ກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດ GCM ຄັ້ງທີ 02
ວັນທີ: 22/08/2024
ໃນວັນທີ 20-21 ສິງຫາ 2024, ທີ່ເມືອງວັງວຽງ, ແຂວງວຽງຈັນ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຮ່ວມກັບອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຖິ່ນຖານ (IOM) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນວ່າດ້ວຍການເຄື່ອຍຍ້າຍຖິ່ນຖານທີ່ປອດໄພ, ເປັນລະບຽບ ແລະ ເປັນປົກກະຕິ (The Global Compact for Safe, Orderly and Regular Migration ຫລືເອີ້ນຫຍໍ້ວ່າ GCM). ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນເປັນຄັ້ງທີ 02 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນ.ມຸກດາວັນ ສີສຸລິດ, ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ນ. ບິນ ເລທີ, ຫົວໜ້າແຜນງານຂອງອົງການ IOM ປະຈຳ ສປປ ລາວ, ມີຜູ້ເຂົ້າຮ່ວມຕາງໜ້າຈາກບັນດາກະຊວງຂະແໜງການ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມທີ່ກ່ຽວຂ້ອງເຂົ້າຮ່ວມທັງເຊິ່ງໜ້າ ແລະ ຜ່ານລະບົບວີດີໂອທາງໄກ ລວມທັງໝົດປະມານ 40 ທ່ານ.
ກອງປະຊຸມໄດ້ຮັບຟັງ ບົດນຳສະເໜີຈາກຊ່ຽວຊານອົງການ IOM ປະຈຳພາກພື້ນ ອາຊີ-ປາຊີຟິກ ກ່ຽວກັບ ປະຫວັດຄວາມເປັນມາ, ກົນໄກການຈັດຕັ້ງປະຕິບັດໃນລະດັບພາກພື້ນ ແລະ ສາກົນ, ແຫຼ່ງທຶນໃນການສະໜັບສະໜູນ ການຈັດຕັ້ງປະຕິບັດຂໍ້ຕົກລົງ GCM, ການພົວພັນລະຫວ່າງຂໍ້ຕົກລົງ GCM ແລະ ເປົ້າໝາຍການພັດທະນາແບບຍືນຍົງ,ແລະ ບົດຮຽນການຈັດຕັ້ງປະຕິບັດ ຂໍ້ຕົກລົງດັ່ງກ່າວໃນບາງປະເທດ. ພ້ອມດຽວກັນນີ້, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ກໍໄດ້ຂຶ້ນນຳສະເໜີກ່ຽວກັບສະພາບລວມຂອງການຈັດຕັ້ງປະຕິບັດ ຂໍ້ຕົກລົງ GCM ຢູ່ ສປປ ລາວ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດ GCM ກັບຜູ້ຕາງໜ້າຈາກປະເທດກໍາປູເຈຍ ແລະ ສສ.ຫວຽດນາມ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ປິ່ນອ້ອມ ການຈັດຕັ້ງປະຕິບັດ GCM ລວມທັງການກໍານົດທິດທາງໃນຕໍ່ໜ້າ ສໍາລັບພາກລັດ ແລະ ອົງການເຄືອຂ່າຍ ສປຊ ກ່ຽວກັບວຽກດັ່ງກ່າວ.
ຂໍ້ຕົກລົງ GCM ນີ້ ແມ່ນຂໍ້ຕົກລົງລະຫວ່າງລັດຖະບານສະບັບທຳອິດ ເຊິ່ງຖືກສ້າງຂຶ້ນພາຍໃຕ້ການຮັບຮອງຂອງອົງການສະຫະປະຊາຊາດ ໃນປີ 2018, ປະກອບດ້ວຍ 23 ເປົ້າໝາຍ ແລະ ໄດ້ກວມເອົາທຸກມິຕິຂອງການເຄື່ອນຍ້າຍຖິ່ນຖານລະຫວ່າງປະເທດ ດ້ວຍຮູບແບບທີ່ຮັດກຸມ ແລະ ຮອບດ້ານ. ພ້ອມດຽວກັນນີ້, ກໍສົ່ງເສີມໃຫ້ທຸກຄົນມີສິດເຂົ້າເຖິງຂະບວນການຍຸຕິທໍາ ແລະ ການປົກປ້ອງໂດຍບໍ່ມີການຈຳແນກ, ບົນພື້ນຖານຂອງຄວາມເປັນມະນຸດ. ຂໍ້ຕົກລົງດັ່ງກ່າວ ເປັນການສະແດງໃຫ້ເຫັນເຖິງເຈດຈໍານົງຂອງວົງຄະນະຍາດສາກົນ ໃນການພະຍາຍາມແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆທີ່ຕິດພັນກັບການເຄື່ອນຍ້າຍຖິ່ນຖານ; ລວມການທັງຄຸ້ມຄອງການເຄື່ອນຍ້າຍຖິ່ນຖານໃຫ້ມີຄວາມປອດໄພ, ເປັນລະບຽບ ແລະ ເປັນປົກກະຕິ.
ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ປິ່ນອ້ອມ ກ່ຽວກັບການຈັດຕັ້ງປະຕິບັດ GCM ແລະ ໄດ້ຄົ້ນຄວ້າລົງເລິກກ່ຽວກັບບັນດາວຽກງານໃນ 23 ຈຸດປະສົງຂອງຂໍ້ຕົກລົງດັ່ງກ່າວ ທີ່ແຕ່ລະກະຊວງ, ຂະແໜງການໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໂດຍສະເພາະບັນດານິຕິກໍາ ແລະ ແຜນງານຕ່າງໆ. ພ້ອມດຽວກັນນີ້, ກໍໄດ້ປຶກສາຫາລືໃນການກໍານົດວຽກງານບູລິມະສິດຂອງ ສປປ ລາວ ແລະ ທິດທາງຈັດຕັ້ງຜັນຂະຫຍາຍ GCM ໃນຕໍ່ໜ້າ. ນອກຈາກນີ້, ກໍຍັງໄດ້ປຶກສາຫາລືໃນການສ້າງຕັ້ງຈຸດປະສານງານໃນແຕ່ລະກະຊວງຂະແໜງການ ເພື່ອສະດວກໃນການປະສານງານໃນວຽກງານດັ່ງກ່າວໃນຕໍ່ໜ້າ.