ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຜູ້ປະສານງານ ອົງການ ສະຫະປະຊາຊາດ ປະຈໍາ ສປປ ລາວ
ວັນທີ: 14/01/2025
ໃນວັນທີ 14 ມັງກອນ 2025, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ບັກໂຄເດຍ ເບີຄານ໊ອຟ (Mr. Bakhodir Burkhanov), ຜູ້ປະສານງານ ອົງການ ສະຫະປະຊາຊາດ (United Nations Resident Coordinator ຫຼື UNRC) ປະຈໍາ ສປປ ລາວ ເພື່ອແນະນໍາຕົວ ແລະ ສະແດງຄວາມຊົມເຊີຍ ທ່ານ ລັດຖະມົນຕີ ໃນໂອກາດທີ່ໄດ້ຮັບຕໍາແໜ່ງໃໝ່.
ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ແລະ ການຊ່ວຍເຫຼືອຂອງ ອົງການ ສປຊ ແກ່ ສປປ ລາວ ໃນໄລຍະຜ່ານມາ. ໃນນັ້ນ, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ທ່ານ ບັກໂຄເດຍ ເບີຄານ໊ອຟ, ອົງການເຄືອຂ່າຍ ສປຊ (UN Country Team ຫຼື UNCT) ຈະເພີ່ມທະວີການຮ່ວມມື ແລະ ການສະໜັບສະໜູນແກ່ ສປປ ລາວ ໃນວຽກງານການພັດທະນາ ທີ່ສອດຄ່ອງກັບວຽກງານບູລິມະສິດຕ່າງໆຂອງລັດຖະບານ ດັ່ງທີ່ໄດ້ກໍານົດໄວ້ຢູ່ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ແຜນພັດທະນາແຫ່ງຊາດໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງປະຕິບັດບັນດາກິດຈະກໍາ ແລະ ໂຄງການຕ່າງໆ ໃນຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແລະ ອົງການ ສປຊ ປະຈໍາ ສປປ ລາວ (UN Sustainable Development Framework ຫຼື UNSDCF) ໃນແຕ່ລະໄລຍະ. ພ້ອມກັນນີ້, ທ່ານ ລັດຖະມົນຕີ ສະເໜີໃຫ້ ອົງການເຄືອຂ່າຍ ສປຊ ປະຈໍາ ສປປ ລາວ ສືບຕໍ່ລະດົມທຶນຮອນເພື່ອປະກອບສ່ວນ ແລະ ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ໃນການຈັດຕັ້ງປະຕິບັດບູລິມະສິດການພັດທະນາຂອງ ສປປ ລາວ ກໍຄື ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫຼື SDG), ວາລະ 2030 ເພື່ອການພັດທະນາແບບຍືນຍົງ ລວມທັງວາລະການພັດທະນາອື່ນໆຂອງສາກົນ, ຄວາມໝາຍໝັ້ນຂອງລັດຖະບານ ໃນການພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນອະນາຄົດໃຫ້ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ.
ໃນໂອກາດດັ່ງກ່າວນີ້, ທ່ານ ບັກໂຄເດຍ ເບີຄານ໊ອຟ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມທັງສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ກັບການຮັບຕໍາແໜ່ງໃໝ່ຂອງທ່ານລັດຖະມົນຕີ. ພ້ອມກັນນັ້ນ, ຜູ້ປະສານງານ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຕົນເອງ ກໍຄື ອົງການເຄືອຂ່າຍ ສປຊ ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ເພື່ອສະໜັບສະໜູນການບັນລຸບັນດາບູລິມະສິດດ້ານການພັດທະນາຂອງ ສປປ ລາວ ຢ່າງຕັ້ງໜ້າ.
ໃນຕອນທ້າຍ, ທ່ານ ລັດຖະມົນຕີ ໄດ້ຢືນຢັນຕໍ່ ຜູ້ປະສານງານ ອົງການ ສປຊ ວ່າ ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືທີ່ດີກັບ ບັນດາອົງການເຄືອຂ່າຍ ສປຊ ໃນການຈັດຕັ້ງປະຕິບັດບັນດາແຜນພັດທະນາຕ່າງໆຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ພ້ອມທັງອວຍພອນໃຫ້ ຜູ້ປະສານງານ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ ຢ່າງຈົບງາມ.
ທ່ານ ບັກໂຄເດຍ ເບີຄານ໊ອຟ ດຳລົງຕຳແຫນ່ງເປັນຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ນັບຕັ້ງແຕ່ກາງປີ 2023 ເປັນຕົ້ນມາ. ທ່ານຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ມີໜ້າທີ່ນໍາພາ ແລະ ເປັນຈຸດປະສານງານຫຼັກ ພາຍໃນບັນດາອົງການ ສປຊ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຊ່ວຍເຫຼືອຕ່າງໆ ໃຫ້ມີຄວາມສອດຄ່ອງ ແລະ ກົມກຽວ ໂດຍຜ່ານການສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ຫຼີກລ່ຽງການທັບຊ້ອນຂອງວຽກງານ, ເຊິ່ງເປັນກົນໄກການເຮັດວຽກທີ່ແນໃສ່ເພີ່ມທະວີປະສິດທິພາບ ແລະ ປະສິດທິຜົນຂອງ ລະບົບອົງການ ສປຊ ໃນການສະໜັບສະໜູນປະເທດສະມາຊິກ ສປຊ.