Slide
Slide
Slide
Slide

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຢ້ຽມຢາມຫ້ອງການ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ເພື່ອສະເຫຼີມສະຫຼອງຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ
ວັນທີ: 22/11/2025

ໃນວັນທີ 20 ພະຈິກ 2025, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເປັນແຂກກິດຕິມະສັກ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ທີ່ ຫ້ອງການ ອົງການ ສະຫະປະຊາຊາດ (ສປຊ) ທີ່ ນະຄອນຫຼວງວຽງຈັນ ເຊິ່ງຈັດຂຶ້ນໂດຍ ກະຊວງການຕ່າງປະເທດ ຮ່ວມກັບ ອົງການ ສປຊ ປະຈຳ ສປປ ລາວ ພາຍໃຕ້ຄຳຂວັນ: ການມີສ່ວນຮ່ວມຂອງໄວໜຸ່ມ ໃນການເລັ່ງບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຂໍ້ຕົກລົງສາກົນວ່າດ້ວຍອະນາຄົດ (Pact for the Future)”, ໂດຍມີບັນດາຂະແໜງການພາກລັດ, ທ່ານທູດ, ທູຕານຸທູດ, ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສປຊ ໄດ້ເປີດຕົວປື້ມຄູ່ມືຄຳແນະນຳກ່ຽວກັບລະບົບການດຳເນີນງານຂອງ ອົງການສະຫະປະຊາຊາດ ໃນລະດັບປະເທດ, ໂດຍການສະໜັບສະໜູນຈາກ ລັດຖະບານ ສະວິດ. ປື້ມຄູ່ມືດັ່ງກ່າວ, ເປັນເອກະສານບ່ອນອີງທີ່ທັນກັບສະພາບການ ແລະ ມີປະໂຫຍດ ສຳລັບທຸກປະເທດສະມາຊິກ ອົງການ ສປຊ, ໂດຍສະເພາະ ສຳລັບບັນດາປະເທດກໍາລັງພັດທະນາ ຄື ສປປ ລາວ ທີ່ຮ່ວມມືຢ່າງໃກ້ຊິດກັບລະບົບ ອົງການ ສປຊ ກໍຄືບັນດາອົງການເຄືອຂ່າຍ. ຄູ່ມືສະບັບນີ້, ຈະບໍ່ເປັນພຽງຂໍ້ມູນຂ່າວສານທົ່ວໄປ, ແຕ່ເປັນ “ເຄື່ອງມືເພື່ອສ້າງຄວາມເຂັ້ມແຂງ”, ເຮັດໃຫ້ລະບົບ ອົງການ ສປຊ ມີຄວາມຊັດເຈນ ແລະ ເຂົ້າໃຈງ່າຍຂຶ້ນ, ເຮັດໃຫ້ວຽກງານຂອງອົງການ ມີຄວາມໂປ່ງໃສ ແລະ ເຂົ້າເຖິງໄດ້ງ່າຍ ຊ່ວຍໃຫ້ບັນດາຂະແໜງການ, ຜູ້ຈັດຕັ້ງປະຕິບັດວຽກງານການພັດທະນາ ແລະ ບັນດາຊ່ຽວຊານ-ວິຊາການ ມີຄວາມເຂົ້າໃຈທີ່ເລິກເຊິ່ງຂຶ້ນໃນການຮ່ວມມືກັບອົງການຕ່າງໆ ຂອງອົງການສະຫະປະຊາຊາດ ຢ່າງມີຍຸດທະສາດ, ສາມາດເຊື່ອມສານໃຫ້ກົມກຽວກັບບູລິມະສິດ ແຫ່ງຊາດ ດັ່ງທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ລະໄລຍະໃຫ້ສອດຄ່ອງຢ່າງມີປະສິດທິພາບ ກັບບັນດາໂຄງການຮ່ວມມືເພື່ອການພັດທະນາແບບຍືນຍົງ ຂອງ ອົງການ ສປຊ, ກໍ່ຄື ຮັບປະກັນໃຫ້ທຸກໆທຶນຮອນ-ການຊ່ວຍເຫຼືອ ທີ່ຖືກໝູນໃຊ້ນັ້ນສ້າງຜົນປະໂຫຍດສູງສຸດ ໃຫ້ແກ່ປະຊາຊົນລາວ.

ພິເສດ, ໃນໂອກາດດັ່ງກ່າວ ຍັງໄດ້ມີການເປີດນຳໃຊ້ຢ່າງເປັນທາງການສະແຕັມທີ່ລະນຶກ 70 ປີ ເຊິ່ງເປັນໜຶ່ງໃນກິດຈະກຳເພື່ອສະເຫຼີມສະຫຼອງ ການຮ່ວມມືອັນຍາວນານລະຫວ່າງ ສປປ ລາວ ແລະ ອົງການ ສປຊ ໃນໄລຍະ 7 ທົດສະວັດ ຜ່ານມາ. ເຊິ່ງການຮ່ວມມືດັ່ງກ່າວ, ບໍ່ພຽງແຕ່ເປັນການປະກອບສ່ວນດ້ານນະໂຍບາຍ ແລະ ທຶນຮອນເທົ່ານັ້ນ ແຕ່ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຍົກລະດັບຄວາມເປັນຢູ່ທີ່ດີຂຶ້ນໃຫ້ແກ່ປະຊາຊົນລາວຢ່າງແທ້ຈິງ ແລະ ຊ່ວຍສ້າງສັງຄົມໃຫ້ມີຄວາມເຂັ້ມແຂງ ແລະ ສາມາດຮັບມືກັບການປ່ຽນແປງທີ່ເກີດຂຶ້ນໃນປະຈຸບັນ ເຊິ່ງໄດ້ກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ຫັນປ່ຽນຕົນເອງຈາກປະເທດທີ່ບໍ່ມີຊາຍແດນຕິດທະເລ ໄປສູ່ປະເທດເຊື່ອມຈອດພາກພື້ນ ແລະ ສາກົນ.

ໃນການລົງຢ້ຽມຢາມຫ້ອງການ ສປຊ ຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດຢ້ຽມຊົມການວາງສະແດງຜົນງານ: “70 ປີແຫ່ງການຮ່ວມມື” ຈັດໂດຍອົງການເຄືອຂ່າຍ ສປຊ ເປັນຕົ້ນ: ໂຄງການຮ່ວມມືດ້ານສຸຂະພາບຈະເລີນພັນ, ແມ່, ເດັກອ່ອນ, ເດັກ ແລະ ເຍົາວະຊົນ (ອົງການ UNFPA, WHO, UNICEF), ຜົນງານແກະສະຫຼັກ ລະເບີດ (ນຳສະເໜີໂດຍ ນັກກວດກູ້ໄວໜຸ່ມເພດຍິງ), ການຮັບມື ແລະ ຕອບໂຕ້ຕໍ່ໄພພິບັດ (ອົງການ IOM), ໂຄງການກາເຟວັນໃໝ່ (ອົງການ UNODC) ແລະ ໂຄງການລະບົບອາຫານ ແລະ ໂພສະນາການ (ອົງການ WFP, FAO, IFAD).

ໝາຍເຫດ: ສະແຕັມທີ່ລະນຶກ 70 ປີ ລາວ-ສປຊ ສາມາດຫາຊື້ໄດ້ທີ່ໄປສະນີລາວ ທຸກສາຂາ.