Info Image 17

ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ຟື້ນຟູການເປັນຄູ່ຮ່ວມສາກົນເພື່ອການພັດທະນາແບບຍືນຍົງ

17.1.1 ລາຍຮັບລັດຖະບານທັງໝົດ (ແຍກຕາມແຫຼ່ງຮັບ) ທຽບກັບGDP (ລາຍຮັບພາຍໃນ/ການຊ່ວຍເຫຼືອລ້າ/ການກູ້ຢືມ).

17.1.2 ເປີເຊັນ ຂອງຄ່າໃຊ້ຈ່າຍ ທີ່ນຳໃຊ້ບ້ວງລາຍຮັບພາຍໃນປະເທດ.

17.3.1 ມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ (FDI), ການຊ່ວຍເຫຼືອທຶນຊ່ວຍເຫຼືອລ້າເພື່ອການພັດທະນາ (ODA) ແລະ ການຮ່ວມມືໃຕ້-ໃຕ້ (SSC) ທຽບກັບມູນຄ່າງົບປະມານພາຍໃນປະເທດ.
- (US$) FDI / ODA/ SSC.
- % FDI / ODA/ SSC.
- ກ່ຽວກັບ VD-CAP:ການຕີລາຄາຄຸນນະພາບ.

17.3.2 ມູນຄ່າການໂອນເງິນຂ້າມປະເທດຂອງສ່ວນບຸກຄົນ ທຽບກັບ GDP, (US$).

17.4.1 ມູນຄ່າການຊ້ຳລະໜີ້ສິນທັງໝົດທຽບກັບມູນຄ່າການສົ່ງອອກສິນຄ້າ, ການບໍລິການ ແລະ ລາຍຮັບຕົ້ນຕໍ.

17.5.1 ຈຳນວນກົນໄກການສົ່ງ ເສີມການລົງທືນທີ່ ສປປ ລາວ ຮັບຮອງ ແລະຈັດຕັ້ງປະຕິບັດ.

17.6.1 ຈຳນວນສັນຍາ ແລະ ແຜນງານການຮ່ວມມືທາງດ້ານເຕັກໂນໂລຊິ ແລະ ວິທະຍາສາດ ລະຫວ່າງປະເທດ, ແຍກຕາມປະເພດການຮ່ວມມື (ເພີ່ມສັນຍາການຮ່ວມມືກັບປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆໃຫ້ໄດ 100 ສະບັບ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ 80% ໃນປີ 2020).

17.6.2 ຈໍານວນຜູ້ລົງທະບຽນນໍາໃຊ້ ອິນເຕີເນັດ ທີ່ມີຄວາມໄວແຕ່:
- 256 kbit/s ຫຼືໜ້ອຍກ່ວາ2 Mbit/s.
- ຜູ້ລົງທະບຽນນໍາໃຊ້ ອິນເຕີເນັດ 2 Mbit/s ແຕ່ ໜ້ອຍກ່ວາ 10 Mbit/s.
- ການລົງທະບຽນນໍາໃຊ້ ອິເຕີເນັດ ເທົ່າກັບ ຫຼື ຫຼາຍກ່ວາ 10 Mbit/s.

17.6.3.ກ ຈຳນວນໂຄງການ ແລະ ບົດຄົ້ນຄ້ວາ (ເພີ່ມຈໍານວນໂຄງການຄົ້ນຄ້ວາລະດັບປະເທດ ແລະ ລະດັບກະຊວງໃຫ້ໄດ້ 250 ໂຄງການໃນປີ 2025).

17.6.3.ຂ ຈຳນວນບົດຄົ້ນຄ້ວາທີ່ໄດ້ຈັດພີມໃນວາລະສານລະດັບພາກພື້ນ ແລະ ສາກົນ (ເພີ່ມຈໍານວນບົດພີມເຜີຍແຜ່ຜົນການຄົ້ນຄ້ວາໃຫ້ໄດ້ 250 ບົດໃນລະດັບປະເທດ ແລະ ພາກພື້ນໃນປີ 2025).

17.8.1 ເປີເຊັນ ຂອງບຸກຄົນທີ່ໃຊ້ອິນເຕີເນັດ ທຽບກັບປະຊາກອນທັງໝົດ.

17.8.2 ເປີເຊັນຂອງປະຊາກອນທີລົງທະບຽນນຳໃຊ້ອິນເຕີເນັດ ໃຊ້ສາຍ ແລະ ບໍໃຊ້ສາຍ ທຽບກັບປະຊາກອນທັງໝົດ.

17.8.3 ເປີເຊັນ ຂອງຜູ້ນຳໃຊ້ອິນເຕີເນັດຜ່ານໂທລະສັບມືຖື ທຽບກັບປະຊາກອນທັງໝົດ.

17.11.1 ອັດຕາການເພີ່ມຂື້ນຂອງການສົ່ງອອກ (ສະເລ່ຍ).

17.15.1 ຂອບເຂດການນຳໃຊ້ໂຄງຮ່າງ ແລະ ເຄື່ອງມືການວາງແຜນຂອງປະເທດ ແຍກຕາມຜູ້ສະໜອງການຮ່ວມມືເພື່ອການພັດທະນາ.

17.16.1 ສປປ ລາວ ໃຫ້ພັນທະໃນການລາຍງານຄວາມຄືບໜ້າຂອງໂຄງຮ່າງການຕິດຕາມປະສິທິຜົນການພັດທະນາທີ່ມີຄູ່ຮ່ວມມືຂອງຫຼາຍພາກສ່ວນ ທີ່ເປັນໂຄງຮ່າງ ສະໜັບສະໜູນຜົນສຳເລັດການພັດທະນາແບບຍືນຍົງ.

17.18.1 ສັດສ່ວນຕົວຊີ້ບອກ ປພຍ ທີ່ ຖືກຮັບຮອງເອົາໂດຍ ສປປ ລາວ ທີ່ຖືກຈັດເຂົ້າຢ່າງເຕັມສ່ວນ ໃນ ເປົ້າໝາຍທີ່ກ່ຽວຂ້ອງ, ໂດຍໃຫ້ສອດຄ່ອງກັບ ກົດລະບຽບພື້ນຖານຂອງ ສປຊ ຂອງ ສະຖິຕິທາງການ.

17.18.2 ການຮັບຮອງເອົານິຕິກຳສະຖິຕິແຫ່ງຊາດ ທີ່ສອດຄ່ອງກັບບັນດາຫຼັກການພື້ນຖານ ຂອງສະຖິຕິທີ່ເປັນທາງການ.

17.18.3 ການສ້າງຕັ້ງ/ການຈັດຕັ້ງປະຕິບັດ ແຜນສະຖິຕິແຫ່ງຊາດຂອງ ສປປ ລາວ.

17.19.2.ກ ສໍາເລັດການເກັບກໍາ ສະຖິຕິການຂຶ້ນສໍາມະໂນຄົວຂອງປະຊາກອນ ໜ້ອຍສຸດ 1 ຄັ້ງ ໃນໄລຍະ 10 ປີຜ່ານມາ.

17.19.2.ຂ ຈໍານວນການຈົດທະບຽນການເກິດ:
- ຈໍານວນທັງໝົດ.
- ເພດຍິງ.
- ເພດຊາຍ.

17.19.3* ຈໍານວນການຈົດທະບຽນການເສຍຊີວິດ:
- ຈໍານວນທັງໝົດ.
- ເພດຍິງ.
- ເພດຊາຍ

17.1 ຮັດແໜ້ນການລະດົມທຶນຮອນພາຍໃນປະເທດ ໂດຍການມີການສະໜັບສະໜູນຂອງສາກົນ ໃຫ້ແກ່ປະເທດກໍາລັງພັດທະນາ ເພື່ອປັບປຸງຂີດຄວາມສາມາດພາຍໃນປະເທດສຳລັບການເກັບພາສີ ແລະ ເກັບລາຍຮັບອື່ນໆ.

17.3 ລະດົມທຶນຮອນເພີ່ມເຕີມ ຈາກຫຼາຍໆແຫຼ່ງທຶນ ສໍາລັບປະເທດກໍາລັງພັດທະນາ.

17.4 ຊ່ວຍເຫຼືອປະເທດກໍາລັງພັດທະນາ ໃນການບັນລຸການຈ່າຍໜີ້ສິນໃນໄລຍະຍາວ ໂດຍຜ່ານຈັດຕັ້ງປະຕິບັດນະໂຍບາຍທີ່ສອດຄ່ອງກັນ ແນໃສ່ຊຸກຍູ້ເງິນກູ້ຢືມ, ການບັນເທົາໜີ້ ແລະ ການປັບໂຄງສ້າງໜີ້ສິນ ຕາມຄວາມເໝາະສົມ ພ້ອມທັງແກ້ໄຂບັນຫາໜີ້ພາຍ.

17.5 ຮັບຮອງເອົາ ແລະ ຈັດຕັ້ງປະຕິບັດລະບອບການສົ່ງເສີມການລົງທຶນສໍາລັບບັນດາປະເທດດ້ອຍພັດທະນາ.

17.6 ເພີ່ມທະວີການຮ່ວມມືລະຫວ່າງເຫນືອ-ໃຕ້, ໃຕ້-ໃຕ້ ແລະ ການຮ່ວມມືສາມຫຼ່ຽມໃນລະດັບພາກພື້ນ ແລະ ສາກົນ ກ່ຽວກັບການເຂົ້າເຖິງວິທະຍາສາດ, ເຕັກໂນໂລຊິ ແລະ ນະວັດຕະກຳ ແລະ ເສີມຂະຫຍາຍການແລກປ່ຽນຄວາມຮູ້ ອີງຕາມເງື່ອນໄຂທີ່ຕົກລົງກັນ ໂດຍການປັບປຸງການປະສານງານ ພາຍໃນກົນໄກທີ່ມີຢູ່ແລ້ວ, ໂດຍສະເພາະແມ່ນຢູ່ໃນລະດັບສະຫະປະຊາຊາດ ແລະ ຜ່ານກົນໄກການອໍານວຍຄວາມສະດວກທາງດ້ານເຕັກໂນໂລຊິໃນລະດັບໂລກ.

17.8 ເປີດດຳເນີນທະນາຄານເຕັກໂນໂລຊິຢ່າງເຕັມສ່ວນ ແລະ ກົນໄກສ້າງຂີດຄວາມສາມາດທາງດ້ານວິທະຍາສາດ, ເຕັກໂນໂລຊິ ແລະ ນະວັດຕະກຳ ໃຫ້ແກ່ປະເທດດ້ອຍພັດທະນາ ພາຍໃນປີ 2017 ແລະ ເພີ່ມທະວີການນໍາໃຊ້ເຕັກໂນໂລຊິທີ່ຊ່ວຍສະໜັບສະໜູນ ໂດຍສະເພາະເຕັກໂນໂລຊິຂໍ້ມູນຂ່າວສານ ແລະ ການສື່ສານ.

17.11 ເພີ່ມທະວີການສົ່ງອອກຂອງປະເທດກໍາລັງພັດທະນາ ໃຫ້ໄດ້ຢ່າງຫລວງຫລາຍ ໂດຍສະເພາະແນໃສ່ເພີ່ມສ່ວນແບ່ງການສົ່ງອອກໃນທົ່ວໂລກ ຂອງປະເທດດ້ອຍພັດທະນາ ໃຫ້ໄດ້ສອງເທົ່າ ພາຍໃນປີ 2020.

17.15 ເຄົາລົບສິດເປັນເຈົ້າໃນການວາງນະໂຍບາຍ ແລະ ການນໍາພາຂອງແຕ່ລະປະເທດ ເພື່ອສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍສຳລັບການລຶບລ້າງຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງຂອງຕົນ.

17.16 ເພີ່ມທະວີການເປັນ ”ຄູ່ຮ່ວມມືສາກົນເພື່ອການພັດທະນາແບບຍືນຍົງ’’ ໂດຍມີການຊ່ວຍປະກອບສ່ວນຈາກການເປັນຄູ່ຮ່ວມມືຂອງຫຼາຍພາກສ່ວນກ່ຽວຂ້ອງ ທີ່ລະດົມ ແລະ ແລກປ່ຽນຄວາມຮູ້, ຄວາມຊ່ຽວຊານ, ເຕັກໂນໂລຊິ ແລະ ທຶນຮອນ ເພື່ອສະໜັບສະໜູນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນທຸກປະເທດ ໂດຍສະເພາະໃນປະເທດກໍາລັງພັດທະນາ.

17.18 ພາຍໃນປີ 2020, ເພີ່ມທະວີການສະໜັບສະໜູນສ້າງຂີດຄວາມສາມາດໃຫ້ແກ່ປະເທດກໍາລັງພັດທະນາ, ລວມທັງປະເທດດ້ອຍພັດທະນາ ແລະ ປະເທດເກາະດອນນ້ອຍກໍາລັງພັດທະນາ, ເຮັດໃຫ້ມີຂໍ້ມູນທີ່ມີຄຸນນະພາບສູງ, ທັນເວລາ ແລະ ເຊື່ອຖືໄດ້ ເພີ່ມຂຶ້ນຢ່າງຫຼວງຫຼາຍ ໂດຍມີການຈັດແບ່ງຕາມລາຍຮັບ, ເພດ, ອາຍຸ, ເຊື້ອຊາດ, ຊົນເຜົ່າ, ປະຫວັດການຍົກຍ້າຍ, ຄວາມພິການ, ທີ່ຕັ້ງ ແລະ ຈຸດພິເສດອື່ນໆທີ່ສອດຄ່ອງກັບສະພາບຂອງປະເທດ.

17.19 ພາຍໃນປີ 2030, ສືບຕໍ່ຂໍ້ລິເລີ້ມຕ່າງໆທີ່ມີຢູ່ ເພື່ອພັດທະນາການວັດແທກຄວາມຄືບໜ້າ ກ່ຽວກັບການພັດທະນາແບບຍືນຍົງ ທີ່ປະກອບສ່ວນເຂົ້າໃນຍອດຜະລິດຕະພັນພາຍໃນ ແລະ ສະໜັບສະໜູນການສ້າງຂີດຄວາມສາມາດທາງດ້ານສະຖິຕິ ຂອງປະເທດກໍາລັງພັດທະນາ.