Slide
Slide
Slide
Slide
Slide

ຜູ້ນຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະກັບ ພະນະທ່ານ ອັນໂຕນີໂອ ກຸເຕເຣັສ, ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ
ວັນທີ: 11/10/2024

ໃນຕອນເຊົ້າ ວັນທີ 11 ຕຸລາ 2024, ທີ່ ທຳນຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ອັນໂຕນີໂອ ກຸເຕເຣັສ, ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອົງການສະຫະປະຊາຊາດ ຄັ້ງທີ 14 ທີ່ນະຄອນຫຼວງວຽງຈັນ.

ໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ ທ່ານ ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງຖືເປັນເຫດການສໍາຄັນອີກຄັ້ງ ນັບຕັ້ງແຕ່ ພະນະທ່ານ ບັນ ກີມູນ, ອະດີດເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ໄດ້ເດີນທາງມາ ສປປ ລາວ ໃນໂອກາດທີ່ ສປປ ລາວ ເປັນປະທານອາຊຽນໃນປີ 2016 ແລະ ໄດ້ຕີລາຄາສູງຕໍ່ບົດບາດທີ່ສຳຄັນຂອງ ທ່ານ ເລຂາທິການໃຫຍ່ ແລະ ອົງການ ສປຊ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ກໍ່ຄືການສະໜັບສະໜູນການພັດທະນາແບບຍືນຍົງໃນທົ່ວໂລກ. ພ້ອມກັນນັ້ນ, ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ອົງການ ສະຫະປະຊາຊາດ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ໂດຍຜ່ານກົນໄກ ແລະ ຂອບການຮ່ວມມືຕ່າງໆ ລວມທັງຂະບວນການໂຕະມົນ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນລະດັບປະເທດ ລວມທັງເປົ້າໝາຍການພັດທະນາແບບຍືນຍົງ ທີ 18 ຂອງ ສປປ ລາວ ຄື: ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ ເພາະບັນຫາດັ່ງກ່າວເປັນອຸປະສັກສຳຄັນ ແລະ ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ ກໍ່ຄືການພັດທະນາ ຢູ່ ສປປ ລາວ. ພ້ອມທັງໄດ້ສະເໜີໃຫ້ອົງການ ສະຫະປະຊາຊາດ ສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆ ເພື່ອໃຫ້ສາມາດນຳພາປະເທດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ໃນອະນາຄົດ.

ໃນໂອກາດດຽວກັນນີ້, ພະນະທ່ານ ອັນໂຕນີໂອ ກຸເຕເຣັສ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງ ພະນະທ່ານ ທອງລຸນ ສີສຸລິດ ໃນຄັ້ງນີ້ ພ້ອມທັງໄດ້ຊົມເຊີຍຕໍ່ກັບການເປັນປະທານອາຊຽນຂອງ ສປປ ລາວ ກໍ່ຄືການຈັດກອງປະຊຸມສຸດຍອດອາຊຽນໃນຄັ້ງນີ້, ເຊິ່ງເຫັນວ່າ ອາຊຽນ ເປັນພາກພື້ນທີ່ມີຄວາມເປັນເອກະພາບ ມີບົດບາດສຳຄັນໃນການເສີມສ້າງສັນຕິພາບ ແລະ ການພັດທະນາ ແລະ ເປັນຕົວແບບໃຫ້ແກ່ພາກພື້ນຕ່າງໆ ໃນທ່າມກາງສະພາບຫຍຸ້ງຍາກໃນປະຈຸບັນ. ນອກຈາກນັ້ນ, ທ່ານ ເລຂາທິການໃຫຍ່ ຍັງໄດ້ຊົມເຊີຍ ສປປ ລາວ ສຳລັບຄວາມຄືບໜ້າໃນການພັດທະນາ ແລະ ເຫັນວ່າ ສປປ ລາວ ເປັນປະເທດທີ່ມີສັນຕິພາບ ແລະ ມີສະຖຽນລະພາບ ພ້ອມທັງສາມາດເປັນຕົວແບບແຫ່ງສັນຕິພາບ ໃຫ້ແກ່ປະເທດຕ່າງໆ. ໃນຕອນທ້າຍ, ທ່ານ ເລຂາທິການໃຫຍ່ ໄດ້ໃຫ້ຄຳໝາຍໝັ້ນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ຢ່າງເຕັມສ່ວນໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາຂອງປະເທດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

ໃນຕອນບ່າຍຂອງວັນດຽວກັນ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ພົບປະກັບ ພະນະທ່ານ ອັນໂຕນີໂອ ກຸເຕເຣັສ, ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ທີ່ ຫໍປະຊຸມແຫ່ງຊາດ, ພາຍຫຼັງສຳເລັດການເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ-ອົງການສະຫະປະຊາຊາດ ຄັ້ງທີ 14 ເພື່ອແລກປ່ຽນຄໍາຄິດເຫັນກ່ຽວກັບຂອບການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ລວມທັງການສະໜັບສະໜູນຄວາມພະຍາຍາມຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026.

 

ແຫຼ່ງຂ່າວ: Facebook Page ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ