາບທາງເພດ ແລະ ການຈະເລີນພັນຢ່າງທົ່ວເຖິງ, ລວມທັງການວາງແຜນຄອບຄົວ, ການໃຫ້ຂໍ້ມູນຂ່າວສານ ແລະ ການສຶກສາ, ການເຊື່ອມສານ ສຸຂະພາບຈະເລີນພັນ ເຂົ້າໃນແຜນຍຸດທະສາດ ແລະ ແຜນງານແຫ່ງຊາດ.
3.8 ບັນລຸການຮັບປະກັນສຸຂະພາບຢ່າງທົ່ວເຖິງ, ລວມທັງການປົກປ້ອງຄວາມສ່ຽງທາງການເງິນ, ການເຂົ້າເຖິງການບໍລິການຮັກສາສຸຂະພາບທີ່ຈຳເປັນທີ່ມີຄຸນນະພາບ, ການເຂົ້າເຖິງຢາ ແລະ ວັກຊິນທີ່ຈຳເປັນ ທີ່ປອດໄພ, ມີປະສິດທິຜົນ, ມີຄຸນນະພາບ ແລະ ມີລາຄາບໍ່ແພງ ສຳລັບໝົດທຸກຄົນ.
3.9 ພາຍໃນປີ 2030, ຫຼຸດຜ່ອນອັດຕາການເສຍຊີວິດ ແລະ ການເຈັບປ່ວຍ ຍ້ອນສານເຄມີທີ່ເປັນອັນຕະລາຍ ແລະ ມົນລະພິດ ແລະ ສິ່ງປົນເປື້ອນທາງອາກາດ, ນ້ຳ ແລະ ດິນ.
3.ກ ຮັດແໜ້ນການຈັດຕັ້ງປະຕິບັດຂອບສົນທິສັນຍາຂອງ ອົງການອານະໄມໂລກ ວ່າດ້ວຍການຄວບຄຸມຢາສູບໃນທຸກປະເທດ ຕາມຄວາມເໝາະສົມ.
3.ຂ ສະໜັບສະໜູນການຄົ້ນຄວ້າວິໄຈ ແລະ ການພັດທະນາຢາວັກຊິນ ແລະ ຢາປົວພະຍາດ ສຳລັບພະຍາດຕິດແປດ ແລະ ບໍ່ຕິດແປດ ທີ່ສົ່ງຜົນກະທົບຕໍ່ປະເທດກຳລັງພັດທະນາເປັນຕົ້ນຕໍ, ສະໜອງການເຂົ້າເຖິງຢາປົວພະຍາດ ແລະ ວັກຊີນ ທີ່ຈຳເປັນທີ່ລາຄາບໍ່ແພງ ໂດຍສອດຄ່ອງກັບຖະແຫຼງການ ໂດຮາ ວ່າດ້ວຍສັນຍາ TRIPS ແລະ ສາທາລະນະສຸກ, ເຊິ່ງຢັ້ງຢືນສິດຂອງປະເທດກຳລັງພັດທະນາໃນການນຳໃຊ້ທຸກຂໍ້ບັນຍັດທີ່ລະບຸໃນສັນຍາວ່າດ້ວຍສິດທິທາງດ້ານຊັບສິນທາງປັນຍາໃນດ້ານຕ່າງໆທີ່ພົວພັນກັບການຄ້າ ກ່ຽວກັບການອະນຸຍາດຜ່ອນຜັນ ເພື່ອປົກປ້ອງສຸຂະພາບຂອງມວນຊົນ ໂດຍສະເພາະການເຂົ້າເຖິງຢາປົວພະຍາດສໍາລັບໝົດທຸກຄົນ.
3.ຄ ເພີ່ມທະວີການລົງທຶນເຂົ້າໃນວຽກງານສາທາລະນະສຸກ, ການຮັບເອົາພະນັກງານ, ການພັດທະນາ, ການຝຶກອົບຮົມ ແລະ ການຮັກສາບຸກຄະລາກອນໃນຂະແໜງສາທາໃຫ້ຫຼາຍຍິ່ງຂຶ້ນ ໃນບັນດາປະເທດກຳລັງພັດທະນາ, ໂດຍສະເພາະໃນປະເທດດ້ອຍພັດທະນາ ແລະ ປະເທດເກາະດອນນ້ອຍກໍາລັງພັດທະນາ.
3.ງ. ສ້າງຄວາມເຂັ້ມແຂງຂອງຂີດຄວາມສາມາດ ຂອງທຸກປະເທດ, ໂດຍສະເພາະປະເທດກໍາລັງພັດທະນາ ສຳລັບວຽກງານການເຕືອນໄພລ່ວງໜ້າ, ຫຼຸດຜ່ອນຄວາມສ່ຽງ ແລະ ການຄຸ້ມຄອງຄວາມສ່ຽງດ້ານສຸຂະພາບໃນລະດັບຊາດ ແລະ ລະດັບໂລກ.