Slide
Slide
Slide
Slide
Slide
Slide

ກອງປະຊຸມຮ່ວມກັບ ຄະນະຈຸດປະສານງານ ປພຍ ແຫ່ງຊາດ ແລະ ຜູ້ມີສ່ວນຮ່ວມຫຼາຍພາກສ່ວນ ກ່ຽວກັບ ຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 3 ກ່ຽວກັບ ຄວາມຄືບໜ້າການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງ ສປປ ລາວ
ວັນທີ: 30/04/2024

ວັນທີ 30 ເມສາ 2024, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນນາມກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ກອງເລຂາ ປພຍ ແຫ່ງຊາດ) ຢູ່ ສປປ ລາວ ໄດ້ຈັດ ກອງປະຊຸມຮ່ວມກັບ ຄະນະຈຸດປະສານງານ ປພຍ ແຫ່ງຊາດ ແລະ ຜູ້ມີສ່ວນຮ່ວມຫຼາຍພາກສ່ວນ ກ່ຽວກັບ ຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ (Voluntary National Review/VNR) ສະບັບທີ 3 ກ່ຽວກັບ ຄວາມຄືບໜ້າການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງ ສປປ ລາວ. ກອງປະຊຸມໄດ້ແບ່ງອອກເປັນ 2 ພາກຄື: ພາກເຊົ້າ ແມ່ນກອງປະຊຸມຮ່ວມກັບ ຄະນະຈຸດປະສານງານ ປພຍ ແຫ່ງຊາດ ຈາກບັນດາກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ຊຶ່ງດໍາເນີນພາຍໃຕ້ການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາ ປພຍ ແຫ່ງຊາດ. ພາກບ່າຍ ແມ່ນກອງປະຊຸມກັບ ບັນດາຄູ່ຮ່ວມພັດທະນາ ແລະ ອົງການເຄືອຂ່າຍ ສປຊ, ບັນດາອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ ຢູ່ ສປປ ລາວ, ຊຶ່ງດໍາເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານອຟ, ຜູ້ຕາງໜ້າຫ້ອງການຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ. ກອງປະຊຸມໃນຄັ້ງນີ້ມີຜູ້ຕາງໜ້າຈາກຈຸດປະສານງານ ປພຍ ແຫ່ງຊາດ ຂອງບັນດາກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ຜູ້ຕາງໜ້າບັນດາອົງການເຄືອຂ່າຍ ສປຊ, ລວມທັງ ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ ເຂົ້າຮ່ວມຫຼາຍກ່ວາ 80 ທ່ານ.

ກອງປະຊຸມໃນຄັ້ງນີ້ແມ່ນການສືບຕໍ່ການຈັດກອງປະຊຸມປຶກສາຫາລືກັບຈຸດປະສານງານ ປພຍ ແຫ່ງຊາດ ແລະ ພາບສ່ວນທີ່ກ່ຽວຂ້ອງໃນສັງຄົມ ກ່ຽວກັບເນື້ອໃນຮ່າງບົດລາຍງານ VNR ສະບັບທີ 3 ຂອງ ສປປ ລາວ, ທີ່ຈັດຂື້ນໃນວັນທີ 09 ມັງກອນ 2024 ທີ່ຜ່ານມາ, ຊຶ່ງຈຸດປະສົງຫຼັກ ແມ່ນເພື່ອສືບຕໍ່ຄວາມພະຍາຍາມໃນການສົ່ງເສີມສົ່ງການມີສ່ວນຮ່ວມກັບທຸກພາກສ່ວນໃນສັງຄົມ, ໂດຍສະເພາະແມ່ນ ບັນດາອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ, ໃນການສົນທະນາ ແລະ ປຶກສາຫາລືກ່ຽວກັບຮ່າງບົດລາຍງານ VNR ສະບັບທີ 3 ຂອງ ສປປ ລາວ ທີ່ຈະນໍາສະເໜີຕໍ່ກອງປະຊຸມເວທີການເມືອງລະດັບສູງຂອງອົງການ ສປຊ (HLPF) ໃນເດືອນກໍລະກົດ 2024 ທີ່ຈະມາເຖິງນີ້.

ຂະບວນການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ແມ່ນມີຄວາມສໍາຄັັນໃນການຂັບເຄື່ອນ ແລະ ນໍາພາຂອງລັດຖະບານ ສປປ ລາວ, ໂດຍສືບຕໍ່ຈາກຜົນຂອງກອງປະຊຸມປະຈໍາປີຂອງຄະນະຊິ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດວາລະ 2030 ແລະ ການພັດທະນາແບບຍືນຍົງ ທີ່ຈັດຂື້ນໃນປີ 2023 ທີ່ຜ່ານມາ, ລັດຖະບານແຫ່ງ ສປປ ລາວ ໄດ້ສະແດງເຈດຈໍານົງໃນການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ ເປັນຄັ້ງທີ 3 (ສະບັບທໍາອິດ ປີ 2018 ແລະ ສະບັບທີ 2 ປີ 2021) ທີ່ຈະລາຍງານຕໍ່ ກອງປະຊຸມເວທີການເມືອງລະດັບສູງເພື່ອການພັດທະນາແບບຍືນຍົງຂອງ ອົງການ ສປຊ ໃນເດືອນກໍລະກົດ 2024, ໂດຍສະບັບທີ 3 ນີ້ ຈະນໍາເອົາຜົນຂອງການຈັດຕັ້ງປະຕິບັດ ແລະ ການປະເມີນກາງສະໄໝ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຈະລົງເລິກການລາຍງານ 11 ເປົ້າໝາຍການພັດທະນາແບບຍືນຍົງ ທີ່ເປັນບູລິມະສິດຂອງປະເທດເຮົາໃນປັດຈຸບັນ ແລະ ປິ່ນອ້ອມກັບ 6 ແນວທາງການຫັນປ່ຽນຂອງ ເລຂາທິການໃຫຍ່ອົງການ ສປຊ ໃນການຂັບເຄື່ອນ ການຈັດຕັ້ງປະຕິບັດວາລະ 2030 ແຕ່ນີ້ຮອດປີ​ 2030.​

ໃນໂອກາດນີ້, ທ່ານ ນາງ ມຸກດາວັນ ສີສຸລິດ, ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາ ປພຍ ແຫ່ງຊາດ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ, ​ຊຶ່ງການສົ່ງບົດລາຍງານດັ່ງກ່າວ ບໍ່ພຽງແຕ່ຈະສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງລັດຖະບານ ໃນການຈັດຕັ້ງວາລະ 2030 ຄຽງຄູ່ກັບ ເປົ້າໝາຍການພັດທະນາທີ່ເປັນບູລິມະສິດຂອງຊາດ, ແຕ່ຍັງເປັນໂອກາດອັນດີໃນການຕິດຕາມ-ປະເມີນ, ຄຽງຄູ່ກັບການທົບທວນຄືນ ແລະ ລາຍງານຄວາມຄືບໜ້າ, ຜົນສໍາເລັດ, ສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດວາລະສາກົນໃນໄລຍະທີ່ຜ່ານມາອີກດ້ວຍ. ພ້ອມດຽວກັນນີ້, ທ່ານປະທານ ໄດ້ຊຸກຍູ້ໃຫ້ທຸກພາກສ່ວນຮັດແໜ້ນການຮ່ວມມືເຊິ່ງກັນ ແລະ ກັນ, ໂດຍສະເພາະແມ່ນການມີສ່ວນຮ່ວມ ແລະ ການປະກອບສ່ວນຂອງບັນດາອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ ໃນການຮ່າງບົດລາຍງານສະບັບທີ່ 3 ນີ້ ເພື່ອຮັບປະກັນເຮັດໃຫ້ເນື້ອໃນມີຄວາມສົມບູນ ສອດຄ່ອງ ແລະ ເປັນເອກະພາບກັນ ບົນພື້ນຖານ “ພວກເຮົາພ້ອມກັນກ້າວໄປ”, ​ຊຶ່ງນີ້ຍັງຈະສະແດງໃຫ້ເຫັນເຖິງຄວາມເປັນເຈົ້າການຂອງພາກລັດໃນການວາງແນວທາງ, ນະໂຍບາຍ ແລະ ການເຊື່ອມສານວາລະການພັດທະນາດັ່ງກ່າວເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໃນແຕ່ລະໄລຍະອີກດ້ວຍ.

​ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການນໍາສະເໜີກ່ຽວກັບ ຄວາມຄືບໜ້າ ແລະ ຂະບວນການ, ແລະ ຮ່າງເນື້ອໃນຂອງຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ. ພ້ອມທັງຜູ້ເຂົ້າຮ່ວມກໍ່ໄດ້ຮັບຟັງ, ແລກປ່ຽນ, ປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ຮ່າງບົດລາຍງານດັ່ງກ່າວ, ຊຶ່ງຜົນຂອງກອງປະຊຸມຈະນໍາໄປພິຈາລະນາເພື່ອສືບຕໍ່ປັບປຸງເນື້ອໃນຂອງບົດລາຍງານໃຫ້ມີຄວາມສົມບູນ ແລະ ສອດຄ່ອງ ກັບສະພາບການພັດທະນາຕົວຈິງຂອງປະເທດ, ໂດຍສະເພາະ ຈະເປັນພື້ນຖານ ແລະ ແນວທາງ ໃນການລະດົມຂົນຂວາຍການສະໜັບສະໜັບຈາກທຸກພາກສ່ວນ ທັງພາຍໃນ ແລະ ສາກົນ ເຂົ້າໃນການຈັດຕັ້ງປະຕິບັດ ປພຍ ໃນໄລຍະເວລາທີ່ຍັງເຫຼືອຕໍ່ໜ້າ. ກອງປະຊຸມໄດ້ຈັດຂຶ້ນໂດຍໄດ້ຮັບການສະໜັບສະໜູນຈາກ ອົງການອາຫານ ແລະ ການກະເສດ (FAO) ປະຈໍາ ສປປ ລາວ.

 

ແຫຼ່ງຂ່າວ: Facebook Page ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ