
ສ້າງພື້ນຖານໂຄງລ່າງທີ່ໝັ້ນຄົງທົນທານ, ສົ່ງເສີມການຫັນເປັນອຸດສະຫະກຳແບບຍືນຍົງ ແລະ ທົ່ວເຖິງ ແລະ ສົ່ງເສີມນະວັດຕະກຳ

9.1.1.ກ ອັດຕາສ່ວນຂອງຈຳນວນປະຊາກອນໃນເຂດຊົນນະບົດ ທີ່ມີເສັ້ນທາງ ເຂົ້າເຖິງໄດ້ (ທີ່ສາມາດໃຊ້ໄດ້ຕະຫຼອດປີ) ທຽບກັບ ຈຳນວນປະຊາກອນໃນເຂດຊົນນະບົດທັງໝົດ.
9.1.1.ຂ ສັດສ່ວນ ຂອງບ້ານທີ່ມີຫົນທາງທີ່ເຂົ້າເຖິງໄດ້ ແລະ ບໍ່ສາມາດເຂົ້າເຖິງໄດ້ໃນ ທຸກລະດູການ ທຽບກັບຈໍານວນບ້ານທັງໝົດ:
- ເຂດຕົວເມືອງ.
- ເຂດຊົນນະບົດ.
9.1.2 ປະລິມານຜູ້ໂດຍສານ (ຜູ້ໂດຍສານ ໃນຫົວໜ່ວຍນຶ່ງລ້ານຄົນ ຕໍ່ກິໂລແມັດ):
- ທາງລົດ.
- ທາງລົດໄຟ.
- ທາງອາກາດ.
- ທາງນ້ຳ.
9.1.3 ປະລິມານຂົນສົ່ງສິນຄ້າ/ບໍລິມາດສິນຄ້າ (ໃນຫົວໜ່ວຍນຶ່ງລ້ານໂຕນຕໍ່ກິໂລແມັດ):
- ທາງລົດ.
- ທາງລົດໄຟ.
- ທາງອາກາດ.
- ທາງນ້ຳ.
9.2.1 ອັັດຕາມູນຄ່າເພີມໃນອຸດສາຫະກໍາປຸງແຕ່ງຕໍ່ GDP ແລະ ຕໍ່ຫົວຄົນ.
9.2.2 ອັດຕາສ່ວນການຈ້າງງານໃນຂະແໜງອຸດສາຫະກໍາປຸງແຕ່ງຕໍ່ການຈ້າງງານທັງໝົດ.
9.2.3 ອັດຕາການເຕີບໂຕຂອງຈຳນວນບໍລິສັດທີ່ຈົດທະບຽນໃໝ່.
9.3.1 ເປີເຊັນ ຂອງມູນຄ່າເພິ່ມຂອງ ວິສະຫະກິດຂະໜາດນ້ອຍ ແລະ ກາງ (SMEs) ຕໍ່ມູນຄ່າເພິ່ມຂອງອຸດສາຫະກຳທັງໝົດ.
9.3.2 ເປີເຊັນ ຂອງວິສະຫະກິດຂະໜາດນ້ອຍ ແລ ກາງ (SME) ທີ່ມາກູ້ຢືມເງິນນຳທາງທະນາຄານ/ທຽບກັບຈໍານວນ ບໍລິສັດ ວິສະຫະກິດຂະໜາດນ້ອຍ ແລ ກາງ (SME) ທັງໝົດ.
9.5.1 ເປີເຊັນ ຂອງລາຍຈ່າຍເຂົ້າໃນການຄົ້ນຄ້ວາ ແລະ ພັດທະນາ ທຽບກັບ GDP (ເພີ່ມຈໍານວນງົບປະມານການລົງທຶນຂອງລັດໃສ່ໃນການຄົ້ນຄວ້າພັດທະນາວິທະຍາສາດ ແລະ ເທັກໂນໂລຊີໃຫ້ໄດ້ 2% ໃນປີ 2025.).
9.5.2 ຈໍານວນນັກຄົ້ນຄ້ວາຕໍ່ກັບປະຊາຊົນລ້ານຄົນ (ເພີ່ມຈໍານວນນັກຄົ້ນຄ້ວາວິໃຈໃຫ້ໄດ້ 120.1 ຄົນຕໍ່ 1ລ້ານຄົນໃນປີ 2020).
9.ກ.1.ກ ມູນຄ່າທັງໝົດຂອງທຶນຊ່ວຍເຫຼືອເພື່ອການພັດທະນາ (ODA) ເຂົ້າໃນໂຄງການພັດທະນາໂຄງລ່າງ.
9.ກ.1.ຂ ມູນຄ່າທັງໝົດຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າໃນໂຄງການພັດທະນາໂຄງລ່າງ.
9.ຂ.1 ເປີເຊັນ ຂອງມູນຄ່າເພີ່ມໃນອຸດສາຫະກໍາ ທີ່ນໍາໃຊ້ເຕັກໂນໂລຊີ ລະດັບສູງ ແລະ ລະດັບກາງ ທຽບກັບມູນຄ່າເພີ່ມທັງໝົດ (ເພີ່ມມູນຄ່າເພີ່ມຂອງການນໍາໃຊ້ເທັກໂນໂລຊີ ແລະ ນະວັດຕະກໍາໃຫ້ໄດ້ 1% ຂອງມູນຄ່າເພີ່ມທັງໝົດ).
9.ຄ.1 ເປີເຊັນ ຂອງປະຊາກອນ ທີ່ສາມາດເຂົ້າເຖິງເຄືອຂ່າຍ ໂທລະສັບມືຖືທີ່ແຍກຕາມລະດັບເຕັກໂນໂລຊິ:
- ຈຳນວນທັງໝົດ.
- 2G.
- 3G.
- 4G.
9.1 ພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບ, ໄວ້ວາງໃຈໄດ້, ຍືນຍົງ ແລະ ໝັ້ນຄົງທົນທານ ລວມທັງພື້ນຖານໂຄງລ່າງພາຍໃນພາກພື້ນ ແລະ ຂ້າມຊາຍແດນເພື່ອສະໜັບສະໜູນໃຫ້ແກ່ການພັດທະນາເສດຖະກິດ ແລະ ຊີວິດການເປັນຢູ່ທີ່ດີຂອງມວນມະນຸດ ໂດຍສຸມໃສ່ເຮັດໃຫ້ມີຄວາມເທົ່າທຽມ ແລະ ມີລາຄາບໍ່ແພງ ເຊິ່ງທຸກຄົນສາມາດເຂົ້າເຖິງໄດ້.
9.2 ສົ່ງເສີມການຫັນເປັນອຸດສາຫະກໍາທີ່ຍືນຍົງ ແລະ ທົ່ວເຖິງ ແລະ ພາຍໃນປີ 2030 ເພີ່ມອັດຕາສ່ວນຂອງການຈ້າງງານ ແລະ ຍອດຜະລິດຕະພັນພາຍໃນ ຂອງຂະແໜງອຸດສາຫະກໍາ ໃຫ້ຫຼາຍຍິ່ງຂຶ້ນ, ໂດຍສະເພາະໃຫ້ເພີ່ມຂຶ້ນສອງເທົ່າໃນບັນດາປະເທດດ້ອຍພັດທະນາ, ໂດຍສອດຄ່ອງກັບສະພາບເງື່ອນໄຂຂອງປະເທດ.
9.3 ເຮັດໃຫ້ວິສາຫະກິດດ້ານອຸດສາຫະກໍາຂະໜາດນ້ອຍ ແລະ ດ້ານອື່ນໆ ໂດຍສະເພາະຢູ່ປະເທດກໍາລັງພັດທະນາ ສາມາດເຂົ້າເຖິງການບໍລິການທາງດ້ານການເງິນ, ລວມທັງສິນເຊື່ອທີ່ດອກເບ້ຍບໍ່ແພງ ແລະ ການເຊື່ອມໂຍງເຂົ້າໃນລະບົບຕ່ອງໂສ້ການຜະລິດ ແລະ ຕະຫຼາດໄດ້ຫຼາຍຍິ່ງຂຶ້ນ.
9.5 ເພີ່ມທະວີຄົ້ນຄວ້າວິທະຍາສາດ, ຍົກລະດັບຄວາມສາມາດດ້ານເຕັກໂນໂລຊິຂອງຂະແໜງການອຸດສາຫະກໍາໃນທຸກປະເທດ, ໂດຍສະເພາະປະເທດກໍາລັງການພັດທະນາ, ໂດຍການຊຸກຍູ້ນະວັດຕະກຳ ແລະ ເພີ່ມຈໍານວນນັກຄົ້ນຄວ້າ ແລະ ນັກພັດທະນາໃຫ້ໄດ້ຢ່າງຫຼວງຫຼາຍ ຕໍ່ປະຊາກອນ 1 ລ້ານຄົນ ແລະ ເພີ່ມງົບປະມານໃນການຄົ້ນຄວ້າ ແລະ ພັດທະນາ ຂອງພາກລັດ ແລະ ເອກະຊົນ ຫຼາຍຂຶ້ນພາຍໃນປີ 2030.
9.ກ ອໍານວຍຄວາມສະດວກໃນການພັດທະນາພື້ນຖານໂຄງລ່າງທີ່ຍືນຍົງ ແລະ ໝັ້ນຄົງທົນທານ ຢູ່ປະເທດກໍາລັງພັດທະນາ ໂດຍການເພີ່ມທະວີການສະໜັບສະໜູນດ້ານການເງິນ, ເຕັກໂນໂລຊິ ແລະ ວິຊາການໃຫ້ແກ່ບັນດາປະເທດໃນອາຟຣິກາ, ປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະ ດອນນ້ອຍກໍາລັງພັດທະນາ.
9.ຂ. ສະໜັບສະໜູນການພັດທະນາດ້ານເຕັກໂນໂລຊິຢູ່ພາຍໃນ, ການຄົ້ນ ຄ້ວາ ແລະ ນະວັດຕະກຳໃນປະເທດກໍາລັງພັດທະນາ ລວມທັງການຮັບປະກັນໃຫ້ມີນະໂຍບາຍທີ່ເອື້ອອໍານວຍໃຫ້ແກ່ການພັດທະນາອຸດສາຫະກໍາໃຫ້ມີຄວາມຫຼາກຫຼາຍແລະ ເພີ່ມມູນຄ່າໃຫ້ແກ່ສິນຄ້າ.
9.ຄ ເພີ່ມທະວີການເຂົ້າເຖິງເຕັກໂນໂລຊິຂໍ້ມູນຂ່າວສານ ແລະ ການສື່ສານໃຫ້ຫຼາຍຍິ່ງຂຶ້ນ ແລະ ສູ້ຊົນຕອບສະໜອງການເຂົ້າເຖິງການບໍລິການອິນເຕີເນັດຢ່າງທົ່ວເຖິງ ແລະ ມີລາຄາບໍ່ແພງ ຢູ່ໃນປະເທດດ້ອຍພັດທະນາພາຍໃນປີ 2020.