Slide
Slide
Slide

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານຜູ້ອໍານວຍການປະຈໍາພາກພື້ນອາຊີ-ປາຊີຟິກ, ຫ້ອງການຜູ້ປະສານງານວຽກງານການພັດທະນາຂອງ ອົງການ ສປຊ
ວັນທີ: 16/09/2024

ໃນວັນທີ 16 ກັນຍາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ເດວິດ ແມັກຄລາກ ເຄເລັນ-ຄາ (David Mclachlan-Karr), ຜູ້ອໍານວຍການປະຈໍາພາກພື້ນອາຊີ-ປາຊີຟິກ, ຫ້ອງການຜູ້ປະສານງານວຽກງານການພັດທະນາຂອງອົງການ ສປຊ (United Nations Development Coordination Office ຫຼື UNDCO) ໃນໂອກາດທີ່ເດີນທາງມາເຄື່ຶອນໄຫວວຽກງານ ຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອທີ່ດີຂອງ ອົງການ ສປຊ ແກ່ ສປປ ລາວ ໃນໄລຍະຜ່ານມາ ແລະ ໄດ້ເນັ້ນຄວາມສໍາຄັນຂອງ ຫ້ອງການຜູ້ປະສານງານວຽກງານການພັດທະນາຂອງອົງການ ສປຊ ປະຈໍາພາກພື້ນອາຊີ-ປາຊີຟິກ ກໍຄືທີມງານອົງການເຄືອຂ່າຍ ສປຊ (UN Country Team ຫຼື UNCT) ພາຍໃນປະເທດ ໃນການເພີ່ມທະວີການຮ່ວມມື ແລະ ການສະຫນັບສະຫນູນ ສປປ ລາວ ໃນວຽກງານບູລິມະສິດຕ່າງໆຂອງລັດຖະບານ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ໂດຍຜ່ານການຈັດຕັ້ງປະຕິບັດບັນດາກິດຈະກໍາ ແລະ ໂຄງການຕ່າງໆ ໃນຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແລະ ອົງການ ສປຊ ປະຈໍາ ສປປ ລາວ (UN Sustainable Development Framework ຫຼື UNSDCF) ໃນແຕ່ລະໄລຍະ. ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ໄດ້ສະເໜີໃຫ້ ຫ້ອງການຜູ້ປະສານງານວຽກງານການພັດທະນາຂອງອົງການ ສປຊ ແລະ ອົງການເຄືອຂ່າຍ ສປຊ ປະຈໍາ ສປປ ລາວ ສືບຕໍ່ລະດົມທຶນຮອນເພື່ອປະກອບສ່ວນ ແລະ ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ໃນການຈັດຕັ້ງປະຕິບັດແຜນວຽກບູລິມະສິດດ້ານການພັດທະນາຂອງ ສປປ ລາວ ກໍຄື ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫຼື SDG) ແລະ ວາລະການພັດທະນາອື່ນໆຂອງສາກົນ ລວມທັງຄວາມພະຍາຍາມຂອງລັດຖະບານ ໃນການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ຢ່າງໂລ່ງລ່ຽນ ແລະ ຍືນຍົງ. ພ້ອມກັນນັ້ນ, ກໍສະເໜີໃຫ້ມີການປະສານງານ ແລະ ກະກຽມລະອຽດເພື່ອຮັບປະກັນຜົນສໍາເລັດຂອງ ກອງປະຊຸມສຸດຍອດ ອາຊຽນ-ອົງການ ສປຊ ຄັ້ງທີ 14 ເຊິ່ງຈະມີຜູ້ນໍາຂັ້ນສູງຂອງປະເທດອາຊຽນ ແລະ ເລຂາທິການໃຫຍ່ ອົງການ ສປຊ ເຂົ້າຮ່ວມ ໃນຕົ້ນເດືອນ ຕຸລາ 2024 ທີ່ ສປປ ລາວ.

ໃນໂອກາດດັ່ງກ່າວນີ້, ທ່ານ ເດວິດ ແມັກຄລາກ ເຄເລັນ-ຄາ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ໄດ້ໃຫ້ຄໍາໝາຍໝັ້ນວ່າ ຕົນເອງ ກໍຄື ອົງການເຄືອຂ່າຍ ສປຊ ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ເພື່ອສະຫນັບສະຫນູນການບັນລຸບັນດາບູລິມະສິດດ້ານການພັດທະນາຂອງ ສປປ ລາວ ຢ່າງຕັ້ງໜ້າ.

ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ຢືນຢັນຕໍ່ ຜູ້ອໍານວຍການປະຈໍາພາກພື້ນອາຊີ-ປາຊີຟິກ ຂອງຫ້ອງການຜູ້ປະສານງານວຽກງານການພັດທະນາຂອງອົງການ ສປຊ ວ່າ ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ການສະຫນັບສະຫນູນ ແລະ ຮ່ວມມືກັບ ທີມງານອົງການເຄືອຂ່າຍ ສປຊ ໃນການຈັດຕັ້ງປະຕິບັດບັນດາແຜນວຽກຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ພ້ອມທັງອວຍພອນໃຫ້ ຜູ້ອໍານວຍການປະຈໍາພາກພື້ນອາຊີ-ປາຊີຟິກ ຈົ່ງປະສົບຜົນສໍາເລັດໃນການເຄື່ອນໄຫວວຽກງານຂອງຕົນຢູ່ ສປປ ລາວ ໃນຄັ້ງນີ້.

 

ແຫຼ່ງຂ່າວ: Facebook Page ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ