Slide
Slide
Slide
Slide
Slide
Slide

ສປປ ລາວ ແລກປ່ຽນບົດຮຽນຮ່ວມກັບ ອາແຊັກໄບຊານ ກ່ຽວກັບ ການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ
ວັນທີ: 06/05/2024

ໃນລະຫວ່າງວັນທີ 6-10 ພຶດສະພາ 2024, ທີ່ນະຄອນຫລວງ ບາກູ, ປະເທດອາແຊັກໄບຊານ, ຄະນະຜູ້ແທນ ສປປ ລາວ ນໍາພາໂດຍ ທ່ານ ດາວວີ ວົງໄຊ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ທັງເປັນ ຫົວໜ້າກອງເລຂາ ປພຍ ແຫ່ງຊາດ, ພ້ອມດ້ວຍຜູ້ຕາງໜ້າຈາກສະພາແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ສູນສະຖິຕິແຫ່ງຊາດ, ສູນກາງສະຫະພັນແມ່ຍິງລາວ, ຫ້ອງການຄະນະກໍາມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດຕົກຄ້າງທີ່ບໍ່ທັນແຕກຢູ່ ສປປ ລາວ ພ້ອມດ້ວຍທີມງານຈາກ ຄະນະກໍາມະທິການເສດຖະກິດ-ສັງຄົມ ປະຈໍາພາກພຶ້ນອາຊີ-ປາຊີຟິກ (ESCAP) ແລະ ຫ້ອງການຜູ້ປະສານງານ ອົງການ ສປຊ (UNRCO) ປະຈໍາ ສປປ ລາວ ໄດ້ເຂົ້າຮ່ວມທັດສະນະ ແລະ ແລກປ່ຽນບົດຮຽນຮ່ວມກັບພາກສ່ວນກ່ຽວຂ້ອງຂອງ ອາແຊັກໄບຊານ ເພື່ອປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ລວມເຖິງຂະບວນການຮ່າງ ບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ຂອງທັງສອງປະເທດ ພາຍໃຕ້ຂໍ້ລິເລີ່ມໂຄງການ VNR Twinning Programme ໂດຍການສະໜັບສະໜູນຂອງ ESCAP ແລະ UNRCO ປະຈໍາທັງສອງປະເທດ.

ຕະຫຼອດໄລຍະການທັດສະນະແລກປ່ຽນ, ຄະນະຜູ້ແທນ ສປປ ລາວ ໄດ້ພົບປະກັບຫຼາຍພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງຂອງ ອາແຊັກໄບຊານ ຊຶ່ງປະກອບດ້ວຍ ສະພາແຫ່ງຊາດ, ກະຊວງເສດຖະກິດ, ຄະນະກໍາມະການສະຖິຕິແຫ່ງຊາດ, ກະຊວງການເງິນ, ກະຊວງນິເວດວິທະຍາ ແລະ ຊັບພະຍາກອນທໍາມະຊາດ, ກະຊວງຊາວໜຸ່ມ ແລະ ກິລາ ແລະ ໜ່ວຍງານແຫ່ງລັດ ເພື່ອແກ້ໄຂບັນຫາລະເບີດຝັງດິນ. ນອກຈາກນັ້ນ, ກໍໄດ້ຢ້ຽມຢາມ ສູນບໍລິການສາທາລະນະແຫ່ງ ອາແຊັກໄບຊານ ເພື່ອຮຽນຮູ້ ແລະ ຮັບຟັງ ກ່ຽວກັບ ລະບົບການບໍລິຫານ ແລະ ດໍາເນີນວຽກງານຂອງສູນດັ່ງກ່າວ. ພິເສດ, ຄະນະຜູ້ແທນ ສປປ ລາວ ຍັງໄດ້ຖືກເຊື້ອເຊີນເຂົ້າຮ່ວມກອງປະຊຸມປຶກສາຫາລື ກ່ຽວກັບ ປພຍ ຄັ້ງທີ 4 ຂອງອາແຊັກໄບຊານ ໂດຍໃນນັ້ນ ຫົວໜ້າຄະນະ ຍັງໄດ້ຮັບກຽດກ່າວຄໍາເຫັນຢູ່ໃນພາກເປີດກອງປະຊຸມ ຮ່ວມກັບຜູ້ຕາງໜ້າລະດັບສູງຂອງ ອາແຊັກໄບຊານ ຊຶ່ງປະກອບດ້ວຍ ຮອງນາຍົກລັດຖະມົນຕີແຫ່ງ ອາແຊັກໄບຊານ ໃນນາມ ປະທານສະພາປະສານງານ ປພຍ ແຫ່ງຊາດ, ຮອງລັດຖະມົນຕີ ກະຊວງເສດຖະກິດ ພ້ອມດ້ວຍຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງໄດ້ເຂົ້າຮ່ວມເປັນໜຶ່ງໃນຜູ້ສົນທະນາ (Panelist) ຢູ່ໃນໜຶ່ງໃນເວທີປຶກສາຫາລື ພາຍໃຕ້ຫົວຂໍ້ ຄວາມຄືບໜ້າ, ຜົນສໍາເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ປພຍ ຂອງ ອາແຊັກໄບຊານ ແລະ ສປປ ລາວ.

ການເຂົ້າຮ່ວມທັດສະນະແລກປ່ຽນຄັ້ງນີ້ ເຮັດໃຫ້ຄະນະຜູ້ແທນ ສປປ ລາວ ສາມາດແລກປ່ຽນ ແລະ ຮຽນຮູ້ ກ່ຽວກັບ ວຽກງານຫຼາຍດ້ານທີ່ຕິດພັນກັບ ແນວທາງນະໂຍບາຍ ແລະ ຍຸດທະສາດ ກໍຄື ບຸລິມະສິດໃນການຈັດຕັ້ງປະຕິບັດ ປພຍ ຂອງ ອາແຊັກໄບຊານ ແລະ ການພັດທະນາໂດຍລວມຂອງປະເທດ, ຊຶ່ງເຫັນວ່າ ລັດຖະບານ ອາແຊັກໄບຊານ ໄດ້ສະແດງຄວາມໝາຍໝັ້ນ ແລະ ຄວາມເປັນເຈົ້າການອັນໜັກແໜ້ນ ເພື່ອຈັດຕັ້ງປະຕິບັດວາລະການພັດທະນາຂອງສາກົນ ໂດຍສຸມໃສ່ບູລິມະສິດແຫ່ງຊາດ ເປັນຕົ້ນຕໍ ແລະ ສົ່ງເສີມຄວາມຮັບຮູ້ເຂົ້າໃຈ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ລວມທັງອາສາສະມັກທີ່ເປັນຊາວຫນຸ່ມ ເຂົ້າໃນການປະຕິບັດວຽກງານດັ່ງກ່າວ.

ພາຍຫຼັງສໍາເລັດການເຂົ້າຮ່ວມທັດສະນະຄັ້ງນີ້ ພາກສ່ວນທີ່ຮັບຜິດຊອບຂະບວນການຮ່າງ VNR ຂອງທັງສອງປະເທດ ຍັງຈະໄດ້ສືບຕໍ່ປຶກສາຫາລື ແລະ ດໍາເນີນກິດຈະກໍາເພີ່ມຕື່ມໃນຕໍ່ໜ້າ ເປັນຕົ້ນແມ່ນການແລກປ່ຽນກັນທົບທວນ ແລະ ປະກອບຄໍາເຫັນ (Peer to Peer Review) ຕໍ່ກັບຮ່າງ VNR ຂອງຕົນ ລວມເຖິງການສືບຕໍ່ແຜນການທີ່ຈະນໍາສະເໜີບົດ VNR ຄຽງຄູ່ກັນ ແລະ ຈັດກອງປະຊຸມປິ່ນອ້ອມຮ່ວມກັນ ພາຍໃຕ້ຫົວຂໍ້ ການຈັດຕັ້ງປະຕິບັດ ປພຍ ແຫ່ງຊາດ (ປພຍ 18) ຂອງທັງສອງປະເທດຢູ່ໃນໄລຍະກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງ (HLPF) ເດືອນກໍລະກົດ ທີ່ ນິວຢອກ.

 

ແຫຼ່ງຂ່າວ: Facebook Page ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ