Info Image 4

ຮັບປະກັນການສຶກສາໃຫ້ມີຄຸນນະພາບ, ເທົ່າທຽມກັນ ແລະ ທົ່ວເຖິງ ແລະ ສົ່ງເສີມກາລະໂອກາດໃນການຮຽນຮູ້ຕະຫຼອດຊີວິດສຳລັບໝົດທຸກຄົນ

4.1.1 ເປີເຊັນ ຂອງນັກຮຽນທີ່​​ບັນ​ລຸ​ມາດ​ຖານ​ການ​ຮຽນ​ຮູ້ ທາງ​​ດ້ານ​ການ​ອ່ານ ແລະ ​ຄະ​ນິດ​ສາດ ​ເມື່ອ​ຮຽນ (i) ​ຊັ້ນປະ​ຖົມ (ຂັ້ນ ປ 2 ຫຼື ປ 3), (ii) ຮ​ອດ​ທ້າຍ​ປີ​ຂອງ​ຊັ້ນປະ​ຖົມ(ຂັ້ນ ປ 5) ແລະ (iii) ຮ​ອດ​ທ້າຍ​ປີ​ຂອງ​ຊັ້ນມັດ​ຖະ​ຍົມ​ຕອນ​ຕົ້ນ(ຂັ້​ນ ມ 4) ແຍກ​ຕາມ​ເພດ, ຊົນ​ເ​ຜົ່າ, ຄວາມ​ພິ​ການ ແລະ ແຂວງ ​ອີງຕາມ​ຂໍ​ມູນ​ທີ່​ມີ.

4.1.2 ການ​ບໍ​ລິ​ຫານ​​ກ່ຽວ​ກັບການ​ວັດ​ຜົນ​ການ​ຮຽນ​ລະ​ດັບ​ຊາດຂ​ອງ​ນັກ​ຮຽນ (i) ​ຊັ້ນປະ​ຖົມ (ຂັ້ນ ປ 2 ຫຼື ປ 3), (ii) ຮ​ອດ​ທ້າຍ​ປີ​ຂອງ​ຊັ້ນປະ​ຖົມ(ຂັ້ນ ປ 5) ແລະ (iii) ຮ​ອດ​ທ້າຍ​ປີ​ຂອງ​ຊັ້ນມັດ​ຖະ​ຍົມ​ຕອນ​ຕົ້ນ(ຂັ້​ນ ມ 4).

4.1.3 ອັດ​ຕາ​ເຂົ້າ​ຮຽນ​ລວມ​ໃ​​​ຫມ່​ໃນ​ປີ​ສຸດ​ທ້າຍ​ຂອງ​ຊັ້ນປະ​ຖົມ​ສຶກ​ສາ ແລະ ມັດ​ຖະ​ຍົມ​ສຶກ​ສາ​ຕອນ​ຕົ້ນ.

4.1.4 ອັດ​ຕາ​ການ​ສໍ່​ເລັ​​ດຊັ້ນ​ປະ​ຖົມ​ສຶກ​ສາ, ຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຊັ້ນມັດທະຍົມສຶກສາຕອນ​ປາຍ ແຍກ​ຕາມ​ເພດ (ບໍ່​ແມ່ນ​ເປີ​ເຊັນ​ການ​ເສັງ​ຈົບ​ຊັ້ນ).

4.1.5 ອັດ​​ຕາ​ເດັກ​ຢູ່ນອກ​ໂຮງ​ຮຽນ (ຊັ້ນ​ປະ​ຖົມ​ສຶກ​ສາ, ຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຊັ້ນມັດທະຍົມສຶກສາຕອນ​ປາຍ)ແຍກ​ຕາມ​ເພດ.

4.1.6 ເປີ​ເຊັນ​ນັ​ກ​ຮຽນ​ທີ່​ມີ​ອາ​ຍຸ​ເກີນ​ເກນ​ເຂົ້າຮຽນ​ໃນ​ແຕ່​ລະ​ຊັ້ນ​ຮຽນ (ຊັ້ນ​ປະ​ຖົມ​ສຶກ​ສາ, ຊັ້ນມັດທະຍົມສຶກສາຕອນຕົ້ນ).

4.2.2 ​ອັດ​ຕາ​ການເຂົ້າຮ່ວ​ມຮຽນ​ຂອງ​ເ​ດັກ​​(ໜຶ່ງ​ປີກ່ອນ​ເກນເຂົ້າຮຽນຊັ້ນ​ປະ​ຖົ​ມ) ແ​ຍກ​ຕາມ​ເພດ.

4.2.3 ອັດຕາການເຂົ້າຮຽນລ​ວມໃນ (a) ຫ້ອງ​ກຽມ​ປະ​ຖົ​ມ ແລະ (b) ຊັ້ນການສຶກສາ​ກ່ອນ​ໄວ​ຮຽນ.
ການສຶກສາ​ກ່ອນ​ໄວ​ຮຽນມີ 2 ຊັ້ນ​ຮຽນ(ອີງ​ຕາມ​ກົດ​ໝາຍ​ການ​ສຶກ​ສາ).
- ຊັ້ນ​ລ້ຽງ​ເດັກ(3ເດືອນ​ຫາ​​ຕຳ​ກ່​ວາ3ປີ).
- ຊັ້ນ​ອະ​ນຸ​ບານ​ສຶກ​ສາ(3ປີ​ຫາຕຳກ່​ວາ6ປີ).
(ໃນ​ຊັ້ນອະ​ນຸ​ບານ​ສຶກ​ສາຍັງ​ມີ​ກຸ່ມ​ຮຽນ​ຜ່ານ​ການຫຼີ້ນ ແລະ ຫ້ອງ​ກຽມ​ປະ​ຖົມ(ອາ​ຍຸ 5ປີ)) ແຍກ​ຕາມ​ເ​ພດ.

4.3.1 ​ອັດ​ຕາ​ການ​ເຂົ້າ​ຮ່ວມ​ຮຽນ​ຂອງ​ຊາວ​ໜຸ່​ມ (15-24ປີ) ແລະ ຜູ້​ໃຫຍ່ (25-64ປີ) ທັງ​ໃນ​ໂຮງ​ຮຽນ ແລະ ນອກໂຮງ​ຮຽນ; ການ​ເຂົ້າ​ຝຶກ​ອົບ​ຮົມ​ໃນ 12 ເດືອນ​ຜ່ານ​ມາ, ແຍກ​ຕາມ​ເພດ.

4.3.2 ອັດ​ຕາ​ການ​ເຂົ້າ​ຮຽນ​ລວມ​ໃນ​​ການ​ສຶກ​ສາຊັ້ນ​​ສູງ ແບກ​ຕາມ​ເພດ(ເກນ​ອາ​ຍຸ​ເຂົ້າ​ຮຽນ 18-22​ປີ).

4.3.3 ອັດ​ຕາ​ການ​ເຂົ້າຮ່ວມ​ຮຽນໃນຫຼັກ​​ສູດ​ອາ​ຊີ​ວະ​​ສຶກ​ສາ(​​ອາ​ຍຸ 15-24ປີ), ແຍກ​ຕາມ​ເພດ.

4.3.4 ເປີເຊັນ ຂອງນັກຮຽນທີ່ຮຽນຈົບມັດທະຍົມຕອນຕົ້ນ ຫຼື ມັດທະຍົມຕອນປາຍ ທີ່​ໄດ້ເຂົ້າຮຽນຕໍ່​ໃນ​ສາຍອາຊີວະສຶກສາ, ແຍກ​ຕາມ​ເພດ :
- ​ຜູ້​ທີ່ຮຽນຈົບມັດທະຍົມຕອນຕົ້ນ ເຂົ້າ​ຮຽນ​ຈັກ​ເປີ​ເຊັນ.
- ຜູ້​ທີ່ຮຽນຈົບມັດທະຍົມຕອນປາຍເຂົ້າ​ຮຽນ​ຈັກ​ເປີ​ເຊັນ.

4.4.1 ເປີເຊັນ ຂອງປະຊາກອນອາຍຸ 15-24 ປີ ທີ່ນຳໃຊ້ ຄອມພິວເຕີ ແລະ ອິນເຕີເນັດ, ແຍກຕາມຄວາມສາມາດທາງດ້ານ ICT, ເພດ ແລະ ທີ່ຢູ່ອາໄສ ທຽບກັບຈຳນວນປະຊາກອນ ທັງໝົດຂອງເກນອາຍຸນັ້ນ:
- ເປີເຊັນ ການນຳໃຊ້ ຄອມພິວເຕີ (ເພດຍິງ).
- ເປີເຊັນ ການນຳໃຊ້ ອິນເຕີເນັດ (ເພດຍິງ).
- ເປີເຊັນ ການນຳໃຊ້ ຄອມພິວເຕີ (ເພດຊາຍ).
- ເປີເຊັນ ການນຳໃຊ້ ອິນເຕີເນັດ (ເພດຊາຍ).

4.5.1.ກ ດັດຊະນີຄວາມສະເໝີພາບ ຍິງ-ຊາຍ ໃນການເຂົ້າຮຽນ:
- ຊັ້ນປະຖົມ.
- ຊັ້ນມັດທະຍົມຕອນຕົ້ນ.
- ຊັ້ນມັດທະຍົມຕອນປາຍ.

4.5.1.ຂ ດັດຊະນີຄວາມສະເໝີພາບ ຍິງ-ຊາຍ ໃນການ​ສຳ​ເລັດ​ຊັ້ນ​ຮຽນ​ຕ່າ​ງໆ:
- ຊັ້ນປະຖົມ.
- ຊັ້ນມັດທະຍົມຕອນຕົ້ນ.
- ຊັ້ນມັດທະຍົມຕອນປາຍ.

4.6.1.ກ ເປີເຊັນ ຂອງຜູ້​ໃຫຍ່ອາຍຸ 15 ປີຂື້ນໄປທີ່ສາມາດອ່ານ ແລະ ຂຽນໜັງສືໄດ້ ​ແຍກ​ຕາມ​ເ​ພດ(ຈຳ​ນວນ​ຜູ້ອ່ານ ແລະ ຂຽນໜັງສືໄດ້ທຽບກັບຈຳນວນປະ​ຊາ​ກອນ​ທັງໝົດ), ແຍກ​ຕາມ​ເພດ.

4.6.1.ຂ ເປີເຊັນ​ຂອງ​ຊາວ​ໜຸ່ມ​ອາ​ຍຸ15–24 ປີ ທີ່ສາມາດອ່ານ ແລະ ຂຽນໜັງສືໄດ້.
- 15 - 19 ປີ.
- 20 - 24 ປີ.

4.7.2 ເປີ​ເ​ຊັນ​ຂອງມະ​ຫາ​ວິ​ທະ​ຍາໄລ​ ແລະ ສະ​ຖານ​ການ​ສຶກ​ສາ ສາ​​ຍອາ​ຊີ​ວະ​ສຶກ​ສາ ແລະ ສ້າງ​ຄູ ທີ່​ມີ​ໂຄງ​ສ້າງອາ​ຄານ ແລະ ການ​ຈັດ​ຕັ້ງ​ ​ແບບຍືນ​ຍົງ.

4.ກ.1 ເປີເຊັນ ຂອງ​ໂຮງ​ຮຽນ (ກ) ທີ່​ສາ​ມາດ​ເຂົ້າ​ເຖີງ​ໄຟ​ຟ້າໄດ້ ​(ຂ) ທີ່​ມີ​ອິ​ນ​ເຕີ​ເນັດ​ໃຊ້ ຮັບ​ໃຊ້​ການ​ຮຽນ​ການ​ສອນ (ຄ) ທີ່​ມີ​ເຄື່ອງ​​ຄອມ​ພິວ​ເຕີ ຮັບ​ໃຊ້​ການ​ຮຽນ​ການ​ສອນ (ງ) ທີ່​ມີ​ສິ່ງ​ອໍາ​ນວຍ​ຄວາມ​ສະ​ດວກ ສຸ​ຂາ​ພິ​ບານ ພຽງ​ພໍ (ວິດ​ຖ່າຍ) ທີ່ຈັດ​ແບ່ງ​ຕາມ​ເພດ ການ​ນຳ​ໃຊ້​ນ້ຳສະ​ອາດ (ຈ) ນ້ຳລ້າງມືໄດ້ ຕາມ​ມາດ​ຖານແຫ່ງຊາດ (ສ) ທີ່​ມີ​ໂຄງ​ລ່າງ​ພື້ນ​ຖານ​ທີ່​ເໝາະ​ສົມ ແລະ ອຸ​ປະ​ກອນ​ໃຫ້​ແກ່​ນັກ​ຮຽນ​​ພິ​ການ (ຊ) ທີ່​ມີສະຖານທີ່ອໍານວຍຄວາມສະດວກທາງດ້ານນໍ້າ ແລະ ສຸຂະອະນາໄມ (WASH) ຕາມ​ມາດ​ຕະ​ຖານແຫ່ງ​ຊາດ ທຽບກັບຈຳນວນໂຮງຮຽນທັງໝົດ.

4.ຂ.1 ປະ​ລິ​ມານ​ການ​ຊ່​ວຍ​ເຫຼື​ອ​ທາງ​ການ ເພື່ອການພັດທະນາ ໃນ​ຮູບ​ແບບ​ທຶນ​ການ​ສຶກ​ສາ ແຍກຕາມ​ຂະ ​ແໜງ ແລະ ວິ​ຊາຮຽນ.

4.ຄ.1 ເປີເຊັນ ຂອງຄູ ທີ່ໄດ້ຜ່ານສ້າງຄູ ທຽບກັບຈຳນວນຄູທັງໝົດ ແຍກ​ຕາມ​ເພດ.
- ຊັ້ນປະຖົມ.
- ຊັ້ນມັດຖະຍົມຕອນຕົ້ນ.
- ຊັ້ນມັດຖະຍົມຕອນປາຍ.

4.1 ພາຍໃນປີ 2030, ຮັບປະກັນວ່າເດັກນ້ອຍຍິງ ແລະ ຊາຍທັງໝົດສໍາເລັດການສຶກສາຂັ້ນປະຖົມ ແລະ ມັດທະຍົມໂດຍບໍ່ເສຍຄ່າ, ມີຄວາມເທົ່າທຽມກັນ ແລະ ມີຄຸນນະພາບ ນຳໄປສູ່ໝາກຜົນຂອງການຮຽນຮູ້ທີ່ມີປະສິດທິຜົນ ແລະ ເໝາະສົມ.

4.2 ພາຍໃນປີ 2030, ຮັບປະກັນວ່າເດັກຍິງ ແລະ ເດັກຊາຍທັງໝົດສາມາດເຂົ້າເຖິງພັດທະນາການໃນໄວເດັກທີ່ມີ ຄຸນນະພາບ, ໄດ້ຮັບການດູແລ ແລະ ການສຶກສາກ່ອນໄວຮຽນ ເພື່ອເຮັດໃຫ້ເຂົາເຈົ້າມີຄວາມພ້ອມສໍາລັບການສຶກສາຊັ້ນປະຖົມ.

4.3 ພາຍໃນປີ 2030, ຮັບປະກັນໃຫ້ແມ່ຍິງ ແລະ ຜູ້ຊາຍມີຄວາມເທົ່າທຽມກັນໃນການເຂົ້າເຖິງການສຶກສາດ້ານວິຊາການ, ວິຊາຊີບ ແລະ ຊັ້ນສູງ, ລວມທັງມະຫາວິທະຍາໄລ ທີ່ມີຄຸນນະພາບ ແລະ ບໍ່ເສຍຄ່າແພງ.

4.4 ພາຍໃນປີ 2030, ເພີ່ມຈໍານວນຊາວໜຸ່ມ ແລະ ຜູ້ໃຫຍ່ທີ່ມີທັກສະທີ່ ເໝາະສົມໃຫ້ຫຼາຍຂຶ້ນ ລວມທັງທັກສະດ້ານວິຊາການ ແລະ ວິຊາຊີບ ສຳລັບການເຮັດວຽກ, ວຽກທີ່ມີຄຸ່ນຄ່າ ແລະ ການເປັນຜູ້ປະກອບການ.

4.5 ພາຍໃນປີ 2030, ລຶບລ້າງຄວາມບໍ່ສະເໝີພາບກັນລະຫວ່າງ ຍິງ-ຊາຍ ໃນການສຶກສາ ແລະ ຮັບປະກັນຄວາມເທົ່າທຽມກັນໃນການເຂົ້າເຖິງການສຶກສາທຸກລະດັບ ແລະ ການຝຶກອົບຮົມວິຊາຊີບສໍາລັບຜູ້ດ້ອຍໂອກາດ, ລວມທັງຄົນພິການ, ຄົນຊົນເຜົ່າ ແລະ ເດັກນ້ອຍທີ່ມີຄວາມສ່ຽງ.

4.6 ພາຍໃນປີ 2030, ຮັບປະກັນວ່າ ຊາວໜຸ່ມທັງໝົດ ແລະ ຜູ້ໃຫຍ່ຈຳນວນຫຼາຍທັງຜູ້ຊາຍ ແລະ ແມ່ຍິງ ຮູ້ຫນັງສື ແລະ ການຄິດໄລ່ເລກ.

4.7 ພາຍໃນປີ 2030, ຮັບປະກັນວ່າ ນັກຮຽນທັງໝົດມີຄວາມຮູ້ ແລະ ທັກສະທີ່ຈໍາເປັນເພື່ອສົ່ງເສີມການພັດທະນາແບບຍືນຍົງ, ໃນນັ້ນ ລວມທັງຜ່ານການສຶກສາເພື່ອການພັດທະນາແບບຍືນຍົງ ແລະ ການດໍາລົງຊີວິດແບບຍືນຍົງ, ສິດທິມະນຸດ, ຄວາມສະເຫມີພາບລະຫວ່າງ ຍິງ-ຊາຍ, ການສົ່ງເສີມວັດທະນາທໍາ ແຫ່ງສັນຕິພາບ ແລະ ການບໍ່ໃຊ້ຄວາມຮຸນແຮງ, ການເປັນພົນລະເມືອງຂອງໂລກ ແລະ ການຊື່ນຊົມຄວາມຫຼາກຫຼາຍທາງດ້ານວັດທະນະທໍາ ກໍຄືການປະກອບສ່ວນຂອງວັດທະນະທໍາເຂົ້າໃນການພັດທະນາແບບຍືນຍົງ.

4.ກ ສ້າງ ແລະ ຍົກລະດັບສະຖານທີ່ການສຶກສາ ທີ່ຄໍານຶງເຖິງຄວາມຕ້ອງການຂອງເດັກນ້ອຍ, ຄົນພິການ ແລະ ບັນຫາເພດ ຍິງ-ຊາຍ ແລະ ສ້າງສະພາບແວດລ້ອມຂອງການຮໍ່າຮຽນໃຫ້ປອດໄພ, ບໍ່ມີການໃຊ້ຄວາມຮຸນແຮງ, ທົ່ວເຖິງກັນ ແລະ ມີປະສິດທິຜົນ ສໍາລັບໝົດທຸກຄົນ.

4.ຂ. ພາຍໃນປີ 2020, ເພີ່ມຈຳນວນທຶນການສຶກສາໃນທົ່ວໂລກໃຫ້ຫຼາຍຂຶ້ນ ສຳລັບປະເທດກໍາລັງພັດທະນາ, ໂດຍສະເພາະປະເທດດ້ອຍພັດທະນາ, ປະເທດເກາະດອນນ້ອຍກໍາລັງພັດທະນາ ແລະ ບັນດາປະເທດໃນອາຟຣິກາ, ສໍາລັບການເຂົ້າຮຽນຊັ້ນສູງ, ລວມທັງການຝຶກອົບຮົມວິຊາຊີບ ແລະ ຫຼັກສູດດ້ານເຕັກໂນໂລຊິຂໍ້ມູນຂ່າວສານ ແລະ ການສື່ສານ, ວີຊາເຕັກນິກ, ວິສະວະກໍາ ແລະ ວິທະຍາສາດຢູ່ໃນບັນດາປະເທດພັດທະນາແລ້ວ ແລະ ປະເທດກໍາລັງພັດທະນາອື່ນໆ.

4.ຄ ພາຍໃນປີ 2030, ເພີ່ມທະວີການສະໜອງຈໍານວນຄູອາຈານທີ່ມີຄຸນນະພາບໃຫ້ຫຼາຍຂຶ້ນ ລວມທັງຜ່ານການຮ່ວມມືສາກົນ ສຳລັບການຝຶກອົບຮົມຄູຢູ່ໃນປະເທດກຳລັງພັດທະນາ ໂດຍສະເພາະປະເທດດ້ອຍພັດທະນາ ແລະ ປະເທດເກາະດອນນ້ອຍກຳລັງພັດທະນາ.