ເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກໃຕ້
ວັນທີ: 06/06/2025
ໃນວັນທີ 4 ມິຖຸນາ 2025 ທີ່ ຫ້ອງວ່າການແຂວງຈໍາປາສັກ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກໃຕ້ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຕາງໜ້າຈາກບັນດາພະແນກ ແລະ ຂະແໜງການຕ່າງໆຈາກ 04 ແຂວງພາກໃຕ້ຄື: ແຂວງສາລະວັນ, ເຊກອງ, ອັດຕະປື ແລະ ຈໍາປາສັກ ລວມທັງໝົດປະມານ 60 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການເຜີຍແຜ່, ແລກປ່ຽນຂໍ້ມູນຂ່າວສານ ແລະ ປຶກສາຫາລື ລະຫວ່າງກອງເລຂາ ປພຍ ແລະ ຂັ້ນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ,ໂດຍສະເພາະເພື່ອຊຸກຍູ້ແນວທາງ ແລະ ວຽກງານການເຊື່ອມສານເປົ້າໝາຍການພັດແບບຍືນຍົງ ຂອງສາກົນເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ກໍຄື ແຜນພັດທະນາຂອງທ້ອງຖິ່ນໃຫ້ສອດຄ່ອງ ແລະ ມີຄວາມເປັນເອກະພາບກັນ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ; ລວມທັງ ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ (STS) ເພື່ອລາຍງານຄວາມຄືບໜ້າ ແລະ ນໍາສະເໜີຮ່າງບົດປະເມີນຄວາມພ້ອມຂອງ ສປປ ລາວ ໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026. ພ້ອມດຽວກັນນີ້, ກໍຍັງເປັນສ້າງໂອກາດໃຫ້ຜູ້ເຂົ້າຮ່ວມ ໄດ້ສາມາດ ສົນທະນາແລກປ່ຽນຄໍາເຫັນຕໍ່ບົດນໍາສະເໜີດັ່ງກ່າວ ທີ່ຕິດພັນກັບວຽກງານ ຂະແໜງການຂອງຕົນ ຢ່າງກົງໄປກົງມາ. ສິ່່ງທີ່ສຳຄັນ ແມ່ນຜູ້ເຂົ້າຮ່ວມ ຈະໄດ້ນໍາເອົາຜົນຂອງກອງປະຊຸມໃນຄັ້ງນີ້ໄປເຜີຍແຜ່, ເຊື່ອມສານ ແລະ ຈັດຕັ້ງປະຕິບັດໃນຂະແໜງການຂອງຕົນໃຫ້ເກີດໝາກຜົນ, ພ້ອມທັງສືບຕໍ່ການຮ່ວມມືຢ່າງແໜ້ນແຟ້ນ ແລະ ເຮັດວຽກຮ່ວມກັນໃນອະນາຄົດ ເພື່ອບັນລຸໄດ້ບັນດາຄາດໝາຍ ແລະ ເປົ້າໝາຍການພັດທະນາຂອງຊາດທີ່ຕັ້ງໄວ້.
ເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍ (SDGs) ແມ່ນການສືບຕໍ່ຈັດຕັ້ງປະຕິບັດວາລະການພັດທະນາຂອງສາກົນ ແລະ ຂອງບັນດາປະເທດສະມາຊິກອົງການສະຫະປະຊາຊາດ ລວມທັງ ສປປ ລາວ ເຮົາ. ນັບຕັ້ງແຕ່ ສປປ ລາວ ໄດ້ຮັບຮອງເອົາວາລະ 2030 ເພື່ອການພັດທະນາແບບຍືນຍົງ ໃນປີ 2015 ເປັນຕົ້ນມາ ແລະ ກໍ່ໄດ້ເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ຄັ້ງທີ IX ແລະ ກໍາລັງຈະເຊື່ອມໃສ່ແຜນ X. ມາຮອດປັດຈຸບັນເປັນໄລຍະເວລາ 10 ປີແລ້ວ ທີ່ພວກເຮົາໄດ້ຈັດຕັ້ງປະຕິບັດວາລະການພັດທະນາສາກົນດັ່ງກ່າວ ເຊິ່ງພວກເຮົາສາມາດຍາດໄດ້ຫຼາຍຜົນສໍາເລັດອັນພົ້ນເດັ່ນ ແລະ ມີຄວາມຄືບໜ້າຫຼາຍດ້ານເຊັ່ນ: ສາມາດຜັນຂະຫຍາຍບັນດາຕົວຊີ້ບອກ ປພຍ ເຂົ້າໃນແຕ່ລະໜ້າວຽກຂອງກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຊິ່ງຖືວ່າເປັນກົນໄກໜຶ່ງທີ່ສຳຄັນໃນການຊຸກຍູ້ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຂອງສາກົນ ໃຫ້ມີຄວາມກົມກຽວກັບແຜນພັດທະນາແຫ່ງຊາດ, ລວມການຮັບຮອງເອົາແຜນປະຕິບັດງານແຫ່ງຊາດ ເພື່ອການຈັດຕັ້ງປະຕິບັດວາລະປີ 2030 ເປັນຕົ້ນ.
ສຳລັບການກະກຽມໃຫ້ແກ່ການກ້າວອອກຈາກສະຖານະພາບປະເທດດ້ອຍພັດທະນາ, ເຊິ່ງພາຍຫຼັງທີ່ ສປປ ລາວ ສາມາດຜ່ານເກນການປະເມີນ ໄດ້ 03 ຄັ້ງຕິດຕໍ່ກັນຄື ຄັ້ງທີ 1 ປີ2018, ຄັ້ງທີ 02 ໃນປີ 2021 ແລະ ຄັ້ງທີ 03 ໃນປີ 2024 ເຊິ່ງສາມາດບັນລຸ 03 ຕົວຊີ້ວັດຄື: Human Asset Index (HAI) ແມ່ນ 74.8, Economic and Environmental Vulnerability Index (EVI) ແມ່ນ 29.8 ແລະ Gross National Income (GNI) per Capita ແມ່ນ 2.503 ໂດລາສະຫະລັດ, ອົງການ ສປຊ ໄດ້ຮັບຮອງເອົາຍັດຕິ ສະເໜີໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງເປັນທາງການ, ໂດຍໄດ້ມີການຂະຫຍາຍເວລາໄລຍະກະກຽມໃຫ້ແກ່ການຫຼຸດພົ້ນ ໄປຈົນເຖິງປີ 2026. ພ້ອມດຽວກັນນີ້, ລັດຖະບານ ກໍໄດ້ສໍາເລັດການສ້າງແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແລະ ຫຼັງປີ 2026 (STS) ເຊິ່ງມີເປົ້າໝາຍເພື່ອກຽມຄວາມພ້ອມທີ່ດີ ໃຫ້ ສປປ ລາວ ໃນການອອກຈາກສະຖານະພາບດ້ອຍພັດທະນາ ໃຫ້ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ແລະ ບໍ່ຕົກກັບມາຢູ່ໃນສະຖານະພາບເກົ່າຄືນອີກ.
ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງ ພັກ ແລະ ລັດຖະບານ ສປປ ລາວ ແລະ ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນໜັກແໜ້ນ ແລະ ຕັ້ງໜ້າຂອງ ສປປ ລາວ ໃນການພັດທະນາປະເທດຊາດຈາກປະເທດທີ່ມີລາຍຮັບຕໍ່າໄປເປັນປະເທດທີ່ມີລາຍຮັບປາກກາງ ກໍ່ຄືການຂ້າມຜ່ານຈາກປະເທດດ້ວຍພັດທະນາ ເປັນປະເທດກຳລັງພັດທະນາຕາມການແບ່ງປະເພດຂອງອົງການ ສປຊ ແລະ ທະນາຄານໂລກ. ໃນທ່າມກາງສະພາບການປ່ຽນແປງຂອງໂລກ ທີ່ຜັນແປໄປຢ່າງສັບສົນ, ບັນຫາດ້ານໄພພິບັດທາງທໍາມະຊາດ, ພະຍາດລະບາດ ໂຄວິດ-19, ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ພະລັງງານ ລວມທັງຂໍ້ຂັດແຍ້ງ ທີ່ເກີດຂື້ນຢູ່ໃນຫຼາຍຂົງເຂດທົ່ວໂລກ, ໄດ້ສ້າງຜົນກະທົບຕໍ່ການຈັດຕັ້ງປະຕິບັດ ປພຍ ຢູ່ຫຼາຍປະເທດໃຫ້ມີຄວາມຊັກຊ້າ. ການຊ່ວຍເຫຼືອດ້ານການພັດທະນາ (ODA) ຈາກສາກົນແມ່ນມີທ່າອ່ຽງຫຼຸດລົງ, ຊຶ່ງໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ, ໂດຍສະເພາະແມ່ນສ້າງຜົນກະທົບ ແລະ ເປັນອຸປະສັກທ້າທາຍຕໍ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.
ແຕ່ເຖິງຢ່າງໃດກໍ່ຕາມ, ໃນທ່າມກາງສະພາບຄວາມຫຍຸ້ງຍາກນີ້ ມັນໄດ້ຮຽກຮ້ອງໃຫ້ພວກເຮົາເພີ່ມຄວາມພະຍາຍາມ ແລະ ສູ້ຊົນສ້າງຄວາມເຂັ້ມແຂງ ແລະ ຂີດຄວາມອາດສາມາດ ຂອງຂະແໜງການທີ່ກ່ຽວຂ້ອງໃຫ້ສາມາດປັບຕົວເຂົ້າກັບສະພາບ ແລະ ຜ່ານຜ່າທຸກອຸປະສັກ ເພື່ອໃຫ້ສາມາດບັນລຸ ປພຍ ໃນປີ 2030 ແລະ ການອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2026 ແລະ ການອອກຈາກສະຖານະພາບດັ່ງກ່າວຈະເປັນການເລີ່ມຂະບວນການໃນການຫັນໃຫ້ ສປປ ລາວ ເປັນປະເທດທີ່ເພິ່ງພາ ຫລື ກຸ້ມຕົນເອງຫລາຍຂຶ້ນ ຕາມທິດ ເສດຖະກິດເປັນເອກະລາດເປັນເຈົ້າຕົນເອງ (ສອຈ). ທີ່ສໍາຄັນແມ່ນການຫຼຸດຜ່ອນຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ, ທັງໝົດນັ້ນມັນໄດ້ຮຽກຮ້ອງໃຫ້ມີການປະສານງານຢ່າງໃກ້ຊິດລະຫວ່າງສູນກາງ ແລະ ທ້ອງຖິ່ນ ທັງພາກລັດ ແລະ ເອກະຊົນ ເພື່ອຮັບປະກັນຜົນສຳເລັດການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.