Slide
Slide
Slide
Slide
Slide
Slide

ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງເທດ ລົງເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ເກັບກູ້ລະເບີດບໍ່ທັນແຕກ
ວັນທີ: 16/11/2025

ໃນລະຫວ່າງວັນທີ 10-12 ພະຈິກ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຮອງປະທານຜູ້ປະຈໍາການ, ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ ຕົກຄ້າງຢູ່ ສປປ ລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງຂະແໜງຄຸນນະພາບຂອງການຈັດຕັ້ງປະຕິບັດວຽກງານເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ, ທີ່ ເມືອງເຊໂປນ, ແຂວງສະຫວັນນະເຂດ, ເມືອງປາກຊ່ອງ, ແຂວງຈໍາປາສັກ ແລະ ເມືອງລະມາມ, ແຂວງເຊກອງ. 
ໃນການລົງເຄື່ອນໄຫວຄັ້ງນີ້, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຈາກກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ເພື່ອລົງຢ້ຽມຢາມສະໜາມກວດກູ້ລະເບີດຂອງອົງການ Halo Trust, ທີ່ ເມືອງເຊໂປນ, ແຂວງສະຫວັນນະເຂດ, ສະໜາມເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຂອງ ໂຄງການເກັບກູ້ລະເບີດແຫ່ງຊາດລາວ (UXO Lao), ທີ່ ເມືອງປາກຊ່ອງ, ແຂວງຈໍາປາສັກ ແລະ ສະໜາມກວດກູ້ລະເບີດຂອງອົງການ Norwegian People’s Aid (NPA) ປະຈໍາ ສປປ ລາວ ທີ່ ເມືອງລະມາມ, ແຂວງເຊກອງ. ນອກຈາກນັ້ນ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ຍັງໄດ້ຖືໂອກາດເຂົ້າພົບປະ-ໂອ້ລົມກັບການນໍາຂອງແຂວງ ແລະ ຄະນະຮັບຜິດຊອບວຽກງານເກັບກູ້ລະເບີດບໍ່ທັນແຕກຂັ້ນແຂວງ, ລວມທັງຊຸກຍູ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ໂດຍສະເພາະໃນຂະແໜງຄຸນນະພາບຂອງການຈັດຕັ້ງປະຕິບັດວຽກງານເກັບກູ້ລະເບີດບໍ່ທັນແຕກ ຢູ່ 03 ແຂວງພາກໃຕ້ ແລະ ໄດ້ມອບເຄື່ອງຊ່ວຍເຫຼືອ ເປັນເຄື່ອງນຸ່ງຫົ່ມ-ເສື້ອຜ້າ, ມູນຄ່າ ຮ້ອຍກ່ວາລ້ານ ກີບ, ຈໍານວນ 09 ແກັດ ໃຫ້ແກ່ ຫ້ອງວ່າການປົກຄອງເມືອງລະມາມ, ແຂວງເຊກອງ. 
ສປປ ລາວ ເປັນໜຶ່ງໃນບັນດາປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານ ທີ່ຍັງຕົກຄ້າງຢູ່ ສປປ ລາວ ຈໍານວນຫຼາຍ, ເຊິ່ງສາມາດພົບເຫັນໄດ້ຢູ່ຕາມສະຖານທີ່ຢູ່ອາໃສຂອງປະຊາຊົນ, ເຂດເຮັດການຜະລິດ, ເດີ່ນໂຮງຮຽນ, ຕາມສາຍພູ ແລະ ແມ່ນໍ້າຕ່າງໆ. ການລົງຢ້ຽມຢາມຄັ້ງນີ້, ຍັງເປັນການຜັນຂະຫຍາຍວຽກງານຂອງເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍທີ່ 18 (SDG 18) ຂອງ ສປປ ລາວ ທີ່ໄດ້ຖືກຮັບຮອງ ແລະ ປະກາດຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ບັນ ກີ ມູນ, ອະດີດເລຂາທິການໃຫຍ່ ຂອງອົງການ ສປຊ ໃນເດືອນ ກັນຍາ ປີ 2015.