Slide

ຕ້ອນຮັບຜູ້ຕາງໜ້າ ອົງການ WHO ປະຈໍາ ສປປ ລາວ ຄົນໃໝ່
ວັນທີ: 07/06/2024

ໃນຕອນເຊົ້າຂອງວັນທີ 07 ມິຖຸນາ 2024 ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າພົບປະ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ທີໂມທີ ປີເຕີ ອາມສະຕຣອງ (Dr. Timothy Peter ARMSTRONG), ຜູ້ຕາງໜ້າ ອົງການອະນາໄມໂລກ ຄົນໃໝ່ ປະຈຳ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງຜູ້ຕາງໜ້າຂອງ ອົງການ WHO ຄົນໃໝ່ ປະຈຳ ສປປ ລາວ, ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມືທີ່ດີ ແລະ ການຊ່ວຍເຫຼືອຂອງ ອົງການ WHO ຕໍ່ ສປປ ລາວ ໃນໄລຍະທີ່ຜ່ານມາ. ໃນນັ້ນ, ທ່ານ ໂພໄຊ ໄຂຄໍາພິທູນ ຍັງໄດ້ສະແດງຄວາມເຊື່ອໝັັ້ນວ່າ ພາຍໃຕ້ການນຳພາຂອງຜູ້ຕາງໜ້າຄົນໃໝ່, ອົງການ WHO ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນການພັດທະນາວຽກງານສາທາລະນະສຸກ ແລະ ວຽກທີ່ກ່ຽວຂ້ອງໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດຍຸດທະສາດການຮ່ວມມືລະຫວ່າງອົງການອະນາໄມໂລກ ແລະ ສປປ ລາວ (2024-2028) ເພື່ອຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສາທາລະນະສຸກ ໄລຍະ 5 ປີ (The National five-year Health Sector Development Plan) ແລະ ຍຸດທະສາດປະຕິຮູບສາທາລະນະສຸກ ແຕ່ປີ 2021-2030 (The Health Sector Reform Strategy 2021-2030) ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ພາຍໃນປີ 2030. ພ້ອມດຽວກັນກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ອົງການ WHO ທີ່ໃຫ້ການຊ່ວຍເຫຼືອຢ່າງທັນການໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງຂໍໃຫ້ສືບຕໍ່ສະໜັບສະໜູນ ສປປ ລາວ ໃຫ້ສາມາດເຂົ້າເຖິງການບໍລິການສາທາລະນະສຸກຂັ້ນພື້ນຖານຢ່າງທົ່ວເຖິງ. ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ໄດ້ອວຍພອນໃຫ້ທ່ານຜູ້ຕາງໜ້າ ອົງການ WHO ຄົນໃໝ່ປະສົບຜົນສຳເລັດໃນການມາປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ ໃນຄັ້ງນີ້.

ໃນໂອກາດດຽວກັນນີ້, ທ່ານ ທີໂມທີ ປີເຕີ ອາມສະຕຣອງ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອົບອຸ່ນຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະແດງຄວາມຂອບໃຈມາຍັງລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ອະນຸມັດໃຫ້ ທ່ານ ມາປະຕິບັດໜ້າທີ່ຢູ່ ສປປ ລາວ. ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ອົງການ WHO ຈະສືບຕໍ່ເພີ່ມທະວີການຮ່ວມມືກັບລັດຖະບານ ແລະ ຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ທີ່ເປັນບູລິມະສິດດ້ານສາທາລະນະສຸກຂອງ ສປປ ລາວ ໃຫ້ໄດ້ຮັບໝາກຜົນທີ່ດີໃນອະນາຄົດຂ້າງໜ້າ.

 

ແຫຼ່ງຂ່າວ: Facebook Page ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ