Slide
Slide
Slide
Slide
Slide

ກອງປະຊຸມວິຊາການ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ໄລຍະປີ 2022 - 2026
ວັນທີ: 03/04/2025

ໃນວັນທີ 02 ເມສາ 2025 ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມວິຊາການ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ໄລຍະປີ 2022-2026, ໂດຍການເປັນປະທານຮ່ວມ ຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ ແລະ ທ່ານ Bakhodir Burkhanov, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ເຊິ່ງມີຜູ້ຕ່າງໜ້າ ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ ຈາກ ບັນດາກະຊວງ, ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ແລະ ບັນດາອົງການເຄືອຂ່າຍ ສປຊ.
ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອທົບທວນຄືນ ກ່ຽວກັບ ຮ່າງແຜນວຽກຮ່ວມ ປະຈຳປີ 2024 ສຳລັບການຈັດຕັ້ງປະຕິບັດຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ (Lao PDR-UNSDCF) ໄລຍະປີ 2022-2026, ເພື່ອປະເມີນຜົນການຈັດຕັ້ງປະຕິບັດຂອບວຽກ ແລະ ແລກປ່ຽນຂໍ້ມູນ ກ່ຽວກັບ ຄວາມຄືບໜ້າ ຂອງບັນດາແຜນການ ຫລື ບູລິມະສິດ ສຳລັບປີ 2025. ພ້ອມກັນນັ້ນ, ໃນກອງປະຊຸມຄັ້ງນີ້ ໄດ້ມີການເປີດຕົວ ບົດລາຍງານປະຈຳປີ 2024 ຂອງ ອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ໃນຂອບວຽກການຮ່ວມມື Lao PDR-UNSDCF ໄລຍະປີ 2022-2026 ອີກດ້ວຍ. ໃນກອງປະຊຸມ ໄດ້ມີການຮ່ວມກັນປຶກສາຫາລື ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຂອບການຮ່ວມມືດັ່ງກ່າວ ທີ່ເປັນກົນໄກສຳຄັນໃນການຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ບັນດາແຜນພັດທະນາ ຂອງ ລັດຖະບານ ໃຫ້ສຳເລັດຕາມຄາດໝາຍ ຄຽງຄູ່ກັບຄວາມສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ວາລະ 2030 ເພື່ອຮັບປະກັນການອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວໄດ້ຢ່າງໂລ່ງລຽນ, ມີຄຸນນະພາບ ແລະ ຍືນຍົງ.
         ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ປະທານກອງປະຊຸມ ໄດ້ຢໍ້າຄືນເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມ ຂອງ ຄະນະກໍາມະການຊີ້ນໍາຮ່ວມ JSC, ເຊິ່ງນອກຈາກເປັນເວທີໃນການປຶກສາຫາລືແລ້ວ ກໍ່ຍັງເປັນກົນໄກທີ່ສຳຄັນໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນງານການຮ່ວມມືຕ່າງໆ ລະຫວ່າງພາກລັດ ແລະ ອົງການເຄືອຂ່າຍ ສປຊ, ທີ່ໄດ້ໃຫ້ການສະໜັບສະໜູນ ໂດຍກົງຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX, ທີ່ໄດ້ຮັບຮອງເອົາຂໍ້ກໍານົດແຜນວຽກຂອງຄະນະກໍາມະການ JSC. ນອກນີ້, ປີນີ້ ແມ່ນເປັນປີຄົບຮອບ 70 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ແລະ ຄົບຮອບ 80 ປີ ຂອງການສ້າງຕັ້ງອົງການ ສປຊ. ສະນັ້ນ, ສປປ ລາວ ແລະ ບັນດາອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ຈະໄດ້ຮ່ວມກັນສະເຫລີມສະຫລອງສອງວັນສຳຄັນດັ່ງກ່າວຮ່ວມກັນ ດ້ວຍການຈັດກິດຈະກຳຕ່າງໆຂຶ້ນ.
ທ່ານ  Bakhodir Burkhanov, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ໄດ້ເນັ້ນຢໍ້າວ່າ ຄະນະກໍາມະການຊີ້ນໍາຮ່ວມ JSC ມີບົດບາດສໍາຄັນໃນການຈັດຕັ້ງປະຕິບັດຂອບວຽກການຮ່ວມມື Lao PDR-UNSDCF 2022-2026 ຮ່ວມກັບ ຄູ່ຮ່ວມມືພາກລັດຂອງ ສປປ ລາວ ແລະ ຄູ່ຮ່ວມມືຈາກສາກົນ ກໍ່ຄື ອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເພື່ອເຮັດວຽກຮ່ວມກັນ ຢ່າງມີວິໄສທັດ ແລະ ແຜນງານໃນທິດທາງດຽວກັນ. ກອງປະຊຸມ ໄດ້ທົບທວນຄືນຜົນສຳເລັດຂອງການຮ່ວມມື ໃນໄລຍະໜຶ່ງປີທີ່ຜ່ານມາ ແລະ ຮ່ວມກັນວາງແຜນທິດທາງການຮ່ວມມືຂອງແຕ່ລະຂະແໜງການໃນຕໍ່ໜ້າ ຕາມແຜນການຮ່ວມມື ແລະ ດັດປັບໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ ກໍ່ຄືແຜນບຸລິມະສິດ ປະຈຳປີ ຂອງຂະແໜງການພາກລັດ ແນໃສ່ການຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດ.
ກອງປະຊຸມໃນມື້ນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ສໍາເລັດລົງຢ່າງຈົບງາມ ຄຽງຄູ່ກັບການເປີດຕົວບົດລາຍງານປະຈຳປີ 2024 ຂອງ ອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ແລະ ປຶກສາຫາລື ແຜນການຈຸດສຸມການຮ່ວມມື ໃນ 04 ຂົງເຂດບຸລິມະສິດ ກໍຄືການເປັນຢູ່ທີ່ດີຂອງປະຊາຊົນ; ຄວາມຈະເລີນຮຸ່ງເຮືອງໂດຍລວມ; ການຄຸ້ມຄອງບໍລິຫານລັດ ແລະ ລັດແຫ່ງກົດໝາຍ; ແລະ ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ຄວາມສາມາດໃນການປັບຕົວ ເຊິ່ງຈະເປັນບ່ອນອີງສໍາຄັນໃນການສືບຕໍ່ຈັດຕັ້ງປະຕິບັດ ຂອບການຮ່ວມມື Lao PDR-UNSDCF 2022-2026  ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ໃນຕໍ່ໜ້າ.