
ຮັບປະກັນຮູບແບບການອຸປະໂພກບໍລິໂພກ ແລະ ການຜະລິດໃຫ້ມີຄວາມຍືນຍົງ

12.1.1 ແຜນການຈັດຕັ້ງປະຕິບັດລະດັບຊາດ ກ່ຽວກັບການອຸປະໂພກ ບໍລິໂພກ ແລະ ການຜະລິດແບບຍືນຍົງ ທີ່ຖືກຮັບຮອງ ຫຼື ເຊື່ອມສານເຂົ້າໃນນະໂຍບາຍແຫ່ງຊາດ.
12.2.2 ການນໍາໃຊ້ວັດຖຸຕໍ່ຫົວຄົນ, ຕໍ່ຜະລິດຕະພັນລວມ.
12.3.1 ຜົນຜະລິດເສຍຫາຍຫຼັງເກັບກ່ຽວ.
12.4.1 ຈໍານວນສິ່ງເສດເຫຼືອອັນຕະລາຍໃນເຂດນະຄອນຫຼວງ.
12.4.3 ຈໍານວນຂີ້ເຫຍື້ອທີ່ຖືກຜະລິດອອກມາສູ່ສະໜາມຂີ້ເຫື້ອຍ ໃນ 12 ແຂວງ.
12.5.1 ອັດຕາສ່ວນການນໍາໃຊ້ຂີ້ເຫື້ອຍຄືນທຽບກັບຂີ້ເຫື້ອຍທັງໝົດໃນນະຄອນຫຼວງ.
12.8.1 ການພັດທະນາຫຼັກສູດຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກສ ທີ່ເຊື່ອມສານ ກັບການພັດທະນາແບບຍືນຍົງ ແລະ ສອດຄ່ອງກັບຫຼັກສູດສ້າງຄູປະຖົມ ແລະ ຫຼັກສູດສ້າງຄູມັດທະຍົມ.
12.ຂ.1.ກ ແຜນດໍາເນີນງານຂອງ ສປປ ລາວ ໃນ ຖະແຫຼງການປາກເຊ ວ່າດ້ວຍ ແນວທາງຍຸດທະສາດທີ່ກ້າວໄປສູ່ການພັດທະນາວົງຈອນການທ່ອງທ່ຽວອະນຸລັກ ແລະ ເຊື່ອມໂຍງເສັ້ນທາງການທ່ອງທ່ຽວ:
- ໄດ້ຖືກຮັບຮອງ.
- ນຳໄປຈັດຕັ້ງປະຕິບັດ.
12.ຂ.1.ຂ ສ້າງຄູ່ມືການປະເມີນການພັດທະນາການທ່ອງທ່ຽວແບບຍືນຍົງຂອງ ສປປ ລາວ.
- ໄດ້ຖືກຮັບຮອງ.
- ນຳໄປຈັດຕັ້ງປະຕິບັດ.
12.ຂ.2 ເຜີຍແຜ່ ແລະ ປູກຈິດສຳນຶກໃຫ້ພາກສ່ວນທີ່ກ່ຽວຂ້ອງໃນຂະແໜງທ່ອງທ່ຽວ ນຳໃຊ້ພະລັງງານແບບປະຢັດ, ຫຼຸດຜ່ອນການນຳໃຊ້ພຣັສຕິກ ແລະ ນຳໃຊ້ຄືນໃໝ່.
12.1 ທຸກປະເທດປະຕິບັດ ຂອບແຜນງານ 10 ປີ ກ່ຽວກັບການອຸປະໂພບໍລິໂພກ ແລະ ການຜະລິດແບບຍືນຍົງ, ເຊິ່ງມີປະເທດພັດທະນາແລ້ວ ເປັນຜູ້ນໍາພາປະຕິບັດ, ໂດຍຄໍານຶງເຖິງການພັດທະນາ ແລະ ຄວາມສາມາດຂອງບັນດາປະເທດກໍາລັງພັດທະນາ.
12.2 ໃນປີ 2030 ຕ້ອງບັນລຸການຄຸມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ຍືນຍົງ ແລະ ມີປະສິດທິພາບ.
12.3 ພາຍໃນປີ 2030, ຫຼຸດຜ່ອນອາຫານເສດເຫຼືອໃນທົ່ວໂລກສະເລ່ຍຕໍ່ຫົວຄົນ ທັງໃນລະດັບຜູ້ຂາຍ ແລະ ຜູ້ບໍລິໂພກໃຫ້ໄດ້ເຄິ່ງໜຶ່ງ ແລະ ຫຼຸດຜ່ອນການສູນເສຍສະບຽງອາຫານໃນຂອດການຜະລິດ ແລະ ລະບົບຕ່ອງໂສ້ການສະໜອງ, ລວມທັງການສູນເສຍພາຍຫລັງການເກັບກ່ຽວ.
12.4 ພາຍໃນປີ 2020, ບັນລຸການຄຸ້ມຄອງສານເຄມີ ແລະ ສິ່ງເສດເຫຼືອທັງໝົດແບບທີ່ບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຕະຫຼອດໄລຍະວົງຈອນຊີວິດຂອງມັນ ໂດຍສອດຄ່ອງກັບຂອບວຽກຂອງສາກົນທີ່ໄດ້ຕົກລົງກັນ ແລະ ຫຼຸດຜ່ອນການປ່ອຍມົນລະພິດຂຶ້ນເທິງອາກາດ, ລົງນໍ້າ ແລະ ດິນ ໃຫ້ໄດ້ຢ່າງຫຼວງຫຼາຍ ເພື່ອຫຼຸດຜ່ອນຜົນກະທົບທາງລົບຕໍ່ສຸຂະພາບຂອງມະນຸດ ແລະ ສິ່ງແວດລ້ອມ.
12.5 ພາຍໃນປີ 2030, ຫຼຸດຜ່ອນການສ້າງສິ່ງເສດເຫຼືອ ໂດຍການປ້ອງກັນ, ຫຼຸດຜ່ອນ, ບໍາບັດ ແລະ ນໍາກັບມາໃຊ້ຄືນ.
12.8 ພາຍໃນປີ 2030, ຮັບປະກັນໃຫ້ປະຊາຊົນຢູ່ທົ່ວທຸກແຫ່ງ ມີຂໍ້ມູນທີ່ກ່ຽວຂ້ອງ ແລະ ມີຈິດສໍານຶກກ່ຽວກັບການພັດທະນາແບບຍືນຍົງ ແລະ ການໃຊ້ຊີວິດທີ່ກົມກຽວກັບທໍາມະຊາດ.
12.ຂ. ພັດທະນາ ແລະ ນໍາໃຊ້ເຄື່ອງມືໃນການຕິດຕາມກວດກາຜົນກະທົບຂອງການພັດທະນາແບບຍືນຍົງ ຕໍ່ການທ່ອງທ່ຽວແບບຍືນຍົງທີ່ສ້າງວຽກເຮັດງານທໍາ ແລະ ສົ່ງເສີມການວັດທະນະທໍາ ແລະ ຜະລິດຕະພັນທ້ອງຖິ່ນ.