Slide
Slide
Slide
Slide
Slide
Slide

ເຜີຍແຜ່ການຈັດຕັ້ງປະຕິບັດ ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ
ວັນທີ: 03/12/2025

ໃນວັນທີ 27 ພະຈິກ 2025 ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງຫມົດປະມານ 100 ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງ ຈໍາປາສັກ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ ແລະ ຕິດຕາມການຈັດຕັ້ງປະຕິບັດແຜນຍຸດທະສາດ (Smooth Transition Strategy ຫຼື STS) ໃນລະດັບທ້ອງຖິ່ນເພື່ອປຶກສາຫາລື ກ່ຽວກັບ ບັນດາສິ່ງທ້າທາຍຕ່າງໆ ແລະ ທິດທາງໃນຕໍ່ໜ້າ; ເຜີຍແຜ່ກ່ຽວກັບຄວາມຄືບໜ້າໃນການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະ ນາ ຂອງ ສປປ ລາວ ໄລຍະຜ່ານມາ; ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຕໍ່ກັບວຽກງານການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ເພື່ອຮັບປະກັນໃຫ້ມີຄວາມໂລ່ງລຽນ, ມີຄຸນນະພາບ ແລະ ຍືນຍົງ ໂດຍສະເພາະແມ່ນໄລຍະຂ້າມຜ່ານປີ 2027 ຫາ 2029; ແລະ ຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ.

ການກະກຽມໃຫ້ແກ່ການອອກຈາກສະຖານະພາບດ້ອຍພັດທະນາ ພາຍຫຼັງທີ່ ສປປ ລາວ ສາມາດຜ່ານເກນການປະເມີນ ໄດ້ 03 ຄັ້ງຕິດຕໍ່ກັນຄື ຄັ້ງທີ 1 ໃນປີ 2018, ຄັ້ງທີ 02 ປີ 2021 ແລະ ຄັ້ງທີ 03 ປີ 2024 ເຊິ່ງສາມາດບັນລຸ 03 ເກນມາດຖານ ຄື: ລາຍຮັບແຫ່ງຊາດສະເລ່ຍຕໍ່ຫົວຄົນ ຫຼື Gross National Income (GNI) ແມ່ນ 2.503 ໂດລາສະຫະລັດ, ດັດສະນີຊັບພະຍາກອນມະນຸດ ຫຼື Human Asset Index (HAI) ແມ່ນ 74.8 ແລະ ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ ຫຼື Economic and Environmental Vulnerability Index (EVI) ແມ່ນ 29.8, ອົງການ ສປຊ ໄດ້ຮັບຮອງເອົາຍັດຕິ ສະເໜີໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຢ່າງເປັນທາງການ, ໂດຍໄດ້ມີການຂະຫຍາຍເວລາໄລຍະກະກຽມໃຫ້ແກ່ການຫຼຸດພົ້ນ ໄປຈົນເຖິງປີ 2026. ພ້ອມດຽວກັນນີ້, ລັດຖະບານ ກໍໄດ້ສໍາເລັດການສ້າງແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ (STS) ໃນປີ 2023, ເຊິ່ງມີເປົ້າໝາຍເພື່ອກຽມຄວາມພ້ອມທີ່ດີ ໃຫ້ ສປປ ລາວ ໃນການອອກຈາກສະຖານະພາບດ້ອຍພັດທະນາ ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ.

ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງ ພັກ ແລະ ລັດຖະບານ ສປປ ລາວ ແລະ ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນໜັກແໜ້ນ ແລະ ຕັ້ງໜ້າຂອງ ສປປ ລາວ ໃນການພັດທະນາປະເທດຊາດຈາກປະເທດທີ່ມີລາຍຮັບຕໍ່າໄປເປັນປະເທດທີ່ມີລາຍຮັບປາກກາງ ກໍ່ຄືການຂ້າມຜ່ານຈາກປະເທດດ້ອຍພັດທະນາ ມາເປັນປະເທດກຳລັງພັດທະນາຕາມການແບ່ງປະເພດຂອງອົງການ ສປຊ ແລະ ທະນາຄານໂລກ.

ສໍາລັບ ເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍ (SDGs) ແມ່ນການສືບຕໍ່ຈັດຕັ້ງປະຕິບັດວາລະການພັດທະນາຂອງສາກົນ ແລະ ຂອງບັນດາປະເທດສະມາຊິກອົງການສະຫະປະຊາຊາດ ລວມທັງ ສປປ ລາວ ເຮົາ. ນັບຕັ້ງແຕ່ ສປປ ລາວ ໄດ້ຮັບຮອງເອົາວາລະ 2030 ເພື່ອການພັດທະນາແບບຍືນຍົງ ໃນປີ 2015 ເປັນຕົ້ນມາ ແລະ ກໍ່ໄດ້ເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ຄັ້ງທີ IX ແລະ ກໍາລັງຈະເຊື່ອມໃສ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X.