ກອງປະຊຸມຈຸດປະສານງານ ປພຍ ແຫ່ງຊາດ ເພື່ອຜ່ານຮ່າງທໍາອິດບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 2 ຂອງ ສປປ ລາວ ແລະ ແຜນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຢູ່ ສປປ ລາວ ປະຈໍາປີ 2021
ວັນທີ: 17/03/2021
ໃນວັນທີ 17 ມີນາ 2021, ກອງເລຂາຄະນະຊີ້ນໍາລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ກອງເລຂາ ປພຍ ແຫ່ງຊາດ) ໄດ້ຈັດ ກອງປະຊຸມຈຸດປະສານງານ ປພຍ ແຫ່ງຊາດ ເພື່ອຜ່ານຮ່າງທໍາອິດບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 2 ຂອງ ສປປ ລາວ ແລະ ແຜນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຢູ່ ສປປ ລາວ ປະຈໍາປີ 2021, ທີ່ສູນການຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC), ນະຄອນຫຼວງວຽງຈັນ. ກອງປະຊຸມແມ່ນດໍາເນີນພາຍໃຕ້ການເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາ ປພຍ ແຫ່ງຊາດ.
ກອງປະຊຸມມີຜູ້ຕາງໜ້າຈາກຈຸດປະສານງານ ປພຍ ແຫ່ງຊາດ ຄະນະກົມ, ຄະນະພະແນກ ແລະ ວິຊາການ ຂອງບັນດາກະຊວງ ແລະ ອົງການລັດທຽບເທົ່າກະຊວງ ເຂົ້າຮ່ວມຫຼາຍກ່ວາ 60 ທ່ານ. ກອງປະຊຸມໃນຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄໍາຄິດເຫັນ ແລະ ປຶກສາຫາລືກ່ຽວກັບ ຮ່າງທໍາອິດຂອງ ບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ສະບັບທີ 2 ຂອງ ສປປ ລາວ ທີ່ຈະນໍາສະເໜີຕໍ່ກອງປະຊຸມເວທີການເມືອງລະດັບສູງຂອງ ອົງການ ສປຊ (HLPF) ໃນເດືອນກໍລະກົດ ປີ 2021 ນີ້, ເຊິ່ງກອງປະຊຸມໄດ້ລົງເລີກດ້ານເນື້ອໃນ ແລະ ບັນດາຂໍ້ມູນຕົວຊີ້ບອກທີ່ກວມຢູ່ໃນຮ່າງບົດລາຍງານດັ່ງກ່າວ, ໂດຍສະເພາະເນື້ອໃນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ປພຍ ພາຍຫຼັງທີ່ ສປປ ລາວ ໄດ້ສົ່ງບົດລາຍງານ VNR ສະບັບທໍາອິດໃນປີ 2018.
ພ້ອມກັນນັ້ນ, ກອງປະຊຸມຍັງມີຈຸດປະສົງໃນການນໍາສະເໜີແຜນງານຈັດຕັ້ງປະຕິບັດ ຫຼື ການກະກຽມນໍາສະເໜີບົດລາຍງານ VNR Roadmap ແລະ ແຜນວຽກລວມການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຢູ່ ສປປ ລາວ ປະຈໍາປີ 2021 ອີກດ້ວຍ.
ຂະບວນການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ແມ່ນມີຄວາມສໍາຄັັນໃນການຂັບເຄື່ອນ ແລະ ນໍາພາຂອງລັດຖະບານ ສປປ ລາວ, ໂດຍສືບຕໍ່ຈາກຜົນຂອງກອງປະຊຸມທົບທວນຄືນ 3 ປີ ຂອງຄະນະຊິ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດວາລະ 2030 ແລະ ການພັດທະນາແບບຍືນຍົງ ທີ່ຈັດຂື້ນໃນປີ 2020 ທີ່ຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານນາຍົກລັດຖະມົນຕີ, ປະທານຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດ ປພຍ.
ລັດຖະບານແຫ່ງ ສປປ ລາວ ໄດ້ສະແດງເຈດຈໍານົງໃນການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ ເປັນຄັ້ງທີ່ 2 (ສະບັບທໍາອິດ ແມ່ນສົ່ງໃນປີ 2018) ທີ່ຈະລາຍງານຕໍ່ກອງປະຊຸມເວທີການເມືອງລະດັບສູງເພື່ອການພັດທະນາແບບຍືນຍົງຂອງ ອົງການ ສປຊ ໃນເດືອນກໍລະກົດ ປີ 2021, ໂດຍສະບັບທີ 2 ນີ້ ຈະນໍາເອົາຜົນຂອງການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ທິດທາງການເຊື່ອມສານ ປພຍ ເຂົ້າໃນແຜນງານ 5 ປີ ຄັ້ງທີ IX ເຂົ້າໃນການລາຍງານ ແລະ ຈະລົງເລິກການລາຍງານ 9 ເປົ້າໝາຍການພັດທະນາທີ່ເປັນບູລິມະສິດ (ປພຍ 1 ລົບລ້າງຄວາມທຸກຍາກ, ປພຍ 2 ລົບລ້າງຄວາມອຶກຫິວ, ປພຍ 3 ການມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ, ປພຍ 4 ມີການສຶກສາທີ່ມີຄຸນນະພາບ, ປພຍ 5 ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປພຍ 8 ການມີວຽກເຮັດງານທໍາທີ່ມີກຽດ ແລະ ເສດຖະກິດມີການຂະຫຍາຍໂຕ, ປພຍ 13 ມີແຜນຮັບມືກັບການປ່ຽນແປງດິນຟ້າອາກາດ, ປພຍ 17 ເປັນຄູ່ຮ່ວມມືເພື່ອເປົ້າໝາຍການພັດທະນາແບບຍືນຍົງ ແລະ ປພຍ 18 ຊີວິດຢອດໄພຈາກລະເບີດບໍ່ທັນແຕກ).
ນອກຈາກການຈັດກອງປະຊຸມຄັ້ງນີ້ກັບພາກລັດແລ້ວ, ກອງເລຂາ ປພຍ ແຫ່ງຊາດ ຍັງມີແຜນຈະຈັດກອງປະຊຸມເພື່ອສົ່ງເສີມການມີສ່ວນຮ່ວມຂອງພາກສ່ວນອື່ນໆທີ່ກ່ຽວຂ້ອງໃນການຮ່າງບົດລາຍງານ VNR ສະບັບທີ 2 ນີ້ ໃນທ້າຍເດືອນມີນາ 2021 ອີກດ້ວຍ.
ໃນໂອກາດນີ້, ທ່ານ ໄມທອງ ທໍາມະວົງສາ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາ ປພຍ ແຫ່ງຊາດ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ, ຊຶ່ງການສົ່ງບົດລາຍງານດັ່ງກ່າວ ບໍ່ພຽງແຕ່ຈະສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນແຮງກ້າຂອງລັດຖະບານ ໃນການຈັດຕັ້ງວາລະ 2030 ຄຽງຄູ່ກັບ ເປົ້າໝາຍການພັດທະນາທີ່ເປັນບູລິມະສິດຂອງຊາດ, ແຕ່ຍັງເປັນໂອກາດອັນດີໃນການຕິດຕາມ-ປະເມີນ, ຄຽງຄູ່ກັບການທົບທວນຄືນ ແລະ ລາຍງານຄວາມຄືບໜ້າ, ຜົນສໍາເລັດ, ສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດວາລະສາກົນໃນໄລຍະທີ່ຜ່ານມາອີກດ້ວຍ.
ພ້ອມດຽວກັນນີ້, ທ່ານປະທານ ໄດ້ຊຸກຍູ້ໃຫ້ທຸກພາກສ່ວນຮັດແໜ້ນການຮ່ວມມືເຊິ່ງກັນ ແລະ ກັນ, ໂດຍສະເພາະແມ່ນການມີສ່ວນຮ່ວມ ແລະ ການປະກອບສ່ວນຂອງພາກລັດ, ກໍຄືບັນດາກະຊວງ ແລະ ອົງການລັດທຽບເທົ່າກະຊວງ ໃນການຮ່າງບົດລາຍງານສະບັບທີ່ 2 ນີ້ ເພື່ອຮັບປະກັນເຮັດໃຫ້ເນື້ອໃນມີຄວາມສົມບູນ, ສອດຄ່ອງ ແລະ ເປັນເອກະພາບກັນ ບົນພື້ນຖານ “ພ້ອມກັນກ້າວໄປ”, ຊຶ່ງນີ້ຍັງຈະສະແດງໃຫ້ເຫັນເຖິງຄວາມເປັນເຈົ້າການຂອງພາກລັດໃນການວາງແນວທາງ, ນະໂຍບາຍ ແລະ ການເຊື່ອມສານວາລະການພັດທະນາດັ່ງກ່າວເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໃນແຕ່ລະໄລຍະອີກດ້ວຍ.