Slide
Slide

ກອງປະຊຸມເຜີຍແຜ່ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ/SDGs) ແລະ ວຽກງານກ່ຽວຂ້ອງຂອງກອງເລຂາ ປພຍ ໃຫ້ບັນດາເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ 4 ແຂວງພາກໃຕ້
ວັນທີ: 16/12/2020

ໃນວັນທີ 15 ຕຸລາ 2020, ທີ່ ເມືອງໂຂງ, ແຂວງຈຳປາສັກ , ກະຊວງການຕ່າງປະເທດ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ, ໃນນາມກອງເລຂາແຫ່ງຊາດ ເພື່ອຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ/SDGs) ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບ ຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ແລະ ວຽກງານກ່ຽວຂ້ອງຂອງກອງເລຂາ ປພຍ ໃຫ້ບັນດາເຈົ້າໜ້າທີ່ໆກ່ຽວຂ້ອງຈາກແຂວງພາກໃຕ້ ຊຶ່ງລວມມີ: ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື.

ກອງປະຊຸມດັ່ງກ່າວ ແມ່ນໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ມະໄລທອງ ກົມມະສິດ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໆ ຈໍາປາສັກ, ເຊິ່ງມີຜູ້​ຕາງ​ໜ້າ​ຈາກບັນດາພະແນກ ແລະ ຂະແໜງການທີ່ກ່ຽວຂ້ອງຈາກເມືອງຕ່າງໆພາຍໃນແຂວງ ຈໍາປາສັກ ແລະ ​ບັນ​ດາ 3 ແຂວງພາກໃຕ້ ເຂົ້າຮ່ວມທັງໝົດ ປະມານ 200 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເພີ່ມທະວີການສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ຂະແໜງການກ່ຽວຂ້ອງຂອງພາກລັດ ກ່ຽວກັບຄວາມໝາຍຄວາມສຳຄັນໃນການຈັດຕັ້ງປະຕິບັດ ປພຍ ຂອງ ສປປ ລາວ ເພື່ອແນໃສ່ສົ່ງເສີມການປະກອບສ່ວນ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ໂດຍສະເພາະແມ່ນຂະແໜງການກ່ຽວຂ້ອງໃນຂັ້ນທ້ອງຖິ່ນ ທີ່ປະຕິບັດວຽກງານຕິດພັນກັບເປົ້າໝາຍຕ່າງໆຂອງ ປພຍ. ໃນກອງປະຊຸມຄັ້ງນີ້ ຄະນະຜູ້ແທນຈາກບັນດາແຂວງພາກໃຕ້ ໄດ້ຮັບຟັງການເຜີຍແຜ່ ແລະ ແລກປ່ຽນບົດຮຽນວຽກ​ງານການຈັດຕັ້ງປະຕິບັດ ປພຍ ໂດຍໄດ້ຖືກເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຊຶ່ງຖືເອົາວຽກງານລຶບ​ລ້າງ​ຄວາມ​ທຸກ​ຍາກເປັນບູລິມະສິດຕົ້ນຕໍ, ສຸມໃສ່ການພັດທະນາແບບມີສ່ວນຮ່ວມຂອງຫຼາຍພາກສ່ວນ.

ຄຽງຄູ່ກັນນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນຂອງ ປພຍ ເຊັ່ນ: ແຜນປະຕິບັດງານແຫ່ງຊາດ ເພື່ອການຈັດຕັ້ງປະຕິບັດ ປພຍ ແລະ ແຜນດໍາເນີນງານການສື່ສານ, ໂຄສະນາ ແລະ ເຜີຍແຜ່ ປພຍ ທົ່ວປະເທດ ແລະ ທິດທາງການເຊື່ອມສານ ປພຍ ຮອດປີ 2030 ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການກະກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021 - 2025), ຄວາມສຳຄັນຂອງວຽກງານສະຖິຕິ ເພື່ອສະໜອງຂໍ້ມູນທີ່ຈຳເປັນໃຫ້ແກ່ການວາງນະໂຍບາຍດ້ານການພັດທະນາ ທີ່ສອດຄ່ອງ ແລະ ແທດເໝາະກັບສະພາບການພັດທະນາຕົວຈິງຂອງ ສປປ ລາວ.

ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນຕໍ່ ບັນດາເນື້ອໃນເອກະສານກ່ຽວກັບ ການຈັດຕັ້ງປະຕິບັດຫຼັກການຂອງ ຖະ​ແຫຼງ​ການ​ວຽງ​ຈັນ​ ວ່າ​ດ້ວຍ ການ​ເປັນ​ຄູ່​ຮ່ວມງານ​ ເພື່ອ​ການ​ພັດ​ທະ​ນາ​ທີ່ມີ​ປະ​ສິ​ດ​ທິ​ພາບ (2016 - 2025). ກອງປະຊຸມສຳມະນາຄັ້ງນີ້ ແມ່ນມີຄວາມສຳຄັນຢ່າງຍິ່ງ ຊື່ງເປັນການປະກອບສ່ວນໃນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ບັນດາເຈົ້າໜ້າທີ່ທີ່ກ່ຽວຂ້ອງເຊິ່ງເປັນຜູ້ຈັດຕັ້ງປະຕິບັດຕົວຈິງ ໃນລະດັບທ້ອງຖິ່ນຢູ່ແຂວງພາກໃຕ້ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ທີ່ຕິດພັນໂດຍກົງກັບວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງ ອົງການສະຫະປະຊາຊາດ, ພ້ອມທັງເປັນການສ້າງຄວາມເປັນເອກະພາບກັນ, ຮັບປະກັນການປະກອບສ່ວນ ແລະ ການມີສ່ວນຮ່ວມຂອງປະຊາຊົນລາວບັນດາເຜົ່າ ທຸກພາກສ່ວນໃນການຈັດຕັ້ງປະຕິບັດ ປພຍ ໃຫ້ມີປະສິດທິຜົນ ແລະ ບັນລຸໄດ້ຕາມຄາດໝາຍ.