ບົດຄວາມສະບັບທີ II ໃນຫົວຂໍ້: “ການກະກຽມຄວາມພ້ອມ, ກາລະໂອກາດ ແລະ ສິ່ງທ້າທາຍ ໃນການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ”
ວັນທີ: 14/01/2026
ໂດຍສືບຕໍ່ຈາກບົດຄວາມສະບັບທໍາອິດ ຄັ້ງວັນທີ 10 ກໍລະກົດ 2025 ກ່ຽວກັບ ປະຫວັດຄວາມເປັນມາຂອງ ປະເທດດ້ອຍພັດທະນາ, ໃນບົດຄວາມສະບັບນີ້ ບັນດາທ່ານຜູ້ອ່ານ ຈະໄດ້ຮັບຊາບຂໍ້ມູນລະອຽດເພີ້ມເຕີມ ກ່ຽວກັບ ການກະກຽມຄວາມພ້ອມ, ກາລະໂອກາດ ແລະ ສິ່ງທ້າທາຍ ໃນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ.
ທ່ານຄິດບໍ່ວ່າ, ກ່ອນປະເທດໃດໜຶ່ງຈະຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຕ້ອງມີການກະກຽມຄວາມພ້ອມແນວໃດ?, ໄດ້ປະເມີນ ກ່ຽວກັບ ກາລະໂອກາດ ແລະ ສິ່ງທ້າທາຍ ແນວໃດແດ່? ແລະ ກ່ອນຈະອອກຈາກສະຖານະພາບດັ່ງກ່າວ, ສປປ ລາວ ໄດ້ຮ່ວມມືກັບ ອົງການ ສະຫະປະຊາຊາດ (ສປຊ) ໃນການກະກຽມຄວາມພ້ອມດ້ານຕ່າງໆ ຕາມມາດຖານຂອງ ອົງການ ສປຊ, ລວມທັງການປະເມີນຮອບດ້ານວ່າ ສປປ ລາວ ຈະພົບພໍ້ກັບ ກາລະໂອກາດ ແລະ ປະເຊີນກັບສິ່ງທ້າທ້າຍຫຍັງແດ່? ເຊິ່ງບັນດາຄໍາຖາມເຫຼົ່ານີ້ ຈະໄດ້ຮັບຄໍາຕອບ ແລະ ການອະທິບາຍ ຈາກບົດຄວາມນີ້.
ການກະກຽມຄວາມພ້ອມໃນການອອກຈາກສະຖານະພາບດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນປີ 2026
ພາຍຫຼັງ ການສະຖາປະນາ ສປປ ລາວ ໃນວັນທີ 02 ທັນວາ 1975, ພັກ ແລະ ລັດຖະບານ ໄດ້ນໍາພາປະເທດຊາດຈັດຕັ້ງປະຕິບັດ 02 ໜ້າທີ່ ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສິ່ງທີ່ສຳຄັນ, ພັກ ແລະ ລັດຖະບານ ໄດ້ຖືເອົາການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃນຂອບເຂດທົົ່ວປະເທດ ເປັນບູລິມະສິດສູງສຸດ ໃນການສ້າງສາພັດທະນາປະເທດຊາດ. ໂດຍຜ່ານການປະຕິບັດພາລະກິດດັ່ງກ່າວ ຜ່ານມາໄດ້ສະແດງໃຫ້ເຫັນວ່າ ອັດຕາຄວາມທຸກຍາກ ຫລຸດລົງຢ່າງຕໍ່ເນື່ອງ, ເສັ້ນທາງຄົມມະນາຄົມ, ໂຮງຮຽນ ແລະ ໂຮງໝໍ ໃນທົ່ວປະເທດ ໄດ້ຮັບການຍົກລະດັບໃຫ້ດີຂຶ້ນ ທັງໃນດ້ານປະລິມານ ແລະ ຄຸນະພາບ. ຖ້າປຽບທຽບບາງຕົວເລກຊີ້ວັດ ແຕ່ອະດີດ ຈົນເຖິງປະຈຸບັນ ເຫັນວ່າ: ໃນປີ 1976, ເສັ້ນທາງຄົມມະນາຄົມ ມີຄວາມຍາວ 11, 462 ກິໂລແມັດ (ທາງປູຍາງ 1,427 ກິໂລແມັດ); ໂຮງຮຽນຈໍານວນ 4,527 ແຫ່ງ; ໂຮງໝໍ ຈໍານວນ 406 ແຫ່ງ, ອັດຕາຄວາມທຸກຍາກເທົ່າກັບ 46% (ອີງໃສ່ຜົນການສໍາຫຼວດຄັ້ງທໍາອິດ ໃນປີ 1992/1993). ມາຮອດປີ 2023-2024, ເສັ້ນທາງຄົມມະນາຄົມ ມີຄວາມຍາວເພີ່ມຂຶ້ນຮອດ 59,964 ກິໂລແມັດ (ທາງປູຍາງ 11,878 ກິໂລແມັດ, ທາງເບຕົງ 910 ກິໂລແມັດ, ອັດສະຟານ 1,430 ກິໂລແມັດ); ຈໍານວນໂຮງຮຽນ ເພີ່ມຂຶ້ນເປັນ 10,526 ແຫ່ງ ແລະ ໂຮງໝໍ ມີຈໍານວນ 1,242 ແຫ່ງ; ອັດຕາຄວາມທຸກຍາກຫຼຸດລົງຍັງເຫຼືອ 15% (ອີງໃສ່ການສໍາຫຼວດລ່າສຸດ ໃນປີ 2024/2025). ບັນດາຕົວເລກດັ່ງກ່າວ ແມ່ນຜົນງານບາງສ່ວນທີ່ພັກ ແລະ ລັດຖະບານ ຍາດມາໄດ້ເຊິ່ງເປັນພຶ້ນຖານອັນສໍາຄັນ ໃນການກ້າວອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ.
ໃນຕະຫຼອດໄລຍະຜ່ານມາ, ລັດຖະບານ ສປປ ລາວ ໄດ້ກໍານົດນະໂຍບາຍລຶບລ້າງຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ເປັນບູລິມະສິດແຫ່ງຊາດ, ພ້ອມທັງ ວາງຄາດໝາຍສູ້ຊົນ ແລະ ສຸມທຸກຄວາມພະຍາຍາມ ເພື່ອນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ເຊິ່ງເລີ່ມແຕ່ຊຸມປີ 2000 ເປັນຕົ້ນມາ. ນິຍາມຂອງປະເທດດ້ອຍພັດທະນາແມ່ນ “ປະເທດດ້ອຍພັດທະນາ (Least Developed Countries ຫຼື LDCs) ແມ່ນປະເທດທີ່ມີລາຍຮັບຕໍ່າ ແລະ ປະເຊີນກັບອຸປະສັກທາງດ້ານໂຄງສ້າງ ຢ່າງໜັກໜ່ວງຕໍ່ການພັດທະນາ, ເຊິ່ງມີຄວາມບອບບາງທີ່ສຸດຕໍ່ຜົນກະທົບທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ ລວມທັງ ມີຊັບສິນມະນຸດໃນລະດັບຕໍ່າ”. ພາຍຫລັງການປະເມີນຂອງ ຄະນະກໍາມະການນະໂຍບາຍດ້ານການພັດທະນາຂອງ ອົງການ ສປຊ (The Committee for Development Policy ຫຼື CDP), ສປປ ລາວ ສາມາດຜ່ານເງື່ອນໄຂໃນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ສາມຄັ້ງຕິດຕໍ່ກັນຄື ໃນປີ 2018 (ຜ່ານສອງໃນສາມເງື່ອນໄຂ), ໃນປີ 2021 ແລະ 2024, ເຊິ່ງໃນປີ 2024 ແມ່ນ: 1) ລາຍຮັບແຫ່ງຊາດ (GNI) ບັນລຸໄດ້ $2,503 R (ມາດຖານ ສປຊ ແມ່ນ $1,306 ຂຶ້ນໄປ ); 2) ດັດສະນີພັດທະນາມະນຸດ (HAI) ແມ່ນ 74.8 R (ມາດຖານ ສປຊ ແມ່ນ 66 ຫຼື ຫຼາຍກວ່າ) ແລະ 3) ດັດສະນີຄວາມບອບບາງດ້ານເສດຖະກິດ (EVI) ແມ່ນ 29.8 R (ມາດຖານຂອງ ສປຊ ແມ່ນ 32 ຫຼື ໜ້ອຍກວ່າ).
ເນື່ອງຈາກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນຜ່ານມາ ບວກກັບ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ ແລະ ວິກິດການຕ່າງໆ ທີ່ເກີດຂຶ້ນໃນພາກພື້ນ ແລະ ໃນໂລກ ທີ່ໄດ້ສົ່ງຜົນກະທົບຕໍ່ສະພາບການພັດທະນາໃນທົ່ວໂລກ ລວມທັງ ສປປ ລາວ, ເຮັດໃຫ້ການພັດທະນາໃນດ້ານຕ່າງໆ ພົບກັບສິ່ງທ້າທາຍ ໃນການຟື້ນຟູເສດຖະກິດ ແລະ ການພັດທະນາ ໂດຍສະເພາະ ຢູ່ບັນດາປະເທດດ້ອຍພັດທະນາ. ອີງໃສ່ສະພາບດັ່ງກ່າວ, ສະມັດຊາໃຫຍ່ ອົງການ ສປຊ ຈຶ່ງໄດ້ຮັບຮອງເອົາຍັດຕິເລກທີ A/RES/76/8, ລົງວັນທີ 29 ພະຈິກ 2021 ເພື່ອຂະຫຍາຍໄລຍະເວລາໃນການຂ້າມຜ່ານອອກຈາກສະຖານະພາບດ້ອຍພັດທະນາ ຈາກປົກກະຕິ 3 ປີ ອອກເປັນ 5 ປີ, ໝາຍຄວາມວ່າ ສປປ ລາວ ມີເວລາເພື່ອກະກຽມຄວາມພ້ອມເພື່ອຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຈົນເຖິງປີ 2026 ແລະ ມີໄລຍະຂ້າມຜ່ານຮອດປີ 2029.
ອີງຕາມຜົນການປະເມີນຂອງອົງການ ສປຊ ໃນປັດຈຸບັນ, ສປປ ລາວ ແມ່ນຖືກສະເໜີ ຫຼື ແນະນໍາ (Recommended) ໃຫ້ອອກຈາກສະຖານະພາບດັ່ງກ່າວ ພາຍໃນປີ 2026 ພ້ອມກັບ ບັງກລາເທດ ແລະ ເນປານ ໂດຍປະຕິບັດຕາມຂັ້ນຕອນຮັບຮອງຢ່າງເປັນທາງການໂດຍຜ່ານ ສະພາເສດຖະກິດ-ສັງຄົມ ສປຊ (ECOSOC) ແລະ ສະມັດຊາໃຫຍ່ ສປຊ (UN General Assembly). ຫມາຍຄວາມວ່າ:ການທີ່ປະເທດໃດຫນຶ່ງຈະຖືກບັນຈຸເຂົ້າ ຫລື ໃຫ້ອອກຈາກບັນຊີປະເທດດ້ອຍພັດທະນາ ນັ້ນແມ່ນຕັດສິນ ໂດຍຜ່ານກົນໄກຂອງ ອົງການ ສປຊ, ບໍ່ແມ່ນລັດຖະບານປະເທດໃດຫນຶ່ງ ຈະສາມາດກໍານົດໄດ້ເອງ.
ເພື່ອກະກຽມຄວາມພ້ອມໃນການຫລຸດພົ້ນອອກຈາກສະຖານະພາບດັ່ງກ່າວ, ໃນປີ 2023 ລັດຖະບານ ສປປ ລາວ ຮ່ວມກັບອົງການເຄືອຂ່າຍ ສປຊ ໄດ້ສ້າງແຜນຍຸດທະສາດ ເພື່ອຂ້າມຜ່ານອອກຈາກສະຖານະພາບດ້ອຍພັດທະນາ (The Smooth Transition Strategy For LDC Graduation in 2026 and Beyond ຫຼື STS). ໜຶ່ງໃນສາມເປົ້າໝາຍຫຼັກ ຂອງແຜນຍຸດທະສາດດັ່ງກ່າວ ເເມ່ນເພື່ອຮັບປະກັນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໄດ້ຢ່າງໂລ່ງລ່ຽນ ດັ່ງທີ່ ອົງການ ສປຊ ໄດ້ກໍານົດໄວ້ວ່າ: “ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ບໍ່ຄວນສົ່ງຜົນກະທົບ ແລະ ກີດຂວາງເເຜນການ ແລະ ການຈັດຕັັ້ງປະຕິບັດໂຄງການພັດທະນາຂອງປະເທດໃດຫນຶ່ງ”. ສິ່ງທີ່ສຳຄັນ ອົງການສະຫະປະຊາຊາດ ແລະ ວົງຄະນະຍາດສາກົນ ຍັງມີພັນທະ ເພື່ອສືບຕໍ່ໃຫ້ການສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອປະເທດເຫຼົ່ານັ້ນ ໃນຖານະທີ່ຍັງເປັນປະເທດດ້ອຍພັດທະນາ ໄປຈົນກວ່າຈະຖືກລຶບຊື່ອອກຈາກບັນຊີດັ່ງກ່າວ ຢ່າງເປັນທາງການ”. ໃນປັດຈຸບັນ, ກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ, ໃນຖານະກອງເລຂາ, ໄດ້ຮ່ວມກັບອົງການເຄືອຂ່າຍ ສປຊ ປະຈໍາ ສປປ ລາວ ພວມກະກຽມດໍາເນີນການປະເມີນຄວາມພ້ອມຂອງ ສປປ ລາວ ໃນການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ເຊິ່ງຈະເປັນການປະເມີນສະເພາະສໍາລັບ ສປປ ລາວ ແລະ ຄາດວ່າຈະໃຫ້ສໍາເລັດການປະເມີນດັ່ງກ່າວໃນທ້າຍປີ 2025 ນີ້.
ໂດຍຜ່ານການປະເມີນສະພາບເສດຖະກິດ ຂອງ ສປປ ລາວ ຂອງບັນດາອົງການຈັດຕັ້ງສາກົນ ເປັນຕົ້ນແມ່ນ ທະນາຄານພັດທະນາອາຊີ (ADB), ໃນປີ 2024 ເສດຖະກິດຂອງ ສປປ ລາວ ຂະຫຍາຍຕົວໃນລະດັບ 4.0%, ສ່ວນກອງທຶນການເງິນສາກົນ (IMF) ແມ່ນຂະຫຍາຍຕົວໃນລະດັບ 4.3% ແລະ ທະນາຄານໂລກ (WB) ຂະຫຍາຍຕົວໃນລະດັບ 4.1%. ສ່ວນຂໍ້ມູນຂອງສູນສະຖິຕິແຫ່ງຊາດ, ຕົວເລກ GDP ຂອງ ສປປ ລາວ, ໃນປີ 2024 ເສດຖະກິດຂອງ ສປປ ລາວ ໂດຍລວມໄດ້ຂະຫຍາຍຕົວໃນລະດັບ 4.3% ເຊິິ່ງຢູ່ໃນຈັງຫວະທ່ວງທ່າທີ່ດີ ແລະ ເພີ່ມຂຶ້ນເລັກນ້ອຍ ຖ້າທຽບໃສ່ປີຜ່ານມາແມ່ນ 4.2%. ສ່ວນລວມຍອດຜະລິດຕະພັນພາຍໃນ (GDP) ໃນປີ 2024 ແມ່ນຢູ່ໃນລະດັບ 325,287 ຕືີ້ກີບ, ປີ 2012 ແມ່ນ 158,293 ຕື້ກີບ, ໂດຍລວມເສດຖະກິດຂອງ ສປປ ລາວ ແມ່ນຍັງຂະຫຍາຍຕົວເພີ່ມຂຶ້ນ, ຖ້າເບິິ່ງຈາກການຂະ ຫຍາຍຕົວຂອງໂຄງປະກອບເສດຖະກິດ ເຫັນວ່າ ຂະແໜງການທິີິ່ຂະຫຍາຍຕົວສູງ ໃນປີ 2024 ແມ່ນ ຂະແໜງການບໍລິການ (ທີິ່ພັກອາໃສ ແລະ ຮ້ານອາຫານ), ຂະແໜງການຂົນສົົ່ງ ແລະ ສາງສິນຄ້າ ຂະຫຍາຍຕົວ 20.6% ແລະ 15.7% ຕາມລໍາດັບ. ການປະກອບສ່ວນຂອງຂະແໜງເສດຖະກິດ ເຂົ້າໃນການເຕີບໂຕລວມບັນລຸໄດ້ 4.3% ເຊິ່ງຂະແຫນງທີ່ພົ້ນເດັ່ນ ແມ່ນ ພະລັງງານໄຟຟ້າ, ຂະແໜງການຄ້າ (ຂາຍຍົກ-ຂາຍຍ່ອຍ) ແລະ ຂະແໜງການກໍໍ່ສ້າງ ປະກອບສ່ວນໃນລະດັບ 0.8%, 0.7% ແລະ 0.6% ຕາມລໍາດັບ. ສ່ວນອີກ 3.3% ແມ່ນການບໍລິການປະເພດອື່ນໆ.
ກາລະໂອກາດໃນການອອກຈາກສະຖານະພາບດ້ອຍພັດທະນາ, ຄາດຄະເນດ້ານບວກໃນໄລຍະຍາວ:
ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ແມ່ນສອດຄ່ອງກັບເປົ້າໝາຍລວມຂອງ ເເຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັັ້ງທີ IX, ສອດຄ່ອງກັບມະຕິຂອງກົມການເມືອງສູນກາງພັກ ເລກທີ 04/ກມສພ ວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຫຼື ສອຈ ແລະ ຄຽງຄູ່ກັບຄວາມມຸ້ງມາດປາດຖະໜາໃນໄລຍະຍາວຂອງປະເທດ, ກໍານົດໄວ້ໃນວິໄສທັດ 2030 ແລະ ເປົ້າໝາຍການພັດທະນາແບບຍືນຍົງ, ລວມທັງ ແນວທາງການພັດທະນາແບບສີຂຽວ, ຍືນຍົງ ເເລະ ເອົາປະຊາຊົນເປັນໃຈກາງ, ທັງສອດຄ່ອງ ແລະ ຈະຖືກເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ສໍາລັບຊຸມປີຕໍ່ຫນ້າ. ສະນັ້ນ, ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຈະເປັນຈຸດເລີ່ມຕົ້ນເສັ້ນທາງແຫ່ງການພັດທະນາຂອງ ສປປ ລາວ ໃນໄລຍະໃໝ່ ເພື່ອກ້າວໄປສູ່ການເປັນປະເທດກຳລັງພັດທະນາ ແລະ ກ້າວຈາກປະເທດທີ່ມີລາຍຮັບຕໍ່າ ໄປສູ່ປະເທດທີ່ມີລາຍຮັບປານກາງຕໍ່າ (From low income country to lower-middle income country) ຄືກັບບາງປະເທດໃນພາກພຶ້ນ ເຊັ່ນ: ຫວຽດນາມ, ອິນໂດເນເຊຍ ແລະ ຟິລິບປິນ.
ເເຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັັ້ງທີ IX ໄດ້ລະບຸເຖິງຜົນປະໂຫຍດໃນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ເຊິ່ງການຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ ຈະເຮັດໃຫ້ ສປປ ລາວ ມີພາບພົດໃໝ່ທີ່ດີຂຶ້ນໃນເວທີພາກພຶ້ນ ແລະ ສາກົນ, ເພີ່ມທະວີຄວາມໜ້າເຊື່ອຖື ແລະ ການຍອມຮັບຂອງສາກົນ ເຊິ່ງຈະຊ່ວຍໃຫ້ ສປປ ລາວ ສາມາດເຂົ້າເຖິງເເຫຼ່ງທຶນທາງດ້ານການຄ້າ (Commercial Finance) ແລະ ການລົງທຶນໂດຍກົງຂອງຕ່າງປະເທດ (FDI) ເຊິ່ງຈະນໍາເອົາຜົນປະໂຫຍດໃນຫຼາຍດ້ານ ເພື່ອການພັດທະນາປະເທດຊາດ.
ການສ້າງແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2026 ແລະ ຫຼັງປີ 2026 ຍັງປະເມີນເຖິງກາລະໂອກາດ ໃນການດຶງດູດການຊ່ວຍເຫຼືອ ເເລະ ການຮ່ວມມື ໃນຮູບແບບໃຫມ່ ລະຫວ່າງ ລັດຖະບານ ເເລະ ບັນດາຄູ່ຮ່ວມພັດທະນາ ແລະ ພາກສ່ວນອື່ນ ລວມທັງ ພາກເອກະຊົນ, ອົງການຈັດຕັັ້ງທາງສັງຄົມ, ຄູ່ຮ່ວມມື ໃຕ້-ໃຕ້ ເເລະ ອື່ນໆ ເພື່ອຊ່ວຍເເກ້ໄຂບັນຫາທີ່ຮີບດ່ວນ ແລະ ສົ່ງຜົນກະທົບຕໍ່ທ່ວງທ່າດ້ານການພັດທະນາຂອງ ສປປ ລາວ.
ການຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ ແມ່ນຈະອໍານວຍຄວາມສະດວກໃຫ້ເເກ່ການຍົກລະດັບການຮ່ວມມື ເພື່ອຊຸກຍູ້ ແລະ ຂົນຂວາຍຄູ່ຮ່ວມມື ເພື່ອໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແເລະ ເຕັກໂນໂລຊີໃຫມ່, ເພີ່ມທະວີການປະສານງານກັບຄູ່ຮ່ວມພັດທະນາ ເເລະ ສ້າງຄູ່ຮ່ວມງານທາງດ້ານເສດຖະກິດ ແລະ ການຄ້າໃນຮູບແບບໃໝ່, ຍັງສາມາດສືບຕໍ່ການນໍາໃຊ້ບັນດາມາດຕະການສະໜັບສະໜູນພິເສດຈາກສາກົນ ໃນໄລຍະກະກຽມ ເເລະ ໄລຍະຂ້າມຜ່ານ ເຊິ່ງຈະຊ່ວຍເລັ່ງລັດການຫັນປ່ຽນ ແລະ ປັບປຸງບັນດາຂະແໜງການເສດຖະກິດ ໃຫ້ສາມາດຍົກລະດັບແຂ່ງຂັນ ແລະ ເຂົ້າເຖິງຕ່ອງໂສ້ການຕອບສະໜອງ ໃນພາກພຶ້ນ ແລະ ສາກົນ ໃນອະນາຄົດ.
ສປປ ລາວ ຈະມີຄວາມອາດສາມາດໃນການຜະລິດສິນຄ້າ ອີງຕາມທ່າແຮງຂອງຕົນ ເພື່ອກຽມພ້ອມໃນການແຂ່ງຂັນ ທັງຢູ່ພາຍໃນປະເທດ ແລະ ສາກົນ ໃຫ້ຫລາຍຂຶ້ນ ໂດຍຜ່ານການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ ຈາກການເຂົ້າເຖິງ ທະນາຄານເຕັກໂນໂລຊີ ແຫ່ງ ສປຊ (The United Nations Technology Bank For LDCs) ເພື່ອເສີມສ້າງມາດຕະຖານ, ຄຸນນະພາບ, ປັບປຸງສະພາບແວດລ້ອມດ້ານການດໍາເນີນທຸລະກິດ ແລະ ພັດທະນາຄວາມສາມາດໃນການສົ່ງອອກ, ເຊິ່ງທັງຫມົດ ຈະຊ່ວຍດຶງດູດການລົງທຶນຈາກຕ່າງປະເທດຫຼາຍຂຶ້ນ ແລະ ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ ໃຫ້ເຂົາເຈົ້າມີລາຍຮັບເພີ່ມຂຶ້ນ. ບັນດາຂະແໜງການຕ່າງໆ ຈະຕ້ອງໄດ້ປັບຕົວເຂົ້າກັບສະພາບ ແລະ ສາມາດກຸ້ມຕົວເອງຫຼາຍຂຶ້ນ ເຊິ່ງຈະສົ່ງຜົນດີຕໍ່ເສດຖະກິດພາຍໃນປະເທດ ພ້ອມທັງ ປະກອບສ່ວນໃນການຈັດຕັ້ງປະຕິບັດ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໄປໃນຕົວ.
ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຈະເຮັດໃຫ້ພາບພົດຂອງ ສປປ ລາວ ດີຂຶ້ນໃນເວທີສາກົນ ແລະ ສ້າງບັນຍາກາດທີ່ດີດ້ານການລົງທຶນ, ໄດ້ຮັບຄວາມເຊື່ອໝັ້ນ ເຊິ່ງຈະສາມາດດຶງດູດການລົງທຶນຂອງຕ່າງປະເທດ(FDI) ເພີ່ມຂຶ້ນ ເຊັ່ນດຽວກັນກັບປະເທດທີ່ຫາກໍ່ຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວໃນຜ່ານມາ ເຊັ່ນ: ກາໂບ ແວກ (Cabo Verde) ໃນປີ 2007, ມານດີບ (Maldives) ໃນປີ 2011, ຊາມົວ (Samoa) ໃນປີ 2014 ເຊິ່ງບັນດາຂະ ແໜງການທີ່ມີທ່າແຮງຢູ່ໃນປະເທດດັ່ງກ່າວ ເປັນຕົ້ນແມ່ນ ການທ່ອງທ່ຽວແບບອະນຸລັກສິ່ງແວດລ້ອມ ຂະຫຍາຍຕົວຂຶ້ນຫຼາຍເທົ່າຕົວ ເຊິ່ງລາຍຮັບຈາກການທ່ອງທ່ຽວ ໄດ້ປະກອບສ່ວນເຂົ້າໃນລວມຍອດຜະລິດຕະພັນພາຍໃນ (GDP) ເຊັ່ນ: ກາໂບ ແວກ ແມ່ນ 25%, ມານດີບ 21%, ຊາມົວ 23% ຕາມລໍາດັບ, ສາມາດດຶງດູງການລົງທຶນຈາກຕ່າງປະເທດຫຼາຍຂຶ້ນ, ສ້າງວຽກເຮັດງານທໍາ ໃຫ້ປະຊາຊົນມີລາຍຮັບດີຂຶ້ນ ແລະ ສົ່ງຜົນໃຫ້ເສດຖະກິດຂອງປະເທດຂະຫຍາຍຕົວ.
ຄາດຄະເນຜົນກະທົບ ແລະ ສິ່ງທ້າທາຍ ຫຼັງອອກຈາກສະຖານະພາບດ້ອຍພັດທະນາ ໃນທາງກົງ ແລະ ທາງອ້ອມ:
ອົງການ ສປຊ, ຄູ່ຮ່ວມພັດທະນາ ແລະ ຂະແຫນງການກ່ຽວຂ້ອງຂອງ ສປປ ລາວ ໄດ້ສຶກສາ ແລະ ຄົ້ນຄວ້າ ກ່ຽວກັບຜົນກະທົບທີ່ອາດມີຂຶ້ນ ຈາກການສູນເສຍການຊ່ວຍເຫລືອລ້າ ແລະ ມາດຕະການສະໜັບສະໜູນພິເສດຈາກສາກົນ ພາຍຫຼັງຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ. ຜົນຂອງການສຶກສາດັ່ງກ່າວ ໄດ້ຖືກເຊື່ອມສານເຂົ້າໃນບົດວິໄຈການປະເມີນຜົນກະທົບຂອງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ. ໂດຍລວມແລ້ວ ເຫັນວ່າ ສປປ ລາວ ຈະບໍ່ໄດ້ຮັບຜົນກະທົບຫນັກຫນ່ວງພາຍຫຼັງການຫຼຸດພົ້ນ, ເນື່ອງຈາກວ່າ ໄລຍະຜ່ານມາ ສປປ ລາວ ບໍ່ໄດ້ເອື່ອຍອີງ ແລະ ນໍາໃຊ້ມາດຕະການການສະໜັບສະໜູນພິເສດຈາກສາກົນຢ່າງຫຼວງຫຼາຍ, ເຊິ່ງລາຍລະອຽດການຄາດຄະເນຜົນກະທົບທາງກົງ ແລະ ທາງອ້ອມ ໃນດ້ານຕ່າງໆ ສາມາດສັງລວມໄດ້ດັ່ງນີ້:
ດ້ານກ້ານຄ້າ (Trade)
ການສົ່ງອອກຈາກ ສປປ ລາວ ສ່ວນໃຫຍ່ ແມ່ນໄປສູ່ບັນດາປະເທດໃນພາກພື້ນອາຊີ ໂດຍສະເພາະບັນດາປະເທດສະມາຊິກອາຊຽນ (ASEAN) ຫຼື ບັນດາປະເທດທີ່ມີສັນຍາການຄ້າເສລີກັບ ອາຊຽນ ກວມເອົາມູນຄ່າ 61%, ຫຼາຍທີ່ສຸດ ແມ່ນປະເທດໄທ 36% ແລະ ຫວຽດນາມ 22% ໃນປີ 2024. ພ້ອມນີ້, ການສົ່ງອອກສ່ວນໃຫຍ່ຂອງ ສປປ ລາວ ເເມ່ນຍັງຈະສືບຕໍ່ໂດຍຜ່ານການຍົກເວັັ້ນພາສີໄປຍັງບັນດາຈຸດໝາຍປາຍທາງເຫຼົ່ານັ້ນ ໂດຍພາຍໃຕ້ຂໍ້ຕົກລົງການຄ້າພາຍໃຕ້ຫຼັກການຜ່ອນຜັນ (Most-favorited Nation ຫລື MFN), ເຊິ່ງຈະບໍ່ໄດ້ຮັບຜົນກະທົບ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ.
ໃນໄລຍະຂ້າມຜ່ານ ແລະ ພາຍຫຼັງອອກຈາກສະຖານະພາບດ້ອຍພັດທະນາ, ການສົ່ງອອກຂອງ ສປປ ລາວ ໄປສູ່ ສປ ຈີນ ແມ່ນຍັງຈະຮັບຜົນປະໂຫຍດພາຍໃຕ້ໂຄງການສິດທິພິເສດສໍາລັບປະເທດດ້ອຍພັດທະນາ. ນອກນັ້ນ, ການສົ່ງອອກຂອງ ສປປ ລາວ ໄປຈີນ ຈະເຂົ້າສູ່ລະບົບທາງເລືອກທີ່ເອື້ອອໍານວຍທີ່ສຸດ (The Most Favorite Alternative Regime) ຫຼື ການຕົກລົງໃນສັນຍາການສົ່ງອອກຂອງສອງຝ່າຍ. ໃນປີ 2024 ທີ່ຜ່ານມາ, ມູນຄ່າການສົ່ງອອກທັງໝົດຂອງ ສປປ ລາວ ໄປ ສປ ຈີນ ແມ່ນເທົ່າກັບ 24% ເຊິ່ງມີມູນຄ່າສູງເປັນອັນດັບທີ 2.
ການສົ່ງອອກໄປຕະຫຼາດສະຫະພາບເອີຣົບ (EU27) ຄາດວ່າຈະໄດ້ຮັບຜົນກະທົບເລັກໜ້ອຍ ເປັນຕົ້ນແມ່ນ ຂະ ແໜງແຜ່ນແພ ແລະ ການປະຕິບັດຕາມລະບຽບຕົ້ນທາງການຜະລິດ (Rules of Origin) ພາຍຫຼັງຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ ເຊິ່ງອັດຕາສົ່ງອອກ 2.6% ພາຍໃຕ້ການນໍາໃຊ້ສິດທິພິເສດທາງດ້ານການຄ້າສໍາລັບປະເທດດ້ອຍພັດທະນາ. ການເຂົ້າເຖິງຕະຫຼາດ ແມ່ນຈະຖືກປ່ຽນ ຈາກການຄ້າແບບມີສິດທິພິເສດ ມາເປັນການແຂ່ງຂັນ ເຊັ່ນ: ການເຂົ້າເຖິງຕະຫຼາດ EU ຈະປ່ຽນຈາກ ນະໂຍບາຍຜົນປະໂຫຍດໃນທຸກດ້ານ, ຍົກເວັັ້ນອາວຸດ (Everything But Arms) ມາເປັນ ລະບົບສິດທິພິເສດທາງດ້ານການຄ້າແບບເພີ່ມເງື່ອນໄຂ ສໍາລັບປະເທດກໍາລັງພັດທະນາ (GSP Plus Scheme). ສໍາລັບການສົ່ງອອກສ່ວນໃຫ່ຍໄປປະເທດ ຍີ່ປຸ່ນ ຍັງຈະສືບຕໍ່ໄດ້ຮັບການຍົກເວັັ້ນພາສີ ພາຍໃຕ້ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ອາຊຽນ-ຍີປຸ່ນ (AJCEPA).
ໃນຂອບອົງການການຄ້າໂລກ (WTO), ສປປ ລາວ ຈະບໍ່ສາມາດເຂົ້າເຖິງບາງຜົນປະໂຫຍດ ແລະ ບາງເງື່ອນໄຂການສະໜັບສະໜູນດ້ານການຄ້າພາຍໃຕ້ຂໍ້ຕົກລົງຂອງອົງການ WTO ລວມທັງເສຍບາງສິດທິພິເສດສໍາລັບປະເທດ LDCs ໃນຂອບ WTO ເຊັ່ນ: ການປ່ຽນແປງກົດລະບຽບເລື່ອງການຖົມຂຸມ (The Use of Subsidies and Countervailing Measures), ຊັບສິນທາງປັນຍາ (Intellectual Property/IP), ສູນເສຍຄວາມສາມາດຜ່ອນສັ້ນຜ່ອນຍາວໃນການໃຫ້ການຖົມຂຸມການສົ່ງອອກສໍາລັບຂະແໜງທີ່ບໍ່ແມ່ນກະສິກໍາ ແລະ ຈະຖືກຈໍາກັດບາງນະໂຍບາຍໃນອະນາຄົດ (Lose the flexibility to grant export subsidies for non-agricultural sectors after graduation). ເຖິງຢ່າງໃດກໍ່ຕາມ, ຄາດວ່າຜົນກະທົບດັ່ງກ່າວ ຕໍ່ ສປປ ລາວ ແມ່ນບໍ່ຫຼາຍ ແລະ ມີຈໍາກັດ.
ການຮ່ວມມື ເພື່ອການພັດທະນາ (Development Cooperation)
ເຖິງວ່າ ສປປ ລາວ ຈະສູນເສຍບາງສິດທິພິເສດໃນການເຂົ້າເຖິງທຶນຊ່ວຍເຫຼືອລ້າ ແລະ ເງິນກູ້ຢືມດອກເບ້ຍຕໍ່າ, ການຊ່ວຍເຫລືອ ເພື່ອການພັດທະນາ (ODA) ຫຼຸດລົງ, ແຕ່ຄາດຄະເນວ່າ ພາຍຫຼັງຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຈະສົ່ງຜົນກະທົບບໍ່ຫລາຍຕໍ່ການຮ່ວມມືເພື່ອການພັດທະນາ ເນື່ອງຈາກວ່າ ການຊ່ວຍເຫຼືອແມ່ນຈະບໍ່ໄດ້ອີງໃສ່ສະຖານະພາບຂອງປະເທດ ແຕ່ຈະຢູ່ບົນພຶ້ນຖານການພິຈາລະນາດ້ານລາຍຮັບຂອງບຸກຄົນ (Income Per Capita) ແລະ ຄວາມໜ້າເຊື່ອຖືຂອງປະເທດ (Credit Worthiness). ເຖິງຢ່າງໃດກໍ່ຕາມ, ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຈະບໍ່ສົ່ງຜົນກະທົບຕໍ່ການຊ່ວຍເຫຼືອຂອງທະນາຄານໂລກ (World Bank), ອົງການເຄືອຂ່າຍ ສປຊ (UN Agencies), ອົງການ ກາວີ (GAVI – the Vaccine Alliance), ກອງທຶນການເງິນສາກົນ (IMF), ທະນາຄານພັດທະນາອາຊີ (ADB) ລວມທັງການຊ່ວຍເຫຼືອເພື່ອການພັດທະນາຈາກບັນດາສະມາຊິກ OECD-DAC (ລວມທັງ ສ. ອາເມລິກາ, ສະຫະພາບເອີຣົບ, ອົດສະຕຣາລີ, ນິວຊີແລນ, ສ. ເກົາຫລີ ເເລະ ຍີ່ປຸ່ນ) ຫຼື ພາຍໃຕ້ຂອບການຮ່ວມ ໃຕ້-ໃຕ້ (South-South Cooperation).
ການສູນເສຍທີ່ອາດເຫັນໄວ ແມ່ນການເຂົ້າເຖິງກອງທຶນສໍາລັບປະເທດດ້ອຍພັດທະນາ (LDC Fund) ເປັນຕົ້ນແມ່ນ ກອງທຶນວ່າດ້ວຍການປ່ຽນເເປງດິນຟ້າອາກາດ, ທະນາຄານເຕັກໂນໂລຊີ ເເລະ ໂຄງການສະໜັບສະໜູນການລົງທຶນສໍາລັບປະເທດດ້ອຍພັດທະນາ, ລວມທັງ ການຫຼຸດລົງຂອງທຶນໃນໂຄງການ ຫຼື ກິດຈະກໍາສະເພາະ ແລະ ພັນທະປະກອບສ່ວນໃນບາງອົງການເຄື່ອຂ່າຍ ສປຊ ຂອງ ສປປ ລາວ ແມ່ນຈະເພີ່ມຂຶ້ນໂດຍອີງໃສ່ການປະເມີນລະດັບຂອງ GDP. ນອກນັ້ນ, ການສະໜັບສະໜູນຄະນະຜູ້ແທນເພື່ອເຂົ້າຮ່ວມກອງປະຊຸມສາກົນ (Support to participation in international forums) ແມ່ນຈະຫຼຸດລົງ. ຜົນກະທົບໄລຍະສັ້ນດັ່ງກ່າວ ເເມ່ນຂຶ້ນກັບລະດັບ ຫຼື ຈໍານວນການອະນຸມັດງົບປະມານຂອງປະເທດໃນອະນາຄົດ ແລະ ສະພາບລວມຂອງປະເທດ ໂດຍອີງໃສ່ຄວາມອາດສາມາດໃນການຈ່າຍ ແລະ ການປະກອບສ່ວນຂອງປະເທດ.
ໂດຍລວມແລ້ວ, ສປປ ລາວ ຍັງມີເວລາພຽງພໍ ໃນການຈັດຕັັ້ງປະຕິບັດມາດຕະການຫຼຸດຜ່ອນຜົນກະທົບ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ລວມທັງ ການສືບຕໍ່ເຈສະຈາດ້ານການຄ້າໃນຮູບແບບສອງຝ່າຍ ຫລື ກຸ່ມປະເທດ (ອາຊຽນ) ໃນຊຸມປີຕໍ່ໜ້າ ເພື່ອເຮັດໃຫ້ ສປປ ລາວ ຈະສາມາດສ້າງຄວາມຫຼາກຫຼາຍທາງດ້ານການຄ້າ ແລະ ການລົງທຶນໄດ້ຢ່າງມີຍຸດທະສາດ, ສືບຕໍ່ປັບປຸງນະໂຍບາຍດ້ານການຄ້າ ແລະ ສົ່ງເສີມການເຂົ້າເຖິງຕະຫຼາດໃໝ່ ລວມທັງ ການສ້າງຄວາມຫຼາກຫຼາຍທາງດ້ານການຄ້າ ແລະ ການສົ່ງອອກ (Trade and Export Diversification) ໂດຍສອດຄ່ອງກັບແຜນການ ແລະ ທິດທາງການຫັນປ່ຽນໂຄງສ້າງທາງດ້ານເສດຖະກິດ (Structural Economic Transformation) ຂອງປະເທດ. ພ້ອມນີ້ ກໍຕ້ອງໄດ້ເອົາໃຈໃສ່ ໃນການເຈລະຈາກັບຄູ່ການຄ້າຫຼັກ ກ່ຽວກັບ ເງື່ອນໄຂພິເສດດ້ານການຄ້າ (ເຊັ່ນ: ສິດທິພິເສດທາງດ້ານການຄ້າ ແບບເພີ່ມເຕີມເງື່ອນໄຂສໍາລັບປະເທດກໍາລັງພັດທະນາ (GSP Plus Scheme) ທີ່ຈະຊ່ວຍຈໍາກັດການສູນເສຍທີ່ອາດຈະເກີດຂຶ້ນໃນອະນາຄົດ.
ສະຫລຸບລວມແລ້ວ, ລັດຖະບານ ສປປ ລາວ ແລະ ອົງການ ສປຊ ຮັບຮູ້ດີວ່າ ການຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ ແມ່ນມີທັງ ກາລະໂອກາດ ແລະ ສິ່ງທ້າທາຍ ຢ່າງຫຼີກລ່ຽງບໍ່ໄດ້ ເຊິ່ງ ສິ່ງດັ່ງກ່າວ ແມ່ນປະຕິບັດຕາມກົນໄກຂອງສາກົນ. ຖ້າພວກເຮົາເບິ່ງໃນດ້ານບວກ,ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຈະເປັນກາລະໂອກາດອັນສຳຄັນ ເພື່ອພ້ອມກັນກ້າວເດີນຕາມທິດທາງແຫ່ງການສ້າງຄວາມເຂັ້ມແຂງ ແລະ ເປັນເຈົ້າຕົນເອງດ້ານເສດຖະກິດ ໃຫ້ຫຼາຍຂຶ້ນ, ທັງເປັນການສ້າງພາບພົດທີ່ດີ ແລະ ເປັນທີ່ຍອມຮັບຈາກສາກົນ ເຊິ່ງສິ່ງດັ່ງກ່າວທັງຫມົດ ຈະເປັນຜົນດີໃນໄລຍະຍາວ ເພື່ອສ້າງຄວາມເຊື່ອຖື ແລະ ສາມາດດຶງດູດການລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບ ເພື່ອປະກອບສ່ວນສ້າງວຽກເຮັດງານທໍາ ແລະ ປັບປຸງສີມືແຮງງານໃຫ້ແກ່ປະຊາຊົນ. ສິ່ງສໍາຄັນ ແມ່ນຕ້ອງຮັບປະກັນໃຫ້ການອອກຈາກສະຖານະພາບດັ່ງກ່າວດ້ວຍທ່ວງທ່າທີ່ໜັກແໜ້ນ (Graduation with momentum) ເພື່ອເຮັດໃຫ້ການຫັນປ່ຽນນີ້ ນຳໄປສູ່ການພັດທະນາແບບຍືນຍົງ ແລະ ຮອບດ້ານ ໂດຍສຸມໃສ່ແກ້ໄຂບັນດາສິ່ງທ້າທາຍທີ່ຕິດພັນກັບໂຄງສ້າງພື້ນຖານ ແລະ ສ້າງກຳລັງການຜະລິດທີ່ມີປະສິດທິຜົນ ໃນໄລຍະຍາວ.
ທິດທາງຂອງການພັດທະນາປະເທດຊາດ ໂດຍຜ່ານການສ້າງເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ ເພື່ອຫຼຸດຜ່ອນການເພີ່ງພາອາໄສການຊ່ວຍເຫຼືອຈາກຕ່າງປະເທດທີ່ມີທ່າອ່ຽງນັບມື້ນັບຫຼຸດລົງ, ສ້າງຂີດຄວາມສາມາດເພື່ອແຂ່ງຂັນກັບປະເທດອື່ນໃນພາກພຶ້ນ, ປັບປຸງສະພາບແວດລ້ອມດ້ານການລົງທຶນໃຫ້ດີຂຶ້ນ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ມີປະສິດທິຜົນ ແລະ ຍືນຍົງ, ຍູ້ແຮງການຜະລິດເປັນສິນຄ້າ, ສົ່ງເສີມການສົ່ງອອກ ແລະ ສ້າງລາຍຮັບ ເພື່ອເປັນເງື່ອນໄຂປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນຂອບເຂດທົ່ວປະເທດໃຫ້ທົ່ວເຖິງ ແມ່ນທິດທາງທີ່ສອດຄ່ອງເພື່ອຮອງຮັບການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ສາມາດເປັນກໍາລັງແຮງຂັບເຄື່ອນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ທີ່ຈະຮັບຮອງເອົາໃນຕົ້ນປີ 2026 ນີ້ ໃຫ້ສໍາເລັດຜົນຕາມຄາດຫມາຍ.
ເອກະສານອ້າງອີງ:
European Union (EU). (2025a). About the EU GDP. GSP Hub. https://gsphub.eu/about-gsp
European Union (EU). (2025b). The European Union Generalised Scheme of Preferences: Promoting Sustainable Development Through Trade. GSP Hub. https://gsphub.eu/about-gsp/standard-gsp
International Trade Centre. (2023). Lao People’s Democratic Republic after LDC Graduation: New avenues for exports. ITC, Geneva. https://www.intracen.org/file/lao-pdr-graduation-ldcfinalpdf
Observatory of Economic Complexity (OEC). (2025). Laos - Product Exports, by HS code, 2023. https://oec.world/en/profile/country/lao
Samoa Tourism Authority. (2016). Corporate Plan 2024 – 2027.
https://www.samoatourism.org/articles/74/corporate-plan-2024-2027
UN Conference on Trade and Development (UNCTAD). (2016). The Least Developed Countries Report 2016: The Path to Graduation and Beyond – Making the Most of the Process. New York and Geneva.
https://unctad.org/system/files/official-document/ldc2016_en.pdf
UN Conference on Trade and Development (UNCTAD). (2018). The Least Developed Countries Report 2018: Entrepreneurship for Structural Transformation –Beyond Business as Usual. New York and Geneva.
https://unctad.org/system/files/official-document/ldcr2018overview_en.pdf
United Nations Department of Economic and Social Affairs. (2020). Ex ante assessment of the impacts of the graduation of Lao PDR from the category of Least Developed Countries (LDCs). New York.
https://www.un.org/development/desa/dpad/wp-content/uploads/sites/45/LaoPDR.pdf
United Nations Lao PDR. (2025). (Draft) Graduation Readiness Assessment.
World Bank. (2023). World Bank Open Data. World Bank Open Data. https://data.worldbank.org
World Bank. (2025). The World Bank in Cabo Verde: Overview. World Bank Group. https://www.worldbank.org/en/country/caboverde/overview
World Bank. (2025). The World Bank In Maldives: Overview. World Bank Group.
https://www.worldbank.org/en/country/maldives/overview
ກະຊວງການເງິນ. (2024). ສະຖິຕິປະຈໍາປີ 2024 (Statistical Year Book 2024). ສູນສະຖິຕິແຫ່ງຊາດ.https://laosis.lsb.gov.la/board/BoardList.do?bbs_bbsid=B404
ກະຊວງການເງິນ. (2025). ບົດລາຍງານ: ການສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ຄັ້ງທີ 7(LECS VII) ປີ 2024/2025.
ສູນສະຖິຕິແຫ່ງຊາດ. https://laosis.lsb.gov.la/board/BoardList.do?bbs_bbsid=B404
ກະຊວງການຕ່າງປະເທດ. (2023). ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026 ແລະ ຫຼັງປີ 2026.
https://rtm.org.la/wp-content/uploads/2025/07/The-Lao-PDR-STS-for-LDC-Graduation_clear_LAO-ENG.pdf
ກະຊວງແຜນການ ແລະ ການລົງທຶນ. (2020). ສະພາບຄວາມທຸກຍາກໃນ ສປປ ລາວ: ການສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນໃນປີ 2018-19. ສູນສະຖິຕິແຫ່ງຊາດ ແລະ ທະນະຄານໂລກ. https://laosis.lsb.gov.la/board/BoardList.do?bbs_bbsid=B404
ກະຊວງແຜນການ ແລະ ການລົງທຶນ. (2025). ບົດລາຍງານສະພາບການເຕີບໂຕເສດຖະກິດຂອງ ສປປ ລາວ ປະຈຳ ປີ 2024 ແລະ ທ່າອ່ຽງ ປີ 2025. ສູນສະຖິຕິແຫ່ງຊາດ.https://laosis.lsb.gov.la/board/BoardList.do?bbs_bbsid=B404
ຄະນະກຳມະການແຜນການ ແລະ ການລົງທຶນ. (2005). ຂໍ້ມູນສະຖິຕິຕົ້ນຕໍ ການພັດທະນາເສດຖະກິດ-ສັງຄົມ ແຫ່ງ ສປປ ລາວ ປີ 1975-2005. ສູນສະຖິຕິແຫ່ງຊາດ. https://laosis.lsb.gov.la/board/BoardList.do?bbs_bbsid=B404
ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບ ປະເທດດ້ອຍພັດທະນາ, ກະຊວງການຕ່າງປະເທດ (2025). ປະຫວັດຄວາມເປັນມາຂອງປະເທດດ້ອຍພັດທະນາ. https://sdg.gov.la/la/news_detail/40
https://laosis.lsb.gov.la/board/BoardList.do?bbs_bbsid=B404
ຂຽນໂດຍ: ສີສະຫວັນ ພິມສະຫວັນ, ພະແນກເສດຖະກິດ-ສັງຄົມ ສະຫະປະຊາຊາດ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ.
ຮຽບຮຽງໂດຍ: ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບ ປະເທດດ້ອຍພັດທະນາ, ກະຊວງການຕ່າງປະເທດ.