Slide
Slide
Slide
Slide
Slide

ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ຕ້ອນຮັບການເຂົ້າພົບປະເຮັດວຽກຂອງ ຮອງລັດຖະມົນຕີກະຊວງແຜນການ ຣາຊະອານາຈັກ ກໍາປູເຈຍ
ວັນທີ: 29/11/2025

ໃນວັນທີ 26 ພະຈິກ 2025, ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າພົບປະເຮັດວຽກຂອງ ທ່ານ ປອ ປົດ ບຸນນາກ, ຮອງລັດຖະມົນຕີກະຊວງແຜນການ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ເຮັດວຽກ ເພື່ອແລກປ່ຽນບົດຮຽນ ກ່ຽວກັບ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາ, ເຊິ່ງ ອົງການສະຫະປະຊາຊາດ ໄດ້ແນະນໍາໃຫ້ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026 ແລະ ກໍາປູເຈຍ ຖືກແນະນໍາໃຫ້ອອກຈາກສະຖານະພາບດັ່ງກ່າວໃນປີ 2029.

ໃນໂອກາດດັ່ງກ່າວ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ກັບຄະນະຜູ້ແທນ ກໍາປູເຈຍ ເຊິ່ງເປັນປະເທດທີ່ມີສາຍພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຍາວນານ ກັບ ສປປ ລາວ, ພ້ອມທັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບ ກໍາປູເຈຍ ທີ່ຜ່ານເກນການປະເມີນ ແລະ ຖືກແນະນໍາໃຫ້ອອກຈາກສະຖານະພາບດ້ອຍພັດທະນາໃນປີ 2029, ເຊິ່ງໄດ້ສະແດງໃຫ້ເຫັນຄວາມພະຍາຍາມພັດທະນາປະເທດຂອງ ກໍາປູເຈຍ ຕະຫຼອດໄລຍະເວລາຜ່ານມາ. ນອກຈາກນັ້ນ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ແລະ ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ (Smooth Transition Strategy ຫຼື STS) ຂອງ ສປປ ລາວ ໃນໄລຍະຜ່ານມາ ເພື່ອເປັນການແລກປ່ຽນບົດຮຽນ ໃຫ້ແກ່ ຄະນະຜູ້ແທນກໍາປູເຈຍ. ຣາຊະອານາຈັກ ກໍາປູເຈຍ ກໍເປັນໜຶ່ງໃນຈໍານວນ 44 ປະເທດທີ່ມີສະຖານະພາບດ້ອຍພັດທະນາ ແລະ ຢູ່ໃນໄລຍະທີ່ກໍາລັງພິຈາລະນາສ້າງແຜນຍຸດທະສາດການຂ້າມຜ່ານ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ຂອງຕົນໃນອະນາຄົດອັນໃກ້ນີ້ ເພື່ອຮັບປະກັນໃຫ້ແກ່ການອອກຈາກສະຖານະພາບດ້ອຍພັດທະນາ ໄດ້ຢ່າງໂລ່ງລ່ຽນ ແລະ ຍືນຍົງ.

ໃນໂອກາດດຽວກັນ, ທ່ານ ປອ ປົດ ບຸນນາກ, ຮອງລັດຖະມົນຕີກະຊວງແຜນການ ກໍາປູເຈຍ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ກັບການຕ້ອນຮັບອັນອົບອຸ່ນຂອງຝ່າຍ ສປປ ລາວ ແລະ ການແຈ້ງໃຫ້ຊາບ ກ່ຽວກັບການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ ໄລຍະຜ່ານມາ, ເຊິ່ງເປັນຂໍ້ມູນ ແລະ ບົດຮຽນອັນສໍາຄັນໃຫ້ແກ່ ກໍາປູເຈຍ. ພ້ອມດຽວກັນນີ້, ທ່ານ ປອ ປົດ ບຸນນາກ ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຄວາມຄືບໜ້າການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ຂອງ ກໍາປູເຈຍ ແລະ ໄດ້ລົງເລິກປຶກສາຫາລືໃນບາງບັນຫາສໍາຄັນເພີ່ມຕື່ມ ຮ່ວມກັບຝ່າຍ ສປປ ລາວ ຢ່າງກົງໄປກົງມາ.

ໃນຕອນທ້າຍ, ຫົວໜ້າຄະນະທັງສອງຝ່າຍ ໄດ້ໃຫ້ຄໍາໝາຍໝັ້ນຈະສືບຕໍ່ແລກປ່ຽນບົດຮຽນນໍາກັນໃນອະນາ ຄົດ ໂດຍສະເພາະວຽກງານການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ລວມທັງໄລຍະຂ້າມຜ່ານ 03 ປີ ແລະ ຈະສືບຕໍ່ເພີ່ມທະວີການພົວພັນສອງຝ່າຍລະຫວ່າງ ລາວ-ກໍາປູເຈຍ ໃຫ້ນັບມື້ນັບມີຜົນປະໂຫຍດແກ່ການພັດທະນາ ກໍຄືປະຊາຊົນຂອງທັງສອງປະເທດ.

ນອກຈາກການພົບປະເຮັດວຽກກັບ ກະຊວງການຕ່າງປະເທດ, ໃນລະຫວ່າງ ວັນທີ 26-27 ພະຈິກ 2025ຄະນະຜູ້ແທນກໍາປູເຈຍ ຍັງຈະໄດ້ເຄື່ອນໄຫວພົບປະເຮັດວຽກຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງິນ ແລະ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂອງ ສປປ ລາວ, ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື, ໃນນາມແຂກຖືກເຊີນພິເສດ, ໃນຫົວຂໍ້ ການຈັດຕັ້ງປະຕິບັດແຜນຍຸດທະສາດ STS ໃຫ້ແກ່ພະນັກງານທ້ອງຖິ່ນຂອງ ບັນດາແຂວງພາກເໜືອ ແລະ ພາກກາງ ຂອງ ສປປ ລາວ, ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ.