Slide
Slide
Slide
Slide
Slide
Slide

ກອງປະຊຸມຝຶກອົບຮົມ ປພຍ ພາຍໃຕ້ຫົວຂໍ້ "ທັກສະການເວົ້າ - ທ່ານ ສາມາດຈະເປັນສ່ວນໜຶ່ງຂອງການພັດທະນາແບບຍືນຍົງ ໃນຊຸມຊົນຂອງທ່ານ
ວັນທີ: 14/08/2024

ໃນວັນທີ 14 ສິງຫາ 2024, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດໃນນາມກອງເລຂາຄະນະຊີ້ນໍາລະດັບຊາດ ວ່າດ້ວຍການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫຼື SDG) ໄດ້ ຈັດກອງປະຊຸມຝຶກອົບຮົມ ປພຍ ພາຍໃຕ້ຫົວຂໍ້ "ທັກສະການເວົ້າ - ທ່ານ ສາມາດຈະເປັນສ່ວນໜຶ່ງຂອງການພັດທະນາແບບຍືນຍົງ ໃນຊຸມຊົນຂອງທ່ານ"(SDG Training Workshop: Speak Easy- You can be part of the Sustainable Development in your Community), ທີ່ ໂຮງແຮມ ຄຣາວພາຊາ ໂດຍໄດ້ຮັບການສະໜັບສະໜູນຈາກອົງການ UNICEF.

ກອງປະຊຸມດັ່ງກ່າວໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ດາວວີ ວົງໄຊ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ເຊິ່ງ ມີຜູ້ຕາງໜ້າຈາກບັນດາກົມ ຈາກກະຊວງການຕ່າງປະເທດ , ຜູ້ຕາງໜ້າຈາກຂະແໜງການທີ່ເປັນຈຸດປະສານງານ ປພຍ ເຂົ້າຮ່ວມຫຼາຍກວ່າ 40 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອຍົກສູງຄວາມຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງ, ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງພັກ-ລັດຖະບານ ໃນການສົ່ງເສີມສ້າງຂີດຄວາມຮູ້, ຄວາມສາມາດຂອງພະນັກງານ-ລັດຖະກອນໜຸ່ມນ້ອຍຂອງຊາດ ເວົ້າລວມ, ເວົ້າສະເພາະ ກໍ່ຄືບັນດາພະນັກງານ-ລັດຖະກອນ ໃຫ້ມີທັກສະໃນການເວົ້າ, ການປະກອບຄໍາຄິດເຫັນ ແລະ ການນໍາສະເໜີບົດໃນຫົວຂໍ້ຕ່າງໆທັງໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະທີ່ປິ່ນອ້ອມວຽກງານເຜີຍແຜ່ ປພຍ. ເນື່ອງຈາກວ່າ, ພະນັກງານໜຸ່ມນ້ອຍໃນມື້ນີ້ຈະກາຍເປັນໜໍ່ແໜງ ແລະ ກໍາລັງແຮງຂອງຊາດໃນອານາຄົດ ແລະ ຈະເປັນຕົວແທນໃນການເຜີຍແຜ່ວຽກງານ ປພຍ ໄປສູ່ສັງຄົມ-ຊຸມຊົນ. ນອກນັ້ນ, ກອງປະຊຸມຝຶກອົບຮົມໃນມື້ນີ້ຍັງເປັນການສ້າງເຄືອຂ່າຍການປະສານງານທີ່ດີ ລະຫວ່າງກອງເລຂາ ປພຍ ກັບບັນດາຈຸດປະສານງານຂອງກະຊວງ ແລະ ຂະແໜງ ການອ້ອມຂ້າງຕ່າງໆ.

ໃນໂອກາດດັ່ງກ່າວນີ້, ທ່ານ ດາວວີ ວົງໄຊ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຍັງໄດ້ສະເໜີກ່ຽວກັບສະພາບລວມຂອງ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫຼື SDG) ເຊິ່ງແມ່ນໄດ້ຖືກຮັບຮອງໃນປີ 2015 ສໍາລັບສາກົນມີ 17 ເປົ້າໝາຍ ແລະ ສປປ ລາວ ຮັບຮອງເພີ່ມຕື່ມອີກເປົ້າໝາຍທີ 18 ຄືຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ ໂດຍມີເປົ້າໝາຍໃຫ້ບັນລຸໃນປີ 2030, ໃນການຈັດຕັ້ງປະຕິບັດຈິງໃນທົ່ວໂລກ ລວມທັງຢູ່ໃນ ສປປ ລາວເຮົາ ເຫັນໄດ້ວ່າຍັງມີຄວາມຊັກຊ້າ ແລະ ມີສິ່ງທ້າທາຍຫຼາຍປະການ ຫຂັດຂວາງເຮັດໃຫ້ບໍ່ສາມາດບັນລຸຕາມແຜນທີ່ຕັ້ງໄວ້ໄດ້. ສະນັ້ນ, ຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງໄດ້ຮັບການຮ່ວມມືຈາກທຸກໆພາກສ່ວນໃນສັງຄົມ ຊ່ວຍກັນຈັດຕັ້ງປະຕິບັດເປົ້າໝາຍດັ່ງກ່າວ. ການຝຶກອົມຮົມຄັ້ງນີ້ ກໍແມ່ນມີຈຸດປະສົງໃນການເສີມສ້າງຄວາມເຂັ້ມແຂງໃຫ້ພະນັກງານກ່ຽວກັບ ປພຍ ແລະ ຫວັງວ່າຈະເປັນອີກກໍາລັງແຮງໜຶ່ງໃນການເຜີຍແຜ່ໂຄສະນາກ່ຽວກັບການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ໃນຕໍ່ໜ້າ.

ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍຜົນສໍາເລັດຕາມຄາດໝາຍ ຊຶ່ງຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການນໍາສະເໜີ ແລະ ແລກປ່ຽນບົດຮຽນກ່ຽວກັບວິທີການສ້າງຄວາມໝັ້ນໃຈໃນການເວົ້າໃນກອງປະຊຸມ, ການນໍາສະເໜີບົດໃຫ້ໜ້າສົນໃຈ ແລະ ການປະກອບຄໍາເຫັນໃນກອງປະຊຸມ ທີ່ນໍາສະເໜີໂດຍ ທ່ານ ອາຈານ ທອງດີ ພົມມະວົງສາ, ຜູ້ທີ່ມີປະສົບການດ້ານການສິດສອນທັກສະການເວົ້າທີ່ດີ, ທັງເປັນນັກເຜີຍແຜ່ວຽກງານ ປພຍ ແຫ່ງຊາດ. ພ້ອມກັນນັ້ນ, ຍັງໄດ້ມີການຝຶກພາກປະຕິບັດຕົວຈິງໃນຮູບແບບຈໍາລອງ ເພື່ອແນໃສ່ໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນຢ່າງເລິກເຊິ່ງ.

 

ແຫຼ່ງຂ່າວ: Facebook Page ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ