Slide
Slide
Slide
Slide
Slide
Slide

ກອງປະຊຸມທົບທວນຄືນ ປະຈໍາປີ 2020 ຂອງບັນດາຈຸດປະສານ ແລະ ກອງເລຂາຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ
ວັນທີ: 18/12/2020

ໃນລະຫວ່າງວັນທີ 17-18 ທັນວາ 2020, ທີ່ວັງວຽງ, ແຂວງວຽງຈັນ, ກະຊວງການຕ່າງປະເທດ, ໃນນາມ ກອງເລຂາຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດ ປພຍ ໄດ້ຈັດ “ກອງປະຊຸມທົບທວນຄືນ ປະຈໍາປີ 2020 ຂອງບັນດາຈຸດປະສານ ແລະ ກອງເລຂາຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ”.

ກອງປະຊຸມແມ່ນໄດ້ຮັບກຽດການເປັນປະທານໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຜູ້ຕາງໜ້າຈາກບັນດາຈຸດປະສານປະຈໍາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມຫຼາຍກ່ວາ 80 ທ່ານ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອສະຫຼຸບ ແລະ ສັງລວມບັນດາວຽກງານ, ຜົນງານ ແລະ ຜົນສໍາເລັດການຈັດຕັ້ງປະຕິບັດ ປພຍ ໃນສົກປີ 2020 ທີ່ຜ່ານມາ, ໂດຍສະເພາະແມ່ນເພື່ອຖອດຖອນບົດຮຽນ, ແລກປ່ຽນປະສົບການ ແລະ ຕີລາຄາຈຸດດີ, ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດ ປພຍ ໃນໜຶ່ງປີຜ່ານມາ ລວມທັງວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າ ກໍຄື: ການວາງແຜນງານ, ທິດທາງ ແລະ ຄາດໝາຍວຽກງານ ປພຍ ສໍາລັບປີ 2021, ໂດຍສະເພາະແມ່ນການປຶກສາຫາລື, ການເກັບກໍາຂໍ້ມູນ ເພື່ອນໍາໃຂ້ເຂົ້າໃນການຂຽນບົດລາຍແຫ່ງຊາດແບບສະໝັກໃຈສະບັບທີ 2 ຂອງ ສປປ ລາວ ທີ່ຈະນໍາສະເໜີ ທີ່ ກອງປະຊຸມການເມືອງລະດັບສູງ ຂອງອົງການ ສປຊ ໃນປີ 2021.

ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການສືບຕໍ່ການຈັດຕັ້ງປະຕິບັດວຽກງານການພັດທະນາແບບຍືນຍົງ ຄຽງຄູ່ກັບແນວທາງ, ນະໂຍບາຍ ແລະ ບູລິມະສິດການພັດທະນາຂອງຊາດ ກໍຄື ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ, ເຊິ່ງການຮ່ວມມືຮອບດ້ານຂອງທຸກພາກສ່ວນທີ່ກ່ຽວຂ້ອງໃນສັງຄົມ ທັງພາກລັດ ແລະເອກະຊົນ, ທັງສາຍຕັ້ງ ແລະ ສາຍຂວາງ ແມ່ນເປັນສິ່ງທີ່ຈໍາເປັນ ແລະ ປາສະຈາກບໍ່ໄດ້ ໃນການບັນລຸບັນດາຄາດ ໝາຍ ແລະ ເປົ້າໝາຍທີ່ຕັ້ງໄວ້, ໂດຍສະເພາະ ຄວາມສໍາຄັນຂອງຄວາມເປັນເຈົ້າການຂອງບັນດາຈຸດປະສານງານ ປພຍ ແຫ່ງຊາດ ໃນການນໍາເອົາ ວາລະ 2030 ໄປສືບຕໍ່ຜັນຂະຫຍາຍ, ເຊື່ອມສານເຂົ້າໃນວຽກງານຂອງຂະແໜງການຕົນໃຫ້ເກີດດອກອອກຜົນ. ທ່ານ ຮອງລັດຖະມົນຕີ ຍັງໄດ້ເນັ້ນໜັກຕື່ມອີກວ່າ “ພວກເຮົາຢູ່ໃນຍຸກສະໄໝທີ່ມີການເພິ່ງພາເຊິ່ງກັນ ແລະ ກັນ ແລະ ກໍາລັງປະເຊີນໜ້າກັບອະນາຄົດທີ່ຄາດເດົາໄດ້ຍາກທີ່ສຸດ, ໂດຍສະເພາະຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງເປັນໄພຂົ່ມຂູ່ຮ້າຍແຮງຕໍ່ການດໍາລົງຊີວິດ ແລະ ຄວາມພະຍາຍາມໃນການພັດທະນາຂອງພວກເຮົາໃນປັດຈຸບັນ.

ສະນັ້ນ, ຍິ່ງກວ່າເວລາໃດໝົດພວກເຮົາຈໍາເປັນຕ້ອງເພີ່ມທະວີການຮ່ວມມືຫຼາຍຝ່າຍ ແລະ ການຮ່ວມມືຮອບດ້ານໃນທຸກລະດັບ ເພື່ອພ້ອມກັນແກ້ໄຂບັນດາສິ່ງທ້າທາຍ ແລະ ຊອກຫາແນວທາງ ແລະ ວິທີແກ້ໄຂ ເພື່ອສາມາດບັນລຸໄດ້ເປົ້າໝາຍການພັດທະນາແບບຍືນຍົງ, ຄຽງຄູ່ກັບການປະກອບສ່ວນໃຫ້ແກ່ການກະກຽມການກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໃນອະນາຄົດ”.

ນອກນັ້ນ, ກອງປະຊຸມ ໄດ້ຊົມເຊີຍຕໍ່ບັນດາຜົນງານການຈັດຕັ້ງປະຕິບັດ ປພຍ ໃນໄລຍະໜຶ່ງປີທີ່ຜ່ານມາ, ພ້ອມທັງແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍຊຸກຍູ້ການປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບການຕິດຕາມຄວາມຄືບໜ້າ ແລະ ວາງຄາດໝາຍວຽກງານ ປພຍ ສໍາລັບປີ 2021, ເພື່ອແນໃສ່ການກະກຽມ ໃຫ້ແກ່ບັນດາຈຸດປະສານງານ ປພຍ ແຫ່ງຊາດ ໃນການເຊື່ອມສານ ປພຍ ເຂົ້າໃນແຜນ ແລະ ຍຸດທະສາດການພັດທະນາຂອງຂະແໜງການຕົນ ແລະ ປະກອບສ່ວນໃນການຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ IX ແລະ ການກະກຽມການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 2 ຂອງ ສປປ ລາວ.

ໃນໂອກາດດັ່ງກ່າວນີ້, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ກອງເລຂາເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ ຍັງໄດ້ເດີນທາງໄປມອບອຸປະກອນການສຶກສາ ແລະ ກິລາ ເປັນມູນຄ່າ 2,017,000 ກີບ ແລະ 3400 ໂດລາສະຫະລັດ ໃຫ້ແກ່ ໂຮງຮຽນປະຖົມສົມບູນ ນໍ້າແປ, ເມືອງວັງວຽງ ເຊິ່ງເໂຮງຮຽນດັ່ງກ່າວ ຍັງຄົງຕ້ອງການໆສະໜັບສະໜູນທີ່ຈຳເປັນສຳລັບນັກຮຽນ ແລະ ຄູອາຈານ, ຊຶ່ງຄັ້ງນີ້ເປັນຄັ້ງທີ່ສອງທີ່ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ໄດ້ເຮັດກິດຈະກໍາ ແລະ ມອບເຄື່ອງອຸປະກອນການສຶກສາໃຫ້ກັບໂຮງຮຽນແຫ່ງດັ່ງກ່າວ ຈຸດປະສົງກໍ່ເພື່ອສືບຕໍ່ການຊ່ວຍເຫຼືອ ແລະ ຕິດຕາມຄວາມຄືບໜ້າ ແລະ ຜົນໄດ້ຮັບໃນການຊ່ວຍເຫຼືອໃນຄັ້ງທີ່ຜ່ານມາຂອງໂຮງຮຽນດັ່ງກ່າວ. ກົມອົງການຈັດຕັ້ງສາກົນ ແມ່ນເຫັນໄດ້ເຖິງຄວາມສຳຄັນຂອງວຽກງານການຮຽນ ແລະ ການສຶກສາ ກໍ່ຄື ການພັດທະນາຂອງເດັກນ້ອຍໃນມື້ນີ້ ຜູ້ທີ່ຈະເຕີບໃຫຍ່ໄປເປັນອະນາຄົດຂອງຊາດໃນຕໍ່ໜ້າ, ຊຶ່ງນີ້ກໍ່ເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢູ່ຂັ້ນທ້ອງຖິ່ນ.