ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຜູ້ປະສານງານ ອົງການ ສະຫະປະຊາຊາດ ປະຈໍາ ສປປ ລາວ
ວັນທີ: 11/08/2025
ໃນວັນທີ 11 ສິງຫາ 2025, ທີ່ ກະຊວງການຕ່າງປະເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ບາໂຄເດຍ ເບີຄະນ໋ອບ (Mr. Bakhodir Burkhanov) ຜູ້ປະສານງານ ອົງການ ສະຫະປະຊາຊາດ (United Nations Resident Coordinator ຫຼື UNRC) ປະຈໍາ ສປປ ລາວ ເພື່ອແນະນໍາຕົວ ແລະ ສະແດງຄວາມຊົມເຊີຍ ທ່ານ ຮອງລັດຖະມົນຕີ ໃນໂອກາດທີ່ໄດ້ຮັບຕໍາແໜ່ງໃໝ່.
ໃນໂອກາດດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ແລະ ການຊ່ວຍເຫຼືອຂອງ ອົງການ ສປຊ ແກ່ ສປປ ລາວ ໃນໄລຍະຜ່ານມາ. ໃນນັ້ນ, ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ທ່ານ ບາໂຄເດຍ ເບີຄະນ໋ອບ, ອົງການເຄືອຂ່າຍ ສປຊ (UN Country Team ຫຼື UNCT) ຈະເພີ່ມທະວີການຮ່ວມມື ແລະ ການສະໜັບສະໜູນແກ່ ສປປ ລາວ ໃນວຽກງານການພັດທະນາ ທີ່ສອດຄ່ອງກັບວຽກງານບູລິມະສິດຕ່າງໆຂອງລັດຖະບານ ດັ່ງທີ່ໄດ້ກໍານົດໄວ້ຢູ່ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ແຜນພັດທະນາແຫ່ງຊາດໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງປະຕິບັດບັນດາກິດຈະກໍາ ແລະ ໂຄງການຕ່າງໆ ໃນຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແລະ ອົງການ ສປຊ ປະຈໍາ ສປປ ລາວ (UN Sustainable Development Framework ຫຼື UNSDCF) ໃນແຕ່ລະໄລຍະ. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ສະເໜີໃຫ້ ອົງການເຄືອຂ່າຍ ສປຊ ປະຈໍາ ສປປ ລາວ ສືບຕໍ່ລະດົມທຶນຮອນເພື່ອປະກອບສ່ວນ ແລະ ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ໃນການຈັດຕັ້ງປະຕິບັດບູລິມະສິດການພັດທະນາຂອງ ສປປ ລາວ ກໍຄື ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫຼື SDG), ວາລະ 2030 ເພື່ອການພັດທະນາແບບຍືນຍົງ ລວມທັງວາລະການພັດທະນາອື່ນໆຂອງສາກົນ, ຄວາມໝາຍໝັ້ນຂອງລັດຖະບານ ໃນການພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ ໃນອະນາຄົດໃຫ້ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ.
ໃນໂອກາດດັ່ງກ່າວນີ້, ທ່ານ ບາໂຄເດຍ ເບີຄະນ໋ອບ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ໄດ້ໃຫ້ຄໍາໝັ້ນສັນຍາໃນການສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງອົງການເຄືອຂ່າຍ ສປຊ ແລະ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ເພື່ອສະໜັບສະໜູນການບັນລຸບັນດາບູລິມະສິດດ້ານການພັດທະນາຂອງ ສປປ ລາວ ຢ່າງຕັ້ງໜ້າ. ນອກຈາກນັ້ນ, ໃນປີ 2025 ເປັນປີທີ່ມີຄວາມໝາຍຄວາມສໍາຄັນກໍຄື ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ແລະ 80 ປີ ການສ້າງຕັ້ງອົງການ ສປຊ, ເຊິ່ງລັດຖະບານ ແລະ ອົງການ ສປຊ ປະຈໍາ ສປປ ລາວ ຈະໄດ້ຮ່ວມກັນຈັດກິດຈະກໍາເພື່ອສະເຫຼີມສະຫຼອງປີຄົບຮອບທີ່ສໍາຄັນດັ່ງກ່າວ.
ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ໄດ້ໃຫ້ຄວາມໝາຍໝັ້ນຕໍ່ ທ່ານ ຜູ້ປະສານງານ ອົງການ ສປຊ ວ່າ ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ການສະຫນັບສະຫນູນ ແລະ ຮ່ວມມືທີ່ດີກັບ ບັນດາອົງການເຄືອຂ່າຍ ສປຊ ໃນການຈັດຕັ້ງປະຕິບັດບັນດາແຜນພັດທະນາຕ່າງໆຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ພ້ອມທັງອວຍພອນໃຫ້ ທ່ານ ຜູ້ປະສານງານ ອົງການ ສປຊ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ຢ່າງຈົບງາມ.
ທ່ານ ບາໂຄເດຍ ເບີຄະນ໋ອບ ດຳລົງຕຳແຫນ່ງເປັນຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ນັບຕັ້ງແຕ່ກາງປີ 2023 ເປັນຕົ້ນມາ, ໂດຍ ມີໜ້າທີ່ນໍາພາ ແລະ ເປັນຈຸດປະສານງານຫຼັກ ພາຍໃນບັນດາອົງການ ສປຊ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຊ່ວຍເຫຼືອຕ່າງໆ ໃຫ້ມີຄວາມສອດຄ່ອງ ແລະ ກົມກຽວ ໂດຍຜ່ານການສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ຫຼີກລ່ຽງການທັບຊ້ອນຂອງວຽກງານ, ເຊິ່ງເປັນກົນໄກການເຮັດວຽກທີ່ແນໃສ່ເພີ່ມທະວີປະສິດທິພາບ ແລະ ປະສິດທິຜົນຂອງ ລະບົບອົງການ ສປຊ ໃນການສະໜັບສະໜູນປະເທດສະມາຊິກ ສປຊ.