
ປົກປ້ອງ, ຟື້ນຟູ ແລະ ສົ່ງເສີມການນຳໃຊ້ລະບົບນິເວດແບບຍືນຍົງ, ຄຸ້ມຄອງປ່າໄມ້ແບບຍືນຍົງ, ຕ້ານການກາຍເປັນທະເລຊາຍ, ຢຸດຕິ ແລະ ຟື້ນຟູການເສື່ອມໂຊມຂອງດິນ ແລະ ຢຸດການສູນເສຍຊີວະນາໆພັນ

15.1.1 ເນື້ອທີ່ປ່າໄມ້(ເປີເຊັນ ຂອງເນື້ອທີ່ທັງໝົດ).
15.1.2 ເປີເຊັນ ທີ່ດິນທີ່ຖືກປົກຫຸ້ມດ້ວຍປ່າປ້ອງກັນແຫ່ງຊາດ, ປ່າປ້ອງກັນຂອງແຂວງ ແລະ ເມືອງ.
15.2.1.ກ ເນື້ອທີ່ປ່າຜະລິດທີ່ໄດ້ຮັບການຢັ້ງຢືນ (ເຮັກຕາ) (ຕົວຢ່າງ: FSC, FLEGT).
15.1.2.ຂ ເນື້ອທີ່ປ່າໄມ້ທີ່ມີແຜນຄຸ້ມຄອງ (ລ້ານເຮັກຕາ).
15.3.1 ເປີເຊັນ ຂອງບ້ານໃນຊົນນະບົດທີ່ມີທີ່ດິນເສື່ອມໂຊມ ທຽບກັບຈໍານວນບ້ານໃນຊົນນະບົດທັງໝົດ ແບງຕາມລະດັບການເສື່ອມໂຊມຂອງດິນ:
- ອ່ອນ.
- ປານກາງ.
- ຮ້າຍແຮງ.
15.4.1 ອັດຕາສ່ວນ ຂອງປ່າສະຫງວນທຽບກັບເນື້ອທີ່ດິນທັງໝົດ.
15.5.1 ຈໍານວນຊີວະນາໆພັນ ແລະ ສັດສາວາສິ່ງ ທີ່ໃກ້ຈະສູນພັນ.
15.7.1 ອັດຕາສ່ວນຂອງການລັກລອບຄ້າຂາຍສັດປ່າທີ່ຜິດກົດໝາຍ (ການກວດຍຶດສັດປ່າທັງໝົດ ກັບ ຈໍານວນສັດປ່າທີ່ໄດ້ຂາຍໄປ, ໂດຍອີງໃສ່ໜັງສືອະນຸຍາດສົ່ງອອກ).
15.8.1 ການຮັບຮອງເອົານິຕິກຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ຄວບຄຸມການເຂົ້າມາຂອງສັດສາວາສິ່ງທີ່ອົບພະຍົບມາຈາກບ່ອນອື່ນ.
15.9.1 ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດຄາດໝາຍແຫ່ງຊາດ ໃນການຄຸ້ມຄອງຊີວະນາໆພັນ, ໂດຍອີງຕາມການລາຍງານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
15.ກ.1.ກ ມູນຄ່າສຸດທິຂອງທຶນຊ່ວຍເຫຼືອລ້າເພື່ອການພັດທະນາ ທັງໝົດ ໃນການຮັກສາລະບົບນິເວດ/ຊີວະນາໆພັນຫຼາກຫຼາຍຊະນິດ (US$).
15.ກ.1.ຂ ງົບປະມານຂອງລັດຖະບານທີ່ນໍາໃຊ້ເຂົ້າໃນວຽກງານຮັກສາລະບົບນິເວດ/ຊີວະນາໆພັນຫຼາກຫຼາຍຊະນິດ.
15.ຂ.2.ກ ມູນຄ່າສຸດທິຂອງການຊ່ວຍເຫຼືອສຸດທິ ເພື່ອການພັດທະນາຢ່າງເປັນທາງການທີ່ໃຊ້ເຂົ້າໃນວຽກງານພັດທະນາປ່າໄມ້/ປ່າໄມ້ (US$).
15.ຂ.2.ຂ ງົບປະມານຂອງລັດຖະບານທີ່ນໍາໃຊ້ເຂົ້າໃນ ການພັດທະນາປ່າໄມ້.
15.ຄ.1. ຈຳນວນ ສັດປ່າທີ່ຖືກລັກລອບຊື້ຂາຍທີ່ຜິດກົດໝາຍ.
15.1 ພາຍໃນປີ 2020, ຮັບປະກັນການອະນຸລັກ, ການຟື້ນຟູ ແລະ ການນໍາໃຊ້ແບບຍືນຍົງ ລະບົບນິເວດເທິງໜ້າດິນ ແລະ ນໍ້າຈືດ ກໍຄືຜົນປະໂຫຍດຂອງມັນ, ໂດຍສະເພາະແມ່ນປ່າໄມ້, ດິນທາມ, ພູເຂົາ ແລະ ພື້ນທີ່ແຫ້ງແລ້ງ ໂດຍສອດຄ່ອງກັບບັນດາພັນທະພາຍໃຕ້ສັນຍາສາກົນ.
15.2 ພາຍໃນປີ 2020, ສົ່ງເສີມການຄຸ້ມຄອງປ່າໄມ້ທຸກປະເພດແບບຍືນຍົງ, ຢຸດຕິການຕັດໄມ້ທໍາລາຍປ່າ, ຟື້ນຟູປ່າທີ່ເສື່ອມໂຊມ ແລະ ເພີ່ມທະວີການປູກປ່າໃນທົ່ວໂລກໃຫ້ໄດ້ຢ່າງຫຼວງຫຼາຍ.
15.3 ພາຍໃນປີ 2030, ຕ້ານການກາຍເປັນທະເລຊາຍ, ຟື້ນຟູພື້ນທີ່ດິນ ແລະ ດິນທີ່ເສື່ອມໂຊມ, ລວມທັງທີ່ດິນທີ່ຖືກກະທົບຈາກການກາຍເປັນທະເລຊາຍ, ໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມ ແລະ ສູ້ຊົນບັນລຸເປົ້າໝາຍບໍ່ໃຫ້ມີທີ່ດິນເສື່ອມໂຊມໃນໂລກ.
15.4 ພາຍໃນປີ 2030, ຮັບປະກັນການອະນຸລັກລະບົບນິເວດຂອງພູເຂົາ, ລວມທັງຊີວະນາໆພັນ ເພື່ອເພີ່ມທະວີຂີດຄວາມສາມາດໃນການສະໜອງຜົນປະໂຫຍດທີ່ຈຳເປັນ ສຳລັບການພັດທະນາແບບຍືນຍົງ.
15.5 ດຳເນີນມາດຕະການທີ່ສຳຄັນ ແລະ ຮີບດ່ວນ ເພື່ອຫຼຸດຜ່ອນການເສື່ອມໂຊມຂອງທໍາມະຊາດ, ຢຸດຕິການສູນເສຍຊີວະນາໆພັນ ແລະ ພາຍໃນປີ 2020 ປົກປັກຮັກສາ ແລະ ປ້ອງກັນການສູນພັນຂອງສັດສາວາສິ່ງທີ່ໃກ້ຈະສູນພັນ.
15.7 ດຳເນີນມາດຕະການອັນຮີບດ່ວນ ເພື່ອຢຸດຕິການລັກລອບລ່າສັດ ແລະ ການຄ້າຂາຍພືດພັນສັດປ່າຫວງຫ້າມ ແລະ ແກ້ໄຂຂອດຄວາມຕ້ອງການ ແລະ ການສະໜອງຜະລິດຕະພັນສັດປ່າທີ່ຜິດກົດໝາຍ.
15.8 ພາຍໃນປີ 2020, ໃຊ້ມາດຕະການປ້ອງກັນບໍ່ໃຫ້ນໍາເອົາພືດພັນສັດສາວາສິ່ງ ແລະ ຫຼຸດຜ່ອນຜົນກະທົບຈາກພືດ ພັນສັດສາວາສິ່ງທີ່ອົບພະຍົບມາຈາກບ່ອນອື່ນຕໍ່ລະບົບນິເວດທາງບົກ ແລະ ທາງນໍ້າ ແລະ ຄວບຄຸມ ຫຼື ກໍາຈັດສັດສາວາສິ່ງທີ່ເປັນບູລິມະສິດ.
15.9 ພາຍໃນປີ 2020, ເຊື່ອມສານຄຸນຄ່າດ້ານລະບົບນິເວດ ແລະ ຊີວະນາໆພັນ ເຂົ້າໃນການວາງແຜນລະດັບຊາດ ແລະ ທ້ອງຖິ່ນ, ກໍ່ຄືຂະບວນການພັດທະນາ, ຍຸດທະສາດການຫຼຸດຜ່ອນຄວາມທຸກຍາກ ແລະ ບັນຊີແຫ່ງຊາດ.
15.ກ ລະດົມ ແລະ ເພີ່ມທະວີທຶນຮອນຈາກແຫຼ່ງທັງໝົດ ເພື່ອການອະນຸລັກ ແລະ ການນໍາໃຊ້ຊີວະນາໆພັນ ແລະ ລະບົບນິເວດແບບຍືນຍົງ.
15.ຂ ລະດົມທຶນຮອນທີ່ສຳຄັນຈາກແຫລ່ງທຶນທັງໝົດໃນທຸກລະດັບ ເພື່ອສະໜອງທຶນໃນການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ມີນະໂຍບາຍຈູງໃຈຢ່າງພຽງພໍໃຫ້ປະເທດກໍາລັງພັດທະນາ ໃນການເພີ່ມທະວີການຄຸ້ມຄອງດັ່ງກ່າວ, ລວມທັງການອະນຸລັກ ແລະ ການປູກປ່າຄືນໃໝ່.
15.ຄ ເພີ່ມທະວີການສະໜັບສະໜູນຈາກສາກົນ ສຳລັບຄວາມພະຍາຍາມໃນການຕ້ານການລັກລອບລ່າສັດ ແລະ ການຄ້າຂາຍພືດພັນສັດປ່າຫ່ວງຫ້າມ ໂດຍການເພີ່ມຂີດຄວາມສາມາດຂອງຊຸມຊົນທ້ອງຖິ່ນໃນການຊອກຫາໂອກາດດໍາລົງຊີວິດແບບຍືນຍົງ.