ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບສູງ ບັນດາປະເທດດ້ອຍພັດທະນາ ທີ່ ນະຄອນຫຼວງໂດຮາ, ປະເທດກາຕາ
ວັນທີ: 06/12/2025
ໃນລະຫວ່າງວັນທີ 2-4 ທັນວາ 2025, ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອົງການ ສະຫະປະຊາຊາດ (ສປຊ) ທີ່ ນິວຢອກ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊູມປະຊຸມລະດັບສູງ ບັນດາປະເທດດ້ອຍພັດທະນາ ທີ່ ນະຄອນຫຼວງໂດຮາ, ປະເທດກາຕາ. ກອງປະຊຸມ ໄດ້ຈັດຂຶ້ນ ພາຍໃຕ້ຫົວຂໍ້: “ຮ່ວມກັນສ້າງຄວາມມຸ້ງມາດປາຖະໜາ ຂອງຄູ່ຮ່ວມມືສາກົນ ເພື່ອການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ດ້ວຍຄວາມເຂັ້ມແຂງ ແລະ ຍືນຍົງ ສຳລັບບັນດາປະເທດດ້ອຍພັດທະນາ” (Forging Ambitious Global Partnerships for Sustainable and Resilient Graduation of Least Developed Countries), ໂດຍການເປັນປະທານຮ່ວມຂອງ ທ່ານ ມາຣຽມ ບິນອາລີ ບິນ ນາສເຊີ ອາວ ມີດສນັດ (Maryam bint Ali bin Nasser Al Misnad), ຮອງລັດຖະມົນຕີກະຊວງການຕ່າງປະເທດ ຮັບຜິດຊອບວຽກການຮ່ວມມືສາກົນ ປະເທດ ກາຕາ ແລະ ທ່ານ ນ. ຣາບັບ ຟາຕິມາ, ຮອງເລຂາທິການໃຫຍ່ ອົງການ ສປຊ, ຜູ້ຕາງໜ້າຂັ້ນສູງ ສຳລັບບັນດາປະເທດ ດ້ອຍພັດທະນາ, ປະເທດ ກຳລັງພັດທະນາບໍ່ມີຊາຍແດນຕິດທະເລ, ປະເທດເກາະດອນນ້ອຍກຳລັງພັດທະນາ (UN-OHRLLS) ແລະ ມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດດ້ອຍພັດທະນາ, ປະເທດຄູ່ຮ່ວມມື ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມຫຼາຍກວ່າ 150 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລື, ແລກປ່ຽນຂໍ້ມູນ, ບົດຮຽນ ແລະ ປະສົບການ ເພື່ອຊອກຫາແນວທາງຍຸດທະສາດ ແລະ ມາດຕະການສະໜັບສະໜູນ ເພື່ອປະກອບສ່ວນເຂົ້າໃນຂະບວນການຂ້າມຜ່ານອອກຈາກສະຖານະພາບດ້ອຍພັດທະນາຢ່າງໂລ່ງລ່ຽນ ສໍາລັບບັນດາປະເທດດ້ອຍພັດທະນາ. ນອກຈາກນັ້ນ, ເພື່ອປຶກສາຫາລືບັນຫາປິ່ນອ້ອມຕ່າງໆ ເຊັ່ນ: ການສ້າງຂອບຮ່ວມມືເພື່ອສົ່ງເສີມການຫຼຸດພົ້ນທີ່ມີຜົນຕອບແທນ ແລະ ການນຳໃຊ້ ບັນດາມາດຕະການສະໜັບສະໜູນການຫຼຸດພົ້ນຈາກ LDCs ແບບຍືນຍົງ (iGRAD), ເຊິ່ງສອດຄ່ອງຕາມບູລິມະສິດທີ່ໄດ້ກໍານົດໄວ້ຢູ່ໃນແຜນດໍາເນີນງານ ໂດຮາ ສຳລັບປະເທດດ້ອຍພັດທະນາ (DPOA).
ໃນໂອກາດດັ່ງກ່າວນີ້, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ກ່າວຄຳເຫັນຕໍ່ກອງປະຊຸມ ກ່ຽວກັບ ປະສົບການ ແລະ ບົດຮຽນ ໃນການກະກຽມຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ພາຍຫຼັງທີ່ ສປປ ລາວ ສາມາດຜ່ານມາດຕະຖານເກນການປະເມີນ ໄດ້ 03 ຄັ້ງຕິດຕໍ່ກັນຄື ຄັ້ງທີ 1 ໃນປີ 2018, ຄັ້ງທີ 02 ປີ 2021 ແລະ ຄັ້ງທີ 03 ປີ 2024 ເຊິ່ງສາມາດບັນລຸ 03 ເກນມາດຖານ ຄື: ລາຍຮັບແຫ່ງຊາດສະເລ່ຍຕໍ່ຫົວຄົນ ຫຼື Gross National Income (GNI), ດັດສະນີຊັບພະຍາກອນມະນຸດ ຫຼື Human Asset Index (HAI) ແລະ ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ ຫຼື Economic and Environmental Vulnerability Index (EVI). ໃນປີ 2021, ສະມັດຊາໃຫຍ່ ອົງການ ສປຊ ໄດ້ຮັບຮອງເອົາຍັດຕິ ສະເໜີໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຢ່າງເປັນທາງການ, ໂດຍໄດ້ມີການຂະຫຍາຍເວລາໄລຍະກະກຽມໃຫ້ແກ່ການຫຼຸດພົ້ນ (ໄລຍະຂ້າມຜ່ານ) ຈາກປີ 2026-2029. ເພື່ອໃຫ້ຂະບວນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ດຳເນີນໄປໂດຍດີ, ລັດຖະບານ ແຫ່ງ ສປປ ລາວ ໂດຍສົມທົບກັບ ອົງການ ສປຊ ໄດ້ສໍາເລັດການສ້າງແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ (STS) ໃນປີ 2023 ແລະ ກໍາລັງດໍາເນີນການຮ່າງບົດລາຍງານກະກຽມຄວາມພ້ອມ (Readiness Assessment) ອັນລະອຽດ, ເຊິ່ງມີເປົ້າໝາຍ ເພື່ອກຽມຄວາມພ້ອມຮອບດ້ານ ໃຫ້ ສປປ ລາວ ໃນການອອກຈາກສະຖານະພາບດ້ອຍພັດທະນາ ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ກໍ່ຄືຮັບປະກັນວ່າ ໃນຕໍ່ໜ້າ ສປປ ລາວ ຈະບໍ່ກັບມາຢູ່ໃນສະຖານະພາບດ້ອຍພັດທະນາອີກ.
ໃນວັນທີ 4 ທັນວາ 2025, ກອງປະຊຸມ ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ເຊິ່ງຄະນະຜູ້ແທນກອງປະຊຸມທັງໝົດ ໄດ້ຮັບຮອງເອົາເອກະສານຖະແຫຼງການ ໂດຮາ ວ່າດ້ວຍ ການເປັນຄູ່ຮ່ວມມືສາກົນ ເພື່ອການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ດ້ວຍຄວາມເຂັ້ມແຂງ ແລະ ຍືນຍົງ ສຳລັບບັນດາປະເທດດ້ອຍພັດທະນາ (DOHA Agreed Statement on Global Partnerships for Sustainable and Resilient Graduation of Least Developed Countries) ຢ່າງເປັນເອກະສັນ. ຖະແຫຼງການດັ່ງກ່າວນີ້ ຈະເປັນບ່ອນອີງໃຫ້ ປະເທດສະມາຊິກ ອົງການ ສປຊ, ໂດຍສະເພາະປະເທດດ້ອຍພັດທະນາ ແລະ ຫ້ອງການ ອົງການ ສປຊ ສຳລັບບັນດາປະເທດ ດ້ອຍພັດທະນາ, ປະເທດ ກຳລັງພັດທະນາບໍ່ມີຊາຍແດນຕິດທະເລ, ປະເທດເກາະດອນນ້ອຍກຳລັງພັດທະນາ (UN-OHRLLS) ກໍ່ຄືລະບົບເຄືອຂ່າຍ ອົງການ ສປຊ ໃນການສືບຕໍ່ຮ່ວມມື ເພື່ອສະໜັບສະໜູນ ບັນດາປະເທດດ້ອຍພັດທະນາ ໃຫ້ສາມາດອອກຈາກສະຖານະພາບດັ່ງກ່າວ ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ.
ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງ ພັກ ແລະ ລັດຖະບານ ສປປ ລາວ ແລະ ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນໜັກແໜ້ນ ແລະ ຕັ້ງໜ້າຂອງ ສປປ ລາວ ໃນການພັດທະນາປະເທດຊາດ ກໍ່ຄືການຂ້າມຜ່ານຈາກປະເທດດ້ອຍພັດທະນາ ມາເປັນປະເທດກຳລັງພັດທະນາຕາມການແບ່ງປະເພດຂອງອົງການ ສປຊ. ພ້ອມດຽວກັນນັ້ນ, ຄວາມພະຍາຍາມຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ຍັງສອດຄ່ອງກັບເປົ້າໝາຍລວມຂອງ ເເຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັັ້ງທີ IX ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X, ພ້ອມທັງສອດຄ່ອງກັບມະຕິຂອງກົມການເມືອງສູນກາງພັກ ເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຫຼື ສອຈ ອີກດ້ວຍ.
Photos by May Yaacoub, UN-OHRLLS.