ເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ສຳລັບໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ
ວັນທີ: 06/06/2025
ໃນວັນທີ 5 ມິຖຸນາ 2025 ທີ່ ແຂວງຈໍາປາສັກ, ສືບຕໍ່ຈາກການຈັດກອງປະຊຸມເຜີຍແຜ່ໃຫ້ບັນດາພະແນກ ແລະ ຂະແໜງການຂອງ 04 ແຂວງພາກໃຕ້ ໃນວັນທີ 4 ມິຖຸນາ ຜ່ານມາ, ກອງເລຂາ ປພຍ ນໍາໂດຍ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ສຳລັບນັກສຶກສາຂອງໂຮງຮຽນການເມືອງ-ການປົກຄອງແຂວງຈໍາປາສັກ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ສົມສັກ ເສົາວະລັດ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ. ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມທີ່ເປັນນັກສຶກສາຂອງໂຮງຮຽນດັ່ງກ່າວ ມາຈາກຫຼາຍຂະແໜງການທົ່ວແຂວງຈໍາປາສັກ ມາສຶກສາຍົກລະດັບທິດສະດີການເມືອງ-ການປົກຄອງ ຊັ້ນຕົ້ນ ແລະ ຊັ້ນກາງ ເຂົ້າຮ່ວມລວມທັງໝົດປະມານ 150 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການເຜີຍແຜ່ ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ, ໂດຍສະເພາະເພື່ອຊຸກຍູ້ແນວທາງ ແລະ ວຽກງານການເຊື່ອມສານເປົ້າໝາຍການພັດແບບຍືນຍົງ ຂອງສາກົນເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ກໍຄື ແຜນພັດທະນາຂອງທ້ອງຖິ່ນໃຫ້ສອດຄ່ອງ ແລະ ມີຄວາມເປັນເອກະພາບກັນ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ. ນອກຈາກນັ້ນ, ຄວາມຄືບໜ້າການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ຮ່າງບົດປະເມີນຄວາມພ້ອມຂອງ ສປປ ລາວ ໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026. ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມ ກໍໄດ້ສົນທະນາຖາມ-ຕອບ ແລະ ແລກປ່ຽນຄໍາເຫັນຕໍ່່ບົດນໍາສະເໜີດັ່ງກ່າວ ຢ່າງສ້າງສັນ ແລະ ກົງໄປກົງມາ. ສິ່ງສໍາຄັນ, ນັກສຶກສາຍົກລະດັບທິດສະດີ ມາຈາກຫຼາຍຂະແໜງການທົ່ວແຂວງຈໍາປາສັກ ຈະສືບຕໍ່ສຶກສາຄົ້ນຄວ້າເບິ່ງບັນດາເອກະສານ ແລະ ນິຕິກໍາຕ່າງໆ, ເພື່ອທໍາຄວາມເຂົ້າໃຈ ແລະ ຮ່ວມກັນຈັດຕັ້ງປະຕິບັດ ຕາມພາລະບົດບາດ ແລະ ໜ້າທີ່ວຽກງານຂອງຕົນ ທີ່ເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ກໍ່ຄືການຈັດຕັ້ງປະຕິບັດ ປພຍ. ພ້ອມທັງ, ຈະໄດ້ນໍາເອົາບັນດາຂໍ້ມູນໃນກອງປະຊຸມດັ່ງກ່າວ ໄປເຜີຍແຜ່ໃຫ້ກົມກອງ ແລະ ທ້ອງຖິ່ນຂອງຕົນ ພາຍຫຼັງຈົບການຍົກລະດັບທິດສະດີ ເພື່ອຄວາມເຂົ້າໃຈເປັນເອກະພາບກັນ.
ພາຍຫຼັງການໄດ້ຮັບຟັງຂໍ້ມູນ ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ເຫັນໄດ້ວ່າ ຄູອາຈານ ແລະ ນັກຮຽນນັກສຶກສາ ທິດສະດີການເມືອງ-ການປົກຄອງ ໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດນໍາເອົາຂໍ້ມູນດັ່ງກ່າວໄປສືບຕໍ່ສຶກສາຄົ້ນຄວ້າ, ນໍາໃຊ້ເຂົ້າໃນການຮໍ່າຮຽນ ຫລື ຂຽນເປັນບົດຄົ້ນຄວ້າໃດໜຶ່ງຂຶ້ນມາ, ພ້ອມທັງສາມາດນໍາໃຊ້ເຂົ້າໃນວຽກງານຂອງຕົນ ແລະ ຊ່ວຍສືບຕໍ່ເຜີຍແຜ່ຂໍ້ມູນດັ່ງກ່າວໄປສູ່ສັງຄົມ ຫລັງຈາກສໍາເລັດການສຶກສາແລ້ວ ເພື່ອເປັນການປະກອບສ່ວນຈັດຕັ້ງປະຕິບັດ ປພຍ ແລະ ການກະກຽມອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ຢູ່ໃນຂະແໜງການຂອງຕົນຮັບຜິດຊອບເວົ້າລວມ, ເວົ້າສະເພາະກໍ່ຄືຢູ່ໃນຂັ້ນທ້ອງຖິ່ນ.