Slide
Slide
Slide

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ
ວັນທີ: 12/09/2025

ໃນວັນທີ 08 ກັນຍາ 2025, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີ  ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນ. ການນີ ວິຍາຣາຈາ (Ms. Kanni Wignaraja), ຜູ້ຊ່ວຍເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ຜູ້ອໍານວຍການພາກພື້ນອາຊີ-ປາຊີຟິກ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP).
ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ,  ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ນ. ການນີ ວິຍາຣາຈາ ຄັ້ງນີ້, ເຊິ່ງເປັນຄັ້ງທີສອງ ໃນຖານະເປັນຜູ້ຊ່ວຍເລຂາທິການໃຫຍ່ ອົງການ ສປຊ, ຜູ້ອໍານວຍການພາກພື້ນອາຊີ-ປາຊີຟິກ ຂອງອົງການ ສປຊ ເພື່ອການພັດທະນາ, ພາຍຫຼັງທີ່ເຄີຍມາຢ້ຽມຢາມ ສປປ ລາວ ໃນປີ 2022,  ອັນເປັນການຢັ້ງຢືນເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນ ຕໍ່ກັບການຮ່ວມມື ລະຫວ່າງ ອົງການ ສປຊ ເພື່ອການພັດທະນາ ແລະ ສປປ ລາວ ຕະຫຼອດມາ. ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ ອົງການ ສປຊ ເພື່ອການພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ນັບແຕ່ປີ 1988 ເປັນຕົ້ນມາ. ປະຈຸບັນ, ສປປ ລາວ ແລະ ອົງການ UNDP ຮ່ວມກັນຈັດຕັ້ງປະຕິບັດ ເອກະສານແຜນງານການຮ່ວມມືຂອງ ອົງການ UNDP ສຳລັບ ສປປ ລາວ ສົກປີ 2022-2026 (Country Programme Document for Lao PDR 2022-2026), ເຊິ່ງກວມເອົາ  03 ເສົາຄໍ້າບຸລິມະສິດ ຄື: 1. ຄວາມຈະເລີນຮຸ່ງເຮືອງທີ່ທົ່ວເຖິງ, 2. ຄວາມທົນທານ, ການປ່ຽນແປງດິນຟ້າອາກາດ ແລະ ສິ່ງແວດລ້ອມ ແລະ 3. ການບໍລິຫານລັດ ແລະ ການປົກຄອງດ້ວຍກົດໝາຍ. ຄຽງຄູ່ກັນນັ້ນ, ກໍ່ພວມຈັດຕັ້ງປະຕິບັດ 19 ໂຄງການຜ່ານບັນດາແຜນງານ ແລະ  ຂະແໜງການຕ່າງໆ ລວມມູນຄ່າທັງໝົດປະມານ 60 ລ້ານໂດລາສະຫະລັດ, ເຊິ່ງຖືວ່າເປັນການປະກອບສ່ວນທີ່ສໍາຄັນ ໃນການຈັດຕັ້ງປະຕິບັດບັນດາແຜນງານຕ່າງໆ ຕາມບຸລິມະສິດການພັດທະນາປະເທດ ແລະ ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະໄລຍະ ລວມທັງຄວາມພະຍາຍາມຂອງ ສປປ ລາວ ໃນການກະກຽມອອກຈາກ ສະຖານະພາບດ້ອຍພັດທະນາພາຍໃນປີ 2026, ກໍຄືການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເພື່ອໃຫ້ທຸກຄົນພ້ອມກັນກ້າວໄປ. ນອກຈາກນີ້, ອົງການ UNDP ກໍໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂະແໜງເກັບກູ້ລະເບີດບໍ່ທັນແຕກ ທີ່ເປັນໄພຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນ, ເປັນສິ່ງກົດໜ່ວງຖ່ວງດຶງການພັດທະນາ ເປັນຕົ້ນການນຳໃຊ້ທີ່ດິນ ແລະ ການສ້າງພື້ນຖານໂຄງລ່າງ ກໍຄືການພັດທະນາທາງດ້ານເສດຖະກິດ-ສັງຄົມ, ເຊິ່ງ ສປປ ລາວ ໄດ້ກຳນົດເອົາເປັນເປົ້າໝາຍ ການພັດທະນາແບບຍືນຍົງແຫ່ງຊາດ ເພີ່ມໃສ່ 17 ເປົ້າໝາຍຂອງສາກົນ ກໍຄືເປົ້າໝາຍການພັດທະນາແບບຍືນຍົງທີ 18 ຫຼື SDG 18 “ຊີວິດປອດໄພຈາກລະເບີດບໍ່ທັນແຕກ”.
          ໃນໂອກາດນີ້, ທ່ານ ນ. ການນີ ວິຍາຣາຈາ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ແລະ ຄວາມຄືບໜ້າໃນຫຼາຍວຽກງານ ຂອງລັດຖະບານ ສປປ ລາວ ໃນການພັດທະນາປະເທດ ກໍ່ຄືການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະການກະກຽມຄວາມພ້ອມ ໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາ. ພ້ອມດຽວກັນນີ້, ກໍໄດ້ຊົມເຊີຍຕໍ່ຄວາມພະຍາຍາມ ຂອງລັດຖະບານລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ. ໂດຍເຫັນໄດ້ເຖິງຜົນສຳເລັດດັ່ງກ່າວ, ທ່ານ ນ. ການນີ ວິຍາຣາຈາ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສປປ ລາວ ຈະສາມາດບັນລຸເປົ້າຫມາຍການພັດທະນາປະເທດ ແລະ ການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາ ຕາມຄຳແນະນຳຂອງອົງການ ສະຫະປະຊາຊາດ. ພ້ອມທັງ, ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນຂະບວນການຕ່າງໆ ເພື່ອຮັບປະກັນໃຫ້ທຸກຄົນໄດ້ຮັບຜົນປະໂຫຍດຈາກການພັດທະນາຢ່າງທົ່ວເຖິງ.