Slide
Slide
Slide
Slide

ກອງປະຊຸມເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນວ່າດ້ວຍການເຄື່ອຍຍ້າຍຖິ່ນຖານທີ່ປອດໄພ, ເປັນລະບຽບ ແລະ ເປັນປົກກະຕິ
ວັນທີ: 04/03/2024

ໃນວັນທີ 4 ມີນາ 2024, ທີ່ໂຮງແຮມອະມາລີ, ເມືອງວັງວຽງ, ແຂວງວຽງຈັນ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຮ່ວມກັບອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນວ່າດ້ວຍການເຄື່ອຍຍ້າຍຖິ່ນຖານທີ່ປອດໄພ, ເປັນລະບຽບ ແລະ ເປັນປົກກະຕິ       ( The Global Compact for Safe, Orderly and Regular Migration ຫລືເອີ້ນຫຍໍ້ວ່າ GCM) ເປັນຄັ້ງທໍາອິດຢູ່ ສປປ ລາວ. 
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເຜີຍແຜ່, ປຶກສາຫາລື ແລະ ແລກປ່ຽນຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດ GCM ໂດຍສະເພາະປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບທິດທາງໃນການປະຕິບັດຂໍ້ຕົກລົງດັ່ງກ່າວຢູ່ ສປປ ລາວ ໃນຕໍ່ໜ້າ. ໃນກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມຕ່າງໜ້າຈາກບັນດາກະຊວງຂະແໜງການພາກລັດ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມ ລວມທັງໝົດ 40 ທ່ານ.
ຂໍ້ຕົກລົງ GCM ນີ້ ແມ່ນ​ຂໍ້​ຕົກລົງ​ລະຫວ່າງ​ລັດຖະບານ​ສະບັບ​ທຳ​ອິດ ​ເຊິ່ງຖືກສ້າງຂື້ນ​ພາຍ​ໃຕ້​ການ​ຮັບຮອງຂອງ​ອົງການ​ສະຫະ​ປະຊາ​ຊາດ ໃນປີ 2018, ປະກອບດ້ວຍ 23 ເປົ້າໝາຍ ແລະ ໄດ້ກວມ​ເອົາ​ທຸກມິຕິ​ຂອງ​ການ​ເຄື່ອນ​ຍ້າຍ​ຖິ່ນ​ຖານ​ລະຫວ່າງປະເທດ ດ້ວຍຮູບແບບທີ່ຮັດກຸມ ແລະ ​ຮອບດ້ານ. ພ້ອມດຽວກັນນີ້, ກໍສົ່ງເສີມໃຫ້ທຸກຄົນມີສິດເຂົ້າເຖິງຂະບວນການຍຸຕິທໍາ ແລະ ການປົກປ້ອງໂດຍບໍ່ມີການຈຳແນກ, ບົນພື້ນຖານຂອງຄວາມເປັນມະນຸດ. ເຖິງແມ່ນວ່າຂໍ້ຕົກລົງດັ່ງກ່າວ ຈະບໍ່ຜົນຜູກມັດທາງດ້ານກົດໝາຍ ແຕ່ເປັນຄວາມໝາຍໝັ້ນທາງດ້ານການເມືອງຂອງປະເທດສະມາຊິກຂອງອົງການສະຫະປະຊາຊາດ ທີ່ຈະພ້ອມກັນຈັດຕັ້ງປະຕິບັດໃຫ້ບັນລຸຜົນສໍາເລັດ ໂດຍຄຳນຶງເຖິງສະພາບຄວາມເປັນຈິງຂອງຊາດ, ຄວາມສາມາດ, ລະດັບການພັດທະນາ, ເຄົາລົບນະໂຍບາຍ ແລະ ບຸລິມະສິດແຫ່ງຊາດ. ຂໍ້ຕົກລົງດັ່ງກ່າວ ເປັນການສະແດງໃຫ້ເຫັນເຖິງເຈດຈໍານົງຂອງວົງຄະນະຍາດສາກົນ ໃນການພະຍາຍາມແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆທີ່ຕິດພັນກັບການເຄື່ອນຍ້າຍຖິ່ນຖານ; ລວມການທັງຄຸ້ມຄອງການເຄື່ອນຍ້າຍຖິ່ນຖານໃຫ້ມີຄວາມປອດໄພ, ເປັນລະບຽບ ແລະ ເປັນປົກກະຕິ.