ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການຍື່ນສານແຕ່ງຕັ້ງຂອງ ຜູ້ຕາງໜ້າຄົນໃໝ່ຂອງອົງການສະຫະປະຊາຊາດ ສໍາລັບເດັກ (UNICEF) ປະຈໍາ ສປປ ລາວ
ວັນທີ: 12/08/2024
ໃນວັນທີ 12 ສິງຫາ 2024, ທີ່ກະຊວງການຕ່າງປະເທດ, ນະຄອນຫລວງວຽງຈັນ – ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕ້ອນຮັບການຍື່ນສານແຕ່ງຕັ້ງຂອງທ່ານ ບີລານ ໂອແຣັງ ເຊບ ດູຣານີ, ຜູ້ຕາງໜ້າຄົນໃໝ່ຂອງອົງການ ອຸຍນີເຊັບ ປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ດູຣານີ ທີ່ຖືກແຕ່ງຕັ້ງມາເປັນຜູ້ຕາງໜ້າຄົນໃໝ່ຂອງອົງການ ອຸຍນີເຊັບ ປະຈໍາ ສປປ ລາວ, ພ້ອມທັງໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ແລະ ການຮ່ວມມືຢ່າງໃກ້ຊິດຂອງອົງການໃນໄລຍະ 5 ທົດສະວັດທີ່ຜ່ານມາ ແລະ ໄດ້ສະແດງຄວາມເຊື່ອໝັ້ນວ່າ ອົງການອຸຍນີເຊັບ ພາຍໃຕ້ການນໍາພາຂອງຜູ້ຕາງໜ້າຄົນໃໝ່ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍສະເພາະໃນຂະແໜງການສຶກສາ, ສາທາລະນະສຸກ, ໂພຊະນາການ, ສຸຂະພິບານ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການສ້າງຄວາມເຂັ້ມແຂງໃຫ້ກັບແມ່ຍິງ ແລະ ໄວໜຸ່ມ, ການປົກປ້ອງເດັກ ແລະ ອື່ນໆ, ໂດຍຜ່ານການຈັດຕັ້ງປະຕິບັດ ແຜນງານການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການອຸຍນີເຊັບ ສົກປີ 2022-2026 ມູນຄ່າປະມານ 100 ລ້ານ ໂດລາສະຫະລັດ.
ໃນໂອກາດດຽວກັນນີ້, ທ່ານ ດູຣານີ ໄດ້ສະແດງຄວາມຮູ້ສຶກເປັນກຽດ ທີ່ໄດ້ຮັບການແຕ່ງຕັ້ງເປັນຜູ້ຕາງໜ້າຄົນ ໃໝ່ຂອງອົງການອຸຍນີເຊັບ ປະຈໍາ ສປປ ລາວ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການຮ່ວມມື ຂອງລັດຖະບານ ສປປ ລາວ, ພ້ອມທັງໃຫ້ຄໍາໝັ້ນວ່າໃນໄລຍະເວລາທີ່ທ່ານປະຕິບັດໜ້າທີ່ຢູ່ ສປປ ລາວ ທ່ານຈະນໍາພາອົງການອຸຍນີເຊບ ສືບຕໍ່ຮ່ວມມືຢ່າງໃກ້ຊິດກັບລັດຖະບານ ສປປ ລາວ ໃນການສົ່ງເສີມສິດທິເດັກໃນ ສປປ ລາວ, ໂດຍສະເພາະການຈັດຕັ້ງປະຕິບັດ ແຜນງານການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການອຸຍນີເຊັບ ສົກປີ 2022 – 2026 ໃຫ້ສໍາເລັດຕາມເປົ້າໝາຍທີ່ວາງໄວ້, ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ກໍ່ຄືການປັບປຸງຊີວິດການເປັນຢູ່ຂອງແມ່ ແລະ ເດັກນ້ອຍ ໃນຂອບເຂດທົ່ວປະເທດໃຫ້ດີຍິ່ງຂື້ນ.
ແຫຼ່ງຂ່າວ: Facebook Page ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ