ກະຊວງການຕ່າງປະເທດ ຈັດກອງປະຊຸມເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ ໃຫ້ແກ່ພາກເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ
ວັນທີ: 24/12/2025
ໃນວັນທີ 12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ເຊິ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ລວມທັງຫມົດປະມານ 100 ທ່ານ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເຜີຍແຜ່, ແລກປ່ຽນຂໍ້ມູນ ແລະ ສ້າງຄວາມຮັບຮູ້ເຂົ້າໃຈ ພ້ອມທັງຮັບຟັງຄວາມຄິດເຫັນຂອງພາກເອກະຊົນ ກ່ຽວກັບ ຂະບວນການໃນການຫັນຈາກປະເທດດ້ອຍພັດທະນາໄປເປັນປະເທດກໍາລັງພັດທະນາໃໝ່ ແລະ ລົງເລິກປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ (Smooth Transition Strategy ຫຼື STS) ໃຫ້ພາກເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ທົ່ວສັງຄົມ, ຮັບປະກັນການມີສ່ວນຮ່ວມຂອງທຸກພາກສ່ວນໃນການຈັດຕັ້ງແຜນຍຸດທະສາດດັ່ງກ່າວ. ພ້ອມນີ້, ທີ່ປະຊຸມຍັງໄດ້ສົນທະນາແລກປ່ຽນກ່ຽວກັບ ກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ ພາຍຫຼັງ ສປປ ລາວ ຈະເຂົ້າສູ່ຂະບວນການອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026, ແນໃສ່ຮັບປະກັນໃຫ້ການຂ້າມຜ່ານຂອງ ສປປ ລາວ ມີຄວາມໂລ່ງລຽນ, ມີຄຸນນະພາບ ແລະ ຍືນຍົງ ໂດຍສະເພາະແມ່ນໄລຍະຂ້າມຜ່ານເລີ່ມແຕ່ປີ 2026 ຫາ 2029.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີກ່ຽວກັບ ແຜນຍຸດທະສາດການຂ້າມຜ່ານເພື່ອອອກຈາກສະຖານະພາບດ້ອຍພັດທະນາ ແລະ ຮ່າງບົດປະເມີນຄວາມພ້ອມ ເພື່ອອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ, ພ້ອມທັງໄດ້ປະກອບສ່ວນລົງເລິກສົນທະນາ, ໃນຫົວຂໍ້ “ບົດບາດຂອງພາກເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ” ແລະ ບັນດາຜູ້ເຂົ້າຮ່ວມກໍໄດ້ມີການປຶກສາຫາລືປະກອບຄໍາເຫັນຢ່າງກົງໄປກົງມາ, ໂດຍສະເພາະແມ່ນຕໍ່ກັບ ກາລະໂອກາດ, ສິ່ງທ້າທາຍ, ມາດຕະການຮອງຮັບ ແລະ ທິດທາງໃນຕໍ່ໜ້າ ພາຍຫຼັງທີ່ ສປປ ລາວ ຈະເລີ່ມເຂົ້າສູ່ຂະບວນການອອກຈາກສະຖານະພາບດ້ອຍພັດທະນາ.
ໃນໂອກາດດັ່ງກ່າວ, ທ່ານ ນ. ມຸກດາວັນ ສີສຸລິດ, ປະທານກອງປະຊຸມ ໄດ້ມີບາງຄໍາເຫັນສໍາຄັນສະເໜີຕໍ່ພາກສ່ວນກ່ຽວຂ້ອງທີ່ເຂົ້າຮ່ວມກອງປະຊຸມຊາບ ແລະ ເພື່ອເປັນທິດທາງໃນຕໍ່ໜ້າ ຄື:
1. ການອອກຈາກສະຖານະພາບດ້ອຍພັດທະນາແມ່ນ ສາກົນ ກໍຄື ອົງການ ສປຊ ເປັນຜູ້ປະເມີນ ແລະ ວາງມາດຖານເງື່ອນໄຂເອົາໄວ້, ເຊິ່ງ ສປປ ລາວ ເຮົາສາມາດຜ່ານ 03 ມາດຖານເງື່ອນໄຂທີ່ ສປຊ ວາງອອກ. ສະນັ້ນ, ຈຶ່ງຖືກສະເໜີໃຫ້ອອກຈາກສະຖານະພາບດ້ອຍພັດທະນາໃນທ້າຍປີ 2026 ແລະ ທຸກປະເທດທີ່ຖືກສະເໜີໃຫ້ອອກຈະມີໄລຍະຂ້າມຜ່ານ 03 ປີ, ສໍາລັບ ສປປ ລາວ ແມ່ນນັບແຕ່ປີ 2026-2029, ເຊິ່ງໝາຍຄວາມວ່າ ສປປ ລາວ ເຮົາຈະເຂົ້າສູ່ຂະບວນການ ການຂ້າມຜ່ານຢ່າງເປັນທາງການໃນປີ 2026 ແລະ ຈະຕ້ອງປະຕິບັດຕາມເງື່ອນໄຂ ແລະ ຂໍ້ກຳນົດຂອງສາກົນ ຄືກັນກັບ ປະເທດກຳລັງພັດທະນາອື່ນໆ ໃນປີ 2030.
2. ພາຍຫຼັງປີ 2026, ຈະເປັນຈຸດເລີ່ມຕົ້ນຂອງ ສປປ ລາວ ທີ່ຈະກ້າວອອກຈາກສະຖານະພາບດ້ອຍພັດທະນາ ໄປເປັນ ປະເທດກໍາລັງພັດທະນາໃໝ່ ກໍຄືຈາກປະເທດທີ່ມີລາຍຮັບຈາກຕໍ່າ ຫາ ກາງຕໍ່າ (Low income to Lower-middle Income) ໄປເປັນປະເທດທີ່ມີລາຍຮັບປານກາງ ຫາ ກາງສູງ (Middle ຫາ Upper-middle Income) ແລະ ກ້າວໄປສູ່ຄາດໝາຍອັນສູງສຸດ ກໍຄືໃຫ້ກາຍເປັນປະເທດ ທີ່ມີລາຍຮັບສູງ (High Income) ຕາມລໍາດັບ ແລະ ເປັນກ້າວໆໄປ.
3. ທ່າອ່ຽງທຶນການຊ່ວຍເຫຼືອຫຼ້າ (ODA) ໃນທົ່ວໂລກໂດຍລວມ ແມ່ນມີລັກສະນະຫຼຸດລົງໄປເລື້ອຍໆ ບໍ່ໄດ້ສະເພາະເຈາະຈົງໃສ່ ສປປ ລາວ. ສະນັ້ນ, ຮູບແບບການຊ່ວຍເຫຼືອແມ່ນຈະຫັນປ່ຽນຈາກການໃຫ້ ODA ມາເປັນການຊ່ວຍເຫຼືອແບບສົມທົບ, ການຊ່ວຍເຫຼືອທາງດ້ານການລະດົມທຶນ ແລະ ການກູ້ຢືມແບບດອກເບ້ຍຕໍ່າແທນ. ອັນນີ້ ແມ່ນຄວາມເປັນຈິງພາວະວິໄສ ເຊິ່ງເຮົາບໍ່ສາມາດຄວບຄຸມໄດ້ ແຕ່ຕ້ອງໄດ້ມີມາດຕະການເພື່ອຮັບມື.
4. ທຸກຂະແໜງການຕ້ອງມີຄວາມຮູ້ ແລະ ຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບວຽກງານການກະກຽມອອກຈາກສະຖານະພາບດ້ອຍພັດທະນາ, ໂດຍສະເພາະແມ່ນ ແຜນຍຸດທະສາດການຂ້າມຜ່ານ ເພື່ອອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ (STS) ແລະ ຍັງຈະຕ້ອງເປັນເຈົ້າການໃນການວາງແຜນງານອັນສະເພາະແຕ່ລະຂະແໜງການໃຫ້ມີຄວາມສອດຄ່ອງ ແລະ ເຊື່ອມສານກັບນະໂຍບາຍລວມຂອງແຜນດັ່ງກ່າວ. ສໍາລັບພາກທຸລະກິດ ກໍຕ້ອງໃຫ້ມີຄວາມພ້ອມໃນການພັດທະນາ ແລະ ສ້າງຜະລິດຕະພັນລາວ ໃຫ້ມີຄວາມເຂັ້ມແຂງ ແລະ ຄຸນນະພາບ ສາມາດແຂ່ງຂັນໄດ້ໃນລະດັບພາກພື້ນ ແລະ ສາກົນ. ສໍາລັບພາກສ່ວນຄູ່ຮ່ວມພັດທະນາ ກໍຈະໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອໃນດ້ານເຕັກນິກວິຊາການຕ່າງໆທີ່ຈຳເປັນໃຫ້ແກ່ ສປປ ລາວ, ໂດຍເລັ່ງສຸມໃສ່ໄລຍະຂ້າມຜ່ານນີ້. ພ້ອມດຽວກັນ, ປະຊາຊົນ ກໍຕ້ອງມີຄວາມພ້ອມທີ່ຈະເຮັດການຜະລິດ ເພື່ອປ້ອນເຂົ້າໃນຕະຫຼາດ.
5. ຕໍ່ກັບບາງຄໍາເຫັນທີ່ວ່າ “ເມື່ອ ສປປ ລາວ ເຮົາອອກຈາກສະຖານະພາບດ້ອຍພັດທະນາແລ້ວ, ປະເທດອຶ່ນໆຈະບໍ່ໃຫ້ຄວາມເຫັນໃຈ ຕໍ່ພວກເຮົາແລ້ວໃນດ້ານການຊ່ວຍເຫຼືອຕ່າງໆ”, ແຕ່ເມື່ອເບິ່ງໃນທາງກົງກັນຂ້າມ, ຖ້າພວກເຮົາຢາກດຶງດູດການລົງທຶນ ແລະ ການເຂົ້າເຖິງແຫຼ່ງທຶນໃຫ້ຫຼາຍຂຶ້ນ, ພວກເຮົາຈະຕ້ອງສ້າງຄວາມ ຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ແລະ ຜູ້ທີ່ຈະໃຫ້ທຶນເຮົາໃນການພັດທະນາປະເທດ. ຢາກເຮັດໄດ້ແນວນັ້ນ, ສາກົນກໍຕ້ອງມີຄວາມໝັ້ນໃຈໃນສະຖຽນລະພາບທາງດ້ານການເມືອງ-ຄວາມໝັ້ນຄົງ, ສະຖຽນລະພາບດ້ານເສດຖະກິດ-ສັງຄົມ, ການນໍາໃຊ້ກົດໝາຍຢ່າງເຄັ່ງຄັດ ແລະ ໂຄງລ່າງພື້ນຖານທີ່ໄດ້ຮັບການພັດທະນາ ໃນລະດັບໃດໜຶ່ງ ແລະ ການອອກຈາກສະຖານະພາບດ້ອຍພັດທະນາໄປເປັນປະເທດທີ່ກໍາລັງພັດທະນາໃໝ່ ຈະສ້າງພາບພົດອັນໃໝ່ໃຫ້ ສປປ ລາວ ທີ່ ຈະຊ່ວຍດຶງດູດການລົງທຶນທີ່ມີຄຸນນະພາບຫຼາຍຂຶ້ນ ພ້ອມດຽວກັນ ກໍຈະເປັນສິ່ງທີ່ຊ່ວຍຊຸກຍູ້ໃຫ້ສາມາດເຂົ້າເຖິງແຫຼ່ງທຶນອຶ່ນໆຕື່ມອີກ.
6. ສຸດທ້າຍ, ການທີ່ ສປປ ລາວ ສາມາດ ຜ່ານເກນການປະເມີນເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ຈະປະກາດເຂົ້າສູ່ຂະບວນການໃນທ້າຍປີ 2026 ບໍ່ໄດ້ໝາຍຄວາມວ່າ ພາລະກິດໃນການລຶບລ້າງຄວາມທຸກຍາກຈະສິ້ນສຸດລົງ ແລະ ກໍ່ບໍ່ໄດ້ໝາຍຄວາມວ່າທຸກຄົນໃນຊາດຈະຮັ່ງມີຂຶ້ນໃນທັນທີທັນໃດ, ແຕ່ການປະກາດອອກຈາກສະຖານະພາບດັ່ງກ່າວ ແມ່ນບາດກ້າວທຳອິດໃນການເຂົ້າສູ່ຂະບວນການຫັນປ່ຽນຈາກປະເທດທີ່ມີລາຍຮັບຕໍ່າ ຫລື ປານກາງ ຫາ ຕໍ່າ ໄປເປັນປະເທດທີ່ມີລາຍຮັບປານກາງ ຫາ ສູງ ເຊິ່ງບາດກ້າວທີ່ສໍາຄັນໃນການຫັນປ່ຽນສະພາບປະເທດ ແລະ ຫັນປ່ຽນແນວຄິດດັ່ງເດີມ ໃຫ້ຫຼີກໜີອອກຈາກການເອື່ອຍອີງ ມາກຸ້ມຕົນເອງຫຼາຍຂຶ້ນຕາມທິດການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ) ແລະ ກໍຍັງເປັນການສ່ອງແສງໃຫ້ເຫັນເຖິງຜົນສໍາເລັດ ແລະ ຂີດໝາຍທີ່ສໍາຄັນຍິ່ງໃນຂະບວນການພັດທະນາ ເສດຖະກິດ-ສັງຄົມຂອງປະເທດເຮົາ ພາຍໃຕ້ການນໍາພາຊີ້ນໍາຂອງ ພັກ ແລະ ລັດຖະບານແຫ່ງ ສປປ ລາວ.
ກອງປະຊຸມໄດ້ເຫັນດີເປັນເປັນເອກະພາບຕໍ່ແນວທາງຂອງ ແຜນຍຸດທະສາດການຂ້າມຜ່ານ ເພື່ອອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ (STS) ແລະ ເຫັນດີໃຫ້ມີການລົງເລິກຈັດກອງປະຊຸມໃນລັກສະນະດັ່ງກ່າວຕື່ມອີກ ເພື່ອລະດົມຄວາມຄິດພາຍຫລັງ ບົດລາຍງານການກະກຽມຄວາມພ້ອມສຳເລັດໃນຕົ້ນປີ 2026.
ສປປ ລາວ ຖືກກໍານົດ ຫຼື ຖືກສະເໜີ ຈາກ ອົງການ ສປຊ ໃຫ້ອອກຈາກສະຖານະພາບດ້ອຍພັດທະນາໃນທ້າຍປີ 2026 ແລະ ມີໄລຍະຂ້າມຜ່ານ 03 ປີ, ນັບແຕ່ທ້າຍປີ 2026 ຫາ 2029, ໂດຍອີງໃສ່ການຜ່ານເກນປະເມີນຂອງອົງການ ສປຊ ຈໍານວນ 03 ຄັ້ງຄື: ຄັ້ງທີ 1 ໃນປີ 2018 (ຜ່ານສອງໃນສາມເງື່ອນໄຂ), ຄັ້ງທີ 02 ປີ 2021 ແລະ ຄັ້ງທີ 03 ປີ 2024 ເຊິ່ງສາມາດບັນລຸໄດ້ທັງ 03 ເງື່ອນໄຂ ຄື: ລາຍຮັບແຫ່ງຊາດສະເລ່ຍຕໍ່ຫົວຄົນ ຫຼື Gross National Income (GNI) ແມ່ນ 2.503 ໂດລາສະຫະລັດ, ດັດສະນີຊັບພະຍາກອນມະນຸດ ຫຼື Human Asset Index (HAI) ແມ່ນ 74.8 ແລະ ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ ຫຼື Economic and Environmental Vulnerability Index (EVI) ແມ່ນ 29.8.
ລັດຖະບານ ສປປ ລາວ ໄດ້ສໍາເລັດການສ້າງແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ (STS) ໃນປີ 2023, ເຊິ່ງມີເປົ້າໝາຍເພື່ອກຽມຄວາມພ້ອມທີ່ດີ ໃຫ້ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ. ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງ ພັກ ແລະ ລັດຖະບານ ສປປ ລາວ.
ໄລຍະຜ່ານມາ, ໂດຍສະເພາະໃນປີ 2025, ກະຊວງການຕ່າງປະເທດ ໄດ້ເອົາໃຈໃສ່ສືບຕໍ່ເຜີຍແຜ່ວຽກງານການກະກຽມອອກຈາກສະຖານະພາບດ້ອຍພັດທະນາໃຫ້ທົ່ວສັງຄົມ ເປັນຕົ້ນ ໄດ້ຈັດກອງປະຊຸມເຜີຍແຜ່ໃຫ້ແກ່ພະນັກງານຂອງລັດໃນລະດັບທ້ອງຖິ່ນຂອງບັນດາແຂວງພາກໃຕ້ ໃນເດືອນ ມິຖຸນາ 2025 ທີ່ ແຂວງ ຈໍາປາສັກ ແລະ ໃຫ້ແກ່ບັນດາແຂວງພາກເໜືອ ແລະ ພາກກາງ ໃນວັນທີ 27 ພະຈິກ 2025 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ພ້ອມທັງໄດ້ເຜີຍແຜ່ບົດຄວາມ, ບົດຂ່າວຕ່າງໆ ແລະ ອຶ່ນໆທີ່ກ່ຽວຂ້ອງ.