Slide
Slide
Slide
Slide

ກອງປະຊຸມທາງໄກເພື່ອຜ່ານຮ່າງທໍາອິດ ບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 2 ຂອງ ສປປ ລາວ ຮ່ວມກັບ ອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ສັງກັດລັດຖະບານ ແລະ ພາກເອກະຊົນ
ວັນທີ: 23/04/2021

ໃນວັນທີ 23 ເມສາ 2021, ກອງເລຂາຄະນະຊີ້ນໍາລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ກອງເລຂາ ປພຍ ແຫ່ງຊາດ) ໄດ້ຈັດ ກອງປະຊຸມທາງໄກຜ່ານລະບົບອອນລາຍເພື່ອຜ່ານຮ່າງທໍາອິດບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 2 ຂອງ ສປປ ລາວ ຮ່ວມກັບອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ. ກອງປະຊຸມໄດ້ແບ່ງອອກເປັນ 2 ພາກຄື: ພາກເຊົ້າ ແມ່ນປະຊຸມຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ແລະ ອົງການເຄືອຂ່າຍ ສປຊ ຢູ່ ສປປ ລາວ, ຊຶ່ງດໍາເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາ ປພຍ ແຫ່ງຊາດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ຕາງໜ້າຫ້ອງການຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ. ສໍາລັບພາກບ່າຍ ແມ່ນປະຊຸມກັບ ບັນດາອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ.

ກອງປະຊຸມໃນຄັ້ງນີ້ມີຜູ້ຕາງໜ້າຈາກຈຸດປະສານງານ ປພຍ ແຫ່ງຊາດ ຂອງບັນດາກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ຜູ້ຕາງໜ້າບັນດາອົງການເຄືອຂ່າຍ ສປຊ, ລວມທັງຜູ້ຕ່າງໜ້າຈາກອົງການ ສປຊ ຂອງພາກພື້ນມີ UNDESA, UNESCAP, UNSDF, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ ເຂົ້າຮ່ວມຫຼາຍກ່ວາ 120 ທ່ານ. ກອງປະຊຸມໃນຄັ້ງນີ້ແມ່ນການສືບຕໍ່ການຈັດກອງປະຊຸມປຶກສາຫາລືກັບຈຸດປະສານງານ ປພຍ ແຫ່ງຊາດ ກ່ຽວກັບຮ່າງທໍາອິດຂອງບົດລາຍງານ VNR ສະບັບທີ 2 ຂອງ ສປປ ລາວ, ທີ່ຈັດຂື້ນໃນວັນທີ 17 ມີນາ 2021 ທີ່ຜ່ານມາ, ຊຶ່ງຈຸດປະສົງຫຼັກ ແມ່ນເພື່ອສືບຕໍ່ຄວາມພະຍາຍາມໃນການສົ່ງເສີມສົ່ງການມີສ່ວນຮ່ວມກັບທຸກພາກສ່ວນໃນສັງຄົມ, ໂດຍສະເພາະແມ່ນ ບັນດາອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນມີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ, ໃນການສົນທະນາ ແລະ ປຶກສາຫາລືກ່ຽວກັບ ຮ່າງທໍາອິດບົດລາຍງານ VNR ສະບັບທີ 2 ຂອງ ສປປ ລາວ ທີ່ຈະນໍາສະເໜີຕໍ່ກອງປະຊຸມເວທີການເມືອງລະດັບສູງຂອງອົງການ ສປຊ (HLPF) ໃນເດືອນກໍລະກົດ 2021, ເຊິ່ງຜົນຂອງກອງປະຊຸມຈະນໍາໄປພິຈາລະນາເພື່ອສືບຕໍ່ປັບປຸງເນື້ອໃນຂອງບົດລາຍງານ ໃຫ້ມີຄວາມສົມບູນ ແລະ ສອດຄ່ອງ ກັບສະພາບການພັດທະນາຕົວຈິງຂອງປະເທດເຮົາ.

ຂະບວນການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ແມ່ນມີຄວາມສໍາຄັັນໃນການຂັບເຄື່ອນ ແລະ ນໍາພາຂອງລັດຖະບານ ສປປ ລາວ, ໂດຍສືບຕໍ່ຈາກຜົນຂອງກອງປະຊຸມທົບທວນຄືນ 3 ປີ ຂອງຄະນະຊິ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດວາລະ 2030 ແລະ ການພັດທະນາແບບຍືນຍົງ ທີ່ຈັດຂື້ນໃນປີ 2020 ທີ່ຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານນາຍົກລັດຖະມົນຕີ, ປະທານຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດ ປພຍ. ລັດຖະບານແຫ່ງ ສປປ ລາວ ໄດ້ສະແດງເຈດຈໍານົງໃນການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ ເປັນຄັ້ງທີ່ 2 (ສະບັບທໍາອິດ ແມ່ນສົ່ງໃນປີ 2018) ທີ່ຈະລາຍງານຕໍ່ກອງປະຊຸມເວທີການເມືອງລະດັບສູງເພື່ອການພັດທະນາແບບຍືນຍົງຂອງ ອົງການ ສປຊ ໃນເດືອນກໍລະກົດ ປີ 2021, ໂດຍສະບັບທີ 2 ນີ້ ຈະນໍາເອົາຜົນຂອງການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ທິດທາງການເຊື່ອມສານ ປພຍ ເຂົ້າໃນແຜນງານ 5 ປີ ຄັ້ງທີ IX ເຂົ້າໃນການລາຍງານ ແລະ ຈະລົງເລິກການລາຍງານ 9 ເປົ້າໝາຍການພັດທະນາທີ່ເປັນບູລິມະສິດ ຄື: ປພຍ 1 ລົບລ້າງຄວາມທຸກຍາກ, ປພຍ 2 ລົບລ້າງຄວາມອຶກຫິວ, ປພຍ 3 ການມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ, ປພຍ 4 ມີການສຶກສາທີ່ມີຄຸນນະພາບ, ປພຍ 5 ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປພຍ 8 ການມີວຽກເຮັດງານທໍາທີ່ມີກຽດ ແລະ ເສດຖະກິດມີການຂະຫຍາຍໂຕ, ປພຍ 13 ມີແຜນຮັບມືກັບການປ່ຽນແປງດິນຟ້າອາກາດ, ປພຍ 17 ເປັນຄູ່ຮ່ວມມືເພື່ອເປົ້າໝາຍການພັດທະນາແບບຍືນຍົງ ແລະ ປພຍ 18 ຊີວິດປອດໄພຈາກລະເບີດບໍ່ທັນແຕກ ເຊິ່ງເປັນເປົ້າໝາຍແຫ່ງຊາດ, ແລະ ໃນນັ້ນ ມີ 6 ເປົ້າໝາຍຄືກັນກັບເປົ້າໝາຍທີ່ສາກົນໄດ້ກໍານົດເພື່ອທົບທວນໃນປີນີ້. ໃນໂອກາດນີ້, ທ່ານ ໄມທອງ ທໍາມະວົງສາ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາ ປພຍ ແຫ່ງຊາດ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ, ​ຊຶ່ງການສົ່ງບົດລາຍງານດັ່ງກ່າວ ບໍ່ພຽງແຕ່ຈະສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນແຮງກ້າຂອງລັດຖະບານ ໃນການຈັດຕັ້ງວາລະ 2030 ຄຽງຄູ່ກັບ ເປົ້າໝາຍການພັດທະນາທີ່ເປັນບູລິມະສິດຂອງຊາດ, ແຕ່ຍັງເປັນໂອກາດອັນດີໃນການຕິດຕາມ-ປະເມີນ, ຄຽງຄູ່ກັບການທົບທວນຄືນ ແລະ ລາຍງານຄວາມຄືບໜ້າ, ຜົນສໍາເລັດ, ສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດວາລະສາກົນໃນໄລຍະທີ່ຜ່ານມາອີກດ້ວຍ. 

ພ້ອມດຽວກັນນີ້, ທ່ານປະທານ ໄດ້ຊຸກຍູ້ໃຫ້ທຸກພາກສ່ວນຮັດແໜ້ນການຮ່ວມມືເຊິ່ງກັນ ແລະ ກັນ, ໂດຍສະເພາະແມ່ນການມີສ່ວນຮ່ວມ ແລະ ການປະກອບສ່ວນຂອງບັນດາອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ ໃນການຮ່າງບົດລາຍງານສະບັບທີ່ 2 ນີ້ ເພື່ອຮັບປະກັນເຮັດໃຫ້ເນື້ອໃນມີຄວາມສົມບູນ, ສອດຄ່ອງ ແລະ ເປັນເອກະພາບກັນ ບົນພື້ນຖານ “ພ້ອມກັນກ້າວໄປ”, ​ຊຶ່ງນີ້ຍັງຈະສະແດງໃຫ້ເຫັນເຖິງຄວາມເປັນເຈົ້າການຂອງພາກລັດໃນການວາງແນວທາງ, ນະໂຍບາຍ ແລະ ການເຊື່ອມສານວາລະການພັດທະນາດັ່ງກ່າວເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໃນແຕ່ລະໄລຍະອີກດ້ວຍ.