ກອງປະຊຸມປຶກສາຫາລື ແລະ ສົົ່ງເສີມການມີສ່ວນຮ່ວມຂອງຊາວໜຸ່ມ ແລະ ອາສາສະໝັກ ເພື່ອປະກອບສ່ວນເຂົ້າໃສ່ຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ສະບັບທີ 2 ຂອງ ສປປ ລາວ ໃນວັນທີ 11 ພຶດສະພາ 2021, ຜ່ານລະບົບອອນລາຍ
ວັນທີ: 11/05/2021
ໃນວັນທີ 11 ພຶດສະພາ 2021, ທ່ານ ກັນຍາ ຄຳມຸງຄຸນ, ຮອງຫົວໜ້າກົມອົງການຈັດຕັ້ງສາກົນ ທັງເປັນສະມາຊິກກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໄດ້ເປັນປະທານກອງປະຊຸມປຶກສາຫາລື ແລະ ສົ່ງເສີມການມີສ່ວນຮ່ວມຂອງຊາວໜຸ່ມ ແລະ ອາສາສະໝັກ ເພື່ອປະກອບສ່ວນເຂົ້າໃສ່ຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 2 ຂອງ ສປປ ລາວ (Youth and Volunteer Consultation for the 2nd Voluntary National Review) ຮ່ວມກັບ ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ຕາງໜ້າຫ້ອງການຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ຜ່ານລະບົບອອນລາຍ, ໂດຍມີຜູ້ເຂົ້າຮ່ວມ ທີ່ເປັນຊາວໜຸ່ມຈຳນວນຫຼາຍກ່ວາ 130+ ຄົົນ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຊຸກຍູ້ສົ່ງເສີມໃຫ້ຊາວໜຸ່ມ, ໄວໜຸ່ມ ແລະ ອາສະໝັກ ໄດ້ມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າໃນຂະບວນການຮ່າງບົດລາຍຍງານແບບສະໝັກໃຈ (VNR) ສະບັບທີ 2 ຂອງ ສປປ ລາວ ທີ່ຈະນໍາສະເໜີຕໍ່ກອງປະຊຸມເວທີການເມືອງລະດັບສູງຂອງອົງການ ສປຊ (HLPF) ໃນເດືອນກໍລະກົດ 2021 ທີ່ຈະມາເຖິງນີ້. ບັນດາຜູ້ເຂົ້ົ້າຮ່ວມໄດ້ຮັບຟັງ ແລະ ສ້າງຄວາມເຂົ້າໃຈກ່ຽວກັບຄວາມໝາຍຄວາມສຳຄັນ ຂອງ ປພຍ ກໍ່ຄືການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ພ້ອມທັງຮັບຮູ້ຄວາມອາດສາມາດຂອງພວກເຂົາ ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ເຕີບໂຕຕາມທິດສີຂຽວ ແລະ ຍືນຍົງ.
ໃນໂອກາດດັ່ງກ່າວ, ທ່ານ ກັນຍາ ຄຳມຸງຄຸນ, ປະທານກອງປະຊຸມໄດ້ກ່າວວ່າ ທ່າມກາງສະພາບການແຜ່ລະບາດຂອງໂຄວິດ-19 ທີ່ຍັງສືບຕໍ່ເປັນໄພຄຸກຄາມຕໍ່ສຸຂະພາບຂອງມວນມະນຸດ ແລະສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມໂດຍລວມຂອງປະເທດເຮົາ ກໍຄືປະເທດຕ່າງໆຢູ່ໃນໂລກ, ພວກເຮົາຈະສູ້ຊົນຜ່ານຜ່າຮ່ວມກັນ ເພື່ອສາມາດປັບຕົວເຂົ້າກັບການດໍາລົງຊີວິດແບບໃໝ່ ຫຼື New Normal ແລະ ສາມາດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ບັນລຸຕາມຈຸດປະສົງ ແລະກຳນົດເວລາພາຍໃນປີ 2030, ຊຶ່ງມັນແມ່ນໜ້າທີ່ຂອງໝົດທຸກຄົນໃນທົ່ວສັງຄົມ ໂດຍສະເພາະແມ່ນບັນດາຊາວໜຸ່ມທີ່ຈະກາຍເປັນກຳລັງແຮງຕົ້ນຕໍຂອງສັງຄົມ ເປັນຜູ້ສືບທອດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນອະນາຄົດ ຍິ່ງຈໍາເປັນຕ້ອງໄດ້ຮັບຮູ້ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນວຽກງານດັ່ງກ່າວ.
ສະນັ້ນ, ໃນການຮ່າງບົດລາຍງານ VNR ສະບັບທີສອງຂອງ ສປປ ລາວ ການມີສ່ວນຮ່ວມຂອງໄວໜຸ່ມ, ຊາວໜຸ່ມ ແລະ ອາສາສະໝັກ ຈະເປັນການປະກອບສ່ວນທີ່ສໍາຄັນໃນການສ້າງບົດລາຍງານໃຫ້ມີເນື້ອໃນສອດຄ່ອງ, ສົມບູນ ແລະ ແທດຕົວຈິງຫຼາຍຂື້ນຕື່ມ, ໂດຍສະເພາະການຮັບຟັງຄໍາເຫັນ, ສົນທະນາ ແລະ ປຶກສາກັບໄວໜຸ່ມໃນວຽກງານການພັດທະນາ.
ພ້ອມກັນນັ້ນ, ພາຍໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມ, ຊາວໜຸ່ມ ແລະ ອາສາສະໝັກ ຍັງໄດ້ປະກອບສ່ວນໃນການປຶກສາຫາລື ແລະ ແລກປ່ຽນໃນຫຼາຍຫົວຂໍ້ສໍາຄັນລວມທັງ ຄວາມເຂົ້າໃຈກ່ຽວກັບ ປພຍ, ບັນດາສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ປພຍ, ແນວທາງການແກ້ໄຂຂໍ້ຄົງຄ້າງ ແລະ ພາລະບົດບາດ ແລະ ການປະກອບສ່ວນຂອງ ຊາວໜຸ່ມ ແລະ ອາສາສະໝັກໃນການຈັດຕັ້ງປະຕິບັດ ປພຍ ອີກດ້ວຍ. ບົດລາຍງານແຫ່ງຊາດແບບສະໝັກໃຈ ແມ່ນຂະບວນການໜື່ງທີ່ມີຄວາມສໍາຄັນ ທີ່ນໍາພາໂດຍລັດຖະບານໃນການຕິດຕາມ, ປະເມີນຜົນ ແລະ ທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ເຊິ່ງ ສປປ ລາວ ໄດ້ສົ່ງບົດລາຍງານດັ່ງກ່າວສະບັບທຳອິດໃນປີ 2018.
ການກະກຽມຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 2 ນີ້ ແມ່ນຮຽກຮ້ອງໃຫ້ທຸກພາກສ່ວນມີສ່ວນຮ່ວມ ແລະ ການປະກອບສ່ວນຂອງທຸກພາກສ່ວນໃນສັງຄົມ, ເພື່ອຮັບປະກັນການຮ່າງບົດລາຍງານໃຫ້ມີເນື້ອໃນສົມບູນ, ເປັນເອກະພາບ ແລະ ສອດຄ່ອງກັບສະພາບການພັດທະນາຕົວຈິງຂອງປະເທດເຮົາ ບົນພື້ນຖານຫຼັກການ“ພວກເຮົາພ້ອມກັນກ້າວໄປເພື່ອການພັດທະນາແບບຍືນຍົງ” (Leaving No One Behind).