Slide
Slide
Slide

ກອງປະຊຸມວິຊາການຂອງ ຄະນະກໍາມະການຊີ້ນໍາຮ່ວມ ໃນຂອບວຽກການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ ສົກປີ 2022 - 2026
ວັນທີ: 03/03/2024

ໃນຕອນບ່າຍຂອງວັນທີ 19 ມີນາ 2024 ທີ່ ໂຮງແຮມ ແລນມາກ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມວິຊາການຂອງຄະນະກໍາມະການຊີ້ນໍາຮ່ວມ ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ ສົກປີ 2022 - 2026 (Technical Meeting of the Joint Streering Committee for the Lao PDR – UN Sustainable Development Cooperation Framework 2022 - 2026), ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດາວວີ ວົງໄຊ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ Bakhodir Burkhanov, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ແລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ.

ໃນໂອກາດນີ້, ປະທານຮ່ວມທັງສອງທ່ານ ໄດ້ຢໍ້າຄືນເຖິງຄວາມຫມາຍຄວາມສຳຄັນຂອງກົນໄກ ປຶກສາຫາລືລະດັບວິຊາການ ລະຫວ່າງ ບັນດາຈຸດປະສານງານຄະນະກໍາມະການຊີ້ນໍາຮ່ວມ ເພື່ອຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນງານການຮ່ວມມືດ້ານຕ່າງໆ ລະຫວ່າງພາກລັດ ແລະ ອົງການເຄືອຂ່າຍ ສປຊ, ຊຶ່ງໄດ້ປະກອບສ່ວນສະຫນັບສະຫນູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX. ນອກຈາກນັ້ນ, ຍັງໄດ້ເນັ້ນໜັກວ່າການກຳນົດທິດທາງແຜນການໃນຕໍ່ຫນ້າ ຕ້ອງສອດຄ່ອງກັບສະພາບການພັດທະນາຕົວຈິງຂອງ ສປປ ລາວ ໃນປັດຈຸບັນ ກໍ່ຄືບັນດາບູລິມະສິດຂອງລັດຖະບານ ລວມທັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ຢ່າງໂລ່ງລ່ຽນ, ຍືນຍົງ ແລະ ມີຄຸນນະພາບ ໂດຍສຸມໃສ່ 4 ຂົງເຂດ: 1. ຊີວິດການເປັນຢູ່ທີດີ; 2.ຄວາມຈະເລີນຮຸ່ງເຮືອງທີ່ກວມລວມ; 3.ການຄຸ້ມຄອງບໍລິຫານລັດ ເເລະ ການປົກຄອງດ້ວຍກົດໝາຍ; ແລະ 4.ສິ່ງເເວດລ້ອມ, ການປ່ຽນເເປງດິນຟ້າອາກາດ ເເລະ ການສ້າງຄວາມທົນທານ ຕາມທີ່ໄດ້ກໍານົດໄວ້ໃນຂອບວຽກການຮ່ວມມື.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານ ແລະ ການປະກອບຄໍາຄິດເຫັນຈາກຜູ້ຕາງໜ້າຈາກບັນດາກະຊວງ ແລະ ບັນດາອົງການເຄື່ອຂ່າຍ ສປຊ ກ່ຽວກັບ ຮ່າງບົດລາຍງານການຈັດຕັ້ງປະຕິບັດຂອບວຽກການຮ່ວມມືດັ່ງກ່າວ ປະຈໍາປີ 2023, ແຜນງານຮ່ວມກັນ ປະຈໍາປີ 2024 ແລະ ການປຶກສາຫາລືກະກຽມເຂົ້າຮ່ວມກອງປະຊຸມສຸດຍອດ ກ່ຽວກັບ ອານາຄົດ (Summit of the Future) ທີ່ຈະຈັດຂຶ້ນໃນເດືອນກັນຍາ 2024, ທີ່ ນິວຢອກ, ຊຶ່ງໃນນັ້ນໄດ້ຊີ້ໃຫ້ເຫັນຜົນສຳເລັດ ແລະ ຄວາມຄືບໜ້າດ້ານຕ່າງໆ ກໍ່ຄືຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນການຈັດຕັ້ງປະຕິບັດຜ່າມາ, ພ້ອມນັ້ນ ໄດ້ມີການປຶກສາຫາລືຊອກຫາວິທີທາງເພື່ອເພີ່ມທະວີການຮ່ວມມື ແລະ ປະສານງານເພື່ອຂົນຂວາຍການສະໜັບສະໜູນຊ່ວຍເຫຼືອໃຫ້ດີຍິ່ງຂຶ້ນ. ສໍາລັບຫມາກຜົນຂອງກອງປະຊຸມດັ່ງກ່າວ ຈະເປັນບ່ອນອີງສໍາຄັນໃນການສືບຕໍ່ຈັດຕັ້ງປະຕິບັດ ຂອບວຽກການຮ່ວມມື ສຳລັບສົກປີ 2024 ໃຫ້ມີປະສິດທິຜົນດີ ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ.

 

ແຫຼ່ງຂ່າວ: Facebook Page ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ