Professor Jeffrey SACHS ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ວັນທີ: 07/01/2020
ໃນລະຫວ່າງວັນທີ 05-07 ມັງກອນ 2020, ທ່ານ ສາສະດາຈານ ເຈຟຟຼີ ແຊັກ (Professor Jeffrey SACHS), ຫົວໜ້າເຄືອຂ່າຍການແກ້ໄຂບັນຫາເພື່ອການພັດທະນາແບບຍືນຍົງ (ປພຍ), ນັກເຜີຍແຜ່ໂຄສະນາເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຂອງອົງການສະຫະປະຊາຊາດ (ສປຊ), ສາສະດາຈານປະຈໍາມະຫາວິທະຍາໄລ ແລະ ຫົວໜ້າສູນຄົ້ນຄ້ວາເພື່ອການພັດທະນາແບບຍືນຍົງ ຂອງມະຫາວິທະຍາໄລໂຄລໍາເບຍ, ນິວຢອກ, ສະຫະລັດອາເມລິກາ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ຈຸດປະສົງຫຼັກຂອງການມາຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອຕອບຮັບຕາມການເຊື້ອເຊີນຂອງ ລັດຖະບານ ສປປ ລາວ ເພື່ອແລກປ່ຽນບົດຮຽນ ກັບ ສປປ ລາວ ໃນການຈັດຕັ້ງປະຕິບັດວາລະປີ 2030 ເພື່ອການພັດທະນາແບບຍືນຍົງ ຂອງອົງການ ສປຊ ໃຫ້ສໍາເລັດຕາມເປົ້າໝາຍ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດ ປພຍ ໃນ ລະດັບຊາດ.ະຈຳ ອົງການ ສປຊ.