ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ
ວັນທີ: 20/06/2024
ໃນວັນທີ 20 ມິຖຸນາ 2024, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຮ່ວມກັບ ກົມແຜນການ, ກະຊວງແຜນການ ແລະ ການລົງທຶນ ໃນນາມກອງເລຂາຄະນະຊີ້ນໍາລະດັບຊາດວ່າດ້ວຍການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫຼື SDG) ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫຼື SDGs) ແລະ ວຽກງານທີ່ກ່ຽວຂ້ອງ ທີ່ ແຂວງ ສະຫວັນນະເຂດ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ ການວາງແຜນ ແລະ ການເງິນແຫ່ງຊາດເພື່ອການພັດທະນາແບບມີສ່ວນຮ່ວມ (NPFID) ປະຈໍາ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ພູລໍາພອນ ສີຫາວົງ, ຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ ແລະ ທ່ານ ດາວວີ ວົງໄຊ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ເຊິ່ງ ມີຜູ້ຕາງໜ້າຈາກບັນດາພະແນກ, ເມືອງ ແລະ ນະຄອນ ຂອງແຂວງສະຫວັນນະເຂດ ເຂົ້າຮ່ວມຫຼາຍກວ່າ 60 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເເມ່ນເພື່ອເຜີຍເເຜ່, ສ້າງຄວາມຮູ້, ຄວາມເຂົ້າໃຈ ເເລະ ສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ຢູ່ ສປປ ລາວ, ໂດຍສະເພາະແມ່ນ ເພື່ອຊຸກຍູ້ແນວທາງ ແລະ ວຽກງານການເຊື່ອມສານ ເປົ້າໝາຍການພັດທະນາແບບຍືນຍົງຂອງສາກົນ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ກໍ່ຄື ບູລິມະສິດ ແລະ ແຜນພັດທະນາສະເພາະຂອງແຂວງ ແລະ ທ້ອງຖິ່ນໃຫ້ສອດຄ່ອງ ແລະ ມີຄວາມເປັນເອກະພາບກັນ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ. ໃນທີ່ປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີກ່ຽວກັບພາບລວມຂອງ ປພຍ, ຄວາມຄືບໜ້າການຈັດຕັ້ງປະຕິບັດ ແລະ ການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021 - 2025) ໃນປັດຈຸບັນ, ວຽກງານກ່ຽວກັບຕົວຊີ້ບອກ ປພຍ ແລະ ຂະບວນການເກັບກຳ ແລະ ວິເຄາະຂໍ້ມູນ, ການກະກຽມສົ່ງຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 3 ກ່ຽວກັບການຈັດຕັ້ງປະຕິບັດ ປພຍ, ການກະກຽມຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ. ບັນດາຜູ້ເຂົ້າຮ່ວມໃນກອງປະຊຸມໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການຈັດຕັ້ງປະຕິບັດ ປພຍ ຂອງຂະແໜງການທ້ອງຖິ່ນ ເຊິ່ງລວມເຖິງກາລະໂອກາດ, ຂໍ້ສະດວກ ແລະ ສິ່ງທ້າທ້າຍໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາຂອງທ້ອງຖິ່ນ ເພື່ອແນໃສ່ປັບປຸງຂອດປະສານງານ ແລະ ການຮ່ວມມືລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ສອດຄ່ອງ ແລະ ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດແຜນພັດທະນາດ້ານຕ່າງໆໃຫ້ແທດເໝາະກັບສະພາບການພັດທະນາຕົວຈິງຂອງ ສປປ ລາວ.
ໃນໂອກາດດັ່ງກ່າວນີ້, ທ່ານ ປອ ພູລໍາພອນ ສີຫາວົງ ໄດ້ແຈ້ງໃຫ້ທີ່ປະຊຸມຊາບ ກ່ຽວກັບສະພາບລວມການພັດທະນາຂອງແຂວງ, ໂດຍສະເພາະການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງບົນພື້ນຖານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ ໃນແຕ່ລະໄລຍະ, ແຂວງໄດ້ມີຄວາມພະຍາຍາມເອົາໃຈໃສ່ໃນການຜັນຂະຫຍາຍວຽກງານດັ່ງກ່າວ ໃຫ້ແທດເໝາະກັບສະພາບຈຸດພິເສດຄວາມເປັນຈິງໃນການເຊື່ອມສານແຜນພັດທະນາເສດຖະກິດ-ສັງຄົມ ແລະ ປພຍ ຂອງແຂວງ ແລະ ສູນກາງ ຢ່າງກົມກຽວທີ່ສຸດ ແລະ ເປັນລະບົບຄັກແນ່. ພ້ອມດຽວກັນນັ້ນ, ທ່ານ ດາວວີ ວົງໄຊ, ປະທານຮ່ວມກອງປະຊຸມໄດ້ແຈ້ງໃຫ້ກອງປະຊຸມຊາບວ່າ ໃນໄລຍະຜ່ານມາ, ລັດຖະບານ ສປປ ລາວ ໄດ້ເອົາໃຈໃສ່ຕັ້ງໜ້າຈັດຕັ້ງປະຕິບັດ ປພຍ ໂດຍສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ, ແຕ່ຍ້ອນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງໂລກ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນໄລຍະຍາວໃຫ້ການຈັດຕັ້ງປະຕິບັດ ປພຍ ໃນທົ່ວໂລກ ກໍ່ຄືຢູ່ ສປປ ລາວ ໄດ້ປະເຊີນກັບສິ່ງທີ່ທ້າທາຍຫຼາຍດ້ານ. ຕໍ່ສະພາບການດັ່ງກ່າວ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນທັງຂັ້ນສູນກາງ ແລະ ທ້ອງຖິ່ນຕ້ອງຮ່ວມແຮງຮ່ວມໃຈກັນປະກອບສ່ວນເຂົ້າໃນການຊຸກຍູ້ວຽກງານດ້ານການພັດທະນາຢ່າງຕັ້ງໜ້າ ເພື່ອໃຫ້ສາມາດຜ່ານຜ່າອຸປະສັກດ້ານການພັດທະນາ ແລະ ຄວາມຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນໃນປັດຈຸບັນ ແລະ ບັນລຸການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ໃຫ້ໄດ້ພາຍໃນປີ 2030. ພ້ອມດຽວກັນນັ້ນ, ແຜນວຽກບູລິມະສິດຂອງແຂວງ ແລະ ທ້ອງຖິ່ນ ທີ່ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ປພຍ ຈະເປັນປັດໃຈສໍາຄັນໃນການຂັບເຄື່ອນການບັນລຸວຽກງານການພັດທະນາຢ່າງເປັນລະບົບ ແລະ ກົມກຽວ.
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ມີຜົນສໍາເລັດຕາມຄາດໝາຍ, ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ, ໄດ້ນໍາເອົາບົດຮຽນຕົວຈິງຈາກການຈັດຕັ້ງປະຕິບັດວຽກງານຢູ່ທ້ອງຖິ່ນ ທີ່ຕິດພັນກັບຫົວຂໍ້ທີ່ນໍາສະເໜີ ຍົກຂຶ້ນມາປຶກສາຫາລືແລກປ່ຽນ ເພື່ອໃຫ້ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຮ່ວມກັນຊອກຊ່ອງທາງແກ້ໄຂສິ່ງທ້າທາຍດ້ານການພັດທະນາໃນຂະແໜງການຕ່າງໆຂອງຕົນ ໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ ລວມທັງເປັນການສົ່ງເສີມການປະສານງານ, ການຮ່ວມມືລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ມີຄວາມກົມກຽວກັນຫລາຍຂຶ້ນໃນອະນາຄົດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດ້ານການພັດທະນາ ມີປະສິດທິຜົນ, ຕາມທິດສີຂຽວ ແລະ ຍືນຍົງ.
ແຫຼ່ງຂ່າວ: Facebook Page ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ