
ສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດທີ່ຕໍ່ເນື່ອງ, ທົ່ວເຖີງ ແລະ ຍືນຍົງ, ການມີວຽກເຮັດງານທຳທີ່ມີປະສິດທິຜົນ ແລະ ເຕັມສ່ວນ ແລະ ວຽກງານທີ່ມີຄຸນຄ່າສຳລັບໝົດທຸກຄົນ

8.1.1. ອັດຕາການເຕີບໂຕຂອງ GDP ຕົວຈິງ.
8.2.1 ເປີເຊັນ ຂອງການຂະຫຍາຍຕົວຂອງປະສິດທິພາບຂອງແຮງງານ (GDP/ຕໍ່ຄົນທີ່ມີວຽກເຮັດງານທຳ).
8.3.1 ອັດຕາສວ່ນຂອງແຮງງານທີ່ເຮັດທຸລະກິດສ່ວນຕົວ ຫຼືເຮັດວຽກໃຫ້ ຄອບຄົວທຽບກັບຈໍານວນແຮງງານທັງໝົດ, ຈັດແບ່ງຕາມເພດ.
8.3.2 ເປີເຊັນ ການອອກເງິນກູ້ເຂົ້າໃນ ວິສະຫະກິດຂະໜາດນ້ອຍ ແລະ ກາງ (SMEs) ທຽບກັບການອອກເງິນກູ້ທັງໝົດ.
8.3.3 ຈຳນວນວິສະຫະກິດຂະໜາດນ້ອຍ ແລະ ກາງ (SMEs) ທີ່ເປັນເຈົ້າຂອງໂດຍຄົນລາວ (ຄົນລາວເປັນຜູ້ຖືຫຸ້ນຫຼັກ).
8.5.1 ລາຍໄດ້ສະເລ່ຍ ຕໍ່ ຊົ່ວໂມງ ຂອງພະນັກງານທີ່ເປັນເພດຍິງ/ເພດຊາຍ, ຈັດແບ່ງຕາມຂະແໜງການ, ກຸ່ມອາຍຸ ແລະ ຄົນພິການ.
8.5.2 ອັດຕາວ່າງງານ (ເປີເຊັນ ຂອງແຮງງານທັງໝົດ):
- ຈຳນວນທັງໝົດ.
- ເພດຍິງ.
- ເພດຊາຍ.
8.5.3 ເປີເຊັນ ຂອງທຸລະກິດທີ່ມີເຈົ້າຂອງເປັນຜູ້ຍິງທຽບກັບຈໍານວນເຈົ້າຂອງທຸລະກິດທັງໝົດ.
8.5.4 ອັດຕາສ່ວນຂອງພະນັກງານ ຫຼື ແຮງງານນອກລະບົບທຽບກັບຈໍານວນແຮງງານທັງໝົດ:
- ຈຳນວນທັງໝົດ.
- ເພດຍິງ.
- ເພດຊາຍ.
8.6.1 ເປີເຊັນ ຂອງຈຳນວນໄວໜຸ່ມ (ອາຍຸແຕ່ 15-24 ປີ) ທີ່ບໍ່ໄດ້ເຂົ້າການສຶກສາຮ່ຳຮຽນ, ບໍ່ມີວຽກເຮັດງານທຳ ຫຼື ບໍ່ໄດ້ຮັບການຝຶກອົບຮົມ ທຽບກັບຈໍານວນໄວໜຸ່ມທັງໝົດໃນເກນອາຍຸນັ້ນ.
8.7.1 ເປີເຊັນ ຂອງຈຳນວນເດັກນ້ອຍ ແຕ່ອາຍຸ 5-17 ປີ ທີ່ມີວຽກເຮັດງານທຳ (“ເດັກນ້ອຍທີ່ເຮັດວຽກ”) ທຽບກັບຈໍານວນເດັກນ້ອຍທັງໝົດໃນເກນອາຍຸນັ້ນ:
- ຈຳນວນທັງໝົດ.
- ເພດຍິງ.
- ເພດຊາຍ.
8.7.2 ຈຳນວນເດັກນ້ອຍ ແຕ່ອາຍຸ 5-17 ປີ ທີ່ເຮັດວຽກເປັນແຮງງານໃນວຽກງານທີ່ມີຄວາມອັນຕະລາຍ ແຍກຕາມເພດ ແລະ ອາຍຸ.
8.8.1 ຈໍານວນຜູ້ບາດເຈັບ ແລະ ເສຍຊີວິດໃນສະຖານທີ່ອອກແຮງງານ ໃນປີດັ່ງກ່າວ.
8.9.1 ລາຍຮັບຈາກຂະແໜງການທ່ອງທ່ຽວ.
8.9.2 ອັດຕາຈຳນວນແຮງງານທີ່ຖືກຈ້າງເຂົ້າໃນຂະແໜງການທ່ອງທ່ຽວກັບຈຳນວນແຮງງານທີ່ຖືກຈ້າງງານທັງໝົດ ແລະ ອັດການເພີ່ມຈຳນວນແຮງງານ:
- ເພດຍິງ.
- ເພດຊາຍ.
8.9.3 ການສ້າງມາດຕະຖານການທ່ອງທ່ຽວຂອງ ສປປ ລາວ(ໃຫ້ຖືຮັບຮອງ ແລະ ນຳໄປຈັດຕັ້ງປະຕິບັດ).
- ມາດຕະຖານເມືອງທ່ອງທ່ຽວສະອາດຂອງ ສປປ ລາວ.
- ມາດຕະຖານການຈັດລຳດັບສະຖານທີ່ທ່ອງທ່ຽວຂອງ ສປປ ລາວ.
- ມາດຕະຖານເຮືອພັກແຮມປະຊາຊົນຂອງ ສປປ ລາວ.
- ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຂອງ ສປປ ລາວ.
8.10.1 ອັດຕາສ່ວນ ຕໍ່ ຜູ້ໃຫຍ່ 100,000 ຄົນຂອງ:
- ຈໍານວນຕູ້ ເອທີເອັມ (ATMs).
- ຈໍານວນສາຂາຂອງທະນາຄານທຸລະກິດ ແລະ ໜ່ວຍບໍລິການທະນາຄານ.
- ສະຖາບັນການເງິນຈຸລະພາກ (ຮັບຝາກ ແລະ ບໍ່ຮັບຝາກ).
8.10.2 ເປີເຊັນ ຂອງຜູ້ໃຫຍ່ (18 ປີ ຂຶ້ນໄປ) (ທັງໝົດ/ຍິງ/ຊາຍ)ທີ່:
- ມີປຶ້ມບັນຊີເງິນຝາກ/ບັນຊີເງິນຝາກຢູ່ທະນາຄານທຸລະກິດ.
- ຂໍກູ້ຢູ່ທະນາຄານທຸລະກິດ.
- ຂໍກູ້ຢູ່ສະຖາບັນການເງິນ.
8.ກ.1ຈຳນວນມື້ສະເລ່ຍ ທີ່ນໍາໃຊ້ໃນຂະບວນການນຳເຂົ້າ.
8.1 ຮັກສາລະດັບການຂະຫຍາຍຕົວທາງເສດຖະກິດຕໍ່ຫົວຄົນ ອີງຕາມສະພາບເງື່ອນໄຂຂອງປະເທດ ແລະ ຢ່າງໜ້ອຍສຸດ ອັດຕາການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ ຂອງປະເທດດ້ອຍພັດທະນາ ໃຫ້ຢູ່ໃນລະດັບ 7 ເປີເຊັນຕໍ່ປີ.
8.2 ບັນລຸສະມັດຕະພາບທາງດ້ານເສດຖະກິດໃຫ້ສູງຂຶ້ນກວ່າເກົ່າ ໂດຍການຖານສ້າງເສດຖະກິດໃຫ້ມີຄວາມຫຼາກຫຼາຍ, ຍົກລະດັບເຕັກໂນໂລຊິ ແລະ ນະວັດຕະກຳ ລວມທັງສຸມໃສ່ຂະແໜງການທີ່ມີການເພີ່ມມູນຄ່າສູງຂຶ້ນ ແລະ ໃຊ້ແຮງງານຫຼາຍ.
8.3 ສົ່ງເສີມນະໂຍບາຍທີ່ເລັ່ງໃສ່ການພັດທະນາ ທີ່ສະໜັບສະໜູນກິດຈະກໍາການຜະລິດ, ການສ້າງວຽກເຮັດງານທໍາທີ່ເປັນທຳ, ການປະກອບການ, ຫົວຄິດປະດິດສ້າງ ແລະ ນະວັດຕະກຳ ແລະ ຊຸກຍູ້ການສ້າງ ແລະ ຂະຫຍາຍຕົວຂອງວິສາຫະກິດຂະໜາດຈຸລະພາກ, ຂະໜາດນ້ອຍ ແລະ ຂະໜາດກາງ ໂດຍຜ່ານການເຂົ້າເຖິງການບໍລິການທາງດ້ານການເງິນ.
8.5 ພາຍໃນປີ 2030, ທຸກຄົນທັງຍິງ ແລະ ຊາຍ ລວມທັງຊາວໜຸ່ມ ແລະ ຄົນພິການ ມີວຽກເຮັດງານທໍາທີ່ມີປະ ສິດທິຜົນຢ່າງເຕັມສ່ວນ ແລະ ວຽກງານທີ່ມີຄຸນຄ່າ ແລະ ໄດ້ຮັບເງິນຄ່າຈ້າງເທົ່າທຽມກັນໃນການເຮັດວຽກທີ່ສ້າງມູນຄ່າເທົ່າກັນ.
8.6 ພາຍໃນປີ 2020, ຫຼຸດຜ່ອນອັດຕາສ່ວນຂອງໄວໜຸ່ມທີ່ບໍ່ມີວຽກເຮັດງານທໍາ, ບໍ່ໄດ້ເຂົ້າສຶກສາຮໍ່າຮຽນ ຫຼື ຮັບການຝຶກອົບຮົມ ໃຫ້ຫນ້ອຍລົງຢ່າງຫຼວງຫຼາຍ.
8.7 ປະຕິບັດມາດຕະການທີ່ມີປະສິດທິຜົນສະເພາະໜ້າ ເພື່ອລຶບລ້າງແຮງງານແບບບັງຄັບ, ການຂ້າທາດສະໄໝໃໝ່ ແລະ ການຄ້າມະນຸດ ແລະ ຮັບປະກັນໃຫ້ມີການຫ້າມ ແລະ ລຶບລ້າງການໃຊ້ແຮງງານເດັກໃນຮູບແບບທີ່ຮ້າຍແຮງທີ່ສຸດລວມທັງການຮັບເອົາ ແລະ ນຳໃຊ້ເດັກນ້ອຍເປັນທະຫານ ແລະ ພາຍໃນປີ 2025 ຕ້ອງລຶບລ້າງການນໍາໃຊ້ແຮງງານເດັກໃນທຸກຮູບແບບ.
8.8 ປົກປ້ອງສິດທິທາງດ້ານແຮງງານ ແລະ ສົ່ງເສີມສະພາບແວດລ້ອມໃນການເຮັດວຽກທີ່ຄວາມປອດໄພ ແລະ ຮັບປະກັນ ສໍາລັບກຳມະກອນທັງໝົດ ລວມທັງແຮງງານເຄື່ອນຍ້າຍ ໂດຍສະເພາະແມ່ຍິງ ແລະ ຜູ້ທີ່ເຮັດວຽກທີ່ມີຄວາມສ່ຽງ.
8.9 ພາຍໃນປີ 2030, ສ້າງ ແລະ ປະຕິບັດນະໂຍບາຍເພື່ອສົ່ງເສີມການທ່ອງທ່ຽວແບບຍືນຍົງ ທີ່ສ້າງວຽກເຮັດງານທໍາ ແລະສົ່ງເສີມວັດທະນະທໍາ ແລະ ຜະລິດຕະພັນຂອງທ້ອງຖິ່ນ.
8.10 ຮັດແໜ້ນຂີດຄວາມສາມາດຂອງສະຖາບັນການເງິນພາຍໃນປະເທດ ເພື່ອຊຸກຍູ້ ແລະ ເສີ່ມຂະຫຍາຍໃຫ້ທຸກຄົນ ສາມາດເຂົ້າເຖິງການບໍລິການດ້ານທະນາຄານ, ປະກັນໄພ ແລະ ການເງິນ.
8.ກ. ເພີ່ມທະວີການຊ່ວຍເຫຼືອ ເພື່ອສະໜັບສະໜູນການຄ້າໃຫ້ແກ່ປະເທດກໍາລັງພັດທະນາ ໂດຍສະເພາະປະເທດດ້ອຍພັດທະນາ ໂດຍຜ່ານຂອບວຽກການເຊື່ອມໂຍງດ້ານການຊ່ວຍເຫຼືອດ້ານວິຊາການກ່ຽວກັບການຄ້າໃຫ້ແກ່ບັນດາປະເທດດ້ອຍພັດທະນາ ຂອງອົງການການຄ້າໂລກ.